ເຢເຣມີຢາ 24 - ພຣະຄຳພີສັກສິເລື່ອງໝາກເດື່ອສອງກະຕ່າ 1 ພຣະເຈົ້າຢາເວໄດ້ສຳແດງໃຫ້ຂ້າພະເຈົ້າເຫັນໝາກເດື່ອສອງກະຕ່າ ຊຶ່ງວາງໄວ້ຢູ່ຕໍ່ໜ້າພຣະວິຫານຂອງພຣະເຈົ້າຢາເວ. (ເລື່ອງນີ້ໄດ້ເກີດຂຶ້ນ ຫລັງຈາກກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເຈົ້າເຢໂຮຍອາກິນລູກຊາຍຂອງເຈົ້າເຢໂຮຍອາກິມ ກະສັດແຫ່ງຢູດາຍຈາກນະຄອນເຢຣູຊາເລັມ ໄປຍັງບາບີໂລນພ້ອມກັບພວກຜູ້ນຳຂອງຢູດາຍ, ພວກຊ່າງສີມື ແລະພວກຄົນງານທີ່ຊຳນິຊຳນານ.) 2 ກະຕ່າໜ່ວຍທີໜຶ່ງໄດ້ບັນຈຸໝາກເດື່ອດີ ຄືໝາກທີ່ໄດ້ເກັບແຕ່ຫົວປີ; ກະຕ່າໜ່ວຍທີສອງໄດ້ບັນຈຸໝາກເດື່ອບໍ່ດີ ຄືກິນບໍ່ໄດ້ເລີຍ. 3 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນໝາກເດື່ອ ໜ່ວຍດີກໍດີທີ່ສຸດ ແລະໜ່ວຍບໍ່ດີກໍບໍ່ດີຈົນກິນບໍ່ໄດ້.” 4 ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວແກ່ຂ້າພະເຈົ້າວ່າ, 5 “ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ພິຈາລະນາເຫັນວ່າ ປະຊາຊົນທີ່ໄດ້ຖືກຈັບໄປບາບີໂລນນັ້ນເປັນດັ່ງໝາກເດື່ອທີ່ດີ ແລະເຮົາຈະປະຕິບັດຕໍ່ພວກເຂົາຢ່າງໃຈເມດຕາ. 6 ເຮົາຈະເຝົ້າເບິ່ງພວກເຂົາ ແລະຈະນຳພວກເຂົາກັບຄືນມາສູ່ດິນແດນນີ້. ເຮົາຈະກໍ່ສ້າງ ແລະຫລໍ່ຫລອມພວກເຂົາຂຶ້ນ ແລະຈະບໍ່ທຳລາຍພວກເຂົາລົງ; ເຮົາຈະປູກພວກເຂົາໄວ້ ແລະຈະບໍ່ຫລົກພວກເຂົາຖິ້ມ. 7 ເຮົາຈະໃຫ້ພວກເຂົາມີຄວາມປາຖະໜາຢາກຮູ້ຈັກວ່າ ເຮົາແມ່ນພຣະເຈົ້າຢາເວ. ແລ້ວພວກເຂົາກໍຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ; ເພາະພວກເຂົາຈະກັບຄືນມາຫາເຮົາຢ່າງໝົດຈິດໝົດໃຈ. 8 ສຳລັບກະສັດເຊເດກີຢາແຫ່ງຢູດາຍ, ບັນດາພວກເຈົ້ານາຍຂອງລາວ ແລະປະຊາຊົນໃນນະຄອນເຢຣູຊາເລັມທີ່ຍັງເຫລືອຢູ່ ຄືຜູ້ທີ່ໄດ້ອາໄສຢູ່ໃນດິນແດນ ຫລືໄດ້ຍົກຍ້າຍໄປປະເທດເອຢິບນັ້ນ; ພຣະເຈົ້າຢາເວກ່າວວ່າ ເຮົາຈະປະຕິບັດຕໍ່ພວກເຂົາ ດັ່ງໝາກເດື່ອບໍ່ດີຈົນກິນບໍ່ໄດ້. 9 ເຮົາຈະນຳໄພພິບັດມາສູ່ພວກເຂົາ ຈົນຊົນຊາດທັງຫລາຍຈະເກີດຢ້ານກົວຫຼາຍ. ປະຊາຊົນຈະຫົວເລາະໃສ່ພວກເຂົາ, ເວົ້າສຽດສີພວກເຂົາ, ເວົ້າເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ໃນທົ່ວທຸກບ່ອນທີ່ພວກເຂົາກະຈັດກະຈາຍໄປ. 10 ເຮົາຈະນຳເສິກສົງຄາມ, ຄວາມຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍມາສູ່ພວກເຂົາ ຈົນບໍ່ມີຜູ້ໃດໃນພວກເຂົາເຫລືອຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ພວກເຂົາ ແລະບັນພະບຸລຸດຂອງພວກເຂົາ.” |
@ 2012 United Bible Societies. All Rights Reserved.