Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 18 - ພຣະຄຳພີສັກສິ


ເຢເຣມີຢາ​ທີ່​ເຮືອນ​ຂອງ​ຊ່າງ​ປັ້ນໝໍ້

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

2 “ຈົ່ງ​ລົງ​ໄປ​ທີ່​ເຮືອນ​ຂອງ​ຊ່າງ​ປັ້ນໝໍ້ ແລະ​ເຮົາ​ຈະ​ໃຫ້​ຖ້ອຍຄຳ​ຂອງເຮົາ​ແກ່​ເຈົ້າ​ຢູ່​ທີ່​ນັ້ນ.”

3 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ລົງ​ໄປ​ທີ່​ນັ້ນ ແລະ​ເຫັນ​ຊ່າງ​ປັ້ນໝໍ້​ກຳລັງ​ຊ່ຽນ​ໝໍ້​ຂອງຕົນ​ຢູ່.

4 ເມື່ອໃດ​ໝໍ້​ທີ່​ລາວ​ປັ້ນນັ້ນ​ຮູບ​ຊົງ​ບໍ່​ສົມບູນ ລາວ​ກໍ​ໃຊ້​ດິນ​ໜຽວ​ອັນ​ເກົ່າ​ນັ້ນ​ປັ້ນ​ເປັນ​ພາຊະນະ​ຢ່າງອື່ນ​ອີກ.

5 ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ມາເຖິງ​ຂ້າພະເຈົ້າ​ວ່າ,

6 “ເຮົາ​ບໍ່ມີ​ສິດ​ທີ່​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ດັ່ງ​ຊ່າງ​ປັ້ນໝໍ້​ໄດ້​ເຮັດ​ກັບ​ດິນ​ໜຽວ​ນັ້ນ​ບໍ? ພຣະເຈົ້າຢາເວ​ກ່າວ​ວ່າ ດິນ​ໜຽວ​ຢູ່​ໃນ​ມື​ຂອງ​ຊ່າງ​ປັ້ນໝໍ້​ສັນໃດ ພວກເຈົ້າ​ກໍ​ຢູ່​ໃນ​ກຳມື​ຂອງເຮົາ​ສັນນັ້ນ.

7 ຖ້າ​ເມື່ອໃດ​ເຮົາ​ກ່າວ​ວ່າ​ຈະ​ຖອນ, ຈະ​ທັບ​ໃຫ້​ແຕກ, ຫລື​ຈະ​ທຳລາຍ​ຊົນຊາດ​ໃດ​ຊົນຊາດ​ໜຶ່ງ ຫລື​ອານາຈັກ​ໃດ​ອານາຈັກ​ໜຶ່ງ

8 ແຕ່​ແລ້ວ​ຊົນຊາດ​ນັ້ນ​ຫັນໜີ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ ເຮົາ​ກໍ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ເຮົາ​ວ່າ​ຈະ​ເຮັດ​ນັ້ນ.

9 ອີກ​ຢ່າງໜຶ່ງ ຖ້າ​ເຮົາ​ກ່າວ​ວ່າ​ຈະ​ປູກ ຫລື​ຈະ​ກໍ່ສ້າງ​ຊົນຊາດ​ໜຶ່ງ​ຫລື​ອານາຈັກ​ໜຶ່ງ​ຂຶ້ນ

10 ແຕ່​ແລ້ວ​ຊົນຊາດ​ນັ້ນ​ບໍ່​ເຊື່ອຟັງ​ເຮົາ​ແລະ​ຍັງ​ເຮັດ​ຊົ່ວ​ຕໍ່ໄປ ເຮົາ​ກໍ​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ.

11 ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.

12 ພວກເຂົາ​ຈະ​ຕອບ​ວ່າ, ‘ບໍ່​ເປັນຫຍັງ​ພວກເຮົາ​ຕ້ອງ​ເຮັດ​ເຊັ່ນນັ້ນ? ພວກເຮົາ​ທຸກຄົນ​ຈະ​ດື້ດ້ານ​ແລະ​ເຮັດ​ຊົ່ວຊ້າ​ຕາມໃຈ​ຂອງ​ພວກເຮົາ​ຕໍ່ໄປ.”’


