Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 19 - ພຣະຄຳພີສັກສິ


ເຢເຣມີຢາ​ປະກາດ​ເລື່ອງ​ໝໍ້​ແຕກ

1 ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຊື້​ເອົາ​ໝໍ້ດິນ​ໜ່ວຍ​ໜຶ່ງ. ພຣະອົງ​ຍັງ​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ພວກ​ເຖົ້າແກ່​ຂອງ​ປະຊາຊົນ ພ້ອມ​ທັງ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ບາງຄົນ

2 ອອກ​ໄປ​ທາງ​ປະຕູ​ເມືອງ​ທີ່​ຊື່​ວ່າ ກອງ​ເສດເຫລືອ​ໝໍ້​ທີ່​ຮ່ອມ​ພູ​ຮິນໂນມ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ຕ້ອງ​ປະກາດ​ພຣະທຳ​ທີ່​ພຣະອົງ​ຈະ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.

3 ແລະ​ຈົ່ງ​ກ່າວ​ວ່າ, “ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ດັ່ງກ່າວ​ນັ້ນ​ມາ​ສູ່​ບ່ອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ໄດ້ຍິນ​ແລ້ວ​ກໍ​ຈະ​ງົງ.

4 ເຮົາ​ຈະ​ເຮັດ​ຢ່າງນີ້​ກໍ​ເພາະວ່າ​ປະຊາຊົນ​ໄດ້​ປະຖິ້ມ​ເຮົາ ແລະ​ເຮັດ​ໃຫ້​ສະຖານທີ່​ນີ້​ເປັນ​ມົນທິນ ໂດຍ​ການ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະອື່ນ ຄື​ບັນດາ​ພະ​ທີ່​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ ຕະຫລອດ​ທັງ​ກະສັດ​ແຫ່ງ​ຢູດາຍ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ພວກເຂົາ​ໄດ້​ເຮັດ​ໃຫ້​ບ່ອນນີ້​ເປິເປື້ອນ ເຕັມ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ບໍ່ມີ​ຄວາມຜິດ

5 ແລະ​ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ ເພື່ອ​ເຜົາ​ລູກໆ​ຂອງ​ພວກເຂົາ​ໃຫ້​ເປັນ​ເຄື່ອງ​ບູຊາ. ເຮົາ​ບໍ່ເຄີຍ​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້; ເລື່ອງ​ດັ່ງນີ້​ບໍ່ເຄີຍ​ມີ​ຢູ່​ໃນ​ຄວາມຄິດ​ຂອງເຮົາ​ເລີຍ.

6 ພຣະເຈົ້າຢາເວ​ກ່າວວ່າ ສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ບ່ອນ​ນີ້​ຈະ​ບໍ່ມີ​ຜູ້ໃດ​ເອີ້ນ​ວ່າ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ, ແຕ່​ຄົນ​ຈະ​ເອີ້ນ​ບ່ອນ​ນັ້ນ​ວ່າ ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ.

7 ເພາະ​ໃນ​ບ່ອນ​ນີ້​ເຮົາ​ຈະ​ທຳລາຍ​ແຜນການ​ທັງປວງ​ຂອງ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຊະນະ​ພວກເຂົາ ແລະ​ສັງຫານ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ໄດ້​ກິນ​ຊາກສົບ​ຂອງ​ພວກເຂົາ​ເປັນ​ອາຫານ.

8 ເຮົາ​ຈະ​ນຳ​ໄພພິບັດ​ອັນ​ໜ້າຢ້ານ​ເຊັ່ນນີ້​ມາ​ສູ່​ນະຄອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ຜ່ານ​ກາຍ​ໄປມາ​ຈະ​ສະທ້ານ​ຢ້ານກົວ​ແລະ​ປະຫລາດ​ໃຈ.

9 ສັດຕູ​ຈະ​ປິດລ້ອມ​ເມືອງ ແລະ​ພະຍາຍາມ​ຂ້າ​ຊາວ​ເມືອງ​ຖິ້ມ. ການ​ປິດລ້ອມ​ເມືອງ​ຈະ​ເປັນ​ການ​ໜ້າຢ້ານກົວ​ທີ່ສຸດ ຈົນ​ຊາວ​ເມືອງ​ຈະ​ກິນກັນ​ເອງ ແລະ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.”

10 ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ ໃຫ້​ທຸບ​ໝໍ້​ຕໍ່ໜ້າ​ພວກ​ທີ່​ມາ​ກັບ​ຂ້າພະເຈົ້າ

11 ໂດຍ​ໃຫ້​ບອກ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ເຮົາ​ຈະ​ທຸບ​ຕີ​ປະຊາຊົນ​ພ້ອມ​ນະຄອນ​ນີ້​ໃຫ້​ແຕກ ດັ່ງ​ໄດ້​ທຸບ​ໝໍ້ດິນ​ໜ່ວຍ​ນີ້​ທີ່​ຈອດ​ເຂົ້າກັນ​ບໍ່ໄດ້​ອີກ. ປະຊາຊົນ​ຈະ​ຝັງ​ຊາກສົບ​ຂອງ​ຄົນຕາຍ​ໄວ້ ແມ່ນແຕ່​ໃນ​ໂຕເຟັດ​ຍ້ອນ​ໃນ​ທີ່​ອື່ນ​ບໍ່ມີ​ບ່ອນ​ຝັງ.

12 ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ສັນຍາ​ວ່າ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ ແລະ​ປະຊາຊົນ​ໃນ​ເມືອງ​ນີ້​ເປັນ​ດັ່ງ​ໂຕເຟັດ.

13 ເຮືອນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ຫໍໂຮງ​ຕ່າງໆ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ບ້ານເຮືອນ​ຂອງ​ທຸກຄົນ​ທີ່​ເຜົາ​ເຄື່ອງຫອມ​ບູຊາ​ຕາເວັນ, ເດືອນ, ດວງດາວ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ໃຫ້​ບັນດາ​ພະອື່ນ ຈະ​ເປັນ​ມົນທິນ​ດັ່ງ​ໂຕເຟັດ.”

14 ແລ້ວ​ຂ້າພະເຈົ້າ​ກໍ​ອອກ​ໄປ​ຈາກ​ໂຕເຟັດ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ. ຂ້າພະເຈົ້າ​ໄດ້​ໄປ​ຢືນ​ຢູ່​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ

15 ແລະ​ບອກ​ໃຫ້​ປະຊາຊົນ​ທັງໝົດ​ຮູ້ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ໂທດກຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ມາ​ສູ່​ນະຄອນ​ນີ້​ແລະ​ເມືອງ​ໃກ້ຄຽງ​ທັງໝົດ​ດ້ວຍ ເພາະ​ພວກເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງເຮົາ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan