ເຢເຣມີຢາ 17 - ພຣະຄຳພີສັກສິຢູດາເຮັດບາບແລະໄດ້ຮັບໂທດ 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນຢູດາເອີຍ ບາບຂອງພວກເຈົ້າໄດ້ຖືກຂຽນໄວ້ແລ້ວໂດຍໃຊ້ປາກກາເຫຼັກຂຽນ; ມັນໄດ້ຖືກຂຽນໄວ້ຢູ່ໃນຫົວໃຈຂອງພວກເຈົ້າ ໂດຍໃຊ້ເພັດຄົມໆແກະສະຫລັກ ແລະຖືກສະຫລັກໄວ້ທີ່ແຈຕ່າງໆຂອງແທ່ນບູຊາຂອງພວກເຈົ້າ. 2 ປະຊາຊົນຂອງເຈົ້າຂາບໄຫວ້ທີ່ແທ່ນບູຊາແລະທີ່ເສົາໄມ້ສັກສິດ ອັນເປັນສັນຍາລັກຂອງເຈົ້າແມ່ອາເຊຣາ, ຕາມກ້ອງກົກໄມ້ໃບຂຽວ, ຕາມເນີນທີ່ສູງຕ່າງໆ, 3 ແລະຕາມໜ່ວຍພູໃນຊົນນະບົດ. ເຮົາຈະໃຫ້ເຫຼົ່າສັດຕູຂອງພວກເຈົ້າຢຶດຊັບສົມບັດແລະສິ່ງຂອງທີ່ພວກເຈົ້າໄດ້ສະສົມໄວ້ໄປໝົດ ຍ້ອນການບາບທັງໝົດທີ່ພວກເຈົ້າໄດ້ເຮັດໄວ້ ທົ່ວທັງດິນແດນຂອງພວກເຈົ້າ. 4 ພວກເຈົ້າຈະຕ້ອງປ່ອຍປະ ດິນແດນຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ ແລະເຮົາຈະກະທຳໃຫ້ພວກເຈົ້າໄປຮັບໃຊ້ເຫຼົ່າສັດຕູຢູ່ໃນດິນແດນທີ່ພວກເຈົ້າບໍ່ຮູ້ຫຍັງເລີຍ ຍ້ອນຄວາມໂກດຮ້າຍຂອງເຮົານັ້ນເປັນດັ່ງໄຟທີ່ຈະໄໝ້ເຜົາຜານຕະຫລອດໄປ.” ຖ້ອຍຄຳທີ່ຄົນມັກເວົ້າກັນ 5 ພຣະເຈົ້າຢາເວກ່າວວ່າ, “ຄົນໃດທີ່ວາງໃຈໃນມະນຸດ ແລະວາງໃຈໃນກຳລັງຂອງຕົນ ແລະໃຈຂອງຕົນຫັນໜີໄປຈາກພຣະເຈົ້າຢາເວ ຄົນນັ້ນກໍເປັນທີ່ສາບແຊ່ງແລ້ວ. 6 ພວກເຂົາເປັນດັ່ງພຸ່ມໄມ້ໃນຖິ່ນແຫ້ງແລ້ງກັນດານ ທີ່ໃຫຍ່ຂຶ້ນໃນດິນແດນເປົ່າປ່ຽວແລະແຫ້ງແລ້ງ ເທິງພື້ນດິນເຄັມທີ່ບໍ່ມີຫຍັງເກີດຂຶ້ນມາ ບໍ່ມີສິ່ງດີຫຍັງເກີດຂຶ້ນມາແກ່ພວກເຂົາ. 7 ແຕ່ຜູ້ໃດທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ແລະຊອກຫາຄວາມປອດໄພໃນພຣະເຈົ້າຢາເວ ຜູ້ນັ້ນຈະໄດ້ຮັບພຣະພອນ. 8 ພວກເຂົາເປັນດັ່ງຕົ້ນໄມ້ທີ່ເກີດໃກ້ແຄມລຳທານ ຢັ່ງຮາກລົງດູດນໍ້າຕາມລຳທານນັ້ນ. ພວກເຂົາຈະບໍ່ຢ້ານເມື່ອອາກາດຮ້ອນພັດຜ່ານມາ ເພາະໃບກໍດົກ ແລະຂຽວຢູ່ເລື້ອຍໆ; ມັນຈະບໍ່ເດືອດຮ້ອນເມື່ອບໍ່ມີຝົນຕົກ ຈະສືບຕໍ່ເກີດດອກອອກຜົນຢູ່ຢ່າງນັ້ນ. 9 ບໍ່ມີສິ່ງໃດຫລອກລວງສໍ່າກັບຈິດໃຈຄົນ ຊຶ່ງປິ່ນປົວໃຫ້ດີແລະເຂົ້າໃຈບໍ່ໄດ້. 10 ເຮົາຄືພຣະເຈົ້າຢາເວຄົ້ນເບິ່ງແນວຄິດຂອງຄົນ ແລະທົດສອບເບິ່ງໃຈມະນຸດທັງຫລາຍດ້ວຍ. ເຮົາເຮັດຕໍ່ແຕ່ລະຄົນຕາມວິທີທີ່ພວກເຂົາໃຊ້ຊີວິດ ຄືຕາມສິ່ງທີ່ພວກເຂົາປະພຶດແລະກະທຳ.” 