Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 11 - ພຣະຄຳພີສັກສິ


ເຢເຣມີຢາ​ແລະ​ພັນທະສັນຍາ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້ານ້ອຍ​ວ່າ,

2 “ຈົ່ງ​ຟັງ​ເນື້ອແທ້​ຂອງ​ພັນທະສັນຍາ. ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ

3 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ສາບແຊ່ງ​ທຸກໆ​ຄົນ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ພັນທະສັນຍາ​ນີ້.

4 ມັນ​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ສະໄໝ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຄື​ດິນແດນ ຊຶ່ງ​ເປັນ​ດັ່ງ​ເຕົາຫລອມ​ເຫຼັກ​ສຳລັບ​ພວກເຂົາ. ເຮົາ​ໄດ້​ບອກ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ແລະ​ໃຫ້​ກະທຳ​ທຸກຢ່າງ​ທີ່​ເຮົາ​ໄດ້​ສັ່ງ. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ​ຖ້າ​ພວກເຂົາ​ເຊື່ອຟັງ ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

5 ແລ້ວ​ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ມອບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກເຂົາ​ໄດ້​ຮັບ​ແລ້ວ​ໃນ​ທຸກ​ວັນ​ນີ້.” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຖືກຕ້ອງ​ແລ້ວ.”

6 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ​ທີ່​ເມືອງ​ຂອງ​ຢູດາຍ ແລະ​ໄປ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ. ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ຢູ່​ທີ່​ນັ້ນ ແລະ​ບອກ​ປະຊາຊົນ​ໃຫ້​ຟັງ​ເນື້ອແທ້​ຂອງ​ພັນທະສັນຍາ ແລະ​ໃຫ້​ພວກເຂົາ​ປະຕິບັດ​ຕາມ.

7 ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ເຕືອນ​ພວກເຂົາ​ຢ່າງ​ເດັດຂາດ​ໃຫ້​ເຊື່ອຟັງ​ເຮົາ ແລະ​ເຮົາ​ໄດ້​ສືບຕໍ່​ເຕືອນ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.

8 ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ ຫລື​ປະຕິບັດ​ຕາມ​ນັ້ນ​ເລີຍ. ພວກເຂົາ​ທຸກຄົນ​ຊໍ້າ​ໄດ້​ສືບຕໍ່​ດື້ດ້ານ ແລະ​ເຮັດ​ຊົ່ວ​ເໝືອນ​ເດີມ. ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຮັກສາ​ພັນທະສັນຍາ, ແຕ່​ພວກເຂົາ​ພັດ​ປະຕິເສດ. ດັ່ງນັ້ນ ເຮົາ​ຈຶ່ງ​ນຳ​ເອົາ​ໂທດກຳ​ທັງໝົດ​ທີ່​ໄດ້​ກ່າວ​ໄວ້​ໃນ​ພັນທະສັນຍາ​ນັ້ນ​ມາ​ສູ່​ພວກເຂົາ.”

9 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກຳລັງ​ກະບົດ​ຕໍ່ສູ້​ເຮົາ.

10 ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.

11 ສະນັ້ນ ເຮົາ​ຄື​ພຣະເຈົ້າຢາເວ​ຈຶ່ງ​ເຕືອນ​ພວກເຂົາ​ວ່າ ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ພວກເຂົາ​ຈະ​ຫລົບຫລີກ​ໜີໄປ​ບໍ່ໄດ້. ເມື່ອ​ພວກເຂົາ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.

12 ແລ້ວ​ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ໄປ​ຮ້ອງໄຫ້ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ບັນດາ​ພະ​ທີ່​ພວກເຂົາ​ຖວາຍບູຊາ​ໃຫ້, ແຕ່​ພະ​ເຫຼົ່ານັ້ນ​ຈະ​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້​ເລີຍ ເມື່ອ​ໄພພິບັດ​ມາເຖິງ.

13 ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.

14 ເຢເຣມີຢາ​ເອີຍ ເຈົ້າ​ຢ່າ​ພາວັນນາ​ອະທິຖານ ຫລື​ຂໍຮ້ອງ​ນຳ​ເຮົາ​ເພື່ອ​ປະຊາຊົນ​ເຫຼົ່ານີ້​ເລີຍ. ເມື່ອ​ພວກເຂົາ​ຕົກທຸກ​ໄດ້ຍາກ ແລະ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.”

15 ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຜູ້​ທີ່​ເຮົາ​ຮັກ​ກຳລັງ​ເຮັດ​ຊົ່ວ. ພວກເຂົາ​ມີ​ສິດ​ຫຍັງ​ຈຶ່ງ​ມາ​ຢູ່​ໃນ​ວິຫານ​ຂອງເຮົາ? ພວກເຂົາ​ຄິດວ່າ​ຈະ​ໜີພົ້ນ​ຈາກ​ຄວາມ​ຈິບຫາຍ​ໄດ້ ດ້ວຍ​ຄຳສັນຍາ​ຕ່າງໆ ແລະ​ດ້ວຍ​ເຜົາ​ສັດ​ຖວາຍບູຊາ​ບໍ? ພວກເຂົາ​ຄິດວ່າ​ຈະ​ໄດ້​ມີ​ຄວາມສຸກ​ກັບ​ສິ່ງນັ້ນ​ຊັ້ນບໍ?

16 ຄັ້ງໜຶ່ງ ເຮົາ​ໄດ້​ເອີ້ນ​ພວກເຂົາ​ວ່າ ກົກ​ໝາກກອກເທດ​ທີ່​ມີ​ໃບ​ຂຽວງາມ​ດີ ແລະ​ມີ​ໝາກ​ງາມ​ເຕັມ​ກົກ, ແຕ່​ບັດນີ້​ໃນ​ທ່າມກາງ​ສຽງ​ຟ້າຮ້ອງ​ຢ່າງ​ຄຶກຄະນອງ ເຮົາ​ຈະ​ມາ​ເພື່ອ​ຈູດ​ໃບ​ແລະ​ຫັກ​ງ່າ​ຂອງ​ມັນ​ຖິ້ມ.

17 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ສັດຕູ​ວາງແຜນ​ຂ້າ​ເຢເຣມີຢາ

18 ພຣະເຈົ້າຢາເວ​ໄດ້​ແຈ້ງ​ໃຫ້​ຂ້າພະເຈົ້າ​ຮູ້​ເຖິງ​ແຜນການ​ທີ່​ເຫຼົ່າ​ສັດຕູ​ກຳລັງ​ວາງ​ໄວ້​ຕໍ່ສູ້​ຂ້າພະເຈົ້າ.

19 ຂ້າພະເຈົ້າ​ເປັນ​ດັ່ງ​ລູກແກະ​ຄຳຮູ້​ໂຕໜຶ່ງ​ທີ່​ຖືກ​ນຳ​ອອກ​ໄປ​ຂ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່​ຮູ້​ເລີຍ​ວ່າ​ພວກເຂົາ​ຄິດ​ແຜນຮ້າຍ​ນັ້ນ ເພື່ອ​ຕໍ່ສູ້​ຂ້າພະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ໃຫ້​ປໍ້າ​ກົກໄມ້​ລົງ​ສາ ໃນ​ຂະນະທີ່​ມັນ​ຍັງ​ແຂງແຮງ​ດີ; ໃຫ້​ຂ້າ​ມັນ​ເສຍ​ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ​ອີກ​ຕໍ່ໄປ.”

20 ແລ້ວ​ຂ້າພະເຈົ້າ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ; ພຣະອົງ​ທົດສອບ​ເບິ່ງ​ຄວາມ​ນຶກຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທັງຫລາຍ. ຂ້ານ້ອຍ​ຂໍ​ມອບ​ເລື່ອງ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ. ດັ່ງນັ້ນ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ຄົນ​ເຫຼົ່ານີ້​ດ້ວຍ​ເຖີດ.”

21 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຊາວ​ອານາທົດ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ຖືກ​ຂ້າ ແລະ​ພວກເຂົາ​ກໍ​ບອກ​ວ່າ, ພວກເຂົາ​ຈະ​ຂ້າ​ຂ້າພະເຈົ້າ​ເສຍ ຖ້າ​ຂ້າພະເຈົ້າ​ຍັງ​ສືບຕໍ່​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່.

22 ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ; ລູກ​ຂອງ​ພວກເຂົາ​ຈະ​ອຶດຫິວ​ຕາຍ.

23 ເຮົາ​ໄດ້​ຕັ້ງ​ເວລາ​ໄວ້​ແລ້ວ ເພື່ອ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ຊາວ​ອານາທົດ ແລະ​ເມື່ອ​ເວລາ​ນັ້ນ​ມາເຖິງ ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ລອດຊີວິດ​ຢູ່​ເລີຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan