ພວກ^ຜູ້ປົກຄອງ 7 - ພຣະຄຳພີສັກສິກີເດໂອນຊະນະພວກມີດີອານ 1 ມື້ໜຶ່ງ ກີເດໂອນພ້ອມດ້ວຍທະຫານທັງໝົດຂອງລາວໄດ້ລຸກຂຶ້ນແຕ່ເຊົ້າໆ ແລ້ວກໍໄປຕັ້ງທີ່ໝັ້ນຢູ່ທາງບໍ່ນໍ້າຮາໂຣດ. ສ່ວນພວກມີດີອານນັ້ນຕັ້ງທີ່ໝັ້ນຢູ່ຮ່ອມພູ ທາງທິດເໜືອໃກ້ກັບພູໂມເຣ. 2 ພຣະເຈົ້າຢາເວບອກກີເດໂອນວ່າ, “ຄົນທີ່ມານຳເຈົ້ານັ້ນມີຫລາຍໂພດ ເຮົາບໍ່ຢາກໃຫ້ມີຫລາຍຄົນປານນັ້ນເພື່ອຊະນະພວກມີດີອານ. ເມື່ອຮົບຊະນະພວກມີດີອານແລ້ວ ພວກເຂົາອາດຄິດວ່າໄຊຊະນະທີ່ໄດ້ມານັ້ນ ແມ່ນດ້ວຍກຳລັງຂອງຕົນເອງ ໂດຍຈະບໍ່ຄິດວ່າເຮົາເປັນຜູ້ຊ່ວຍເຫລືອ. 3 ສະນັ້ນ ເຈົ້າຈົ່ງປະກາດແກ່ຄົນທັງຫລາຍວ່າ, ‘ຖ້າຜູ້ໃດຢ້ານໃຫ້ກັບຄືນເມືອສາ ສ່ວນພວກເຮົາຈະຢູ່ທີ່ພູກີເລອາດນີ້.”’ ດັ່ງນັ້ນ ຈຶ່ງມີຊາວສອງພັນຄົນກັບຄືນເມືອແລະມີສິບພັນຄົນຍັງເຫລືອຢູ່. 4 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ກີເດໂອນອີກວ່າ, “ເຈົ້າຍັງມີຄົນຫລາຍໂພດ. ຈົ່ງພາພວກເຂົາລົງໄປທີ່ແຄມນໍ້າ ແລ້ວໃນທີ່ນັ້ນເຮົາຈະຄັດເລືອກເອົາພວກເຂົາໃຫ້ເຈົ້າ. ຖ້າເຮົາບອກເຈົ້າວ່າ ບຸກຄົນໃດຄວນໄປ ລາວຈະໄປທັນທີ. ຖ້າເຮົາບອກວ່າ ບຸກຄົນໃດບໍ່ຄວນໄປ ລາວຈະບໍ່ໄດ້ໄປເປັນເດັດຂາດ.” 5 ດັ່ງນັ້ນ ກີເດໂອນຈຶ່ງພາຊາວອິດສະຣາເອນໄປທີ່ແຄມນໍ້າ ແລະພຣະເຈົ້າຢາເວໄດ້ບອກກີເດໂອນວ່າ, “ຈົ່ງແຍກພວກທີ່ດື່ມນໍ້າ ໂດຍໃຊ້ລີ້ນເລຍກິນຄືກັບໝາ ອອກຈາກພວກທີ່ຄຸເຂົ່າລົງດື່ມ.” 6 ພວກທີ່ໃຊ້ມືກອບນໍ້າຂຶ້ນມາເລຍກິນມີຢູ່ສາມຮ້ອຍຄົນ. ສ່ວນທີ່ເຫຼືອນັ້ນແມ່ນພວກທີ່ຄຸເຂົ່າລົງດື່ມ. 7 ພຣະເຈົ້າຢາເວຈຶ່ງບອກກີເດໂອນວ່າ, “ເຮົາຈະຊ່ວຍກູ້ເອົາເຈົ້າແລະໃຫ້ເຈົ້າຮົບຊະນະຊາວມີດີອານດ້ວຍຈຳນວນສາມຮ້ອຍຄົນທີ່ກອບນໍ້າຂຶ້ນມາເລຍກິນ. ແລ້ວຈົ່ງບອກພວກທີ່ເຫຼືອນັ້ນໃຫ້ກັບຄືນເມືອໝົດ.” 8 ສະນັ້ນ ກີເດໂອນຈຶ່ງສົ່ງຊາວອິດສະຣາເອນກັບເມືອໝົດ ເວັ້ນໄວ້ແຕ່ສາມຮ້ອຍຄົນ ທີ່ຮັກສາສິ່ງຂອງທັງໝົດແລະແກຂອງພວກເຂົາໄວ້. ສ່ວນຊາວມີດີອານນັ້ນໄດ້ຕັ້ງທີ່ໝັ້ນຢູ່ທາງດ້ານຫລັງຂອງຊາວອິດສະຣາເອນ. 9 ໃນຄືນນັ້ນ ພຣະເຈົ້າຢາເວໄດ້ສັ່ງກີເດໂອນວ່າ, “ຈົ່ງລຸກຂຶ້ນໄປບຸກໂຈມຕີທີ່ໝັ້ນຂອງພວກເຂົາ; ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກເຂົາ. 10 ແຕ່ຖ້າເຈົ້າບໍ່ກ້າລົງໄປບຸກໂຈມຕີ ໃຫ້ເຈົ້າກັບປູຣາຄົນຮັບໃຊ້ຂອງເຈົ້າລົງໄປສືບເບິ່ງກ່ອນ. 11 ເຈົ້າຈະໄດ້ຍິນວ່າພວກເຂົາກຳລັງເວົ້າຫຍັງແດ່ ແລ້ວເຈົ້າກໍຈະກ້າບຸກໂຈມຕີທີ່ໝັ້ນນັ້ນ.” ດັ່ງນັ້ນ ກີເດໂອນແລະປູຣາຄົນຮັບໃຊ້ຂອງຕົນ ຈຶ່ງລົງໄປທີ່ແຄມຄ້າຍຂອງສັດຕູ. 12 ຝ່າຍຊາວມີດີອານ, ຊາວອາມາເຫຼັກ ແລະຄົນໃນເຜົ່າຕ່າງໆທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍຢາຍກັນຢູ່ຕາມຮ່ອມພູເໝືອນດັ່ງຝູງຕັກແຕນ. ພວກເຂົາມີຝູງອູດຢ່າງຫລວງຫລາຍ ຄ້າຍກັບເມັດດິນຊາຍຕາມແຄມຝັ່ງທະເລ. 13 ເມື່ອກີເດໂອນມາເຖິງທີ່ນັ້ນ ລາວກໍໄດ້ຍິນຊາຍຄົນໜຶ່ງກຳລັງເລົ່າຄວາມຝັນຂອງຕົນສູ່ໝູ່ຟັງວ່າ, “ຂ້ອຍຝັນເຫັນເຂົ້າຈີ່ກ້ອນໜຶ່ງທີ່ເຮັດດ້ວຍເຂົ້າບາເລ ກິ້ງເຂົ້າມາໃນຄ້າຍຂອງພວກເຮົາ ເຂົ້າຈີ່ກ້ອນນີ້ກິ້ງມາຕຳຜ້າເຕັນລົ້ມເພພັງໝົດ.” 14 ໝູ່ຂອງຄົນທີ່ຝັນນັ້ນຈຶ່ງຕອບວ່າ, “ອັນນີ້ຕ້ອງໝາຍເຖິງດາບຂອງກີເດໂອນ ຊາວອິດສະຣາເອນ ຜູ້ທີ່ເປັນລູກຊາຍຂອງໂຢອາດ ມັນຄົງບໍ່ໝາຍເຖິງສິ່ງອື່ນໄປໄດ້ດອກ ພຣະເຈົ້າໄດ້ໃຫ້ລາວມີໄຊຊະນະເໜືອກອງທັບທັງໝົດຂອງພວກເຮົາແລ້ວ.” 15 ເມື່ອກີເດໂອນໄດ້ຍິນເລື່ອງຂອງຄວາມຝັນພ້ອມທັງຄວາມໝາຍ ລາວຈຶ່ງຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ. ແລ້ວກໍກັບຄືນເມືອທີ່ໝັ້ນຂອງຊາວອິດສະຣາເອນ ແລະເວົ້າວ່າ, “ຈົ່ງລຸກຂຶ້ນ ພຣະເຈົ້າຢາເວກຳລັງໃຫ້ພວກເຈົ້າຮົບຊະນະກອງທັບຂອງພວກມີດີອານ.” 16 ສະນັ້ນ ລາວຈຶ່ງແບ່ງນັກຮົບສາມຮ້ອຍຄົນນັ້ນອອກເປັນສາມໝວດ ໂດຍເອົາແກແຈກໃຫ້ຄົນລະອັນ ພ້ອມທັງໃຫ້ຖືໄຫຄົນລະໜ່ວຍທີ່ມີກະບອງລຸກຢູ່. 17 ລາວບອກພວກເຂົາວ່າ, “ເວລາຂ້ອຍໄປເຖິງແຄມຄ້າຍແລ້ວ ຈົ່ງຊອມເບິ່ງຂ້ອຍແລະເຮັດຕາມທີ່ຂ້ອຍເຮັດ. 18 ເມື່ອຂ້ອຍແລະພວກຂອງຂ້ອຍເປົ່າແກຂຶ້ນ ໃຫ້ພວກເຈົ້າເປົ່າແກຂຶ້ນໂລດ. ແລ້ວຈົ່ງໃຫ້ທຸກຄົນທີ່ຢູ່ອ້ອມຄ້າຍພັກຮ້ອງຂຶ້ນວ່າ, ‘ເພື່ອພຣະເຈົ້າຢາເວແລະກີເດໂອນ.”’ 19 ກີເດໂອນພ້ອມດ້ວຍຄົນຂອງຕົນຮ້ອຍຄົນໄດ້ມາຮອດແຄມຄ້າຍກ່ອນທ່ຽງຄືນ ພໍດີເປັນເວລາທີ່ປ່ຽນຍາມໃໝ່. ພວກເຂົາເປົ່າແກຂຶ້ນ ແລະທຸບໄຫທີ່ພວກເຂົາຖືໄປນັ້ນ 20 ແລ້ວສອງໝວດອື່ນອີກກໍເຮັດເໝືອນກັນ. ພວກເຂົາໃຊ້ມືເບື້ອງຊ້າຍຖືກະບອງ ແລະໃຊ້ມືເບື້ອງຂວາຖືແກ ທັງຮ້ອງຂຶ້ນວ່າ, “ດາບເພື່ອພຣະເຈົ້າຢາເວ ແລະເພື່ອກີເດໂອນ!” 21 ທະຫານອິດສະຣາເອນຢືນຢູ່ປະຈຳທີ່ຂອງໃຜລາວອ້ອມຮອບຄ້າຍນັ້ນ ແລະກອງທັບທັງໝົດຂອງສັດຕູຈຶ່ງແລ່ນໜີໄປ ພ້ອມທັງສົ່ງສຽງດັງກ້ອງສະໜັ່ນ. 22 ໃນຂະນະທີ່ທະຫານຂອງກີເດໂອນເປົ່າແກຂຶ້ນນັ້ນ ພຣະເຈົ້າຢາເວກໍບັນດານໃຫ້ຄົນທີ່ຢູ່ໃນຄ້າຍພັກຈັບດາບຂຶ້ນຕໍ່ສູ້ກັນເອງ. ພວກເຂົາແລ່ນໜີໄປທາງເມືອງຊາເຣທານ ຈົນເຖິງເມືອງເບັດຊິດຕາແລະເມືອງອາເບັນເມໂຮລາທີ່ຢູ່ໃກ້ບ້ານຕັບບັດ. 23 ແລ້ວບັນດາຄົນຈາກເຜົ່າເນັບທາລີ, ເຜົ່າອາເຊ ແລະມານາເຊທັງສອງຟາກແມ່ນໍ້າກໍໄດ້ຖືກເອີ້ນ ໃຫ້ອອກໄປຕາມໄລ່ພວກມີດີອານເຊັ່ນກັນ. 24 ກີເດໂອນໄດ້ສົ່ງຜູ້ນຳຂ່າວໄປບອກທົ່ວທັງເຂດເນີນພູເອຟຣາອິມທັງໝົດວ່າ, “ຈົ່ງລົງມາສູ້ຮົບພວກມີດີອານ. ໃຫ້ຢຶດທ່າແມ່ນໍ້າຈໍແດນໄວ້ ແລະຢູ່ປະຈຳທີ່ຕາມສາຍນໍ້າຈົນໄປເຖິງເບັດບາຣາ ເພື່ອປ້ອງກັນບໍ່ໃຫ້ພວກມີດີອານຂ້າມນໍ້າໄປໄດ້.” ສ່ວນພວກເອຟຣາອິມກໍເຮັດຕາມທີ່ໄດ້ສັ່ງນັ້ນ ພວກເຂົາມາປະຈຳທີ່ທ່າແມ່ນໍ້າຈໍແດນແລະຕາມຫ້ວຍນໍ້າຕ່າງໆ ຈົນໄປເຖິງເບັດບາຣາ. 25 ພວກເຂົາຈັບຫົວໜ້າພວກມີດີອານສອງຄົນໄດ້ ຄືໂອເຣັບແລະເຊເອັບ. ພວກເຂົາໄດ້ຂ້າໂອເຣັບຢູ່ທີ່ໂງ່ນຫີນໂອເຣັບ ແລະໄດ້ຂ້າເຊເອັບຢູ່ທີ່ບ່ອນບີບໝາກອະງຸ່ນຂອງເຊເອັບ. ພວກເຂົາສືບຕໍ່ກວາດລ້າງພວກມີດີອານ ແລະໄດ້ນຳຫົວຂອງໂອເຣັບແລະເຊເອັບໄປໃຫ້ກີເດໂອນ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນຟາກພຸ້ນ. |
@ 2012 United Bible Societies. All Rights Reserved.