ເຢເຣມີຢາ 2 - ພຣະຄຳພີສັກສິພຣະເຈົ້າເປັນຫ່ວງນຳຊາດອິດສະຣາເອນ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ 2 ໃຫ້ໄປປະກາດຂ່າວນີ້ແກ່ທຸກໆຄົນໃນນະຄອນເຢຣູຊາເລັມ, ພຣະເຈົ້າຢາເວກ່າວດັ່ງນີ້: “ເຮົາຈື່ຈຳຄວາມສັດຊື່ຂອງເຈົ້າຄາວເປັນສາວ ເຈົ້າຮັກເຮົາຫລາຍສໍ່າໃດເມື່ອແຕ່ງງານກັນໃໝ່ໆ; ເຈົ້າໄດ້ຕາມເຮົາໄປທົ່ວຖິ່ນແຫ້ງແລ້ງກັນດານ ໂດຍຜ່ານດິນແດນໜຶ່ງທີ່ບໍ່ມີການເພາະປູກ. 3 ຊາດອິດສະຣາເອນ, ເຈົ້າເປັນບໍຣິສຸດສຳລັບພຣະເຈົ້າຢາເວ ຄືເປັນຜົນຜະລິດລຸ້ນທຳອິດຂອງພຣະອົງ. ເຮົາເຮັດໃຫ້ຜູ້ທີ່ທຳຮ້າຍເຈົ້າໄດ້ຮັບທຸກແລະໄພພິບັດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. ບັນພະບຸລຸດຂອງຊາດອິດສະຣາເອນເຮັດບາບ 4 ພວກເຈົ້າ ເຊື້ອສາຍຂອງຢາໂຄບ ແລະ ເຜົ່າຕ່າງໆຂອງຊາດອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. 5 ພຣະເຈົ້າຢາເວກ່າວດັ່ງນີ້: “ບັນພະບຸລຸດຂອງພວກເຈົ້າມີຂໍ້ກ່າວຫາ ພວກເຂົາມີຂໍ້ກ່າວຫາຫຍັງຕໍ່ສູ້ເຮົາຢ່າງນີ້ນໍ ແມ່ນຫຍັງທີ່ເຮັດໃຫ້ພວກເຂົາຫັນໜີຈາກເຮົາໄດ້? ພວກເຂົາໄດ້ຂາບໄຫວ້ຮູບເຄົາຣົບທີ່ບໍ່ມີປະໂຫຍດຫຍັງ ແລະພວກເຂົາເອງກໍໄດ້ກາຍເປັນຄົນບໍ່ມີປະໂຫຍດ. 6 ພວກເຂົາບໍ່ໄດ້ເອົາໃຈໃສ່ຕໍ່ພຣະເຈົ້າຢາເວແຕ່ຢ່າງໃດເລີຍ ເຖິງວ່າເຮົາໄດ້ນຳພາພວກເຂົາອອກຈາກເອຢິບກໍຕາມ ທັງພາພວກເຂົາຍ່າງຜ່ານຖິ່ນແຫ້ງແລ້ງກັນດານ ຄືດິນແດນເປົ່າປ່ຽວມີປ່າດິນຊາຍດ້ວຍ ເປັນດິນແດນທີ່ແຫ້ງແລ້ງ ແລະ ມີອັນຕະລາຍ ບໍ່ມີຄົນຢູ່ອາໄສທັງບໍ່ມີຜູ້ໃດທ່ອງທ່ຽວໄປມາດ້ວຍ. 7 ເຮົາໄດ້ນຳພວກເຂົາເຂົ້າໄປໃນດິນແດນອຸດົມຮັ່ງມີ ເພື່ອໃຫ້ໄດ້ຮັບຜົນລະປູກ ແລະ ສິ່ງທີ່ດີອື່ນໆ. ແຕ່ພວກເຂົາພັດໄດ້ເຮັດໃຫ້ດິນແດນຂອງເຮົາຈິບຫາຍ ໂດຍເຮັດໃຫ້ເປັນມົນທິນບ່ອນທີ່ເຮົາມອບໃຫ້ພວກເຂົານັ້ນ. 8 ປະໂຣຫິດບໍ່ໄດ້ຖາມວ່າ, ‘ພຣະເຈົ້າຢາເວຢູ່ໃສ?’ ພວກທີ່ຮັກສາກົດບັນຍັດຂອງເຮົາກໍບໍ່ໄດ້ຮູ້ຈັກເຮົາຊໍ້າ. ພວກຜູ້ປົກຄອງກໍໄດ້ກະບົດຕໍ່ສູ້ເຮົາ ຜູ້ທຳນວາຍໄດ້ກ່າວໃນນາມພະບາອານ ພວກເຂົາພາກັນນ້ອມນະມັດສະການ ຂາບໄຫວ້ບັນດາຮູບເຄົາຣົບທີ່ບໍ່ມີປະໂຫຍດ. ອົງພຣະຜູ້ເປັນເຈົ້າມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ 9 ສະນັ້ນ ເຮົາຈຶ່ງຈະກ່າວຄະດີຕໍ່ປະຊາຊົນຂອງເຮົາ ເຮົາຈະນຳຂໍ້ກ່າວຟ້ອງເຊື້ອສາຍຂອງພວກເຈົ້າ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 10 ຈົ່ງໄປທາງທິດຕາເວັນຕົກຂອງເກາະໄຊປຣັດ ສົ່ງຜູ້ໜຶ່ງໄປທາງທິດຕາເວັນອອກຂອງເກດາພຸ້ນ. ພວກເຈົ້າຈະເຫັນວ່າບໍ່ມີເຫດການໃດໆ ທີ່ເຄີຍເກີດຂຶ້ນມາດັ່ງເຫດການເຫຼົ່ານີ້. 11 ບໍ່ມີຊົນຊາດອື່ນໃດເຄີຍສັບປ່ຽນພຣະຂອງຕົນ ເຖິງວ່າພວກມັນບໍ່ແມ່ນພຣະແທ້ກໍຕາມ. ແຕ່ປະຊາຊົນຂອງເຮົາໄດ້ສັບປ່ຽນເຮົາເດີ ພຣະເຈົ້າຜູ້ທີ່ໄດ້ນຳສະຫງ່າຣາສີມາສູ່ພວກເຂົາ ກັບບັນດາພະທີ່ບໍ່ສາມາດເຮັດຫຍັງ ແລະທີ່ຊ່ວຍເຫລືອພວກເຂົາຫຍັງບໍ່ໄດ້. 12 ສະນັ້ນ ເຮົາຈຶ່ງສັ່ງຟ້າສະຫວັນໃຫ້ດັງກ້ອງຫວັ່ນໄຫວ ເພື່ອເຮັດໃຫ້ແຕກຕື່ນຕົກໃຈແລະມີການງຶດງໍ້. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 13 ປະຊາຊົນຂອງເຮົາໄດ້ເຮັດບາບໄວ້ສອງປະການ ຄືພວກເຂົາໄດ້ຫັນໜີໄປຈາກເຮົາ ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ ແລະພວກເຂົາໄດ້ຂຸດອ່າງນໍ້າໄວ້ສຳລັບຕົນເອງ ເປັນອ່າງແຕກທີ່ບັນຈຸນໍ້າໄວ້ບໍ່ໄດ້. ຜົນຮ້າຍຂອງຊາດອິດສະຣາເອນທີ່ບໍ່ເຊື່ອຟັງ 14 ຊາດອິດສະຣາເອນບໍ່ໄດ້ເປັນທາດ ທັງບໍ່ໄດ້ເກີດມາຈາກທາດແຕ່ຢ່າງໃດ ຖ້າຢ່າງນັ້ນເປັນຫຍັງເຫຼົ່າສັດຕູ ຈຶ່ງຕາມລ່າຈັບ ແລະ ຕາມຂ້າ? 15 ພວກເຂົາຮ້ອງແຜດສຽງໃສ່ລາວ ດັ່ງໂຕສິງ ດິນແດນຂອງລາວກາຍເປັນຖິ່ນແຫ້ງແລ້ງກັນດານແລ້ວ ແລະເມືອງຕ່າງໆກໍຮົກຮ້າງເພພັງ ທັງຖືກປະຖິ້ມໄປຢ່າງສິ້ນເຊີງສາແລ້ວ. 16 ແມ່ນແລ້ວ ຊາວເມືອງມຳຟິດແລະຕາປັນເຮັດ ຕ່າງກໍໄດ້ຕີກະໂຫລກຫົວລາວຈົນແຕກ. 17 ອິດສະຣາເອນເອີຍ ເຈົ້ານຳສິ່ງນີ້ມາສູ່ເຈົ້າເອງ ເຈົ້າໄດ້ປະຖິ້ມເຮົາແລະຫັນໜີໄປຈາກ ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໃນຂະນະທີ່ພຣະອົງກຳລັງພາເຈົ້າເດີນທາງໄປນັ້ນ. 18 ເຈົ້າຫວັງຈະໄດ້ຫຍັງແດ່ທີ່ເຈົ້າໄປຫາເອຢິບ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້ານິນຫລືນີ້? ເຈົ້າຫວັງຈະໄດ້ຫຍັງທີ່ໄປຫາອັດຊີເຣຍ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້າເອີຟຣັດຫລືນີ້? 19 ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ. ຊາດອິດສະຣາເອນບໍ່ຍອມນະມັດສະການພຣະເຈົ້າ 20 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຊາດອິດສະຣາເອນເອີຍ ເຫິງນານແລ້ວ ທີ່ເຈົ້າບໍ່ຍອມຢູ່ໃຕ້ສິດອຳນາດຂອງເຮົາ ບໍ່ເຊື່ອຟັງເຮົາແລະນະມັດສະການເຮົາດ້ວຍ. ທີ່ເນີນທີ່ສູງແຕ່ລະໜ່ວຍ ທີ່ກ້ອງຕົ້ນໄມ້ແຕ່ລະກົກ ເຈົ້າຂາບໄຫວ້ພະແຫ່ງຄວາມອຸດົມສົມບູນທັງນັ້ນ. 21 ເຮົາໄດ້ປູກເຈົ້າໄວ້ດັ່ງປູກຕົ້ນອະງຸ່ນພັນດີ ໂດຍເລືອກເຟັ້ນເອົາມາຈາກພັນດີທີ່ສຸດດ້ວຍ. ແຕ່ເບິ່ງແມ! ເຈົ້າກາຍເປັນຫຍັງໄປແລ້ວຮູ້ບໍ ເຈົ້າເປັນດັ່ງຕົ້ນອະງຸ່ນເໜົ່າຫາຄຸນຄ່າບໍ່ໄດ້. 22 ເຖິງແມ່ນເຈົ້າຈະລ້າງດ້ວຍສະບູຟອງແຮງກໍດີ ເຮົາກໍຍັງຈະເຫັນຄວາມຜິດອັນເປິເປື້ອນຂອງເຈົ້າຢູ່ຕໍ່ໜ້າເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫລະ 23 ເຈົ້າເວົ້າໄດ້ຢ່າງໃດວ່າບໍ່ໄດ້ດູໝິ່ນຕົນເອງ ວ່າເຈົ້າບໍ່ເຄີຍຂາບໄຫວ້ພະບາອານຈັກເທື່ອ? ເຫັນແລ້ວຫລືຍັງ ບາບທີ່ເຈົ້າໄດ້ເຮັດໃນຮ່ອມພູ? ເຈົ້າເປັນດັ່ງອູດປ່າທີ່ກຳລັງໄວຄະນອງແທ້ໆ 24 ຍ້ອນເຊືອກຂາດຈຶ່ງແລ່ນໄປຖິ່ນແຫ້ງແລ້ງກັນດານ ບາດຢາກຖືເຊີງ ຜູ້ໃດຈະຫ້າມມັນໄວ້ໄດ້? ລໍເຖິກທີ່ຢາກຖືເຊີງນັ້ນ ກໍຫາຊອກງ່າຍເຕັມທີ ມັນຈະພ້ອມຢູ່ສະເໝີ ເມື່ອລະດູປະສົມພັນມາຮອດ. 25 ອິດສະຣາເອນເອີຍ ຢ່າໃຫ້ຕີນເຈົ້າເມື່ອຍລ້າ ຫລືຢ່າປ່ອຍໃຫ້ລຳຄໍເຈົ້າແຫ້ງລ້າໆ ໂດຍແລ່ນຕາມພະອື່ນ ແລະເວົ້າວ່າ, ‘ຂ້ອຍບໍ່ຄືນເມືອ ເພາະຂ້ອຍຮັກພະຕ່າງຊາດຫລາຍຈຶ່ງຕາມໄປບໍ່ຂາດ.”’ ຊາດອິດສະຣາເອນສົມຄວນໄດ້ຮັບໂທດ 26 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຂະໂມຍເມື່ອຖືກຈັບໄດ້ ລາວຈະລະອາຍຫລາຍສັນໃດ; ຊາວອິດສະຣາເອນທຸກຄົນກໍຈະໄດ້ຖືກອັບອາຍຫລາຍສັນນັ້ນ ເປັນຕົ້ນ: ບັນດາກະສັດ, ພວກຂ້າຣາຊການ ພວກປະໂຣຫິດ ແລະພວກຜູ້ທຳນວາຍຂອງພວກເຈົ້າ. 27 ພວກເຈົ້າທຸກຄົນຈະໄດ້ຮັບຄວາມອັບອາຍ ຍ້ອນພວກເຈົ້າໄດ້ເວົ້າວ່າ, ‘ກົກໄມ້ແມ່ນພໍ່ຂອງພວກເຈົ້າ ແລະໂງ່ນຫີນແມ່ນແມ່ຂອງພວກເຈົ້າ.’ ເຫດການນີ້ຈະເກີດຂຶ້ນ ເພາະພວກເຈົ້າໄດ້ຫັນໜີໄປຈາກເຮົາ ແທນທີ່ຈະກັບຄືນມາຫາເຮົາ. ແຕ່ເມື່ອພວກເຈົ້າມີຄວາມເດືອດຮ້ອນ ພວກເຈົ້າຊໍ້າພັດຮ້ອງຂໍເຮົາໃຫ້ຊ່ວຍເຫລືອ. 28 ພະຕ່າງໆທີ່ພວກເຈົ້າໄດ້ສ້າງຂຶ້ນສຳລັບພວກເຈົ້າເອງນັ້ນໄປໃສໝົດ? ເມື່ອພວກເຈົ້າມີຄວາມເດືອດຮ້ອນນັ້ນ ໃຫ້ພວກເຂົາມາຊ່ວຍຊູພວກເຈົ້າແມ ຖ້າພວກເຂົາຊ່ວຍໄດ້ ຢູດາເອີຍ ພວກເຈົ້າມີພະຕັ້ງຫລວງຫລາຍເທົ່າກັບມີເມືອງຕ່າງໆ. 29 ພວກເຈົ້າຈົ່ມທຸກຕໍ່ເຮົາເລື່ອງຫຍັງ? ເປັນຫຍັງພວກເຈົ້າຈຶ່ງກະບົດຕໍ່ເຮົາ? ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ 30 ເຮົາໄດ້ລົງໂທດພວກເຈົ້າແຕ່ກໍບໍ່ໄດ້ຜົນເລີຍ; ພວກເຈົ້າບໍ່ຍອມໃຫ້ເຮົາຕີສອນ. ເໝືອນໂຕສິງທີ່ຮ້າຍກາດ ພວກເຈົ້າໄດ້ຂ້າພວກຜູ້ທຳນວາຍຂອງພວກເຈົ້າເອງ. 31 ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວແມ ເຮົາເປັນດັ່ງຖິ່ນແຫ້ງແລ້ງກັນດານສຳລັບພວກເຈົ້າບໍ? ເຮົາເປັນດັ່ງດິນແດນທີ່ມືດມົນສຳລັບພວກເຈົ້າບໍ? ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ, ‘ພວກເຈົ້າຈະເຮັດຕາມໃຈຕົນເອງ ແລະ ຕ່າງກໍເວົ້າວ່າ ຈະບໍ່ກັບຄືນມາຫາເຮົາອີກເລີຍ?’ 32 ຍິງສາວລືມເຄື່ອງເອ້ຂອງຕົນໄດ້ບໍ? ຫລືເຈົ້າສາວລືມຊຸດແຕ່ງງານຂອງຕົນໄດ້ບໍ? ແຕ່ປະຊາຊົນຂອງເຮົາໄດ້ລືມໄລເຮົາໄປ ຫລາຍຟ້າຫລາຍປີເຫຼືອທີ່ຈະນັບໄດ້. 33 ເຈົ້າຮູ້ຈັກຍົວະເຍົ້າໃຫ້ຄົນມາຫລົງຮັກແທ້ນໍ ແມ່ນແຕ່ຍິງຊົ່ວຊ້າທີ່ສຸດ ເຈົ້າກໍສິດສອນບົດຮຽນໃຫ້. 34 ເຄື່ອງນຸ່ງຂອງເຈົ້າເປິເປື້ອນໄປດ້ວຍເລືອດຂອງຄົນຍາກຈົນ ແລະຄົນບໍ່ມີຄວາມຜິດ; ແຕ່ບໍ່ແມ່ນເລືອດຂອງຄົນຢ່ອງເຂົ້າໄປລັກເຄື່ອງໃນເຮືອນ. ທັງໆທີ່ເຈົ້າໄດ້ເຮັດສິ່ງທັງໝົດນີ້ກໍຕາມ 35 ເຈົ້າຍັງເວົ້າວ່າ, ‘ຂ້ອຍບໍ່ຜິດ ແນ່ນອນ ພຣະອົງຈະບໍ່ໂກດຮ້າຍຂ້ອຍ,’ ແຕ່ເຮົາຈະລົງໂທດເຈົ້າ ເພາະເຈົ້າໄດ້ປະຕິເສດວ່າບໍ່ໄດ້ເຮັດບາບ. 36 ເຈົ້າໄດ້ຕີລາຄາເຈົ້າເອງຢ່າງຕໍ່າໆ ໂດຍຫັນໄປຫາບັນດາພະຂອງຊົນຊາດອື່ນໆ. ເອຢິບຈະເຮັດໃຫ້ເຈົ້າຜິດຫວັງ ດັ່ງອັດຊີເຣຍໄດ້ເຮັດໃຫ້ເຈົ້າຜິດຫວັງມາແລ້ວ. 37 ເຈົ້າຈະອວ່າຍໜ້າໜີຈາກເອຢິບຢ່າງອັບອາຍຈົນແນມເບິ່ງຜູ້ໃດບໍ່ໄດ້. ພຣະເຈົ້າຢາເວໄດ້ປະຖິ້ມພວກທີ່ເຈົ້າໄວ້ວາງໃຈ; ເຈົ້າຈະບໍ່ໄດ້ຫຍັງຈາກພວກເຂົາເລີຍ.” |
@ 2012 United Bible Societies. All Rights Reserved.