ພວກ^ຜູ້ປົກຄອງ 9 - ພຣະຄຳພີສັກສິອາບີເມເຫຼັກ 1 ຢູ່ຕໍ່ມາ ອາບີເມເຫຼັກ ລູກຊາຍຂອງກີເດໂອນ ໄດ້ໄປຫາພວກຍາດຕິພີ່ນ້ອງທາງແມ່ຂອງຕົນທີ່ເມືອງຊີເຄມ 2 ແລະບອກພວກເຂົາໃຫ້ໄປຖາມຊາວເມືອງຊີເຄມວ່າ, “ພວກເຈົ້າຢາກໄດ້ໃຜເປັນຜູ້ນຳຂອງພວກເຈົ້າ? ລູກຊາຍຂອງກີເດໂອນທັງໝົດເຈັດສິບຄົນ ຫລືຜູ້ດຽວນຳພາ? ຈົ່ງເຂົ້າໃຈວ່າອາບີເມເຫຼັກກໍເປັນເລືອດເນື້ອເຊື້ອໄຂຂອງພວກເຈົ້າ.” 3 ບັນດາພີ່ນ້ອງທາງແມ່ຂອງອາບີເມເຫຼັກ ໄດ້ໄປເວົ້າເລື່ອງນີ້ກັບຊາວເມືອງແທນລາວ. ດັ່ງນັ້ນ ຊາວຊີເຄມຈຶ່ງໄດ້ຕັດສິນໃຈຮັບເອົາອາບີເມເຫຼັກເປັນຜູ້ນຳຂອງພວກຕົນ ເພາະລາວເປັນຍາດຕິພີ່ນ້ອງຂອງພວກເຂົາ. 4 ພວກເຂົາໄດ້ເອົາເງິນເຈັດສິບຫລຽນຈາກວັດພະບາອານໃຫ້ອາບີເມເຫຼັກ ແລະດ້ວຍເງິນນັ້ນລາວໄດ້ຈ້າງເອົາພວກນັກເລງໄປນຳລາວ. 5 ລາວໄດ້ໄປທີ່ເຮືອນພໍ່ຂອງຕົນຢູ່ເມືອງໂອຟະຣາ ແລະຂ້າລູກຊາຍເຈັດສິບຄົນ ຂອງກີເດໂອນທີ່ເທິງຫີນກ້ອນດຽວ. ແຕ່ໂຢທາມລູກຊາຍຫລ້າຂອງກີເດໂອນລີ້ຢູ່ຈຶ່ງບໍ່ໄດ້ຖືກຂ້າ. 6 ແລ້ວຊາວຊີເຄມທຸກຄົນພ້ອມທັງຊາວເບັດມິນໂລ ກໍພາກັນໄປທີ່ຕົ້ນໂອກສັກສິດທີ່ເມືອງຊີເຄມ ແລະໃນທີ່ນັ້ນພວກເຂົາໄດ້ຕັ້ງອາບີເມເຫຼັກໃຫ້ຂຶ້ນເປັນກະສັດ. 7 ເມື່ອໂຢທາມໄດ້ຍິນເລື່ອງນີ້ ລາວຈຶ່ງຂຶ້ນໄປທີ່ເທິງຈອມພູເກຣີຊິມ ແລະຢືນຮ້ອງໃສ່ພວກເຂົາວ່າ, “ຊາວຊີເຄມທັງຫລາຍເອີຍ ຈົ່ງຟັງຂ້ອຍເທີ້ນ ແລະພຣະເຈົ້າອາດຈະຟັງພວກເຈົ້າດ້ວຍ. 8 ມີຄັ້ງໜຶ່ງ ເມື່ອຕົ້ນໄມ້ທັງຫລາຍອອກໄປເລືອກເອົາກະສັດ ພວກມັນເວົ້າກັບຕົ້ນໝາກກອກເທດວ່າ, ‘ຈົ່ງມາເປັນກະສັດຂອງພວກເຮົາເທາະ.’ 