Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 15 - ພຣະຄຳພີສັກສິ


ປະຊາຊົນ​ຢູດາ​ຮັບ​ເຄາະກຳ

1 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.

2 ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ພວກເຮົາ​ຄວນ​ຈະ​ໄປ​ໃສ?’ ຈົ່ງ​ບອກ​ພວກເຂົາ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ພະຍາດ​ໂຣຄາ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຈະ​ຕາຍ​ຍ້ອນ​ເຄາະກຳ​ໃນ​ສົງຄາມ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ການອຶດຢາກ​ນາໆ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຮັບ​ເຄາະກຳ​ຍ້ອນ​ຖືກ​ຈັບ​ເປັນ​ຊະເລີຍ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ.’

3 ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.

4 ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ທົ່ວໂລກ​ຕົກໃຈ​ຢ້ານ​ໃນ​ເຫດການ ທີ່​ເກີດຂຶ້ນ​ກັບ​ພວກເຂົາ​ກໍ​ເພາະ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ.”

5 ພຣະເຈົ້າຢາເວ​ກ່າວ​ວ່າ, “ຜູ້ໃດ​ນໍ ຈະ​ອີດູ​ພວກເຈົ້າ​ຊາວ​ເຢຣູຊາເລັມ​ເອີຍ ຜູ້ໃດ​ນໍ ຈະ​ຮ້ອງໄຫ້ ແລະ​ໂສກເສົ້າ​ນຳ​ພວກເຈົ້າ? ຜູ້ໃດ​ນໍ ຈະ​ໃຊ້​ເວລາ​ຍືດຍາວ ເພື່ອ​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ພວກເຈົ້າ?

6 ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.

7 ຕາມ​ແຕ່ລະ​ຕົວເມືອງ​ທີ່​ຢູ່​ໃນ​ດິນແດນ ເຮົາ​ໃຊ້​ດົ້ງຝັດ​ພວກເຈົ້າ​ໄປ​ດັ່ງ​ຄົນ​ຝັດ​ແກບ​ຖິ້ມ. ເຮົາ​ທຳລາຍ​ພວກເຈົ້າ​ແລ້ວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຂ້າ​ລູກ​ພວກເຈົ້າ​ໝົດ​ຍ້ອນ​ພວກເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ.

8 ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.

9 ແມ່​ທີ່​ເສຍ​ລູກ​ເຈັດ​ຄົນ ກໍ​ສະຫລົບ​ລົ້ມ​ຫາຍໃຈ​ປາ ສຳລັບ​ນາງ ແສງ​ກາງເວັນ​ກໍ​ປ່ຽນ​ເປັນ​ມືດ​ສາ​ແລ້ວ; ນາງ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຂົມຂື່ນ​ຈິດໃຈ ເຮົາ​ຈະ​ປ່ອຍ​ໃຫ້​ສັດຕູ​ຂ້າ​ພວກເຈົ້າ​ຜູ້​ຍັງ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເຢເຣມີຢາ​ຈົ່ມທຸກ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ

10 ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.

11 ຂ້າແດ່​ພຣະເຈົ້າຢາເວ ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພວກເຂົາ​ທັງໝົດ​ກາຍເປັນຈິງ ຖ້າ​ຂ້ານ້ອຍ​ບໍ່ໄດ້​ບົວລະບັດ​ຮັບໃຊ້ ພຣະອົງ​ຢ່າງດີ ຖ້າ​ຂ້ານ້ອຍ​ບໍ່ໄດ້​ຮ້ອງຂໍ​ກັບ​ພຣະອົງ​ເພື່ອ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ ເມື່ອ​ພວກເຂົາ​ເດືອດຮ້ອນ ແລະ​ຕົກ​ຢູ່​ໃນ​ຄວາມ​ລຳບາກ. (

12 ບໍ່ມີ​ຜູ້ໃດ​ຫັກ​ເຫຼັກ​ໄດ້ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ເຫຼັກ​ທີ່​ມາ​ຈາກ​ທິດເໜືອ​ຊຶ່ງ​ປະປົນ​ກັບ​ທອງສຳຣິດ.)

13 ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສົ່ງ​ເຫຼົ່າ​ສັດຕູ​ມາ​ກວາດເອົາ​ຊັບສົມບັດ​ແລະ​ເງິນຄຳ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ສະສົມ​ໄວ້​ໄປ​ໝົດ ເພື່ອ​ເປັນ​ການ​ລົງໂທດ​ທີ່​ພວກເຂົາ​ໄດ້​ກະທຳ​ບາບ​ໄວ້​ທົ່ວ​ທັງ​ດິນແດນ.

14 ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຮັບໃຊ້​ເຫຼົ່າ​ສັດຕູ​ໃນ​ປະເທດ​ໜຶ່ງ ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ ເພາະ​ຄວາມ​ໂກດຮ້າຍ​ຂອງເຮົາ​ເປັນ​ດັ່ງ​ໄຟ ຊຶ່ງ​ໄໝ້​ເຜົາຜານ​ຕະຫລອດໄປ.”

15 ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເຂົ້າໃຈ. ຈົ່ງ​ລະນຶກເຖິງ​ຂ້ານ້ອຍ​ແລະ​ຊ່ວຍ​ຊູ​ຂ້ານ້ອຍ​ດ້ວຍ. ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ເຖີດ. ຢ່າ​ອົດທົນ​ຕໍ່​ພວກເຂົາ​ຜູ້​ທີ່​ຫວັງ​ຢາກ​ຂ້າ​ຂ້ານ້ອຍ​ໃຫ້​ໄດ້. ຈົ່ງ​ລະນຶກ​ວ່າ ການ​ທີ່​ຂ້ານ້ອຍ​ໄດ້​ຮັບ​ການ​ດູໝິ່ນນິນທາ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ.

16 ພຣະອົງ​ໄດ້​ກ່າວ​ແກ່​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຊື່ອຟັງ​ພຣະອົງ​ທຸກ​ຖ້ອຍຄຳ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ; ສະນັ້ນ ຖ້ອຍຄຳ​ຂອງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ແລະ​ຄວາມ​ສຸກໃຈ.

17 ຂ້ານ້ອຍ​ບໍ່ໄດ້​ໃຊ້​ເວລາ​ກັບ​ຄົນອື່ນ​ໃຫ້​ເສຍ​ໄປ​ລ້າໆ ໂດຍ​ຫົວເລາະ​ແລະ​ສະໜຸກ​ສະໜານ. ໂດຍ​ຍອມ​ເຊື່ອຟັງ​ພຣະ​ຂໍ້ຄຳສັ່ງ ຂ້ານ້ອຍ​ໄດ້​ຢູ່​ຕາມ​ລຳພັງ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.

18 ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”

19 ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.

20 ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.

21 ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແລະ​ຄົນ​ມັກການ​ຮຸນແຮງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan