Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 20 - ພຣະຄຳພີສັກສິ


ເຢເຣມີຢາ​ຂັດແຍ້ງ​ກັບ​ປະໂຣຫິດ​ປັດຊູ

1 ເມື່ອ​ປະໂຣຫິດ​ປັດຊູ​ລູກຊາຍ​ຂອງ​ອິມເມ ຜູ້​ທີ່​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄດ້ຍິນ​ຂ້າພະເຈົ້າ​ປະກາດ​ສິ່ງ​ເຫຼົ່ານີ້,

2 ລາວ​ຈຶ່ງ​ສັ່ງ​ຄົນ​ໃຫ້​ຂ້ຽນຕີ ແລະ​ລ່າມໂສ້​ຂ້າພະເຈົ້າ​ໄວ້ ທີ່​ຂ້າງ​ເທິງ​ໃກ້​ກັບ​ປະຕູ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

3 ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງຈາກ​ປັດຊູ​ແກ້​ໂສ້​ທີ່​ລາວ​ໄດ້​ໃຊ້​ລ່າມ​ຂ້າພະເຈົ້າ​ແລ້ວ ຂ້າພະເຈົ້າ​ຈຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ ປັດຊູ, ແຕ່​ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ, ‘ຕົກໃຈ​ຢ້ານ​ຢູ່​ທຸກບ່ອນ.’

4 ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.

5 ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ປຸ້ນ​ເອົາ​ຊັບສົມບັດ ແລະ​ຢຶດ​ຂອງ​ມີຄ່າ​ທັງໝົດ​ໃນ​ເມືອງ​ໄປ; ແມ່ນແຕ່​ຊັບສົມບັດ​ອັນ​ມີ​ຄ່າ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ກໍ​ຈະ​ຖືກ​ຂົນ​ໄປ​ບາບີໂລນ​ໝົດ.

6 ປັດຊູ​ເອີຍ ສຳລັບ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ທີ່​ນັ້ນ​ເຊັ່ນກັນ. ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ​ຮ່ວມ​ກັບ​ມິດ​ສະຫາຍ​ທັງໝົດ ທີ່​ເຈົ້າ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ຕົວະ​ຫລາຍໆ​ຢ່າງນັ້ນ.”’


ເຢເຣມີຢາ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ

7 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ຫລອກລວງ​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຖືກ​ຫລອກລວງ​ສາ​ແລ້ວ. ພຣະອົງ​ນັ້ນ​ເຂັ້ມແຂງ​ລື່ນກວ່າ​ຂ້ານ້ອຍ ພຣະອົງ​ຊົງ​ຣິດ​ເໜືອ​ຂ້ານ້ອຍ​ຫລາຍ​ແທ້. ທຸກຄົນ​ຫົວ​ເຍາະເຍີ້ຍ​ນິນທາ​ຂ້ານ້ອຍ ຫົວເລາະ​ໃສ່​ຂ້ານ້ອຍ​ຕະຫລອດ​ວັນ.

8 ເມື່ອໃດ​ຂ້ານ້ອຍ​ກ່າວ​ອອກ ກໍ​ຮ້ອງໄຫ້​ທຸກ​ເທື່ອ ແລະ​ຮ້ອງ​ວ່າ, “ຮຸນແຮງ ພິນາດ” ທັງ​ຖືກ​ລໍ້​ຫຍໍ້ຫຍັນ​ຕະຫລອດ​ມາ ຂ້າແດ່​ພຣະເຈົ້າຢາເວ ເພາະ​ຂ້ານ້ອຍ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ.

9 ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.

10 ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”

11 ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ ຜູ້​ເຂົ້າຂ້າງ​ຂ້ານ້ອຍ ຜູ້​ເຂັ້ມແຂງ​ແລະ​ຊົງຣິດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລ້ວ ແລະ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ກໍ​ຈະ​ລົ້ມລົງ ພວກເຂົາ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ໄປ​ຕະຫລອດ ເພາະ​ພວກເຂົາ​ເຮັດ​ໃຫ້​ເກີດຜົນ​ສຳເລັດ​ບໍ່ໄດ້​ດອກ ພວກເຂົາ​ຈະ​ຖືກ​ອັບອາຍ​ບໍ່ມີ​ມື້​ລືມໄລ​ໄດ້​ຈັກເທື່ອ.

12 ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.

13 ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ຊ່ວຍກູ້​ເອົາ​ຜູ້​ຖືກ​ຂົ່ມເຫັງ​ຈາກ​ຄົນ​ຊົ່ວຮ້າຍ.

14 ໂຜດ​ສາບແຊ່ງ​ມື້​ທີ່​ຂ້ານ້ອຍ​ໄດ້​ເກີດ​ມາ ໂຜດ​ລືມໄລ​ມື້​ທີ່​ມານດາ​ຂອງ​ຂ້ານ້ອຍ​ໃຫ້​ກຳເນີດ

15 ຈົ່ງ​ສາບແຊ່ງ​ຊາຍ​ທີ່​ນຳ​ຂ່າວ​ມາ​ບອກ​ພໍ່​ຂອງ​ຂ້ານ້ອຍ​ໃຫ້​ດີໃຈ ວ່າ, “ລູກ​ຜູ້ຊາຍ ເຈົ້າ​ໄດ້​ລູກ​ຜູ້ຊາຍ.”

16 ຂໍ​ໃຫ້​ລາວ​ເປັນ​ດັ່ງ​ເມືອງ​ເຫຼົ່ານັ້ນ​ທັງຫລາຍ ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ ໂດຍ​ບໍ່​ປານີ​ຈັກດີ້. ຂໍ​ໃຫ້​ລາວ​ໄດ້ຍິນ​ສຽງ​ຮ້ອງ​ອັນ​ເຈັບປວດ​ໃນ​ຮຸ່ງອາຣຸນ ສຽງ​ສັນຍານ​ສູ້​ເສິກ​ທີ່​ສະໜາມຮົບ​ໃນ​ຕອນທ່ຽງ

17 ເພາະ​ລາວ​ບໍ່ໄດ້​ສັງຫານ​ຂ້ານ້ອຍ​ກ່ອນ​ເກີດ​ມາ ທ້ອງ​ມານດາ​ກໍ​ຄື​ຫລຸມ​ຝັງ​ຊາກສົບ​ຂ້ານ້ອຍ​ແລ້ວ.

18 ເປັນຫຍັງ​ເດ​ຂ້ານ້ອຍ​ຈຶ່ງ​ໄດ້​ເກີດ​ມາ​ນໍ? ເພື່ອ​ໃຫ້​ເດືອດຮ້ອນ​ເຂັນໃຈ​ແລະ​ໂສກເສົ້າ​ຫລືນີ້? ແລະ​ເພື່ອ​ໃຫ້​ຂ້ານ້ອຍ​ນີ້​ຈົບ​ຊີວິດ​ລົງ ໂດຍ​ໃຫ້​ຖືກ​ອັບອາຍ​ຂາຍໜ້າ​ຫລືນີ້?

@ 2012 United Bible Societies. All Rights Reserved.

Lean sinn:



Sanasan