Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 1 - ພຣະຄຳພີສັກສິ


ເຢເຣມີຢາ

1 ພຣະທຳ​ນີ້​ເປັນ​ບົດ​ບັນທຶກ​ຖ້ອຍຄຳ​ທີ່​ເຢເຣມີຢາ​ໄດ້​ກ່າວ. ເຢເຣມີຢາ​ແມ່ນ​ລູກຊາຍ​ຂອງ​ຮິນກີຢາ ປະໂຣຫິດ​ຜູ້ໜຶ່ງ​ໃນ​ຄະນະ​ປະໂຣຫິດ​ແຫ່ງ​ເມືອງ​ອານາທົດ ໃນ​ເຂດແດນ​ຂອງ​ເບັນຢາມິນ.

2 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເຢເຣມີຢາ​ໃນ​ປີ​ທີ​ສິບສາມ ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ.

3 ຕໍ່ມາ ໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ ເມື່ອ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ. ຫລັງຈາກ​ນັ້ນ ພຣະອົງ​ກໍໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ​ຕັ້ງ​ຫລາຍ​ເທື່ອ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ. ໃນ​ເດືອນ​ທີ​ຫ້າ​ຂອງ​ປີ​ນັ້ນ​ເອງ ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ພຣະເຈົ້າ​ເອີ້ນ​ເອົາ​ເຢເຣມີຢາ

4 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,

5 “ເຮົາ​ເລືອກ​ເຈົ້າ​ໄວ້ ກ່ອນ​ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ເຈົ້າ ແລະ​ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ ເພື່ອ​ໃຫ້​ເປັນ​ຜູ້ທຳນວາຍ​ແກ່​ປະຊາຊາດ​ທັງຫລາຍ.”

6 ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”

7 ແຕ່​ພຣະເຈົ້າຢາເວ​ກໍ​ຍັງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເວົ້າ​ວ່າ, ເຈົ້າ​ຍັງ​ໜຸ່ມ​ເກີນໄປ ແຕ່​ຈົ່ງ​ໄປ​ຫາ​ປະຊາຊົນ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ໄປ​ພົບ ແລະ​ບອກ​ພວກເຂົາ​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ.

8 ຢ່າສູ່​ຢ້ານກົວ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.

9 ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.

10 ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ເຢເຣມີຢາ​ເຫັນ​ນິມິດ​ສອງ​ປະການ

11 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ກ່າວວ່າ, “ເຢເຣມີຢາ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ງ່າ​ຂອງ​ຕົ້ນ​ໝາກບົກ.”

12 ພຣະເຈົ້າຢາເວ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ ແລະ​ເຮົາ​ກຳລັງ​ເຝົ້າ​ຄອຍເບິ່ງ ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນຈິງ.”

13 ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ມາເຖິງ​ຂ້າພະເຈົ້າ​ຄັ້ງທີ​ສອງ​ວ່າ, “ເຈົ້າ​ເຫັນ​ຫຍັງ​ອີກ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ໝໍ້​ໜ່ວຍ​ໜຶ່ງ​ທີ່​ກຳລັງ​ຟົດ​ຢູ່​ທາງ​ທິດເໜືອ ແລະ​ປາກໝໍ້​ນັ້ນ​ກໍ​ປິ່ນ​ມາ​ທາງ​ພີ້.”

14 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ການ​ທຳລາຍ​ຈະ​ຟົດເດືອດ​ຂຶ້ນ​ຈາກ​ທິດເໜືອ​ມາ​ສູ່​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້

15 ເພາະ​ເຮົາ​ກຳລັງ​ເອີ້ນ​ເອົາ​ທຸກ​ຊົນຊາດ​ທາງ​ທິດເໜືອ​ໃຫ້​ມາ. ພຣະເຈົ້າຢາເວ​ກ່າວວ່າ ບັນດາ​ກະສັດ​ຂອງ​ພວກເຂົາ​ຈະ​ຕັ້ງ​ບັນລັງ​ຂຶ້ນ​ທີ່​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ ແລະ ອ້ອມ​ກຳແພງ​ເມືອງ ຕະຫລອດ​ທັງ​ອ້ອມ​ເມືອງ​ອື່ນໆ​ຂອງ​ຢູດາຍ​ດ້ວຍ.

16 ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.

17 ເຢເຣມີຢາ​ເອີຍ ຈົ່ງ​ຕຽມຕົວ​ໄປ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ. ບັດນີ້​ຢ່າ​ສູ່​ຢ້ານກົວ​ພວກເຂົາ ບໍ່​ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫລາຍ​ຂຶ້ນ​ຕື່ມ ເມື່ອ​ເຈົ້າ​ຢູ່​ນຳ​ພວກເຂົາ.

18-19 ຈົ່ງ​ຟັງ​ເຖີດ ເຢເຣມີຢາ​ເອີຍ ທຸກຄົນ​ໃນ​ດິນແດນ​ນີ້ ຄື​ບັນດາ​ກະສັດ​ແຫ່ງ​ຢູດາຍ, ພວກ​ຂ້າຣາຊການ, ພວກ​ປະໂຣຫິດ ແລະ​ປະຊາຊົນ​ທົ່ວໄປ, ຈະ​ຕໍ່ສູ້​ເຈົ້າ. ແຕ່​ວັນ​ນີ້​ເຮົາ​ໃຫ້​ກຳລັງ​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ຕ້ານທານ​ພວກເຂົາ​ໄດ້; ເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ, ມີ​ເສົາ​ເປັນ​ເຫຼັກ ແລະ​ມີ​ກຳແພງ​ເປັນ​ທອງສຳຣິດ. ພວກເຂົາ​ຈະ​ເອົາ​ຊະນະ​ເຈົ້າ​ບໍ່ໄດ້ ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan