ເຢເຣມີຢາ 23 - ພຣະຄຳພີສັກສິພຣະເຈົ້າໃຫ້ຄວາມຫວັງໃນອະນາຄົດ 1 ພຣະເຈົ້າຢາເວກ່າວວ່າ, “ວິບັດແກ່ພວກຜູ້ລ້ຽງແກະຜູ້ທີ່ທຳລາຍ ແລະເຮັດໃຫ້ກະຈັດກະຈາຍໄປທົ່ວທົ່ງຫຍ້າຂອງເຮົາ.” 2 ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 3 ເຮົາຈະທ້ອນໂຮມເອົາປະຊາຊົນຂອງເຮົາທີ່ຍັງເຫລືອຢູ່ ອອກມາຈາກປະເທດທັງຫລາຍ ບ່ອນທີ່ເຮົາໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ ກັບຄືນມາສູ່ບ້ານເກີດເມືອງນອນຂອງພວກເຂົາ. ພວກເຂົາຈະມີລູກເພີ່ມທະວີຂຶ້ນຢ່າງຫລວງຫລາຍ. 4 ເຮົາຈະແຕ່ງຕັ້ງໃຫ້ມີຜູ້ລ້ຽງດູພວກເຂົາ. ປະຊາຊົນຂອງເຮົາຈະບໍ່ຢ້ານ ຫລືສະທ້ານຕົກໃຈກົວອີກຕໍ່ໄປ ແລະເຮົາກໍຈະບໍ່ລົງໂທດພວກເຂົາອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. 5 ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເລືອກເອົາຜູ້ໜຶ່ງໃນເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທຳ. ກະສັດຜູ້ນີ້ຈະປົກຄອງຢ່າງສະຫລາດ ແລະຈະເຮັດແຕ່ສິ່ງທີ່ຖືກຕ້ອງ ແລະຍຸດຕິທຳຕະຫລອດທົ່ວທັງປະເທດ. 6 ໃນສະໄໝຂອງເພິ່ນນັ້ນ, ປະຊາຊົນຢູດາຈະປອດໄພ ແລະປະຊາຊົນອິດສະຣາເອນກໍຈະຢູ່ເຢັນເປັນສຸກ. ຄົນຈະເອີ້ນເພິ່ນວ່າ, ‘ພຣະເຈົ້າຢາເວອົງເປັນຄວາມຊອບທຳຂອງພວກຂ້ານ້ອຍ.”’ 7 ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ສາບານໃນນາມຂອງເຮົາວ່າພຣະເຈົ້າຢາເວອົງຊົງພຣະຊົນຢູ່ ອົງໄດ້ນຳພາປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບອີກຕໍ່ໄປ. 8 ແຕ່ພວກເຂົາກັບຈະສາບານໃນນາມຂອງເຮົາວ່າພຣະເຈົ້າຢາເວອົງຊົງພຣະຊົນຢູ່ ອົງໄດ້ນຳພາປະຊາຊົນອິດສະຣາເອນອອກມາຈາກປະເທດທາງທິດເໜືອ ແລະຈາກປະເທດທັງຫລາຍ ບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປນັ້ນ. ແລ້ວພວກເຂົາກໍຈະໄດ້ຢູ່ໃນດິນແດນຂອງພວກເຂົາເອງ.” ເຢເຣມີຢາທຳນວາຍເຖິງພວກຜູ້ທຳນວາຍ 9 ຈິດໃຈຂອງຂ້ານ້ອຍຖືກບີບຄັ້ນ ແລະຂ້ານ້ອຍກຳລັງສັ່ນເຊັນ ຍ້ອນຖ້ອຍຄຳອັນສັກສິດ ຍ້ອນພຣະເຈົ້າຢາເວ ຂ້ານ້ອຍຈຶ່ງເປັນດັ່ງຄົນໜຶ່ງທີ່ກຳລັງມືນເມົາ ທີ່ດື່ມເຫຼົ້າອະງຸ່ນຫລາຍໂພດ. 10 ຄົນທີ່ບໍ່ສັດຊື່ເຕັມຢູ່ໃນດິນແດນ ໃຊ້ຊີວິດອັນຊົ່ວຊາມ ແລະໃຊ້ອຳນາດຜິດໆດ້ວຍ. ເພາະຄຳສາບແຊ່ງມາຖືກ ດິນແດນຈຶ່ງໄວ້ທຸກ ແລະທົ່ງຫຍ້າກໍຫ່ຽວແຫ້ງໝົດ. 11 “ຜູ້ທຳນວາຍທັງປະໂຣຫິດຖືພຣະເຈົ້າຕໍ່າ ເຮົາເຫັນພວກເຂົາກະທຳຊົ່ວ ແມ່ນແຕ່ໃນພຣະວິຫານນັ້ນ. 12 ທາງທີ່ພວກເຂົາທຽວໄປນັ້ນຈະມື່ນແລະມືດມົນ ເຮົາຈະເຮັດໃຫ້ພວກເຂົາເຕະສະດຸດລົ້ມລົງທັງນັ້ນ. ເມື່ອເຮົານຳການທຳລາຍ ແລະການລົງໂທດມາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 13 ເຮົາໄດ້ເຫັນບາບຂອງພວກຜູ້ທຳນວາຍ ຄືຜູ້ທຳນວາຍທີ່ຊາມາເຣຍໄດ້ເຮັດດັ່ງນີ້: ພວກເຂົາກ່າວໃນນາມຂອງພະບາອານ ແລະນຳຄົນຂອງເຮົາໃຫ້ຫລົງຜິດຍ້ອນ. 14 ແຕ່ຜູ້ທຳນວາຍຊາວເຢຣູຊາເລັມເຮັດຊົ່ວ ໂດຍມົວຫລິ້ນຊູ້ເວົ້າຕົວະຍົວະຜິດຊາຍຍິງ; ພວກເຂົາສົ່ງເສີມປະຊາຊົນໃຫ້ເຮັດໄປໃນທາງຜິດ ເພື່ອຈະບໍ່ໃຫ້ມີຜູ້ໃດຜູ້ໜຶ່ງເຊົາເຮັດຊົ່ວໄດ້. ສຳລັບເຮົາແລ້ວພວກເຂົາຊົ່ວຊ້າກັນທັງໝົດ ເທົ່າກັບຊາວເມືອງໂຊໂດມແລະໂກໂມຣາພຸ້ນ. 15 ເພາະສະນັ້ນ ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກ່າວເຖິງພວກຜູ້ທຳນວາຍຂອງນະຄອນເຢຣູຊາເລັມວ່າ, “ເຮົາຈະໃຫ້ພວກເຂົາໄດ້ກິນພືດຂົມນາໆຊະນິດ ແລະໃຫ້ນໍ້າເປັນພິດແກ່ພວກເຂົາໄດ້ດື່ມ ເພາະພວກຜູ້ທຳນວາຍໃນນະຄອນເຢຣູຊາເລັມ ໄດ້ແຜ່ຄວາມບໍ່ຢຳເກງພຣະເຈົ້າໄປທົ່ວປະເທດ.” 16 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວແກ່ຊາວນະຄອນເຢຣູຊາເລັມວ່າ, “ຢ່າສູ່ຟັງສິ່ງທີ່ພວກຜູ້ທຳນວາຍເວົ້າ; ພວກເຂົາໃຫ້ພວກເຈົ້າເຕັມໄປດ້ວຍຄວາມຫວັງທີ່ຈອມປອມ. ພວກເຂົາບອກພວກເຈົ້າໃນສິ່ງທີ່ພວກເຂົາໄດ້ປັ້ນແຕ່ງຂຶ້ນມາເອງ ແຕ່ບໍ່ແມ່ນຈາກປາກຂອງພຣະເຈົ້າຢາເວ. 17 ສຳລັບປະຊາຊົນຜູ້ທີ່ບໍ່ຍອມຟັງສິ່ງທີ່ເຮົາໄດ້ກ່າວນັ້ນ ພວກເຂົາຕ່າງກໍສືບຕໍ່ບອກວ່າ, ‘ພຣະເຈົ້າຢາເວກ່າວວ່າ ພວກເຈົ້າຈະຢູ່ເຢັນເປັນສຸກ.’ ພວກເຂົາບອກທຸກຄົນທີ່ດື້ດ້ານວ່າ, ‘ໄພພິບັດຈະບໍ່ມາຖືກພວກເຈົ້າຈັກເທື່ອ.”’ 18 ຂ້າພະເຈົ້າໄດ້ກ່າວວ່າ, “ໃນພວກຜູ້ທຳນວາຍເຫຼົ່ານີ້ ບໍ່ມີຜູ້ໃດທີ່ເຄີຍໄດ້ຮູ້ຈັກຄວາມຄິດອັນລຶກລັບຂອງພຣະເຈົ້າຢາເວ. ໃນພວກເຂົາບໍ່ມີຜູ້ໃດເຄີຍໄດ້ຍິນ ຫລືໄດ້ເຂົ້າໃຈໃນຖ້ອຍຄຳຂອງພຣະອົງ ຫລືເຄີຍໄດ້ຟັງ ຫລືເຄີຍເອົາໃຈໃສ່ຕໍ່ສິ່ງທີ່ພຣະອົງໄດ້ກ່າວ. 19 ຄວາມໂກດຮ້າຍຂອງພຣະເຈົ້າຢາເວເປັນດັ່ງພະຍຸໃຫຍ່ ຄືລົມແຮງທີ່ຈະພັດກະໜໍ່າຢູ່ເທິງຫົວຂອງຄົນຊົ່ວຮ້າຍ 20 ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈະບໍ່ເຊົາພັດ ຈົນກວ່າຜູ້ນັ້ນຈະເຮັດທຸກສິ່ງຕາມທີ່ພຣະອົງຕ້ອງການໃຫ້ເຮັດ. ຕໍ່ໄປພວກເຈົ້າຈະເຂົ້າໃຈເລື່ອງນີ້ຢ່າງແຈ່ມແຈ້ງ.” 21 “ເຮົາບໍ່ໄດ້ໃຊ້ຜູ້ທຳນວາຍເຫຼົ່ານີ້ໄປ ແຕ່ພວກເຂົາໄປເອງ. ເຮົາບໍ່ໄດ້ໃຫ້ຖ້ອຍຄຳຫຍັງແກ່ພວກເຂົາເລີຍ; ແຕ່ພວກເຂົາກໍກ່າວໃນນາມຂອງເຮົາ. 22 ຖ້າພວກເຂົາຮູ້ຄວາມນຶກຄິດອັນລຶກລັບຂອງເຮົາແລ້ວ ພວກເຂົາກໍຄວນປະກາດຖ້ອຍຄຳຂອງເຮົາໃຫ້ປະຊາຊົນຂອງເຮົາຟັງ ແລະນຳພາພວກເຂົາໃຫ້ປະຖິ້ມການດຳລົງຊີວິດອັນບໍ່ດີແລະຊົ່ວຊ້າ ທີ່ພວກເຂົາເຮັດຢູ່ນັ້ນ.” 23 ພຣະເຈົ້າຢາເວກ່າວວ່າ, “ເຮົາແມ່ນພຣະເຈົ້າຜູ້ຢູ່ທຸກທີ່ທຸກບ່ອນ ແລະບໍ່ໄດ້ຢູ່ແຕ່ໃນບ່ອນດຽວ.” 24 ພຣະເຈົ້າຢາເວໄດ້ກ່າວວ່າ, “ບໍ່ມີຜູ້ໃດຫລົບລີ້ຈາກສາຍຕາຂອງເຮົາໄປໄດ້. ພວກເຈົ້າບໍ່ຮູ້ຫລືວ່າ ເຮົາຢູ່ທຸກໆບ່ອນທັງໃນສະຫວັນ ແລະທີ່ແຜ່ນດິນໂລກ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ. 25 “ເຮົາຮູ້ສິ່ງທີ່ຜູ້ທຳນວາຍເຫຼົ່ານັ້ນໄດ້ເວົ້າຕົວະໃນນາມຂອງເຮົາ; ແລະອ້າງວ່າເຮົາໄດ້ມອບຖ້ອຍຄຳຂອງເຮົາໃຫ້ພວກເຂົາທາງຄວາມຝັນ. 26 ຜູ້ທຳນວາຍເຫຼົ່ານີ້ຍັງຈະນຳປະຊາຊົນຂອງເຮົາໄປໃນທາງຜິດ ດ້ວຍການຕົວະທີ່ພວກເຂົາແຕ່ງຂຶ້ນມານັ້ນອີກດົນປານໃດ? 27 ພວກເຂົາຄິດວ່າຄວາມຝັນຊຶ່ງພວກເຂົາບອກນັ້ນ ຈະເຮັດໃຫ້ປະຊາຊົນຂອງເຮົາລືມເຮົາໄປ ດັ່ງທີ່ພໍ່ຂອງພວກເຂົາໄດ້ລືມໄລເຮົາ ແລະຫັນໄປຫາພະບາອານນັ້ນ. 28 ຜູ້ທຳນວາຍທີ່ໄດ້ຝັນກໍຄວນກ່າວວ່າ ເປັນແຕ່ຄວາມຝັນເທົ່ານັ້ນ; ແຕ່ຜູ້ທຳນວາຍທີ່ໄດ້ຍິນຖ້ອຍຄຳຂອງເຮົາ ກໍຕ້ອງປະກາດຖ້ອຍຄຳນັ້ນຢ່າງສັດຊື່. ເຟືອງເຂົ້າຈະປຽບກັບເຂົ້າໄດ້ບໍ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ. 29 ພຣະເຈົ້າຢາເວກ່າວວ່າ, “ຖ້ອຍຄຳຂອງເຮົາເປັນດັ່ງໄຟ ແລະຄ້ອນຕີ ຊຶ່ງຕີກ້ອນຫີນໃຫ້ແຕກເປັນປ່ຽງໄດ້.” 30 ພຣະເຈົ້າຢາເວກ່າວວ່າ, “ເຮົາຕໍ່ສູ້ຜູ້ທຳນວາຍເຫຼົ່ານັ້ນ ທີ່ຖືເອົາຄຳເວົ້າຂອງກັນແລະກັນ ໄປປະກາດວ່າເປັນຖ້ອຍຄຳຂອງເຮົາ.” 31 ພຣະເຈົ້າຢາເວກ່າວວ່າ, “ເຮົາຕໍ່ສູ້ຜູ້ທຳນວາຍເຫຼົ່ານັ້ນ ທີ່ປະກາດຄຳເວົ້າຂອງຕົນເອງວ່າ ເປັນຖ້ອຍຄຳຂອງເຮົາ.” 32 ພຣະເຈົ້າຢາເວກ່າວວ່າ, “ຈົ່ງຮັບຟັງສິ່ງທີ່ເຮົາກ່າວ ເຮົາຕໍ່ສູ້ຜູ້ທຳນວາຍທັງຫລາຍຜູ້ທີ່ເລົ່າຄວາມຝັນຕ່າງໆຂອງຕົນ ຊຶ່ງເຕັມໄປດ້ວຍຄຳຕົວະຍົວະ. ພວກເຂົາເລົ່າຄວາມຝັນນັ້ນ ແລະນຳປະຊາຊົນຂອງເຮົາໃຫ້ຫລົງຜິດໄປ ດ້ວຍຄຳຕົວະຍົວະ ແລະຄຳໂອ້ອວດຂອງພວກເຂົາ. ເຮົາບໍ່ໄດ້ໃຊ້ ຫລືສັ່ງພວກເຂົາໄປ ແລະພວກເຂົາກໍບໍ່ໄດ້ຊ່ວຍເຫລືອປະຊາຊົນຫຍັງເລີຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ຖ້ອຍຄຳຂອງພຣະເຈົ້າເປັນພາລະໜັກບໍ? 33 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເມື່ອຜູ້ໃດໃນປະຊາຊົນຂອງເຮົາ ຫລືຜູ້ທຳນວາຍຄົນໃດ ຫລືປະໂຣຫິດຄົນໃດຖາມເຈົ້າວ່າ, ‘ພຣະເຈົ້າຢາເວໄດ້ກ່າວຢ່າງໃດ?’ ໃຫ້ເຈົ້າຕອບຄົນນັ້ນວ່າ, ‘ເຈົ້າເປັນພາລະໜັກ ໃຫ້ແກ່ພຣະເຈົ້າຢາເວ ແລະພຣະອົງກໍຈະກຳຈັດເຈົ້າເສຍ.’ 34 ຖ້າຜູ້ໃດໃນປະຊາຊົນຂອງເຮົາ ຫລືຜູ້ທຳນວາຍຄົນໃດ ຫລືປະໂຣຫິດຄົນໃດ ໃຊ້ຄຳເວົ້າທີ່ວ່າ, ‘ພາລະໜັກຂອງພຣະເຈົ້າຢາເວ.’ ເຮົາຈະລົງໂທດຄົນນັ້ນແລະຄອບຄົວຂອງລາວດ້ວຍ. 35 ແທນທີ່ລາວຈະເວົ້າເຊັ່ນນັ້ນ ໃຫ້ແຕ່ລະຄົນຖາມໝູ່ເພື່ອນ ແລະພີ່ນ້ອງຂອງຕົນວ່າ, ‘ພຣະເຈົ້າຢາເວໃຫ້ຄຳຕອບຢ່າງໃດ? ພຣະເຈົ້າຢາເວກ່າວວ່າຢ່າງໃດ?’ 36 ສະນັ້ນ ພວກເຂົາບໍ່ຕ້ອງໃຊ້ຄຳວ່າ, ‘ພາລະໜັກຂອງພຣະເຈົ້າຢາເວ.’ ເພາະຖ້າຜູ້ໃດໃຊ້ຄຳເວົ້ານັ້ນ ເຮົາຈະເຮັດໃຫ້ຖ້ອຍຄຳຂອງເຮົາກາຍເປັນພາລະໜັກແທ້ໆສຳລັບຜູ້ນັ້ນ. ປະຊາຊົນໄດ້ບິດເບືອນຖ້ອຍຄຳແຫ່ງພຣະເຈົ້າອົງຊົງພຣະຊົນຢູ່, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງພວກເຂົາ. 37 ເຢເຣມີຢາເອີຍ ຈົ່ງຖາມບັນດາຜູ້ທຳນວາຍວ່າ, ‘ພຣະເຈົ້າຢາເວໃຫ້ຄຳຕອບຫຍັງແກ່ພວກເຈົ້າ? ພຣະເຈົ້າຢາເວໄດ້ກ່າວວ່າຢ່າງໃດ?’ 38 ຖ້າພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງເຮົາ ແລະໃຊ້ຄຳສັບທີ່ວ່າ, ‘ພາລະໜັກ ຂອງພຣະເຈົ້າຢາເວ.’ ແລ້ວຈົ່ງບອກພວກເຂົາວ່າ 39 ແນ່ນອນເຮົາຈະຢິບຜູ້ນັ້ນຂຶ້ນ ແລະໂຍນພວກເຂົາໃຫ້ໜີໄປໄກຈາກເຮົາ ລວມທັງພວກເຂົາແລະນະຄອນທີ່ເຮົາໄດ້ມອບໃຫ້ແກ່ພວກເຂົາ ແລະບັນພະບຸລຸດຂອງພວກເຂົາດ້ວຍ. 40 ເຮົາຈະນຳຄວາມອັບອາຍອັນຕະຫລອດໄປ ມາສູ່ພວກເຂົາໂດຍບໍ່ມີວັນລືມໄລໄດ້ຈັກເທື່ອ.” |
@ 2012 United Bible Societies. All Rights Reserved.