9 ຕົ້ນໝາກກອກເທດຕອບວ່າ, ‘ຖ້າຂ້ອຍປົກຄອງພວກເຈົ້າ ຂ້ອຍກໍຈະຕ້ອງເສຍນໍ້າມັນຂອງຂ້ອຍ ທີ່ເຂົາໃຊ້ຖວາຍແກ່ບັນດາພະແລະແກ່ມະນຸດ.’ 10 ແລ້ວຕົ້ນໄມ້ທັງຫລາຍກໍເວົ້າກັບຕົ້ນໝາກເດື່ອວ່າ, ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ’ 11 ແຕ່ຕົ້ນໝາກເດື່ອຕອບວ່າ, ‘ຖ້າຂ້ອຍປົກຄອງພວກເຈົ້າ ຂ້ອຍຈະຕ້ອງເສຍໝາກໄມ້ອັນຫອມຫວານຂອງຂ້ອຍ.’ 12 ດັ່ງນັ້ນ ຕົ້ນໄມ້ທັງຫລາຍຈຶ່ງເວົ້າກັບຕົ້ນອະງຸ່ນວ່າ ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ.’ 13 ແຕ່ຕົ້ນອະງຸ່ນຕອບວ່າ, ‘ຖ້າຂ້ອຍປົກຄອງພວກເຈົ້າ ຂ້ອຍຈະຕ້ອງເຊົາຜະລິດເຫຼົ້າອະງຸ່ນ ທີ່ເຮັດໃຫ້ບັນດາພະແລະມວນມະນຸດມີຄວາມສຸກ.’ 14 ເມື່ອເປັນເຊັ່ນນີ້ ຕົ້ນໄມ້ທັງໝົດຈຶ່ງເວົ້າກັບກົກໜາມວ່າ ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ.’ 15 ກົກໜາມຈຶ່ງຕອບວ່າ, ‘ຖ້າພວກເຈົ້າຢາກໃຫ້ຂ້ອຍເປັນກະສັດຂອງພວກເຈົ້າແທ້ ເຊີນມາຊົ້ນຮົ່ມຂອງຂ້ອຍແມ. ຖ້າພວກເຈົ້າບໍ່ມາ ໄຟຈະອອກມາຈາກງ່າໜາມຂອງຂ້ອຍ ແລະລາມໄປໄໝ້ຕົ້ນສົນທັງຫລາຍທີ່ຢູ່ເທິງພູເຂົາເລບານອນ.”’ 16 ໂຢທາມເວົ້າຕໍ່ໄປວ່າ, “ບັດນີ້ ພວກເຈົ້າໄດ້ແຕ່ງຕັ້ງອາບີເມເຫຼັກ ຂຶ້ນເປັນກະສັດດ້ວຍຄວາມຈິງໃຈບໍ? ພວກເຈົ້າຕອບສະໜອງຄຸນງາມຄວາມດີຂອງກີເດໂອນ ແລະຄອບຄົວຂອງເພິ່ນແບບນີ້ບໍ? 17 ຈົ່ງຈົດຈຳໄວ້ວ່າພໍ່ຂອງຂ້ອຍ ເພິ່ນໄດ້ສູ້ຮົບສຳລັບພວກເຈົ້າ. ເພິ່ນໄດ້ສ່ຽງຊີວິດເພື່ອຊ່ວຍພວກເຈົ້າໃຫ້ພົ້ນຈາກພວກມີດີອານ. 18 ແຕ່ມື້ນີ້ ພວກເຈົ້າໄດ້ຫັນມາຕໍ່ສູ້ຄອບຄົວຂອງພໍ່ຂ້ອຍ. ພວກເຈົ້າຂ້າລູກຊາຍເຈັດສິບຄົນ ຂອງເພິ່ນທີ່ເທິງຫີນກ້ອນດຽວ ເພາະອາບີເມເຫຼັກລູກຊາຍທີ່ເກີດຈາກສາວໃຊ້ຂອງເພິ່ນ ເປັນພີ່ນ້ອງຂອງພວກເຈົ້າ ພວກເຈົ້າຈຶ່ງໄດ້ແຕ່ງຕັ້ງລາວໃຫ້ຂຶ້ນເປັນກະສັດຂອງເມືອງຊີເຄມ. 19 ຖ້າສິ່ງທີ່ພວກເຈົ້າເຮັດຕໍ່ກີເດໂອນກັບຄອບຄົວຂອງເພິ່ນໃນມື້ນີ້ ດ້ວຍຄວາມຈິງໃຈແລະສັດຊື່ແທ້ ກໍຂໍໃຫ້ພວກເຈົ້າມີຄວາມສຸກກັບອາບີເມເຫຼັກ ແລະໃຫ້ລາວມີຄວາມສຸກກັບພວກເຈົ້າເໝືອນກັນ. 20 ຖ້າບໍ່ດັ່ງນັ້ນ ກໍຂໍໃຫ້ໄຟຈາກອາບີເມເຫຼັກເຜົາຜານຊາວຊີເຄມກັບຊາວເບັດມິນໂລ ແລະຂໍໃຫ້ໄຟຈາກຊາວຊີເຄມກັບຊາວເບັດມິນໂລເຜົາຜານອາບີເມເຫຼັກເຊັ່ນດຽວກັນ.” 21 ແລ້ວໂຢທາມກໍປົບໜີໄປອາໄສຢູ່ໃນເມືອງເບເອ ເພາະລາວຢ້ານອາບີເມເຫຼັກອ້າຍຂອງຕົນ. 22 ອາບີເມເຫຼັກໄດ້ໃຊ້ອຳນາດເໜືອຊາວອິດສະຣາເອນເປັນເວລາສາມປີ. 23 ຕໍ່ມາ ພຣະເຈົ້າໄດ້ເຮັດໃຫ້ອາບີເມເຫຼັກແລະຊາວຊີເຄມເປັນສັດຕູກັນ ແລະພວກເຂົາໄດ້ກະບົດຕໍ່ອາບີເມເຫຼັກ. 24 ເຫດການເຊັ່ນນີ້ໄດ້ເກີດຂຶ້ນ ເພື່ອວ່າອາບີເມເຫຼັກຕະຫລອດທັງຊາວຊີເຄມ ຜູ້ທີ່ໄດ້ສະໜັບສະໜູນລາວນັ້ນຈະໄດ້ໃຊ້ໜີ້ກຳຂອງພວກເຂົາ ໃນເລື່ອງການຂ້າລູກຊາຍເຈັດສິບຄົນ ຂອງກີເດໂອນ. 25 ຊາວຊີເຄມໄດ້ດັກສະກັດໂຈມຕີອາບີເມເຫຼັກທີ່ເທິງພູ ແລະພວກເຂົາຍັງໄດ້ປຸ້ນເອົາເຄື່ອງຂອງ ຂອງຄົນທີ່ຜ່ານໄປມາຢູ່ໃນແຖບນັ້ນດ້ວຍ. ແລ້ວກໍມີຄົນມາບອກອາບີເມເຫຼັກເຖິງເລື່ອງນີ້. 26 ຕໍ່ມາ ກາອານ ລູກຊາຍຂອງເອເບັດ ແລະອ້າຍນ້ອງຂອງລາວກໍເດີນທາງມາທີ່ຊີເຄມ. ຊາວຊີເຄມຈຶ່ງໄວ້ເນື້ອເຊື່ອໃຈລາວ. 27 ພວກເຂົາພາກັນອອກໄປທີ່ສວນອະງຸ່ນ ເພື່ອເກັບເອົາໝາກອະງຸ່ນມາເຮັດເຫຼົ້າ ແລະຈັດງານກິນລ້ຽງຂຶ້ນໃນວັດຂອງພວກເຂົາ. ພວກເຂົາກິນແລະດື່ມທັງເວົ້າເຍາະເຍີ້ຍສຽດສີອາບີເມເຫຼັກ. 28 ກາອານຖາມວ່າ, “ພວກເຮົາເປັນຊາວຊີເຄມແບບໃດ? ເປັນຫຍັງຈຶ່ງຮັບໃຊ້ອາບີເມເຫຼັກ? ມັນເປັນຜູ້ໃດກັນແທ້? ມັນເປັນລູກຊາຍຂອງກີເດໂອນບໍ່ແມ່ນບໍ? ແລະເຊບູນກໍຮັບໃຊ້ມັນບໍ່ແມ່ນບໍ? ທັງອາບີເມເຫຼັກແລະເຊບູນຕ່າງກໍເຄີຍຮັບໃຊ້ຮາໂມ ບໍ່ແມ່ນບໍ? ເປັນຫຍັງພວກເຮົາຈຶ່ງພາກັນຮັບໃຊ້ອາບີເມເຫຼັກ? ດັ່ງນັ້ນ ຈົ່ງສະແດງຄວາມຈົງຮັກພັກດີຕໍ່ຮາໂມເຖີດ ເພິ່ນເປັນບັນພະບຸລຸດຂອງພວກເຮົາຜູ້ທີ່ໄດ້ກໍ່ຕັ້ງເມືອງຊີເຄມນີ້. 29 ຖ້າຂ້ອຍໄດ້ເປັນຜູ້ຮັບໃຊ້ຂອງເມືອງນີ້ ຂ້ອຍຈະກຳຈັດອາບີເມເຫຼັກໃຫ້ສິ້ນໄປ ຂ້ອຍຈະຕ້ອງກ່າວທ້າທາຍ ລາວໂລດວ່າ ‘ຈົ່ງຮວບຮວມເອົາກຳລັງຂອງເຈົ້າອອກມາ ແລະສູ້ຮົບກັນເບິ່ງ.”’ 30 ເມື່ອເຊບູນຜູ້ປົກຄອງເມືອງໄດ້ຍິນກາອານເວົ້າດັ່ງນັ້ນ ເພິ່ນກໍໂກດຮ້າຍ. 31 ດັ່ງນັ້ນ ເພິ່ນຈຶ່ງໃຊ້ຄົນນຳຂ່າວຢ່າງລັບໆ ໄປບອກອາບີເມເຫຼັກທີ່ອາຣູມາ ວ່າ, “ກາອານລູກຊາຍຂອງເອເບັດແລະອ້າຍນ້ອງຂອງລາວໄດ້ມາທີ່ຊີເຄມ ແລະຍຸແຍ່ຊາວເມືອງໃຫ້ກະບົດຕໍ່ທ່ານ. 32 ເມື່ອເປັນເຊັ່ນນີ້ ຂໍໃຫ້ທ່ານນຳຄົນອອກໄປລີ້ຢູ່ຕາມທົ່ງນາໃນຕອນກາງຄືນ. 33 ໃນມື້ອື່ນເຊົ້າ ພໍຕາເວັນຂຶ້ນແລ້ວໃຫ້ໂຈມຕີເມືອງໃນທັນທີ. ເມື່ອກາອານແລະພັກພວກຂອງລາວອອກມາຕໍ່ສູ້ ໃຫ້ທ່ານຈັດການຢ່າງເຕັມກຳລັງກັບພວກເຂົາໂລດ.” 34 ດັ່ງນັ້ນ ອາບີເມເຫຼັກຈຶ່ງນຳຄົນຂອງຕົນອອກໄປໃນຕອນກາງຄືນ ແລະລີ້ຢູ່ນອກເມືອງໂດຍແບ່ງເປັນສີ່ໝວດ. 35 ພໍເຫັນກາອານອອກມາຢືນຢູ່ທີ່ປະຕູເມືອງ ພວກເຂົາກໍອອກມາຈາກບ່ອນລີ້ທັນທີ. 36 ເມື່ອກາອານຫລຽວເຫັນພວກເຂົາຈຶ່ງບອກເຊບູນວ່າ, “ເບິ່ງພຸ້ນດູ ມີຄົນພວມລົງມາຈາກຈອມພູ.” ເຊບູນຕອບວ່າ, “ອັນນັ້ນບໍ່ແມ່ນຄົນ ເປັນພຽງແຕ່ເງົາທີ່ເທິງພູເທົ່ານັ້ນ.” 37 ແຕ່ກາອານເວົ້າອີກວ່າ, “ເບິ່ງພຸ້ນດູ ມີຄົນພວກໜຶ່ງກຳລັງລົງມາຈາກຈອມພູ ແລະອີກພວກໜຶ່ງພວມມຸ້ງໜ້າມາຕາມຖະໜົນຕົ້ນໂອກຂອງໝໍມໍ.” 38 ແລ້ວເຊບູນກໍເວົ້າຕໍ່ລາວວ່າ, “ຄຳເວົ້າຂີ້ຄູຍຂອງເຈົ້ານັ້ນໄປໃສໝົດ? ເຈົ້າເອງເປັນຄົນຖາມວ່າ, ‘ເປັນຫຍັງພວກເຮົາຈຶ່ງຮັບໃຊ້ອາບີເມເຫຼັກ.’ ຄົນເຫຼົ່ານັ້ນແມ່ນພວກທີ່ເຈົ້າເວົ້າເຍາະເຍີ້ຍສຽດສີນັ້ນແຫຼະ. ບັດນີ້ ເຈົ້າອອກໄປສູ້ຮົບພວກເຂົາແມ.” 39 ແລ້ວກາອານກໍນຳເອົາຊາວຊີເຄມອອກໄປສູ້ຮົບອາບີເມເຫຼັກ. 40 ກາອານໄດ້ປົບໜີແລະອາບີເມເຫຼັກກໍໄລ່ຕິດຕາມລາວໄປ. ມີຫລາຍຄົນໄດ້ຮັບບາດເຈັບຢ່າງສາຫັດກ່ອນຈະໄປເຖິງປະຕູເມືອງ. 41 ອາບີເມເຫຼັກອາໄສຢູ່ທີ່ເມືອງອາຣູມາ ສ່ວນເຊບູນນັ້ນໄດ້ຕາມລ່າກາອານກັບອ້າຍນ້ອງຂອງລາວໃຫ້ໜີໄປຈາກຊີເຄມ ແລະບໍ່ໃຫ້ພວກເຂົາຢູ່ໃນເມືອງນີ້ອີກຕໍ່ໄປ. 42 ມື້ໃໝ່ມາ ອາບີເມເຫຼັກໄດ້ຮູ້ວ່າຊາວຊີເຄມພວມວາງແຜນອອກໄປທີ່ທົ່ງນາ. 43 ດັ່ງນັ້ນ ເພິ່ນຈຶ່ງແບ່ງຄົນຂອງຕົນອອກເປັນສາມໝວດ ໂດຍໃຫ້ໄປລີ້ຢູ່ຕາມທົ່ງນາ. ພໍເຫັນຄົນອອກມາຈາກເມືອງ ເພິ່ນກໍຟ້າວອອກໄປໂຈມຕີພວກເຂົາທັນທີ. 44 ອາບີເມເຫຼັກຟ້າວນຳໝວດຂອງຕົນໄປຢຶດປະຕູເມືອງ ໃນຂະນະທີ່ສອງໝວດອື່ນໂຈມຕີປະຊາຊົນຢູ່ຕາມທົ່ງນາ ແລະຂ້າພວກເຂົາທຸກຄົນຖິ້ມ. 45 ການສູ້ຮົບດຳເນີນໄປຕະຫລອດວັນ. ອາບີເມເຫຼັກຢຶດເມືອງໄດ້ ຫລັງຈາກຂ້າຊາວເມືອງຖິ້ມແລະທຳລາຍເມືອງແລ້ວ ເພິ່ນຈຶ່ງເອົາເກືອຫວ່ານໃສ່ເຕັມໜ້າດິນ. 46 ເມື່ອພວກຜູ້ນຳທີ່ປ້ອມຊີເຄມໄດ້ຍິນເລື່ອງນີ້ ພວກເຂົາກໍໄດ້ຫລົບໜີໄປລີ້ຢູ່ທີ່ຫ້ອງໃຕ້ດິນໃນວັດຂອງພະບາອານ. 47 ມີຄົນມາແຈ້ງແກ່ອາບີເມເຫຼັກວ່າ ບັນດາຜູ້ນຳໄດ້ໄປໂຮມກັນຢູ່ໃນທີ່ນັ້ນ. 48 ສະນັ້ນ ເພິ່ນຈຶ່ງນຳຄົນຂອງຕົນຂຶ້ນໄປເທິງພູເຂົາຊານໂມນ. ໃນທີ່ນັ້ນເພິ່ນໄດ້ໃຊ້ຂວານຕັດເອົາງ່າໄມ້ແບກມາ ແລະບອກຄົນຂອງເພິ່ນປະຕິບັດເຊັ່ນກັນ. 49 ດັ່ງນັ້ນ ທຸກຄົນຈຶ່ງຕັດເອົາງ່າໄມ້ ແລ້ວຕາມອາບີເມເຫຼັກໄປ. ພວກເຂົາກອງງ່າໄມ້ໃສ່ກັບຫ້ອງໃຕ້ດິນ ແລະຈູດງ່າໄມ້ເຫຼົ່ານັ້ນເຜົາຄົນຢູ່ຂ້າງໃນນັ້ນຈົນຕາຍໝົດ ຊຶ່ງລວມທັງຊາຍແລະຍິງແລ້ວມີປະມານໜຶ່ງພັນຄົນ. 50 ແລ້ວອາບີເມເຫຼັກກໍໄປລ້ອມເມືອງເທເບັດແລະຢຶດເມືອງນີ້ໄດ້. 51 ໃນເມືອງນີ້ມີຫໍຄອຍໃຫຍ່ແຫ່ງໜຶ່ງ ຊຶ່ງຜູ້ຊາຍກັບແມ່ຍິງແລະພວກຜູ້ນຳທຸກຄົນໄດ້ຫລົບໜີໄປລີ້ຢູ່ໃນທີ່ນັ້ນ. ພວກເຂົາອັດປະຕູໃສ່ໄລຂັງຕົນເອງໄວ້ ແລະພາກັນຂຶ້ນໄປທີ່ເທິງຫລັງຄາຫໍຄອຍ. 52 ເມື່ອອາບີເມເຫຼັກມາໂຈມຕີຫໍຄອຍນີ້ ເພິ່ນໄດ້ໄປທີ່ທາງປະຕູເຂົ້າເພື່ອຈະຈູດຫໍຄອຍນັ້ນເສຍ. 53 ແຕ່ມີຍິງຄົນໜຶ່ງທີ່ຢູ່ເທິງຫລັງຄາຂອງຫໍຄອຍນັ້ນໄດ້ໂຍນຫີນໂມ້ແປ້ງລົງ ຖືກຫົວຂອງອາບີເມເຫຼັກຈົນກະໂຫລກຫົວແຕກ. 54 ແລ້ວໃນທັນໃດນັ້ນ ເພິ່ນຈຶ່ງເອີ້ນຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ຕົນມາ ແລະສັ່ງວ່າ, “ຈົ່ງຖອດດາບຂອງເຈົ້າອອກມາຂ້າຂ້ອຍສາ ເພື່ອຄົນຈະບໍ່ໄດ້ຮູ້ວ່າຂ້ອຍຕາຍຍ້ອນແມ່ຍິງ.” ດັ່ງນັ້ນ ຊາຍໜຸ່ມຄົນນັ້ນຈຶ່ງແທງເພິ່ນຈົນສິ້ນໃຈຕາຍ. 55 ເມື່ອຊາວອິດສະຣາເອນເຫັນວ່າອາບີເມເຫຼັກໄດ້ຕາຍໄປແລ້ວ ພວກເຂົາທຸກຄົນຈຶ່ງພາກັນກັບເມືອບ້ານເຮືອນຂອງໃຜລາວ. 56 ດັ່ງນັ້ນ ພຣະເຈົ້າຈຶ່ງໃຫ້ອາບີເມເຫຼັກໃຊ້ໜີ້ກຳທີ່ລາວໄດ້ກະທຳໄວ້ ໂດຍຂ້າອ້າຍນ້ອງເຈັດສິບຄົນຂອງຕົນ. 57 ພຣະເຈົ້າຍັງໄດ້ເຮັດໃຫ້ຊາວຊີເຄມທົນທຸກ ຍ້ອນຜົນກຳແຫ່ງຄວາມຊົ່ວຊ້າຂອງພວກເຂົາ ຊຶ່ງເປັນໄປຕາມທີ່ໂຢທາມລູກຊາຍຂອງກີເດໂອນ ໄດ້ບອກໄວ້ວ່າຈະເກີດຂຶ້ນ ຕອນທີ່ລາວສາບແຊ່ງພວກເຂົານັ້ນ. |
@ 2012 United Bible Societies. All Rights Reserved.