ເຢເຣມີຢາ 21 - ພຣະຄຳພີສັກສິທຳນວາຍວ່ານະຄອນເຢຣູຊາເລັມຈະພ່າຍແພ້ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາ ເມື່ອເຈົ້າເຊເດກີຢາກະສັດແຫ່ງຢູດາຍໄດ້ໃຫ້ປັດຊູ ລູກຊາຍຂອງມັນກີຢາ ແລະປະໂຣຫິດເຊຟານີຢາລູກຊາຍຂອງມາອາເສອີຢາ ມາຫາເພິ່ນ ພວກເຂົາໄດ້ກ່າວວ່າ, 2 “ກະລຸນາປຶກສາພຣະເຈົ້າຢາເວເພື່ອພວກເຮົາດ້ວຍ ເພາະກະສັດເນບູກາດເນັດຊາແຫ່ງບາບີໂລນແລະກອງທັບຂອງເພິ່ນ ກຳລັງປິດລ້ອມເມືອງຂອງພວກເຮົາໄວ້. ບາງທີພຣະເຈົ້າຢາເວອາດຈະເຮັດການອັດສະຈັນ ຢ່າງໃດຢ່າງໜຶ່ງສຳລັບພວກເຮົາກໍໄດ້ ແລະບັງຄັບໃຫ້ເຈົ້າເນບູກາດເນັດຊາຖອຍໜີໄປ.” 3 ແລ້ວຂ້າພະເຈົ້າກໍກ່າວແກ່ພວກເຂົາວ່າ, 4 “ໃຫ້ພວກເຈົ້າບອກເຈົ້າເຊເດກີຢາວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກວ່າ: ເຊເດກີຢາເອີຍ ເຮົາຈະເອົາຊະນະກອງທັບຂອງເຈົ້າ ທີ່ຈະຕໍ່ສູ້ກັບກອງທັບກະສັດແຫ່ງບາບີໂລນ. ເຮົາຈະກອງອາວຸດຍຸດທະພັນຂອງທະຫານຂອງເຈົ້າທີ່ກາງເມືອງ. 5 ເຮົາຈະຕໍ່ສູ້ເຈົ້າດ້ວຍຣິດອຳນາດທັງໝົດຂອງເຮົາ, ດ້ວຍຄວາມໂກດຮ້າຍ, ດ້ວຍຄວາມໂມໂຫ ແລະດ້ວຍຄວາມໂກດແຄ້ນຂອງເຮົາ. 6 ເຮົາຈະຂ້າທຸກໆຄົນທີ່ຢູ່ໃນເມືອງນີ້; ບໍ່ວ່າຄົນຫລືສັດກໍຕາມ ຈະຕາຍດ້ວຍໂຣກອັນຮ້າຍແຮງເຊັ່ນດຽວກັນ. 7 ແຕ່ສຳລັບເຈົ້າ ບັນດາຂ້າຣາຊການຂອງເຈົ້າ ແລະປະຊາຊົນທີ່ລອດຕາຍຈາກສົງຄາມ, ຈາກການຕາຍອຶດຕາຍຫິວ ແລະຈາກການເຈັບໄຂ້ໄດ້ປ່ວຍນັ້ນ ເຮົາຈະໃຫ້ເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະເຫຼົ່າສັດຕູທີ່ຢາກຈະຂ້າພວກເຈົ້ານັ້ນຈັບໄປ. ເນບູກາດເນັດຊາຈະຂ້າພວກເຈົ້າ. ລາວຈະບໍ່ໄວ້ຊີວິດຜູ້ໃດເລີຍ ຫລືເມດຕາປານີຜູ້ໃດທັງສິ້ນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.” 8 ແລ້ວພຣະອົງກໍບອກຂ້າພະເຈົ້າໃຫ້ກ່າວຕໍ່ປະຊາຊົນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງຟັງໃຫ້ດີ ເຮົາຈະໃຫ້ພວກເຈົ້າເລືອກເອົາລະຫວ່າງທາງນຳໄປສູ່ຊີວິດແລະທາງນຳໄປສູ່ຄວາມຕາຍ. 9 ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງຈະຖືກຂ້າໃນສົງຄາມ ຫລືໂດຍການຕາຍອຶດຕາຍຫິວ ຫລືໂດຍເຈັບໄຂ້ໄດ້ປ່ວຍ, ແຕ່ຜູ້ໃດຜູ້ໜຶ່ງທີ່ອອກໄປຍອມຈຳນົນຕໍ່ພວກບາບີໂລນ ທີ່ກຳລັງໂຈມຕີເມືອງຢູ່ໃນເວລານີ້ຈະບໍ່ຖືກຂ້າ; ຢ່າງໜ້ອຍລາວຈະຊ່ວຍຊີວິດຕົນໃຫ້ພົ້ນໄດ້. 10 ເຮົາຕັ້ງໃຈໄວ້ແລ້ວວ່າ ເຮົາຈະບໍ່ຊ່ວຍເມືອງນີ້ແຕ່ຈະທຳລາຍມັນຖິ້ມ. ເຮົາຈະມອບເມືອງນີ້ໃຫ້ກະສັດແຫ່ງບາບີໂລນ ແລະລາວກໍຈະຈູດມັນຖິ້ມໃຫ້ໝົດກ້ຽງ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.” ພຣະເຈົ້າຕັດສິນລົງໂທດຣາຊວົງຢູດາ 11-12 ພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຂອງພຣະເຈົ້າຢາເວແກ່ຣາຊວົງຢູດາ ຄືເຊື້ອສາຍຂອງດາວິດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ, ຈົ່ງໃຫ້ແຕ່ລະວັນເກີດມີຄວາມຍຸດຕິທຳ, ຈົ່ງປົກປ້ອງຄຸ້ມຄອງຜູ້ທີ່ຖືກຕົວະຍົວະຈາກຄົນສໍ້ໂກງ, ຖ້າພວກເຈົ້າບໍ່ປະຕິບັດຕາມ ຄວາມຊົ່ວທີ່ພວກເຈົ້າກຳລັງປະພຶດຢູ່ນີ້ ຈະເຮັດໃຫ້ຄວາມໂກດຮ້າຍຂອງເຮົາລຸກໄໝ້ ດັ່ງໄຟທີ່ບໍ່ມີຜູ້ໃດມອດໄດ້. 13 ນະຄອນເຢຣູຊາເລັມເອີຍ ເຈົ້າຕັ້ງຢູ່ ສູງເດັ່ນເໜືອຮ່ອມພູທັງຫລາຍ ດັ່ງໂງ່ນຫີນສູງເດັ່ນໃນທ່າມກາງທົ່ງພຽງ, ແຕ່ເຮົາຈະຕໍ່ສູ້ເຈົ້າ. ພຣະເຈົ້າຢາເວກ່າວດັ່ງນີ້: ເຈົ້າເວົ້າວ່າ, ບໍ່ມີຜູ້ໃດໂຈມຕີເຈົ້າ ຫລືຕີທີ່ປ້ອງກັນຂອງເຈົ້າໄດ້. 14 ແຕ່ເຮົາຈະລົງໂທດໃນສິ່ງທີ່ເຈົ້າໄດ້ເຮັດ. ເຮົາຈະຈູດວັງຂອງເຈົ້າ ແລະໄຟຈະໄໝ້ເຜົາຜານທຸກສິ່ງທີ່ຢູ່ອ້ອມນັ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ. |
@ 2012 United Bible Societies. All Rights Reserved.