ເຢເຣມີຢາ 22 - ພຣະຄຳພີສັກສິເຢເຣມີຢາທຳນວາຍເຖິງຣາຊວົງຢູດາ 1-2 ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ໄປທີ່ວັງຂອງກະສັດແຫ່ງຢູດາຍ ຄືເຊື້ອສາຍຂອງດາວິດ ແລະໃນທີ່ນັ້ນໃຫ້ບອກກະສັດ, ບັນດາຂ້າຣາຊການຂອງເພິ່ນ ແລະຊາວນະຄອນເຢຣູຊາເລັມ ໃຫ້ຟັງຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: 3 “ເຮົາຄືພຣະເຈົ້າຢາເວສັ່ງພວກເຈົ້າໃຫ້ເຮັດສິ່ງທີ່ຖືກຕ້ອງແລະທ່ຽງທຳ. ຈົ່ງປົກປ້ອງຜູ້ທີ່ຖືກຄົນສໍ້ໂກງຕົວະຍົວະ. ຢ່າກົດຂີ່ ຫລືຂົ່ມເຫັງຄົນຕ່າງດ້າວ, ເດັກກຳພ້າ ຫລືແມ່ໝ້າຍ ແລະຢ່າຂ້າຄົນທີ່ບໍ່ມີຄວາມຜິດໃນບ່ອນນີ້. 4 ຖ້າພວກເຈົ້າປະຕິບັດຢ່າງແທ້ຈິງຕາມສິ່ງທີ່ເຮົາໄດ້ສັ່ງແລ້ວ ເຊື້ອສາຍຂອງດາວິດຈະໄດ້ສືບຕໍ່ເປັນກະສັດ. ແລ້ວພວກເຂົາພ້ອມຂ້າຣາຊການ ແລະປະຊາຊົນ ກໍຈະສືບຕໍ່ຂີ່ລົດຮົບ ແລະມ້າຜ່ານປະຕູຂອງວັງນີ້. 5 ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ແລ້ວເຮົາກໍສາບານຕໍ່ພວກເຈົ້າວ່າ ວັງນີ້ຈະລົ້ມທະລາຍເພພັງລົງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 6 ພຣະເຈົ້າຢາເວກ່າວເຖິງເຊື້ອສາຍຂອງກະສັດແຫ່ງຢູດາຍວ່າ, “ເຖິງແມ່ນເຮົາເຫັນວ່າ ວັງຂອງກະສັດແຫ່ງຢູດາຍງົດງາມ ເທົ່າກັບດິນແດນກີເລອາດ ແລະພູຂອງເລບານອນກໍຕາມ; ແຕ່ເຮົາກໍຈະເຮັດໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າທີ່ບໍ່ມີຜູ້ໃດອາໄສຢູ່. 7 ເຮົາຈະລະດົມຄົນມາເພື່ອທຳລາຍມັນຖິ້ມ. ພວກເຂົາທັງໝົດຈະເອົາຂວານມານຳ ເພື່ອປໍ້າເສົາໄມ້ແປກອັນສວຍງາມລົງ ແລະໂຍນມັນໃສ່ໄຟ. 8 ຫລັງຈາກນັ້ນ ຄົນຕ່າງດ້າວຢ່າງຫລວງຫລາຍກໍຈະຜ່ານໄປມາ ແລະຖາມກັນວ່າ, ‘ເປັນຫຍັງພຣະເຈົ້າຢາເວ ຈຶ່ງເຮັດເຊັ່ນນີ້ຕໍ່ນະຄອນໃຫຍ່ແຫ່ງນີ້.’ 9 ແລ້ວພວກເຂົາຕ່າງກໍຈະຕອບວ່າ, ‘ຍ້ອນພວກເຂົາໄດ້ປະຖິ້ມພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະໄປຂາບໄຫວ້ແລະຮັບໃຊ້ບັນດາພະອື່ນ.”’ ເຢເຣມີຢາທຳນວາຍເຖິງເຈົ້າໂຢອາຮາດ 10 ປະຊາຊົນຢູດາເອີຍ ຢ່າຮ້ອງໄຫ້ໃຫ້ກະສັດໂຢສີຢາ ຢ່າໄວ້ທຸກໃຫ້ແກ່ການຕາຍຂອງເພິ່ນເລີຍເທາະ ແຕ່ຈົ່ງຮ້ອງໄຫ້ ແລະອາໄລອາວອນ ໃຫ້ແກ່ໂຢອາຮາດລູກຊາຍຂອງເພິ່ນນັ້ນ; ພວກເຂົາໄດ້ຈັບລາວໄປໂດຍບໍ່ຫັນກັບຄືນມາ ທັງບໍ່ໄດ້ເຫັນດິນແດນທີ່ຕົນໄດ້ເກີດ. 11 ພຣະເຈົ້າຢາເວກ່າວກ່ຽວກັບເຈົ້າໂຢອາຮາດ ລູກຊາຍຂອງເຈົ້າໂຢສີຢາ ຜູ້ທີ່ໄດ້ຂຶ້ນເປັນກະສັດແຫ່ງຢູດາຍແທນບິດາຂອງຕົນວ່າ ລາວຕ້ອງຈາກທີ່ນີ້ໄປໂດຍບໍ່ມີວັນກັບມາ. 12 ລາວຈະຕາຍໃນປະເທດທີ່ພວກເຂົາໄດ້ຈັບເອົາລາວໄປນັ້ນ ແລະຈະບໍ່ເຫັນດິນແດນນີ້ອີກຈັກເທື່ອ. ເຢເຣມີຢາທຳນວາຍເຖິງເຈົ້າເຢໂຮຍອາກິມ 13 ເຄາະກຳເປັນຂອງຜູ້ທີ່ສ້າງເຮືອນຕົນຢ່າງບໍ່ຍຸດຕິທຳ ທັງຂະຫຍາຍໃຫ້ກວ້າງຂວາງຢ່າງບໍ່ສັດຊື່; ຄືຜູ້ທີ່ໃຫ້ຄົນອື່ນເຮັດວຽກໂດຍບໍ່ໃຫ້ຄ່າຈ້າງຫຍັງ ທັງບໍ່ຈ່າຍຄ່າແຮງງານໃຫ້ພວກເຂົາອີກດ້ວຍ. 14 ເຄາະກຳເປັນຂອງຜູ້ທີ່ເວົ້າຈາອອກມາວ່າ, “ຂ້ອຍຈະສ້າງຕຶກໃຫຍ່ຫລາຍຊັ້ນສຳລັບຂ້ອຍ.” ສະນັ້ນ ຈຶ່ງເຮັດຫລາຍປ່ອງຢ້ຽມທີ່ເຮືອນຂອງຕົນ ໃຊ້ໄມ້ແປກແອ້ມຢ່າງດີແລະທາສີແດງດ້ວຍ. 15 ຈະເປັນກະສັດເດັ່ນຍ້ອນມີໄມ້ແປກສ້າງເຮືອນບໍ? ຄືສ້າງຕຶກຫລັງງາມໆກວ່າກະສັດຄົນອື່ນໄດ້ສ້າງ? ພໍ່ຂອງເຈົ້າມີຊີວິດເຕັມດ້ວຍຄວາມຊົມຊື່ນຍິນດີ ຊອບທຳທັງທ່ຽງທຳຈຶ່ງເກີດຜົນດີໃນທຸກສິ່ງ. 16 ເພິ່ນຕັດສິນຄະດີຄົນທຸກຈົນຢ່າງທ່ຽງທຳດີ ແລະກໍຢູ່ເຢັນເປັນສຸກຕະຫລອດມາເລື້ອຍໆ. ຜູ້ທີ່ເປັນເຊັ່ນນີ້ໝາຍຄວາມວ່າຮູ້ຈັກເຮົາຢ່າງແທ້ຈິງ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 17 “ແຕ່ເຈົ້າເຫັນແຕ່ຜົນປະໂຫຍດສ່ວນຕົວ ເຈົ້າກົດຂີ່ຢ່າງຮຸນແຮງປະຊາຊົນຂອງເຈົ້າ. ເຈົ້າເຂັ່ນຂ້າຄົນທີ່ບໍ່ມີຄວາມຜິດຫຍັງ.” 18 ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວເຖິງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາກະສັດແຫ່ງຢູດາຍວ່າ, “ບໍ່ມີຜູ້ໃດຈະໄວ້ທຸກໃຫ້ແກ່ການຕາຍຂອງລາວ ຫລືເວົ້າວ່າ, ‘ເພື່ອນເອີຍ ເປັນຕາຢ້ານແທ້ໆ’ ບໍ່ມີຜູ້ໃດຈະຮ້ອງໄຫ້ໃຫ້ແກ່ລາວເລີຍວ່າ ‘ນາຍເຈົ້າເອີຍ ກະສັດຂອງຂ້ານ້ອຍ.’ 19 ພວກເຂົາຈະໃຫ້ກຽດຝັງສົບລາວໄວ້ດັ່ງຝັງໂຕລາ ໂດຍຈະລາກໂຍນຖິ້ມໄປນອກປະຕູນະຄອນພຸ້ນ.” ຄຳທຳນວາຍເຖິງຊາຕາກຳຂອງນະຄອນເຢຣູຊາເລັມ 20 ຈົ່ງໄປທີ່ເລບານອນ ແລະໂຮຮ້ອງ ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄປທີ່ດິນແດນບາຊານ ແລະຮ້ອງໄຫ້ສາເຖີດ; ຈົ່ງຄວນຄາງມາຈາກຕັ້ງແຕ່ພູອາບາຣິມໄປ ເພາະພັນທະມິດຂອງພວກເຈົ້າທັງໝົດພ່າຍແພ້. 21 ພຣະອົງໄດ້ກ່າວຕໍ່ພວກເຈົ້າ ເມື່ອຈະເລີນຮຸ່ງເຮືອງ ແຕ່ພວກເຈົ້າບໍ່ເຊື່ອຟັງແລະປະຕິເສດມາຕະຫລອດ. ນີ້ຄືສິ່ງທີ່ພວກເຈົ້າໄດ້ເຮັດໃນຊີວິດຕະຫລອດມາ ພວກເຈົ້າບໍ່ເຄີຍເຊື່ອຟັງພຣະອົງ. 22 ພວກຜູ້ນຳຂອງພວກເຈົ້າຈະຖືກລົມພັດໃຫ້ໜີໄປ ພັນທະມິດຂອງພວກເຈົ້າໄດ້ຖືກຈັບເປັນຊະເລີຍດ້ວຍ. ນະຄອນກໍເປັນມົນທິນແລະໄດ້ຖືກອັບອາຍ ເພາະສິ່ງຊົ່ວຊ້າທັງຫລາຍທີ່ພວກເຈົ້າໄດ້ເຮັດນັ້ນ. 23 ພວກເຈົ້າພັກຜ່ອນຢູ່ທ່າມກາງກົກແປກທັງຫລາຍ ຊຶ່ງໄດ້ຖືກນຳມາຈາກເລບານອນພຸ້ນ; ແຕ່ເມື່ອຖືກເຈັບປວດ ພວກເຈົ້າຈະໜ້າສົງສານສໍ່າໃດ ເຈັບປວດໜັກໜ່ວງດັ່ງຜູ້ຍິງກຳລັງຈະຄອດລູກ. ພຣະເຈົ້າຕັດສິນລົງໂທດເຈົ້າເຢໂຮຍອາກິນ 24 ພຣະເຈົ້າຢາເວໄດ້ກ່າວຕໍ່ເຈົ້າເຢໂຮຍອາກິນ ລູກຊາຍຂອງກະສັດເຢໂຮຍອາກິມແຫ່ງຢູດາຍວ່າ, “ເຮົາເປັນພຣະເຈົ້າອົງຊົງພຣະຊົນຢູ່ຢ່າງແນ່ແທ້ສັນໃດ ເຖິງແມ່ນເຈົ້າເປັນແຫວນສຸບຢູ່ໃນມືຂວາຂອງເຮົາ ເຮົາກໍຈະດຶງເຈົ້າອອກໄປສັນນັ້ນ 25 ແລະມອບເຈົ້າໃຫ້ແກ່ປະຊາຊົນທີ່ພວກເຈົ້າຢ້ານກົວ ຄືພວກທີ່ຢາກຂ້າພວກເຈົ້າຖິ້ມ. ເຮົາຈະມອບເຈົ້າໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະເຫຼົ່າທະຫານຂອງລາວ. 26 ເຮົາຈະບັງຄັບເຈົ້າກັບແມ່ຂອງເຈົ້າໃຫ້ຖືກຈັບໄປຢູ່ໃນຕ່າງຖິ່ນ. ພວກເຈົ້າຈະໄປຢູ່ປະເທດໜຶ່ງທີ່ບໍ່ແມ່ນບ້ານເກີດເມືອງນອນຂອງພວກເຈົ້າ ແລະເຈົ້າທັງສອງຈະຕາຍຢູ່ທີ່ນັ້ນ. 27 ພວກເຈົ້າຢາກຈະເຫັນດິນແດນນີ້ອີກ ແຕ່ຈະບໍ່ໄດ້ກັບຄືນມາອີກຈັກເທື່ອ.” 28 ຂ້າພະເຈົ້າຖາມວ່າ, “ກະສັດເຢໂຮຍອາກິນຜູ້ນີ້ເປັນດັ່ງໝໍ້ແຕກ ທີ່ຖືກໂຍນຖິ້ມ ແລະບໍ່ມີຜູ້ໃດຕ້ອງການນັ້ນບໍ? ດ້ວຍເຫດນັ້ນ ລາວເອງແລະລູກຂອງລາວຈຶ່ງໄດ້ຖືກຈັບໄປເປັນຊະເລີຍໃນດິນແດນໜຶ່ງ ຊຶ່ງພວກເຂົາບໍ່ຮູ້ຈັກແມ່ນຫລືບໍ່?” 29 ໂອ ດິນແດນ ດິນແດນ ດິນແດນເອີຍ ຈົ່ງຟັງເອົາ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ: 30 “ຊາຍຜູ້ນີ້ໄດ້ຮັບໂທດໂດຍເສຍລູກຂອງຕົນ ຄືຜູ້ໜຶ່ງຈະບໍ່ປະສົບຄວາມສຳເລັດຫຍັງຈັກເທື່ອ. ລາວຈະບໍ່ມີເຊື້ອສາຍເພື່ອສືບຕໍ່ປົກຄອງໃນຢູດາຍ.” |
@ 2012 United Bible Societies. All Rights Reserved.