ປະຊາຊົນ​ປະຖິ້ມ​ພຣະເຈົ້າຢາເວ

13 ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຖາມ​ທຸກ​ຊົນຊາດ ວ່າ​ເຫດການ​ເຊັ່ນນີ້​ເຄີຍ​ເກີດຂຶ້ນ​ກັບ​ພວກເຂົາ​ຫລື​ບໍ່? ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ກະທຳ ເປັນ​ສິ່ງ​ໜ້າຢ້ານກົວ​ຫລາຍ ແລະ​ພີລຶກ​ແທ້ໆ

14 ພູສູງ​ເລບານອນ​ນັ້ນ​ຂາດ​ຫິມະ​ຈັກເທື່ອ​ບໍ? ກະແສ​ນໍ້າ​ເຢັນໆ​ທີ່​ເທິງ​ພູ​ບົກແຫ້ງ​ຈັກເທື່ອ​ຫລື​ບໍ່?

15 ແຕ່​ປະຊາຊົນ​ຂອງເຮົາ​ກັບ​ໄດ້​ລືມໄລ​ເຮົາ​ໄປ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ຮູບເຄົາຣົບ. ພວກເຂົາ​ຕ່າງ​ກໍໄດ້​ພາກັນ​ເຕະ​ສະດຸດ ຕາມ​ວິທີ​ທາງ​ທີ່​ພວກເຂົາ​ເດີນ​ໄປ​ນັ້ນ. ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທາງ​ເດີມ​ອີກ​ຕໍ່ໄປ ພວກເຂົາ​ແວ່​ໄປ​ຕາມ​ທາງ​ຊອຍ​ທີ່​ບໍ່ໄດ້​ຂີດໝາຍ​ໄວ້​ໃຫ້.

16 ພວກເຂົາ​ເຮັດ​ໃຫ້​ດິນແດນ​ນີ້​ເປັນ​ຕາ​ຢ້ານກົວ​ຫລາຍ ເປັນ​ດິນແດນ​ທີ່​ຖືກ​ອັບອາຍ​ຂາຍໜ້າ​ຕະຫລອດ. ທຸກຄົນ​ທີ່​ຜ່ານ​ໄປ​ເຫັນ​ບ່ອນ​ນັ້ນ​ຈະ​ສະດຸ້ງ​ຕົກໃຈ ຕ່າງ​ກໍ​ຈະ​ແກວ່ງຫົວ​ດ້ວຍ​ຄວາມ​ປະຫລາດ.

17 ເຮົາ​ຈະ​ກະຈັດ​ກະຈາຍ​ປະຊາຊົນ​ຂອງເຮົາ​ໄປ ຕໍ່ໜ້າ​ເຫຼົ່າ​ສັດຕູ​ດັ່ງ​ລົມ​ຕາເວັນອອກ​ພັດ. ເຮົາ​ຈະ​ຫັນຫລັງ​ໃຫ້​ແກ່​ພວກເຂົາ​ທຸກໆເຜົ່າ ເຮົາ​ຈະ​ບໍ່​ຊ່ວຍ​ພວກ​ເຂົາ ເມື່ອ​ໄພພິບັດ​ມາ​ເຖິງ.”


ປະຊາຊົນ​ວາງແຜນ​ຮ້າຍ​ຕໍ່​ເຢເຣມີຢາ

18 ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”

19 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສະດັບ​ຮັບ​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ເວົ້າ ແລະ​ຟັງ​ເລື່ອງ​ທີ່​ເຫຼົ່າ​ສັດຕູ​ກ່າວ​ຮ້າຍ​ໃສ່​ຂ້ານ້ອຍ​ແດ່ທ້ອນ.

20 ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.

21 ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.

22 ຈົ່ງ​ສົ່ງ​ຝູງ​ຄົນ​ເຂົ້າ​ມາ​ປຸ້ນ​ເຮືອນ​ຂອງ​ພວກເຂົາ ຢ່າງ​ພວກເຂົາ​ບໍ່​ຮູ້​ຕົວ; ຈົ່ງ​ເຮັດ​ໃຫ້​ພວກເຂົາ​ຮ້ອງໄຫ້​ດ້ວຍ​ຄວາມ​ຢ້ານກົວ​ແດ່ທ້ອນ. ພວກເຂົາ​ໄດ້​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ ແລະ​ໄດ້​ເຮັດ​ແຮ້ວ​ດັກຈັບ​ຂ້ານ້ອຍ​ຄືກັນ.

23 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan