Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 8 - ພຣະຄຳພີສັກສິ


ພວກ​ມີດີອານ​ຍອມ​ພ່າຍແພ້​ບັ້ນ​ສຸດທ້າຍ

1 ຕໍ່ມາ ຊາວ​ເອຟຣາອິມ​ໄດ້​ຖາມ​ກີເດໂອນ​ວ່າ, “ເວລາ​ທີ່​ເຈົ້າ​ອອກ​ໄປ​ສູ້ຮົບ​ນັ້ນ ເປັນຫຍັງ​ຈຶ່ງ​ບໍ່​ເອີ້ນ​ພວກເຮົາ​ແດ່? ເປັນຫຍັງ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ແບບ​ນີ້?” ພວກເຂົາ​ຕໍ່ວ່າ​ຕໍ່ຂານ​ກ່ຽວກັບ​ເລື່ອງ​ນີ້​ຢ່າງ​ຮຸນແຮງ.

2 ແຕ່​ກີເດໂອນ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ນັ້ນ​ບໍ່​ມີ​ຫຍັງ​ໝົດ ເມື່ອ​ປຽບທຽບ​ໃສ່​ກັບ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ແມ່ນແຕ່​ສິ່ງ​ເລັກນ້ອຍ​ທີ່​ຊາວ​ເອຟຣາອິມ​ໄດ້​ເຮັດ ກໍ​ມີ​ຄຸນຄ່າ​ກວ່າ​ສິ່ງ​ທັງໝົດ​ທີ່​ຕະກຸນ​ຂອງຂ້ອຍ​ໄດ້​ເຮັດ​ມາ.

3 ໃນທີ່ສຸດ ດ້ວຍ​ຣິດອຳນາດ​ຂອງ​ພຣະເຈົ້າ ພວກເຈົ້າ​ໄດ້​ຂ້າ​ຫົວໜ້າ​ຂອງ​ຊາວ​ມີດີອານ​ສອງ​ຄົນ​ຄື: ໂອເຣັບ​ແລະ​ເຊເອັບ. ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ນັ້ນ​ຈະ​ທຽບ​ໃສ່​ກັບ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ມາ​ໄດ້​ຢ່າງ​ໃດ?” ເມື່ອ​ລາວ​ເວົ້າ​ດັ່ງນັ້ນ​ແລ້ວ​ພວກເຂົາ​ກໍ​ເຊົາ​ຄຽດ.

4 ກີເດໂອນ​ກັບ​ພັກພວກ​ສາມຮ້ອຍ​ຄົນ​ໄດ້​ເດີນທາງ​ມາ​ເຖິງ​ແມ່ນໍ້າ​ຈໍແດນ ແລ້ວ​ກໍ​ຂ້າມ​ແມ່ນໍ້າ​ໄປ. ພວກເຂົາ​ອິດເມື່ອຍ​ອ່ອນ​ແຮງ​ຫລາຍ, ແຕ່​ກໍ​ຍັງ​ສືບຕໍ່​ກວາດລ້າງ​ສັດຕູ​ໄປ​ເລື້ອຍໆ.

5 ເມື່ອ​ພວກເຂົາ​ມາ​ຮອດ​ເມືອງ​ຊຸກໂກດ ກີເດໂອນ​ໄດ້​ຂໍຮ້ອງ​ນຳ​ຊາວ​ເມືອງ​ວ່າ, “ຂ້ອຍ​ຂໍ​ເຂົ້າ​ໃຫ້​ຄົນ​ຂອງຂ້ອຍ​ກິນ​ແດ່​ເພາະ​ພວກເຂົາ​ອິດເມື່ອຍ​ຫລາຍ ແລະ​ຂ້ອຍ​ກຳລັງ​ຕາມລ່າ​ເຈົ້າ​ເຊບາ​ແລະ​ເຈົ້າ​ຊັນມຸນນາ ກະສັດ​ຂອງ​ຊາວ​ມີດີອານ.”

6 ແຕ່​ພວກ​ຜູ້ນຳ​ຂອງ​ເມືອງ​ຊຸກໂກດ​ໄດ້​ຕອບ​ວ່າ, “ດ້ວຍເຫດໃດ ພວກຂ້ອຍ​ຈຶ່ງ​ຈະ​ເອົາ​ອາຫານ​ໃຫ້​ທະຫານ​ຂອງ​ເຈົ້າ​ກິນ ໃນ​ເມື່ອ​ເຈົ້າ​ຈັບ​ເຈົ້າ​ເຊບາ ແລະ​ເຈົ້າ​ຊັນມຸນນາ​ບໍ່​ທັນ​ໄດ້​ເທື່ອ.”

7 ດັ່ງນັ້ນ ກີເດໂອນ​ຈຶ່ງ​ເວົ້າ​ວ່າ, “ດີແລ້ວ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ເຈົ້າ​ເຊບາ ແລະ​ເຈົ້າ​ຊັນມຸນນາ​ໃຫ້​ຂ້ອຍ​ແລ້ວ ຂ້ອຍ​ຈະ​ຂ້ຽນ​ພວກເຈົ້າ​ດ້ວຍ​ຫວາຍ​ໜາມ ແລະ​ໄມ້ໜາມ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ.”

8 ຫລັງຈາກ​ນັ້ນ ກີເດໂອນ​ກໍ​ໄປ​ທີ່​ເມືອງ​ເປນູເອນ ແລະ​ຂໍຮ້ອງ​ຢ່າງ​ດຽວກັນ. ຊາວ​ເມືອງ​ເປນູເອນ​ກໍ​ຕອບ​ຢ່າງ​ດຽວກັນ​ກັບ​ຊາວ​ເມືອງ​ຊຸກໂກດ.

9 ສະນັ້ນ ກີເດໂອນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ເມື່ອໃດ​ຂ້ອຍ​ກັບຄືນມາ​ຢ່າງ​ປອດໄພ​ແລ້ວ ເມື່ອນັ້ນ​ຂ້ອຍ​ຈະ​ທຳລາຍ​ຫໍຄອຍ​ນີ້​ລົງ​ໃຫ້​ຮາບກ້ຽງ.”

10 ເຈົ້າ​ເຊບາ ແລະ​ເຈົ້າ​ຊັນມຸນນາ​ພ້ອມ​ທັງ​ກອງທັບ​ຂອງຕົນ​ພັກ​ຢູ່​ທີ່​ກາໂກເຣ. ໃນ​ກອງທັບ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ​ທີ່​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ມີ​ທະຫານ​ເຫຼືອ​ຢູ່​ພຽງ​ສິບຫ້າພັນ​ຄົນ ເທົ່ານັ້ນ; ສ່ວນ​ທະຫານ​ທີ່​ຖືກ​ຂ້າ​ຕາຍ​ມີ​ໜຶ່ງຮ້ອຍ​ຊາວພັນ​ຄົນ.

11 ກີເດໂອນ​ໄດ້​ນຳ​ທະຫານ​ໄປ​ຕາມ​ທາງ​ທີ່​ແຄມ​ຖິ່ນ​ແຫ້ງແລ້ງ​ກັນດານ ທາງທິດ​ຕາເວັນອອກ​ຂອງ​ໂນບາ​ແລະ​ໂຢກເບຮາ ແລະ​ເຂົ້າ​ບຸກໂຈມຕີ​ທະຫານ​ເຫຼົ່ານັ້ນ​ຢ່າງ​ບໍ່​ທັນ​ໃຫ້​ຮູ້​ຕົວ.

12 ກະສັດ​ທັງສອງ​ຂອງ​ຊາວ​ມີດີອານ ຄື​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ ໄດ້​ແລ່ນ​ປົບໜີໄປ, ແຕ່​ກີເດໂອນ​ໄລ່​ຈັບ​ກະສັດ​ທັງສອງ​ຄົນ​ນັ້ນ​ໄດ້. ດັ່ງນັ້ນ ທະຫານ​ທັງໝົດ​ຂອງ​ພວກເຂົາ​ຈຶ່ງ​ແຕກຕື່ນ​ຕົກໃຈ ແລະ​ພ່າຍ​ໜີໄປ.

13 ເມື່ອ​ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ກັບຄືນ​ມາ​ແຕ່​ຮົບເສິກ ໂດຍ​ຜ່ານ​ທາງ​ຊ່ອງແຄບ​ເຮເຣັດ​ນັ້ນ

14 ລາວ​ໄດ້​ຈັບ​ເອົາ​ຊາຍໜຸ່ມ​ຜູ້ໜຶ່ງ​ຈາກ​ເມືອງ​ຊຸກໂກດ ແລະ​ສອບ​ຖາມ​ເອົາ​ເລື່ອງລາວ​ຕ່າງໆ​ນຳ​ລາວ. ຊາຍໜຸ່ມ​ຜູ້​ນີ້​ໄດ້​ຈົດ​ຊື່​ພວກ​ຜູ້ນຳ​ເຈັດສິບເຈັດ​ຄົນ​ທີ່​ຢູ່​ໃນ​ເມືອງ​ຊຸກໂກດ​ໃຫ້​ກີເດໂອນ.

15 ແລ້ວ​ກີເດໂອນ​ກໍ​ໄປ​ຫາ​ຊາວ​ເມືອງ​ຊຸກໂກດ ແລະ​ເວົ້າ​ວ່າ, “ພວກເຈົ້າ​ຈື່​ຄາວ​ທີ່​ພວກເຈົ້າ​ບໍ່​ຍອມ​ຊ່ວຍເຫລືອ​ຂ້ອຍ​ນັ້ນ​ບໍ່? ພວກເຈົ້າ​ທ້າ​ຂ້ອຍ​ວ່າ ພວກເຈົ້າ​ບໍ່​ຍອມ​ເອົາ​ອາຫານ​ໃຫ້​ພວກ​ທະຫານ ທີ່​ອິດເມື່ອຍ​ອ່ອນແຮງ​ຂອງຂ້ອຍ​ກິນ ເພາະ​ຂ້ອຍ​ຈັບ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ​ບໍ່​ທັນ​ໄດ້​ເທື່ອ. ນີ້​ເດ ພວກເຂົາ​ຢູ່​ທີ່​ນີ້​ແລ້ວ.”

16 ແລ້ວ​ກີເດໂອນ​ກໍໄດ້​ຂ້ຽນ​ພວກ​ຜູ້ນຳ​ຊາວ​ເມືອງ​ຊຸກໂກດ​ເພື່ອ​ເປັນ​ການລົງໂທດ​ດ້ວຍ​ຫວາຍ​ໜາມ ແລະ​ໄມ້ໜາມ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ.

17 ລາວ​ຍັງ​ໄດ້​ທຳລາຍ​ຫໍຄອຍ​ທີ່​ເປນູເອນ ແລະ​ຂ້າ​ຊາວ​ເມືອງ​ໃນ​ທີ່ນັ້ນ​ດ້ວຍ.

18 ແລ້ວ​ລາວ​ກໍໄດ້​ຖາມ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ​ວ່າ, “ຄົນ​ທີ່​ພວກເຈົ້າ​ຂ້າ​ໃນ​ເມືອງ​ຕາໂບ​ນັ້ນ​ມີ​ຮູບຮ່າງ​ຢ່າງ​ໃດ?” ພວກເຂົາ​ຕອບ​ວ່າ, “ຄືກັນ​ກັບ​ທ່ານ​ແລະ​ທຸກຄົນ​ກໍ​ເບິ່ງ​ຄື​ກັນ​ກັບ​ລູກຊາຍ​ຂອງ​ກະສັດ.”

19 ກີເດໂອນ​ກ່າວ​ວ່າ, “ພວກເຂົາ​ເປັນ​ອ້າຍ​ນ້ອງ​ທີ່​ເກີດ​ຈາກ​ແມ່​ດຽວກັນ​ກັບ​ຂ້ອຍ. ພຣະເຈົ້າຢາເວ​ຊົງ​ມີ​ຊີວິດ​ຢູ່​ສັນໃດ ຖ້າ​ພວກເຈົ້າ​ບໍ່ໄດ້​ຂ້າ​ພວກເຂົາ ຂ້ອຍ​ກໍ​ຈະ​ບໍ່​ຂ້າ​ພວກເຈົ້າ​ສັນນັ້ນ.”

20 ແລ້ວ​ລາວ​ກໍ​ບອກ​ເຢເທ​ລູກຊາຍກົກ​ຂອງຕົນ​ວ່າ, “ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ສາ” ແຕ່​ເດັກຊາຍ​ຄົນ​ນີ້​ບໍ່​ກ້າ​ຖອດດາບ​ຂອງຕົນ​ອອກ​ຍ້ອນ​ຢ້ານ ເພາະ​ລາວ​ຍັງ​ເປັນ​ເດັກຢູ່.

21 ເຈົ້າ​ເຊບາ​ແລະ​ເຈົ້າ​ຊັນມຸນນາ​ຈຶ່ງ​ບອກ​ກີເດໂອນ​ວ່າ, “ຈົ່ງ​ຂ້າ​ພວກເຮົາ​ດ້ວຍ​ຕົວ​ທ່ານ​ເອງ​ເທີ້ນ ໜ້າທີ່​ຂອງ​ຜູ້ໃຫຍ່​ໃຫ້​ຜູ້ໃຫຍ່​ເຮັດ​ສາ.” ດັ່ງນັ້ນ ກີເດໂອນ​ຈຶ່ງ​ຂ້າ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ ແລະ​ເອົາ​ຫລຽນ​ຮູບ​ວົງເດືອນ​ທີ່​ເອ້​ຄໍ​ອູດ​ຂອງ​ພວກເຂົາ​ນັ້ນ​ໄປ​ນຳ.

22 ຫລັງຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ເວົ້າ​ກັບ​ກີເດໂອນ​ວ່າ, “ຂໍ​ທ່ານ​ແລະ​ເຊື້ອສາຍ​ຂອງທ່ານ ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ​ເທີ້ນ ເພາະ​ທ່ານ​ໄດ້​ຊ່ວຍເຫລືອ​ພວກເຮົາ​ໃຫ້​ພົ້ນ​ຈາກ​ກຳມື​ພວກ​ມີດີອານ.”

23 ກີເດໂອນ​ຕອບ​ວ່າ, “ຂ້ອຍ​ແລະ​ລູກຊາຍ​ຂອງຂ້ອຍ​ຈະ​ບໍ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ​ຈະ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ.”

24 ແຕ່​ກີເດໂອນ​ເວົ້າ​ຕໍ່ໄປ​ວ່າ, “ໃຫ້​ຂ້ອຍ​ຂໍ​ສິ່ງ​ໜຶ່ງ​ຈາກ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ແຕ່ລະຄົນ​ເອົາ​ຕຸ້ມຫູ​ທີ່​ຢຶດ​ມາ​ໄດ້​ນັ້ນ​ໃຫ້​ຂ້ອຍ.” (ຊາວ​ມີດີອານ​ໃສ່​ຕຸ້ມຫູ​ຄຳ ດັ່ງ​ຄົນ​ທົ່ວ​ໄປ​ທີ່​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.)

25 ພວກເຂົາ​ຕອບ​ວ່າ, “ພວກເຮົາ​ຍິນດີ​ທີ່​ຈະ​ເອົາ​ສິ່ງນັ້ນ​ໃຫ້​ທ່ານ.” ແລ້ວ​ພວກເຂົາ​ກໍໄດ້​ປູ​ຜ້າ​ລົງ​ດິນ ແລະ​ເອົາ​ຕຸ້ມຫູ​ຊຶ່ງ​ຢຶດ​ໄດ້​ນັ້ນ​ມາ​ວາງ​ໄວ້​ເທິງ​ຜ້າ.

26 ຕຸ້ມຫູ​ທີ່​ກີເດໂອນ​ຂໍ​ມາ​ນັ້ນ​ຊັ່ງ​ໄດ້​ເກືອບ​ຊາວ​ກິໂລກຼາມ ໂດຍ​ບໍ່ໄດ້​ໄລ່​ສິ່ງ​ອື່ນໆ​ເຂົ້າ​ນຳ​ເຊັ່ນ: ເຄື່ອງເອ້, ສາຍສ້ອຍ​ຄໍ, ເຄື່ອງນຸ່ງ​ສີມ່ວງ​ທີ່​ກະສັດ​ມີດີອານ​ໃສ່ ແລະ​ເຄື່ອງເອ້​ທີ່​ຜູກ​ຄໍ​ອູດ.

27 ກີເດໂອນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ມາ​ສ້າງ​ຮູບເຄົາຣົບ ແລະ​ຕັ້ງ​ໄວ້​ໃນ​ໂອຟະຣາ ເມືອງ​ຂອງ​ເພິ່ນ​ເອງ. ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ປະຖິ້ມ​ພຣະເຈົ້າ ແລະ​ໄປ​ທີ່​ເມືອງ​ໂອຟຣາ​ເພື່ອ​ຂາບໄຫວ້​ຮູບເຄົາຣົບ​ນັ້ນ. ການ​ກະທຳ​ເຊັ່ນນີ້​ເປັນ​ບ້ວງແຮ້ວ​ສຳລັບ​ກີເດໂອນ​ເອງ ແລະ​ຄອບຄົວ​ຂອງ​ລາວ.

28 ສະນັ້ນ ຊາວ​ມີດີອານ​ຈຶ່ງ​ພ່າຍແພ້ ແລະ​ບໍ່​ເປັນ​ໄພ​ຄຸກຄາມ​ຊາວ​ອິດສະຣາເອນ​ຕໍ່ໄປ. ໃນ​ເວລາ​ທີ່​ກີເດໂອນ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ປະເທດ​ຊາດ​ບ້ານ​ເມືອງ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ.


ກີເດໂອນ​ຕາຍ

29 ຕໍ່ຈາກ​ນັ້ນ​ມາ ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ໄດ້​ກັບຄືນ​ເມືອ​ຢູ່​ເຮືອນ​ຂອງຕົນເອງ.

30 ເພິ່ນ​ມີ​ລູກຊາຍ​ເຈັດສິບ​ຄົນ​ຍ້ອນ​ວ່າ​ເພິ່ນ​ມີ​ເມຍ​ຫລາຍ​ຄົນ.

31 ເພິ່ນ​ຍັງ​ມີ​ເມຍນ້ອຍ​ຢູ່​ທີ່​ຊີເຄມ. ເມຍ​ຜູ້​ນີ້​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາບີເມເຫຼັກ.

32 ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ໄດ້​ຕາຍໄປ​ໃນ​ເວລາ​ເພິ່ນ​ເຖົ້າແກ່​ຫລາຍ. ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ໂຢອາດ​ພໍ່​ຂອງຕົນ​ທີ່​ໂອຟະຣາ ຊຶ່ງ​ເປັນ​ເມືອງ​ຂອງ​ຕະກຸນ​ອາບີເອເຊ.

33 ຫລັງຈາກ​ກີເດໂອນ​ໄດ້​ຕາຍໄປ​ແລ້ວ ປະຊາຊົນ​ອິດສະຣາເອນ​ກໍ​ບໍ່​ເຊື່ອຟັງ​ພຣະເຈົ້າ​ອີກ ແລະ​ໄປ​ຂາບໄຫວ້​ພະບາອານ. ສະນັ້ນ ພວກເຂົາ​ຈື່ງ​ຖື​ພະບາອານ​ເປັນ​ພະ​ຂອງ​ພວກ​ຕົນ.

34 ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຮອບ​ພວກເຂົາ​ນັ້ນ.

35 ພວກເຂົາ​ບໍ່ໄດ້​ສຳນຶກ​ເຖິງ​ບຸນຄຸນ​ຂອງ​ຄອບຄົວ​ກີເດໂອນ ທີ່​ເຄີຍ​ສ້າງ​ຄຸນງາມ​ຄວາມດີ​ໄວ້​ກັບ​ຊາດ​ອິດສະຣາເອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan