ເຢເຣມີຢາ 14 - ພຣະຄຳພີສັກສິພຣະເຈົ້າໃຫ້ເກີດໄພແຫ້ງແລ້ງຢ່າງໜັກ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າກ່ຽວກັບໄພແຫ້ງແລ້ງວ່າ, 2 “ຢູດາກຳລັງຢູ່ໃນສະພາບໄວ້ທຸກ ເພາະຄົນໃນເມືອງກຳລັງລົ້ມຕາຍ ປະຊາຊົນໃນເມືອງກໍໂສກເສົ້ານອນຕາມຂີ້ດິນ ແລະນະຄອນເຢຣູຊາເລັມກໍຮ້ອງຂໍໃຫ້ຊ່ວຍ. 3 ຄົນຮັ່ງມີສົ່ງຄົນຮັບໃຊ້ອອກໄປຊອກຕັກນໍ້າມາກິນ ແຕ່ບໍ່ໄດ້ພົບນໍ້າເລີຍ ເມື່ອພວກເຂົາໄປຮອດອ່າງນໍ້າ; ພວກເຂົາເລີຍຖືໄຫເປົ່າພາກັນກັບຄືນເມືອ ໝົດກຳລັງໃຈທັງສັບສົນຈຶ່ງອັດໜ້າຕົນໄວ້. 4 ເພາະຝົນບໍ່ຕົກແລະພື້ນດິນແຫ້ງແລ້ງໄປ ພວກພໍ່ນາກໍເປັນທຸກໃຈຈຶ່ງອັດໜ້າຕົນໄວ້. 5 ໃນທົ່ງຫຍ້າ ກວາງແມ່ປະຖິ້ມລູກທີ່ຫາກໍເກີດມາ ເພາະບໍ່ມີຫຍ້າໃນທີ່ນັ້ນເລີຍ ພໍຈະເປັນອາຫານໄດ້. 6 ລໍປ່າກໍຢືນຢູ່ເທິງທີ່ສູງທັງຫລາຍ ຄ່ອຍໆຫາຍໃຈປາເໝືອນດັ່ງຝູງໝາປ່າ; ສາຍຕາພວກມັນກໍມືດມົວໄປ ເພາະບໍ່ມີຫຍ້າກິນເປັນອາຫານສາແລ້ວ. 7 ປະຊາຊົນຂອງເຮົານັ້ນຕ່າງກໍຮ້ອງຫາເຮົາວ່າ, ‘ແມ່ນການບາບທີ່ກ່າວໂທດໃສ່ພວກຂ້ານ້ອຍ ແຕ່ໂຜດຊ່ວຍໃຫ້ພົ້ນດ້ວຍ ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍເຫລືອຕາມທີ່ພຣະອົງໄດ້ສັນຍາໄວ້. ພວກຂ້ານ້ອຍໄດ້ຫັນໜີຫລາຍເທື່ອຈາກພຣະອົງ ພວກຂ້ານ້ອຍກະທຳບາບຕໍ່ສູ້ພຣະອົງສາແລ້ວ. 8 ຄວາມຫວັງອັນດຽວຂອງອິດສະຣາເອນຄືພຣະອົງ ພຣະອົງເປັນຜູ້ຊ່ວຍພວກຂ້ານ້ອຍໃນເວລາຖືກຂັດສົນ. ເປັນຫຍັງພຣະອົງຈຶ່ງເຮັດຄືກັບຄົນຕ່າງດ້າວນໍ ດັ່ງນັກທ່ອງທ່ຽວທີ່ແວ່ຢາມພຽງຄືນດຽວເທົ່ານັ້ນ? 9 ເປັນຫຍັງຈຶ່ງເປັນດັ່ງຄົນທີ່ຫລອນເຮັດຫລອນທຳ ດັ່ງທະຫານທີ່ຂາດກຳລັງຊ່ວຍເຫລືອຜູ້ໃດບໍ່ໄດ້? ຂ້າແດ່ພຣະເຈົ້າຢາເວ ແນ່ນອນພຣະອົງສະຖິດຢູ່ນຳ ພວກຂ້ານ້ອຍເປັນຂອງພຣະອົງ ຢ່າປະຖິ້ມພວກຂ້ານ້ອຍເລີຍ.”’ 10 ພຣະເຈົ້າຢາເວໄດ້ກ່າວໃສ່ປະຊາຊົນເຫຼົ່ານີ້ວ່າ, “ພວກເຂົາມັກແລ່ນໜີໄປຈາກເຮົາ ແລະຈະຄອບຄຸມພວກເຂົາເອງບໍ່ໄດ້. ສະນັ້ນ ພຣະເຈົ້າຢາເວຈຶ່ງບໍ່ພໍໃຈນຳພວກເຂົາ ເຮົາຈະຈົດຈຳຄວາມຜິດທີ່ພວກເຂົາໄດ້ເຮັດ ແລະຈະລົງໂທດພວກເຂົາເພາະບາບກຳທີ່ພວກເຂົາໄດ້ກະທຳ.” 11 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າສູ່ພາວັນນາອະທິຖານເພື່ອຄົນເຫຼົ່ານີ້. 12 ຖ້າພວກເຂົາຖືສິນອົດອາຫານ ເຮົາກໍຈະບໍ່ຟັງພວກເຂົາຮ້ອງໄຫ້ຂໍຄວາມຊ່ວຍເຫລືອ; ແລະຖ້າພວກເຂົາເຜົາສັດບູຊາແລະຖວາຍອາຫານແກ່ເຮົາ ເຮົາກໍຈະບໍ່ພໍໃຈກັບພວກເຂົາ ແຕ່ເຮົາຈະຂ້າພວກເຂົາໃນສົງຄາມ ໃນການອຶດຕາຍ ແລະໃນການເຈັບໄຂ້ໄດ້ປ່ວຍ.” 13 ແລ້ວຂ້າພະເຈົ້າກໍກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງຮູ້ເຖິງເລື່ອງທີ່ບັນດາຜູ້ທຳນວາຍກຳລັງບອກປະຊາຊົນວ່າ ຈະບໍ່ມີເສິກສົງຄາມ ແລະການອຶດຕາຍດອກ ກໍເພາະພຣະອົງໄດ້ສັນຍາໄວ້. ດັ່ງນັ້ນ ພວກເຂົາເວົ້າວ່າ, ໃນດິນແດນຂອງພວກເຮົາຈະມີແຕ່ຄວາມສະຫງົບສຸກເທົ່ານັ້ນ.” 14 ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ. 15 ເຮົາຄືພຣະເຈົ້າຢາເວບອກເຈົ້າໃຫ້ຮູ້ເຖິງສິ່ງທີ່ເຮົາກຳລັງຈະເຮັດ ຕໍ່ພວກຜູ້ທຳນວາຍເຫຼົ່ານີ້ ແລະເຮົາບໍ່ໄດ້ໃຊ້ພວກເຂົາໄປ; ແຕ່ພວກເຂົາເວົ້າໃນນາມຂອງເຮົາວ່າ ສົງຄາມ ແລະຄວາມອຶດຕາຍຈະບໍ່ເກີດຂຶ້ນຢູ່ໃນດິນແດນນີ້; ເຮົາຈະຂ້າພວກເຂົາໃນສົງຄາມ ແລະໃນການອຶດຢາກ. 16 ປະຊາຊົນຜູ້ໃດທີ່ຟັງພວກເຂົາເວົ້າໃນສິ່ງເຫຼົ່ານີ້ ກໍຈະຖືກຂ້າໂດຍວິທີດຽວກັນນີ້. ຊາກສົບຂອງພວກເຂົາຈະຖືກໂຍນຖິ້ມ ຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດຝັງຊາກສົບຂອງພວກເຂົາ. ເຫດການນີ້ຈະເກີດຂຶ້ນກັບພວກເຂົາທຸກຄົນ ລວມທັງເມຍ, ລູກຊາຍ ແລະລູກສາວຂອງພວກເຂົາດ້ວຍ. ເຮົາຈະໃຫ້ພວກເຂົາໄດ້ຮັບໂທດກຳ ຍ້ອນພວກເຂົາເອງໄດ້ເຮັດຊົ່ວ.” 17 ອົງພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ບອກປະຊາຊົນ ເຖິງຄວາມເສຍໃຈຂອງຂ້າພະເຈົ້າວ່າ: “ຂໍໃຫ້ນໍ້າຕາຂອງຂ້ານ້ອຍໄຫລຫລັ່ງທັງເວັນທັງຄືນ ຂໍຢ່າໃຫ້ຂ້ານ້ອຍເຊົາຮ້ອງໄຫ້ຈັກເທື່ອ ເພາະປະຊາຊົນຂອງຂ້ານ້ອຍໄດ້ຖືກທຳລາຍໜັກ ບາດແຜຂອງພວກເຂົາກໍໜັກໜ່ວງແທ້ໆ. 18 ເມື່ອຂ້ານ້ອຍອອກໄປຕາມທ້ອງທົ່ງນາ ກໍເຫັນຊາກສົບຄົນຕາຍຢາຍຢູ່ໃນສະໜາມຮົບ; ເມື່ອຂ້ານ້ອຍເຂົ້າໄປໃນນະຄອນ ກໍເຫັນຄົນກຳລັງອຶດຕາຍກັນທັງນັ້ນ. ຜູ້ທຳນວາຍແລະປະໂຣຫິດກໍເຮັດວຽກຂອງພວກເຂົາ ແຕ່ພວກເຂົາບໍ່ຮູ້ຈັກສິ່ງທີ່ພວກຕົນກຳລັງເຮັດຢູ່.” ປະຊາຊົນສາລະພາບຜິດຕໍ່ອົງພຣະຜູ້ເປັນເຈົ້າ 19 ພຣະອົງໄດ້ປະຖິ້ມຢູດາເດັດຂາດແລ້ວບໍ? ພຣະອົງກຽດຊັງປະຊາຊົນໃນນະຄອນຊີໂອນຫລືນີ້? ເປັນຫຍັງຈຶ່ງທຳຮ້າຍພວກຂ້ານ້ອຍໜັກຫລາຍ? ຈົນບໍ່ຮັກສາພວກຂ້ານ້ອຍໃຫ້ດີໄດ້? ສັນຕິສຸກຄືສິ່ງທີ່ພວກຂ້ານ້ອຍຊອກຫາ ແຕ່ກໍບໍ່ເຫັນສິ່ງທີ່ດີເກີດຂຶ້ນມາຈັກເທື່ອ; ພວກຂ້ານ້ອຍຫວັງຈະໄດ້ຮັບການຮັກສາໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ກໍມາແທນທີ່. 20 ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ ຈຶ່ງຮັບຮູ້ບາບກຳທີ່ບັນພະບຸລຸດໄດ້ກະທຳນັ້ນ ຄືການບາບທີ່ພວກຂ້ານ້ອຍໄດ້ເຮັດມາ ຊຶ່ງເປັນຄວາມຜິດຕໍ່ສູ້ພຣະອົງ. 21 ຈົ່ງຈື່ຈຳພຣະສັນຍາ ແລະຢ່າກຽດຊັງພວກຂ້ານ້ອຍເລີຍ ຢ່ານຳຄວາມອັບອາຍມາສູ່ນະຄອນເຢຣູຊາເລັມ ບ່ອນທີ່ບັນລັງຂອງພຣະເຈົ້າຕັ້ງຢູ່ຢ່າງສະຫງ່າຣາສີ ຢ່າຍົກເລີກພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ທ້ອນ 22 ບໍ່ມີຮູບເຄົາຣົບຂອງຊົນຊາດໃດເຮັດໃຫ້ຝົນຕົກມາ ຟ້າສະຫວັນກໍເຮັດໃຫ້ຝົນຫລັ່ງລິນລົງມາບໍ່ໄດ້; ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ເພາະແມ່ນພຣະອົງທີ່ໄດ້ກະທຳທຸກສິ່ງເຫຼົ່ານີ້. |
@ 2012 United Bible Societies. All Rights Reserved.