ເຢເຣມີຢາ 10 - ພຣະຄຳພີສັກສິພຣະເຈົ້າທ່ຽງແທ້ປະເຊີນໜ້າກັບຮູບເຄົາຣົບ 1 ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວມີສຳລັບພວກເຈົ້າ. 2 ພຣະເຈົ້າຢາເວກ່າວວ່າ, “ຢ່າໃຊ້ຊີວິດຕາມວິທີຊົນຊາດອື່ນ ຢ່າໃຫ້ສິ່ງຜິດປົກກະຕິພາໃຈສະທ້ານຢ້ານກົວ ຄືສິ່ງທີ່ເກີດຂຶ້ນເທິງຟ້າສະຫວັນ ແມ່ນວ່າຊົນຊາດອື່ນສະທ້ານຢ້ານກົວກໍຕາມ. 3 ສາສະໜາຂອງຄົນເຫຼົ່ານີ້ໄຮ້ປະໂຫຍດໝົດ ພວກເຂົາປໍ້າກົກໄມ້ໃນປ່າ ຊ່າງກໍແກະສະຫລັກທ່ອນໄມ້ 4 ແລ້ວພວກເຂົາກໍໄດ້ເອົາເງິນຄຳມາຕົບແຕ່ງ ພວກເຂົາໄດ້ໃຊ້ຕະປູຕອກຈັບໄວ້ເພື່ອບໍ່ໃຫ້ລົ້ມລົງ. 5 ຮູບເຄົາຣົບນີ້ ຄືເປັນດັ່ງຫຸ່ນທີ່ສວນໝາກແຕງໂມ ຊຶ່ງສາມາດເວົ້າຈາ ຫລືປາໄສຫຍັງບໍ່ໄດ້; ຄົນຕ້ອງຫາມຍົກຍ້າຍເພາະມັນຍ່າງບໍ່ເປັນ ຢ່າສູ່ຢ້ານກົວຮູບເຄົາຣົບເຫຼົ່ານີ້ເທາະ ເພາະມັນທຳຮ້າຍພວກເຈົ້າບໍ່ໄດ້ເລີຍ ມັນບໍ່ເຮັດຫຍັງດີໃຫ້ແກ່ພວກເຈົ້າໄດ້ດ້ວຍ.” 6 ຂ້າແດ່ພຣະເຈົ້າຢາເວ ບໍ່ມີພຣະເຈົ້າອື່ນໃດແລ້ວຄືພຣະອົງ ພຣະອົງຊົງຍິ່ງໃຫຍ່ແລະພຣະນາມຂອງພຣະອົງກໍຊົງມີຣິດເດດອຳນາດອັນຍິ່ງໃຫຍ່. 7 ຜູ້ໃດແດ່ບໍ່ຍ້ອງຍໍໃຫ້ກຽດ? ກະສັດທຸກຊົນຊາດເອີຍ ພຣະອົງເປັນຜູ້ສົມຄວນຈະໄດ້ຮັບກຽດຕິຍົດ. ທ່າມກາງພວກນັກປາດຂອງຊົນຊາດທັງຫລາຍ ໃນບັນດາກະສັດຂອງພວກເຂົາບໍ່ມີຜູ້ໃດຄືພຣະອົງໄດ້. 8 ພວກເຂົາທັງໝົດນັ້ນໂງ່ຈ້າ ແລະງົມງາຍ ພວກເຂົາຮຽນຮູ້ຫຍັງແດ່ຈາກຮູບເຄົາຣົບທີ່ເປັນໄມ້? 9 ຮູບເຄົາຣົບພວກເຂົາໂອບດ້ວຍເງິນຈາກຕາກຊິດ ໂອບດ້ວຍຄຳທີ່ຖືກນຳມາຈາກແດນອູຟາດ ຊຶ່ງລ້ວນແຕ່ແຕ້ມດ້ວຍສີມືຂອງນັກສິນລະປິນ ພວກເຂົານຸ່ງເຄື່ອງງົດງາມໃຫ້ຮູບເຄົາຣົບເຫຼົ່ານັ້ນ ເປັນສີແດງແຈດແລະສີມ່ວງຢ່າງດີ ຊຶ່ງຊ່າງຜູ້ຊຳນິຊຳນານຕໍ່າອອກມາໃຫ້. 10 ແຕ່ພຣະເຈົ້າຢາເວເປັນພຣະເຈົ້າແຫ່ງຄວາມຈິງ ພຣະອົງຊົງເປັນຊີວິດແລະເປັນກະສັດຕະຫລອດໄປ. ເມື່ອພຣະອົງໂກດຮ້າຍ ໂລກນີ້ກໍສະທ້ານຫວັ່ນໄຫວ ທຸກຊົນຊາດບໍ່ອາດທົນທານຕໍ່ຄວາມໂກດຮ້າຍຂອງພຣະອົງໄດ້. ( 11 ພວກເຈົ້າຕ້ອງບອກພວກເຂົາວ່າ ບັນດາພະທີ່ບໍ່ໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກນັ້ນ ພະເຫຼົ່ານັ້ນຈະຖືກທຳລາຍໝົດ. ພວກເຂົາຈະບໍ່ມີບ່ອນຢູ່ໃນແຜ່ນດິນໂລກແລະໃຕ້ຟ້ານີ້ອີກຕໍ່ໄປ.) ບົດເພງແຫ່ງຄຳສັນລະເສີນແກ່ພຣະເຈົ້າ 12 ພຣະເຈົ້າສ້າງແຜ່ນດິນໂລກໂດຍຣິດທານຸພາບ ໂດຍພຣະປັນຍາໄດ້ສ້າງໂລກແລະກາງຟ້າສະຫວັນອອກ. 13 ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ນຳກ້ອນເມກມາຈາກສົ້ນສຸດຂອງແຜ່ນດິນໂລກ. ພຣະອົງໃຫ້ຟ້າແມບເຫລື້ອມໃນທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາຈາກຄັງຂອງພຣະອົງນັ້ນ. 14 ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ. 15 ມັນບໍ່ມີຄຸນຄ່າແລະຕ້ອງຖືກຫຍໍ້ຫຍັນ ເມື່ອພຣະອົງມາຈັດການມັນຈະຖືກທຳລາຍ. 16 ພຣະເຈົ້າຂອງຢາໂຄບ ບໍ່ຄືພະເຫຼົ່ານີ້ເລີຍ ຊົງເປັນຜູ້ສ້າງສັບພະທຸກສິ່ງໃນຈັກກະວານນີ້. ພຣະອົງໄດ້ເລືອກອິດສະຣາເອນໃຫ້ເປັນຂອງພຣະອົງ ນາມຊື່ຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ການຖືກຈັບໄປເປັນຊະເລີຍຈະມາເຖິງ 17 ຊາວນະຄອນເຢຣູຊາເລັມເອີຍ ພວກເຈົ້າຖືກປິດລ້ອມສາແລ້ວ ຈົ່ງເກັບເອົາເຄື່ອງຂອງທີ່ພວກເຈົ້າມີຢູ່. 18 ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຮົາກຳລັງຈະໂຍນພວກເຈົ້າອອກໄປຈາກດິນແດນນີ້; ເຮົາກຳລັງຈະຢຽບຢໍ່າພວກເຈົ້າລົງ ຈົນບໍ່ມີຜູ້ໃດເຫລືອຢູ່.” 19 ປະຊາຊົນນະຄອນເຢຣູຊາເລັມໄດ້ຮ້ອງອອກມາວ່າ, “ພວກເຮົາຖືກທຳຮ້າຍໜັກສໍ່າໃດແລ້ວ ບາດແຜຂອງພວກເຮົານັ້ນຈະປິ່ນປົວບໍ່ດີ ເປັນຄວາມທົນທຸກທີ່ພວກເຮົາຄິດວ່າຕ້ອງທົນສູ້. 20 ຜ້າເຕັນຂອງພວກເຮົາຖືກທຳລາຍເຊືອກກໍຂາດໝົດ ລູກໆພວກເຮົາຈຳຕ້ອງພາກຈາກພວກເຮົາໄປສິ້ນ; ຈຶ່ງບໍ່ມີຜູ້ໃດຊ່ວຍຍົກຜ້າເຕັນລົ້ມນັ້ນຂຶ້ນມາ ບໍ່ມີຜູ້ໃດເກາະຜ້າກັ້ງຜ້າເຕັນຂຶ້ນຊ່ວຍ.” 21 ຂ້ານ້ອຍຕອບວ່າ, “ພວກຜູ້ນຳຂອງພວກເຮົາເປັນຄົນໂງ່ຈ້າທີ່ສຸດ ແລະບໍ່ໄດ້ຮ້ອງຂໍພຣະເຈົ້າຢາເວນຳພາ. ດ້ວຍເຫດນີ້ ພວກເຂົາຈຶ່ງໄດ້ພາກັນລົ້ມລົງ ປະຊາຊົນຂອງພວກເຮົາຈຶ່ງໄດ້ແຕກຊະຊາຍໄປສິ້ນ. 22 ຂ່າວລືມາຮອດແລ້ວ ຈົ່ງພາກັນຟັງເອົາ ມີສຽງວຸ້ນວາຍໃຫຍ່ໃນຊົນຊາດທາງທິດເໜືອພຸ້ນ; ກອງທັບຂອງພວກເຂົາຈະປ່ຽນເມືອງຂອງຢູດາຍ ໃຫ້ເປັນຖິ່ນແຫ້ງແລ້ງກັນດານ ບ່ອນໝາປ່າຢູ່.” 23 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮູ້ວ່າ ຊີວິດຂອງມະນຸດບໍ່ໄດ້ຢູ່ທີ່ຕົວເຂົາ ບໍ່ມີຜູ້ໃດຄວບຄຸມຊີວິດຂອງຕົນເອງໄດ້. 24 ຂ້າແດ່ພຣະເຈົ້າຢາເວ ຈົ່ງສອນປະຊາຊົນຂອງພຣະອົງ ແຕ່ຢ່າຮຸນແຮງເກີນໄປຕໍ່ພວກເຂົາ ຫລືຢ່າລົງໂທດພວກເຂົາເທາະ ເມື່ອພຣະອົງໂກດຮ້າຍ ອັນນັ້ນກໍເທົ່າຈຸດຈົບຂອງພວກຂ້ານ້ອຍສາແລ້ວ. 25 ຈົ່ງໃຫ້ຄວາມໂກດຮ້າຍຫັນໄປສູ່ຊົນຊາດອື່ນສາ ຄືຊົນຊາດທັງຫລາຍທີ່ບໍ່ນະມັດສະການພຣະເຈົ້າ ແລະຫັນໄປສູ່ປະຊາຊົນທີ່ໄດ້ປະຖິ້ມພຣະອົງໄປ ພວກເຂົາໄດ້ສັງຫານປະຊາຊົນຂອງພຣະເຈົ້າ ພວກເຂົາໄດ້ທຳລາຍພວກຂ້ານ້ອຍໃຫ້ດັບສູນໄປ ແລະປ່ອຍໃຫ້ດິນແດນຕ້ອງເພພັງຮົກຮ້າງ. |
@ 2012 United Bible Societies. All Rights Reserved.