11 ຜູ້ທີ່ໄດ້ເງິນຄຳມາໃນທາງບໍ່ສຸດຈະຫລິດ ກໍເປັນດັ່ງນົກຟັກໄຂ່ທີ່ບໍ່ອອກລູກ ໃນຊີວິດບັ້ນກາງລາວຈະເສຍຄວາມຮັ່ງມີໄປ ໃນຊີວິດບັ້ນປາຍຈະບໍ່ມີຫຍັງແຕ່ກາຍເປັນບ້າ. 12 ພຣະວິຫານນັ້ນ ເປັນດັ່ງບັນລັງອັນສະຫງ່າຣາສີ ໂດຍຕັ້ງຢູ່ເທິງພູເຂົາສູງມາແຕ່ຕົ້ນເດີມພຸ້ນ. 13 ພຣະເຈົ້າຢາເວຄືຄວາມຫວັງຂອງອິດສະຣາເອນ ທຸກຄົນທີ່ປະຖິ້ມພຣະອົງຈະໄດ້ຖືກອັບອາຍຂາຍໜ້າ. ພວກເຂົາຈະດັບສູນໄປ ດັ່ງຊື່ທີ່ຖືກບັນທຶກໃນຂີ້ຝຸ່ນດິນ ເພາະໄດ້ປະຖິ້ມພຣະເຈົ້າຢາເວອົງເປັນນໍ້າພຸແຫ່ງຊີວິດ. ເຢເຣມີຢາຂໍໃຫ້ພຣະເຈົ້າຢາເວຊ່ວຍເຫລືອ 14 ຂ້າແດ່ພຣະເຈົ້າຢາເວ ຈົ່ງປິ່ນປົວຂ້ານ້ອຍແລະຂ້ານ້ອຍກໍຈະຫາຍດີ; ຈົ່ງຊ່ວຍກູ້ເອົາຂ້ານ້ອຍ ແລະຂ້ານ້ອຍກໍຈະໄດ້ພົ້ນ. ພຣະອົງແມ່ນຜູ້ທີ່ຂ້ານ້ອຍຍ້ອງຍໍສັນລະເສີນ. 15 ປະຊາຊົນເວົ້າຕໍ່ຂ້າພະເຈົ້າວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວໄປໃສແລ້ວ? ໃຫ້ພຣະອົງເຮັດສຳເລັດດຽວນີ້ແມ.” 16 ແຕ່ຂ້ານ້ອຍບໍ່ໄດ້ຫາໂອກາດໜີຈາກການເປັນຜູ້ລ້ຽງແກະທີ່ຕາມພຣະອົງໄປ ຂ້ານ້ອຍບໍ່ເຄີຍປາຖະໜາເຫັນວັນແຫ່ງຄວາມຈິບຫາຍ. ພຣະອົງກໍຮູ້ເລື່ອງນີ້ດີ; ພຣະອົງກໍຮູ້ແລ້ວໃນສິ່ງທີ່ຂ້ານ້ອຍໄດ້ເວົ້າອອກມາຈາກປາກຂອງຂ້ານ້ອຍ ກໍຖືກຕ້ອງຕໍ່ສາຍຕາຂອງພຣະອົງ. 17 ຢ່າສູ່ເຮັດໃຫ້ຂ້ານ້ອຍຕົກໃຈຢ້ານກົວເລີຍ; ພຣະອົງເປັນທີ່ເພິ່ງອັນປອດໄພຂອງຂ້ານ້ອຍ ເມື່ອຄວາມເດືອດຮ້ອນມາເຖິງ. 18 ຈົ່ງນຳຄວາມອັບອາຍຂາຍໜ້າມາສູ່ຄົນທີ່ຂົ່ມເຫັງຂ້ານ້ອຍແດ່ທ້ອນ; ແຕ່ຂໍຊົງໂຜດໄວ້ຊີວິດຂອງຂ້ານ້ອຍດ້ວຍເທີ້ນ. ຈົ່ງກະທຳໃຫ້ພວກເຂົາຕົກໃຈຢ້ານຢ່າງໃຫຍ່ ແຕ່ຢ່າເຮັດໃຫ້ຂ້ານ້ອຍຢ້ານກົວເລີຍ. ຈົ່ງນຳໄພພິບັດມາສູ່ພວກເຂົາ ແລະທຳລາຍພວກເຂົາໃຫ້ໝຸ່ນທະລາຍດ້ວຍເຖີດ. ພຣະເຈົ້າຢາເວບອກໃຫ້ຢຶດຖືວັນຊະບາໂຕ 19 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ຈົ່ງໄປປະກາດຖ້ອຍຄຳຂອງເຮົາທີ່ປະຕູເມືອງ ຊຶ່ງເປັນບ່ອນທີ່ບັນດາກະສັດແຫ່ງຢູດາຍເຂົ້າແລະອອກເມືອງ; ແລ້ວຈົ່ງໄປທົ່ວທັງປະຕູອື່ນໆຂອງນະຄອນເຢຣູຊາເລັມອີກ. 20 ຈົ່ງບອກບັນດາກະສັດ ແລະປະຊາຊົນທັງໝົດຂອງຢູດາຍຕະຫລອດກັບທຸກໆຄົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ຄືຜູ້ທີ່ເຂົ້າທາງປະຕູນີ້ໃຫ້ຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ. 