ເຢເຣມີຢາ 16 - ພຣະຄຳພີສັກສິພຣະປະສົງສຳລັບຊີວິດຂອງເຢເຣມີຢາ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າອີກວ່າ, 2 “ຢ່າແຕ່ງງານຫລືມີລູກໃນບ່ອນຢ່າງນີ້ເລີຍ. 3 ພຣະເຈົ້າຢາເວຈະບອກເຈົ້າເຖິງສິ່ງທີ່ກຳລັງຈະເກີດຂຶ້ນຕໍ່ພວກເດັກນ້ອຍທີ່ເກີດໃນບ່ອນນີ້ ແລະຕໍ່ພໍ່ແມ່ຂອງພວກເຂົາ. 4 ພວກເຂົາຈະຕາຍດ້ວຍການເຈັບໄຂ້ໄດ້ປ່ວຍໜັກ ແລະຈະບໍ່ມີຜູ້ໃດໄວ້ທຸກໃຫ້ພວກເຂົາ ແລະຝັງພວກເຂົາໄວ້. ຊາກສົບຂອງພວກເຂົາຈະຢຽດຢາຍດັ່ງກອງຝຸ່ນຢູ່ຕາມເທິງໜ້າດິນ. ພວກເຂົາຈະຖືກຂ້າໃນສົງຄາມ ຫລືຕາຍອຶດຕາຍຢາກ ແລະຊາກສົບຂອງພວກເຂົາຈະເປັນອາຫານສຳລັບຝູງນົກ ແລະຝູງສັດປ່າ.” 5 ເພາະພຣະເຈົ້າຢາເວກ່າວວ່າດັ່ງນີ້: “ເຈົ້າບໍ່ຕ້ອງເຂົ້າໄປໃນເຮືອນທີ່ກຳລັງໄວ້ທຸກ. ຢ່າໂສກເສົ້າໃຫ້ຜູ້ໃດຜູ້ໜຶ່ງ. ເຮົາຈະບໍ່ອວຍພອນປະຊາຊົນຂອງເຮົາໃຫ້ມີສັນຕິສຸກ ຫລືສະແດງຄວາມຮັກແລະເມດຕາແກ່ພວກເຂົາຕໍ່ໄປອີກແລ້ວ. ພຣະເຈົ້າຢາເວກ່າວດັ່ງນັ້ນ. 6 ທັງຄົນຮັ່ງມີແລະຄົນຍາກຈົນຈະຕາຍຢູ່ໃນດິນແດນນີ້ ແຕ່ບໍ່ມີຜູ້ໃດຈະຝັງພວກເຂົາໄວ້ ແລະໄວ້ທຸກໃຫ້ພວກເຂົາ. ບໍ່ມີຜູ້ໃດຈະຂີດຕົວເອງ ຫລືແຖຫົວສະແດງຄວາມໂສກເສົ້າຂອງຕົນ. 7 ບໍ່ມີຜູ້ໃດຈະກິນແລະດື່ມກັບຄົນໜຶ່ງຄົນໃດເພື່ອເລົ້າໂລມໃຈກັນ ເມື່ອຄົນທີ່ຕົນຮັກຕາຍໄປ. ບໍ່ມີຜູ້ໃດຈະສະແດງຄວາມເຫັນອົກເຫັນໃຈຕໍ່ກັນແລະກັນ ແມ່ນແຕ່ຕໍ່ຜູ້ທີ່ສູນເສຍພໍ່ຫລືແມ່ກໍດີ. 8 ຢ່າເຂົ້າໄປໃນເຮືອນທີ່ຄົນກຳລັງກິນລ້ຽງກັນ. ຢ່ານັ່ງລົງກິນແລະດື່ມກັບພວກເຂົາ. 9 ຈົ່ງຟັງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວ: ເຮົາຈະເຮັດໃຫ້ສຽງມ່ວນຊື່ນເຮຮາ ແລະສຽງເຈົ້າບ່າວເຈົ້າສາວ ທີ່ມີຄວາມສຸກໃນພິທີແຕ່ງງານສຸດສິ້ນລົງ. ປະຊາຊົນໃນທີ່ນີ້ຈະມີຊີວິດຢູ່ຈົນໄດ້ເຫັນເຫດການນີ້ເກີດຂຶ້ນ.” 10 “ເມື່ອເຈົ້າບອກພວກເຂົາສິ່ງທັງໝົດນັ້ນແລ້ວ ພວກເຂົາກໍຈະຖາມເຈົ້າວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງລົງໂທດພວກເຂົາໜັກແທ້.’ ພວກເຂົາຈະຖາມວ່າ, ‘ພວກເຮົາມີຄະດີຫຍັງ ແລະໄດ້ເຮັດບາບຫຍັງຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາແດ່.’ 11 ແລ້ວເຈົ້າຈົ່ງບອກພວກເຂົາວ່າ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ ‘ບັນພະບຸລຸດຂອງພວກເຈົ້າໄດ້ຫັນໜີຈາກເຮົາໄປຂາບໄຫວ້ແລະຮັບໃຊ້ພະອື່ນ. ພວກເຂົາໄດ້ປະຖິ້ມເຮົາແລະບໍ່ໄດ້ປະຕິບັດຕາມຄຳສັ່ງສອນຂອງເຮົາ. 12 ແຕ່ພວກເຈົ້າໄດ້ເຮັດບາບຫລາຍກວ່າ ບັນພະບຸລຸດຂອງພວກເຈົ້າອີກ. ພວກເຈົ້າທຸກຄົນດື້ດ້ານແລະຊົ່ວຊ້າ ແລະພວກເຈົ້າກໍບໍ່ໄດ້ເຊື່ອຟັງເຮົາເລີຍ. 13 ສະນັ້ນ ເຮົາຈຶ່ງຈະໂຍນພວກເຈົ້າອອກຈາກດິນແດນນີ້ ເຂົ້າໄປໃນດິນແດນໜຶ່ງ ທີ່ທັງພວກເຈົ້າເອງແລະບັນພະບຸລຸດຂອງພວກເຈົ້າ ບໍ່ເຄີຍຮູ້ຈັກມາກ່ອນ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ບັນດາພະອື່ນທັງເວັນທັງຄືນ ແລະເຮົາຈະບໍ່ເມດຕາພວກເຈົ້າເລີຍ.”’ ການກັບມາຂອງພວກທີ່ຖືກຈັບໄປ 14 ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ກ່າວຕໍ່ໄປອີກວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ທີ່ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ.’ 15 ແຕ່ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະອອກມາຈາກປະເທດຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ.’ ເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນເດີມຂອງພວກເຂົາ ຄືດິນແດນຊຶ່ງເຮົາໄດ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ.” ໂທດກຳທີ່ຊາວອິດສະຣາເອນຈະໄດ້ຮັບ 16 ພຣະເຈົ້າຢາເວກ່າວວ່າ, “ເຮົາກຳລັງຈະສົ່ງຄົນຈັບປາຫລາຍຄົນ ມາຈັບປະຊາຊົນເຫຼົ່ານີ້. ແລ້ວເຮົາກໍຈະສົ່ງນາຍພານຫລາຍຄົນ ມາໂຫ່ພວກເຂົາລົງຈາກເທິງພູເຂົາ ແລະເນີນພູທຸກໜ່ວຍ ແລະເຂົ້າໄປໃນຖໍ້າແລະໃນໂງ່ນຫີນ. 17 ເຮົາເຫັນທຸກໆສິ່ງທີ່ພວກເຂົາເຮັດ. ບໍ່ມີສິ່ງໃດປິດບັງຈາກເຮົາໄປໄດ້. ບາບຂອງພວກເຂົາຫລົບຫລີກຈາກສາຍຕາຂອງເຮົາບໍ່ໄດ້ດອກ. 18 ເຮົາຈະໃຫ້ພວກເຂົາໄດ້ຮັບໂທດກຳສອງເທົ່າ ສຳລັບການບາບແລະຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ເພາະພວກເຂົາໄດ້ເຮັດໃຫ້ດິນແດນຂອງເຮົາເປັນມົນທິນ ໂດຍສ້າງຮູບເຄົາຣົບທີ່ບໍ່ມີຊີວິດແລະໂດຍມີພະປອມເຕັມທົ່ວທັງດິນແດນ.” ເຢເຣມີຢາພາວັນນາອະທິຖານຢ່າງໝັ້ນໃຈ 19 ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ. 20 ຄົນໜຶ່ງເຮັດພະຂອງຕົນໄດ້ບໍ? ບໍ່ໄດ້ດອກ; ຖ້າລາວເຮັດໄດ້ ສິ່ງທີ່ລາວເຮັດນັ້ນກໍບໍ່ແມ່ນພຣະແທ້.” 21 “ເພາະສະນັ້ນ ເຮົາຈະເຮັດໃຫ້ຊົນຊາດຕ່າງໆ ຮູ້ຣິດເດດ ແລະຄວາມຍິ່ງໃຫຍ່ຂອງເຮົາຄັ້ງດຽວແລ້ວພໍ; ພວກເຂົາຈະຮູ້ວ່ານາມຊື່ຂອງເຮົາແມ່ນພຣະເຈົ້າຢາເວ.” |
@ 2012 United Bible Societies. All Rights Reserved.