Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 13 - ພຣະຄຳພີສັກສິ


ເລື່ອງ​ເສື້ອ​ຊັ້ນໃນ

1 ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ຊື້​ເສື້ອຊ້ອນ​ບາງ​ຜືນ ທີ່​ເປັນ​ຜ້າປ່ານ​ສຳລັບ​ຂ້າພະເຈົ້າ ແລະ​ໃຫ້​ນຸ່ງ​ເສື້ອ​ນັ້ນ; ແຕ່​ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ບໍ່​ໃຫ້​ຈຸ່ມ​ນໍ້າ.

2 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຊື້​ເສື້ອ​ມາ​ນຸ່ງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.

3 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ເທື່ອ​ທີສອງ​ວ່າ,

4 “ຈົ່ງ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ ແລະ​ເຊື່ອງ​ເສື້ອ​ໄວ້​ຢູ່​ຮູ​ໃນ​ໂງ່ນຫີນ.”

5 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອົາ​ເສື້ອ​ນັ້ນ​ໄປ​ເຊື່ອງ​ໄວ້​ໃກ້​ແມ່ນໍ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ​ຂ້າພະເຈົ້າ.

6 ຫລາຍ​ວັນ​ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ໃຫ້​ກັບຄືນ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ​ອີກ ເພື່ອ​ເອົາ​ເສື້ອຊ້ອນ​ເຫຼົ່ານັ້ນ​ມາ.

7 ຂ້າພະເຈົ້າ​ຈຶ່ງ​ກັບຄືນ​ໄປ ແລະ​ເມື່ອ​ພົບ​ບ່ອນ​ທີ່​ໄດ້​ເຊື່ອງ​ເສື້ອ​ແລ້ວ ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ເສື້ອ​ເຫຼົ່ານັ້ນ​ເປື່ອຍ​ໝົດ​ຈົນ​ໃຊ້​ການ​ຫຍັງ​ບໍ່ໄດ້.

8 ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ອີກ. ພຣະເຈົ້າຢາເວ​ກ່າວ​ວ່າ,

9 “ດ້ວຍ​ວິທີ​ນີ້​ແຫຼະ ເຮົາ​ຈະ​ທຳລາຍ​ຄວາມ​ຈອງຫອງ​ຂອງ​ຢູດາ ແລະ​ຄວາມ​ຈອງຫອງ​ອັນໃຫຍ່​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ.

10 ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”

11 ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”


ເລື່ອງ​ໄຫ​ເຫຼົ້າ​ອະງຸ່ນ

12 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ໄຫ​ທີ່​ພວກເຂົາ​ເຮັດ​ໄວ້​ນັ້ນ​ແມ່ນ​ສຳລັບ​ໃສ່​ເຫຼົ້າ​ອະງຸ່ນ, ແຕ່​ຖ້າ​ພວກເຂົາ​ຕອບ​ວ່າ, ‘ແມ່ນ​ແລ້ວ ພວກເຮົາ​ຮູ້​ດີ.’

13 ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ ‘ເຮົາ​ຄື​ພຣະເຈົ້າຢາເວ​ກຳລັງ​ໃຫ້​ປະຊາຊົນ​ໃນ​ດິນແດນ ມີ​ເຫຼົ້າ​ອະງຸ່ນ​ດື່ມ​ຢ່າງ​ຫລວງຫລາຍ​ຈົນ​ມືນເມົາ ເຊັ່ນ: ບັນດາ​ກະສັດ​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ, ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທັງໝົດ.’

14 ແລ້ວ​ເຮົາ​ຈະ​ທຸບ​ພວກເຂົາ​ດັ່ງ​ໄຫ​ເຫຼົ້າ​ທຸບກັນ ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍຕາມ. ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ບໍ່ມີ​ຄວາມ​ເມດຕາ, ຄວາມ​ປານີ ຫລື​ຄວາມ​ສົງສານ​ໃດໆ ເມື່ອ​ເຮົາ​ທຳລາຍ​ພວກເຂົາ.”


ເຢເຣມີຢາ​ເຕືອນ​ຕໍ່​ຄວາມ​ຈອງຫອງ

15 ປະຊາຊົນ​ອິດສະຣາເອນ​ເອີຍ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ ຈົ່ງ​ຖ່ອມຕົວ​ລົງ ແລະ​ເຊື່ອຟັງ​ພຣະອົງ​ສາ​ເຖີດ

16 ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.

17 ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ​ກ່າວ ຂ້າພະເຈົ້າ​ຈະ​ລີ້​ຮ້ອງໄຫ້​ຍ້ອນ​ພວກເຈົ້າ​ຈອງຫອງ. ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ນໍ້າຕາ​ຫລັ່ງໄຫລ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ແລ້ວ.

18 ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.

19 ເມືອງ​ທາງ​ພາກໃຕ້​ຂອງ​ຢູດາຍ​ໄດ້​ຖືກ​ປິດລ້ອມ​ແລ້ວ ບໍ່ມີ​ຜູ້ໃດ​ເລີຍ​ລອດຊີວິດ​ມາ​ໄດ້. ປະຊາຊົນ​ຢູດາ​ລ້ວນແຕ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”

20 ນະຄອນ​ເຢຣູຊາເລັມ​ເອີຍ ເບິ່ງ​ພຸ້ນ​ດູ ເຫຼົ່າ​ສັດຕູ​ຂອງ​ເຈົ້າ​ກຳລັງ​ລົງ​ມາ​ແຕ່​ທາງ​ທິດເໜືອ ປະຊາຊົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບ​ໃຫ້​ເຈົ້າ​ດູແລ​ນັ້ນ​ຢູ່​ໃສ? ຄື​ປະຊາຊົນ​ທີ່​ເຈົ້າ​ພໍໃຈ​ນຳ​ນັ້ນ.

21 ເຈົ້າ​ຈະ​ເວົ້າ​ຢ່າງໃດ ເມື່ອ​ຄົນ​ທີ່​ເຈົ້າ​ຄິດວ່າ​ເປັນ​ມິດ ຮົບ​ຊະນະ​ເຈົ້າ ແລະ​ປົກຄອງ​ເຈົ້າ? ເຈົ້າ​ຈະ​ເຈັບປວດ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ.

22 ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.

23 ຄົນ​ຜິວ​ດຳ​ປ່ຽນ​ຜິວໜັງ​ຂອງຕົນ​ໄດ້​ບໍ? ຫລື​ເສືອດາວ​ຈະ​ລືບ​ຈຸດ​ຕາມ​ໜັງ​ຂອງ​ມັນ​ໄດ້​ບໍ? ຖ້າ​ໄດ້ ຖ້າດັ່ງນັ້ນ ເຈົ້າ​ຜູ້​ເຄີຍ​ເຮັດ​ແຕ່​ການ​ຊົ່ວ​ກໍ​ຮຽນຮູ້​ເຮັດ​ການ​ດີ​ໄດ້.

24 ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຈົ້າ​ກະຈັດ​ກະຈາຍ​ໄປ ດັ່ງ​ແກບ​ທີ່​ຖືກ​ລົມ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ພັດ​ປິວ​ໄປ.

25 ພຣະເຈົ້າຢາເວ​ກ່າວ​ວ່າ ອັນນີ້ ຈະ​ແມ່ນ​ຊາຕາກຳ​ຂອງ​ເຈົ້າ ອັນນີ້ ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ກະທຳ​ຕໍ່​ເຈົ້າ ກໍ​ຍ້ອນ​ເຈົ້າ​ລືມໄລ​ພຣະອົງ​ໄປ​ແລະ​ໄວ້ວາງໃຈ​ໃນ​ຄວາມຕົວະ.

26 ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ຜູ້​ແກ້​ເຄື່ອງ​ຂອງເຈົ້າ​ອອກ ແລະ​ເຜີຍແບ​ເຈົ້າ​ໃຫ້​ອັບອາຍ​ຂາຍໜ້າ.

27 ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?

@ 2012 United Bible Societies. All Rights Reserved.

Lean sinn:



Sanasan