21 ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ຈົ່ງລະວັງໃຫ້ດີ ຖ້າພວກເຈົ້າຮັກຊີວິດຂອງພວກເຈົ້າ; ຢ່າແບກຫາມສິ່ງໃດໆຜ່ານປະຕູຂອງນະຄອນເຢຣູຊາເລັມ 22 ຫລືແບກຫາມສິ່ງໃດໆອອກຈາກເຮືອນໃນວັນຊະບາໂຕ. ພວກເຈົ້າບໍ່ຕ້ອງເຮັດວຽກໃນວັນນີ້ ພວກເຈົ້າຕ້ອງຢຶດຖືເປັນວັນສັກສິດ ດັ່ງທີ່ເຮົາໄດ້ສັ່ງບັນພະບຸລຸດຂອງພວກເຈົ້າ. 23 ພວກເຂົາບໍ່ໄດ້ເຊື່ອຟັງເຮົາ ແລະພວກເຂົາກໍບໍ່ໄດ້ເອົາໃຈໃສ່ຕໍ່ວັນນີ້ ແຕ່ພວກເຂົາຊໍ້າພັດດື້ດ້ານ, ບໍ່ຍອມເຊື່ອຟັງ ທັງບໍ່ຍອມຮຽນຮູ້ຈາກເຮົາດ້ວຍ. 24 ພຣະເຈົ້າຢາເວກ່າວວ່າ ພວກເຈົ້າຕ້ອງເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງເຮົາ. ແລະບໍ່ຕ້ອງແບກຫາມສິ່ງໃດໆ ຜ່ານເຂົ້າໄປໃນປະຕູຕ່າງໆຂອງນະຄອນນີ້ໃນວັນຊະບາໂຕ. ພວກເຈົ້າຕ້ອງຢຶດຖືວັນຊະບາໂຕ ເປັນວັນສັກສິດ ແລະບໍ່ຕ້ອງເຮັດວຽກໃດໆໃນວັນນີ້. 25 ແລ້ວບັນດາກະສັດກັບບັນດາເຈົ້າຊາຍຂອງພວກເຂົາກໍຈະເຂົ້າໄປທີ່ປະຕູນະຄອນເຢຣູຊາເລັມ ແລະມີອຳນາດແຫ່ງກະສັດເພື່ອປົກຄອງອານາຈັກດັ່ງທີ່ດາວິດໄດ້ມີ. ພ້ອມກັບຊາວຢູດາ ແລະຊາວນະຄອນເຢຣູຊາເລັມພວກເຂົາຈະຂີ່ລົດຮົບ ແລະມ້າແຫ່ກັນໄປ ແລະນະຄອນເຢຣູຊາເລັມກໍຈະເຕັມໄປດ້ວຍຝູງຄົນສະເໝີ. 26 ປະຊາຊົນຈະມາຈາກເມືອງຂອງຢູດາຍ ແລະຈາກບ້ານອ້ອມແອ້ມນະຄອນເຢຣູຊາເລັມ ພວກເຂົາຈະມາຈາກເຂດແດນຂອງເບັນຢາມິນ, ຈາກທິດຕາເວັນຕົກຂອງຕີນພູຕ່າງໆ, ຈາກເຂດເນີນພູທັງຫລາຍ ແລະຈາກພາກໃຕ້ຂອງຢູດາຍ. ພວກເຂົາຈະນຳເຄື່ອງເຜົາບູຊາ ແລະເຄື່ອງບູຊາ, ພືດຜົນເປັນເມັດແລະເຄື່ອງຫອມ, ຕະຫລອດທັງເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ. 27 ແຕ່ພວກເຈົ້າຕ້ອງເຊື່ອຟັງເຮົາແລະຢຶດຖືວັນຊະບາໂຕເປັນວັນສັກສິດ. ແລະບໍ່ຕ້ອງແບກຫາມສິ່ງໃດໆ ຜ່ານປະຕູຕ່າງໆຂອງນະຄອນເຢຣູຊາເລັມໃນວັນນັ້ນ; ເພາະຖ້າພວກເຈົ້າຂືນເຮັດ ເຮົາຈະຈູດປະຕູຂອງນະຄອນເຢຣູຊາເລັມຖິ້ມ. ໄຟຈະໄໝ້ເຜົາຜານວັງຕ່າງໆໃນນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດມອດໄດ້.” |
@ 2012 United Bible Societies. All Rights Reserved.