Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 12 - ພຣະຄຳພີສັກສິ


ເຢເຣມີຢາ​ຖາມ​ອົງພຣະ​ຜູ້​ເປັນເຈົ້າ

1 “ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?

2 ພຣະອົງ​ປູກ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ຢັ່ງຮາກ​ລົງ ພວກເຂົາ​ໃຫຍ່​ຂຶ້ນ​ມາ ແລະ​ເກີດດອກ​ອອກຜົນ​ທັງນັ້ນ. ພວກເຂົາ​ເວົ້າຈາ​ຊົມເຊີຍ​ກ່ຽວກັບ​ພຣະອົງ​ຢູ່​ສະເໝີ ແຕ່​ໃນ​ໃຈ​ຂອງ​ພວກເຂົາ​ພັດ​ບໍ່​ສົນໃຈ​ພຣະອົງ.

3 ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຮູ້​ຂ້ານ້ອຍ​ດີ ເຫັນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ແລະ​ຮູ້​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ​ດ້ວຍ. ຈົ່ງ​ດຶງ​ຄົນຊົ່ວ​ອອກ​ມາ​ເບິ່ງດູ ດັ່ງ​ດຶງ​ແກະ​ໄປ​ຂ້າ ຈົ່ງ​ເຝົ້າເບິ່ງ​ພວກເຂົາ​ຈົນກວ່າ​ພວກເຂົາ​ຖືກ​ຂ້າ​ຖິ້ມ.

4 ດິນແດນ​ນັ້ນ​ຈະ​ແຫ້ງແລ້ງ​ຢູ່​ຢ່າງນີ້​ບໍ? ຫຍ້າ​ຕາມ​ທົ່ງນາ​ຈະ​ແຫ້ງ​ຢູ່​ຢ່າງນີ້​ດົນ​ປານໃດ? ຝູງສັດ ຝູງນົກ​ລົ້ມ​ຕາຍ​ຍ້ອນ​ປະຊາຊົນ​ຊົ່ວຊາມ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ບໍ່​ເຫັນ​ພວກເຮົາ​ເຮັດ​ດອກ.”’

5 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ເມື່ອຍ​ແລ່ນແຂ່ງ​ກັບ​ຄົນ ເຮັດ​ຈັ່ງໃດ​ເຈົ້າ​ຈະ​ແລ່ນແຂ່ງ​ກັບ​ໂຕ​ມ້າ​ໄດ້? ຖ້າ​ຢືນ​ຢູ່​ໃນ​ເມືອງ​ທີ່​ເປີດແປນ​ບໍ່ໄດ້ ເຈົ້າ​ຈະ​ບຸ​ປ່າ​ທີ່​ລຸ່ມ​ແມ່ນໍ້າ​ຈໍແດນ​ໄດ້​ຈັ່ງໃດ?

6 ແມ່ນແຕ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຈົ້າ​ກໍ​ຍັງ​ຫັກຫລັງ ພວກເຂົາ​ເຂົ້າ​ຮ່ວມກຸ່ມ​ເພື່ອ​ໂຈມຕີ​ຕໍ່ສູ້​ເຈົ້າ. ເຖິງ​ວ່າ​ພວກເຂົາ​ເວົ້າ​ຢ່າງ​ເພື່ອນມິດ​ກໍຕາມ ຢ່າ​ວາງໃຈເຊື່ອ​ທັງ​ຢ່າ​ເວົ້າ​ຄຳ​ໃດໆ​ກັບ​ພວກເຂົາ​ດ້ວຍ.”


ອົງພຣະ​ຜູ້​ເປັນເຈົ້າ​ທຸກໃຈ​ເພາະ​ປະຊາຊົນ​ຂອງ​ພຣະອົງ

7 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.

8 ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຫັນ​ມາ​ຕໍ່ສູ້​ເຮົາ ເໝືອນ​ດັ່ງ​ໂຕສິງ​ຢູ່​ໃນ​ປ່າດົງ​ພົງໄພ​ນັ້ນ ຕ່າງ​ກໍ​ຮ້ອງ​ແຜດສຽງ​ໃສ່​ເຮົາ ດັ່ງນັ້ນ ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ.

9 ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຄື​ນົກ​ໂຕໜຶ່ງ ຖືກ​ຝູງ​ແຫລວ​ຫຸ້ມລ້ອມ​ໂຈມຕີ​ທຸກ​ດ້ານ​ທຸກ​ແຈ. ຈົ່ງ​ໃຫ້​ຄົນ​ເອີ້ນ​ເອົາ​ສັດປ່າ​ທັງຫລາຍ​ມາ ຮ່ວມ​ສັງສັນ​ໃນ​ງານກິນລ້ຽງ​ເທາະ

10 ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.

11 ພວກເຂົາ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ​ໄປ ໃຫ້​ນອນ​ຢຽດ​ຢູ່​ຕໍ່ໜ້າ​ເຮົາ​ຢ່າງ​ໂສກເສົ້າ. ດິນແດນ​ຈຶ່ງ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບໍ່ມີ​ຜູ້ໃດ​ກັງວົນ​ສົນໃຈ​ນຳ​ມັນ​ອີກ.

12 ຕາມ​ບ່ອນ​ສູງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ພວກ​ທຳລາຍ​ລ້າງຜານ​ໄດ້​ມາ​ປຸ້ນສະດົມ​ຈົນໝົດ. ເຮົາ​ໄດ້​ສົ່ງ​ເສິກ​ມາ​ທຳລາຍ​ດິນແດນ​ທັງໝົດ ຈົນ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ສະຫງົບສຸກ​ໄດ້​ຕາມ​ທີ່​ຕ່າງໆ.

13 ປະຊາຊົນ​ຂອງເຮົາ​ປູກ​ເຂົ້າ ແຕ່​ກ່ຽວ​ຫຍ້າ​ແທນ ພວກເຂົາ​ໄດ້​ເຮັດ​ວຽກ​ໜັກ ແຕ່​ພັດ​ບໍ່ໄດ້​ຫຍັງ​ຈັກຢ່າງ. ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ທີ່​ມີ​ຕໍ່​ພວກເຂົາ ຈຶ່ງ​ໃຫ້​ຜົນລະປູກ​ຂອງ​ພວກເຂົາ​ຕົກເຮ່ຍ​ເສຍໄປ​ສິ້ນ.”


ອົງພຣະ​ຜູ້​ເປັນເຈົ້າ​ສັນຍາ​ແກ່​ປະເທດ​ໃກ້ຄຽງ

14 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.

15 ແຕ່​ຫລັງຈາກ​ເຮົາ​ໄດ້​ກວາດຕ້ອນ​ພວກເຂົາ​ໄປ​ແລ້ວ ເຮົາ​ຈະ​ເມດຕາ​ພວກເຂົາ; ເຮົາ​ຈະ​ນຳ​ແຕ່ລະ​ຊົນຊາດ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເປັນ​ຂອງຕົນເອງ ແລະ​ສູ່​ປະເທດ​ທີ່​ເປັນ​ຂອງ​ພວກເຂົາ.

16 ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.

17 ແຕ່​ຖ້າ​ຊົນຊາດ​ໃດ​ບໍ່​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຂອງ​ພວກເຂົາ​ຖິ້ມ​ຢ່າງ​ໝົດກ້ຽງ ແລະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan