Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 6 - ພຣະຄຳພີສັກສິ


ກີເດໂອນ

1 ມີ​ຄັ້ງໜຶ່ງ​ອີກ ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ມີດີອານ​ປົກຄອງ​ພວກເຂົາ​ເປັນ​ເວລາ​ເຈັດ​ປີ.

2 ພວກ​ມີດີອານ​ເຂັ້ມແຂງ​ກວ່າ​ພວກ​ອິດສະຣາເອນ; ສະນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ໜີໄປ​ລີ້​ຢູ່​ໃນ​ຖໍ້າ ແລະ​ຢູ່​ໃນ​ບ່ອນ​ປອດໄພ​ຕາມ​ເທິງ​ພູ.

3 ເທື່ອໃດ​ທີ່​ຊາວ​ອິດສະຣາເອນ​ຫວ່ານ​ເຂົ້າ ຊາວ​ມີດີອານ​ພ້ອມ​ດ້ວຍ​ຊາວ​ອາມາເຫຼັກ ແລະ​ຄົນ​ໃນ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ກໍ​ມາ​ບຸກໂຈມຕີ​ພວກເຂົາ​ເທື່ອນັ້ນ.

4 ພວກ​ເຫຼົ່ານີ້​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ດິນແດນ​ນັ້ນ ແລະ​ທຳລາຍ​ຜົນລະປູກ​ຕ່າງໆ​ທີ່​ທາງທິດໃຕ້ ຈົນເຖິງ​ເຂດ​ອ້ອມແອ້ມ​ຂອງ​ເມືອງ​ກາຊາ. ພວກເຂົາ​ໄດ້​ຢຶດ​ສັດ​ທັງໝົດ​ໄປ​ເຊັ່ນ: ແກະ, ງົວ ແລະ​ລໍ ໂດຍ​ບໍ່ໄດ້​ປະ​ສິ່ງໃດ​ເຫຼືອ​ໄວ້​ໃຫ້​ຊາວ​ອິດສະຣາເອນ​ໄວ້​ລ້ຽງຊີບ.

5 ພວກ​ນີ້​ໄດ້​ບຸກ​ເຂົ້າ​ມາ​ຢ່າງ​ໜາແໜ້ນ​ດັ່ງ​ຝູງຕັກແຕນ ຝູງສັດ​ແລະ​ຜ້າເຕັນ​ພ້ອມ​ທັງ​ຄົນ​ກັບ​ອູດ​ຂອງ​ພວກເຂົາ​ກໍ​ຫລາຍ​ຈົນ​ນັບ​ບໍ່ໄດ້. ພວກເຂົາ​ໄດ້​ເຂົ້າ​ມາ​ທຳລາຍ​ດິນແດນ

6 ແລະ​ຊາດ​ອິດສະຣາເອນ​ຈຶ່ງ​ໝົດທາງ​ທີ່​ຈະ​ສູ້ຮົບ​ກັບ​ພວກ​ມີດີອານ. ແລ້ວ​ຊາວ​ອິດສະຣາເອນ​ກໍ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ.

7 ເມື່ອ​ປະຊາຊົນ​ອິດສະຣາເອນ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ເພື່ອ​ຈະ​ຕໍ່ສູ້​ພວກ​ມີດີອານ.

8 ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້: “ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.

9 ເຮົາ​ໄດ້​ຊ່ວຍ​ເອົາ​ພວກເຈົ້າ​ອອກ​ຈາກ​ເງື້ອມ​ມື​ຂອງ​ພວກ​ເອຢິບ ແລະ​ຈາກ​ຜູ້​ທີ່​ສູ້ຮົບ​ພວກເຈົ້າ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ມາ ເຮົາ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.

10 ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ, ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຕ້ອງ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ອາໄສ​ຢູ່​ນີ້ ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ.”

11 ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ໃນ​ບ້ານ​ໂອຟະຣາ ນັ່ງ​ຢູ່​ໃຕ້​ຕົ້ນໂອກ​ຊຶ່ງ​ເປັນ​ຂອງ​ໂຢອາດ ຄົນ​ໃນ​ຕະກຸນ​ອາບີເອເຊ. ກີເດໂອນ​ລູກຊາຍ​ຂອງ​ໂຢອາດ ກຳລັງ​ລີ້​ຟາດເຂົ້າ​ຢູ່​ໃນ​ບ່ອນ​ທີ່​ບີບ​ນໍ້າ​ໝາກອະງຸ່ນ ເພື່ອ​ບໍ່​ໃຫ້​ຊາວ​ມີດີອານ​ເຫັນ.

12 ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ລາວ ແລະ​ເວົ້າ​ວ່າ, “ຊາຍ​ຜູ້​ອົງອາດ​ກ້າຫານ​ເອີຍ ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”

13 ຝ່າຍ​ກີເດໂອນ​ກໍ​ເວົ້າ​ຕໍ່​ເທວະດາ​ນັ້ນ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຂໍ​ຖາມ​ວ່າ ຖ້າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກ​ຂ້ານ້ອຍ​ແທ້ ເປັນຫຍັງ​ເຫດ​ຮ້າຍ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ? ສິ່ງ​ອັດສະຈັນ​ຕ່າງໆ​ທີ່​ປູ່ຍ່າຕາຍາຍ​ໄດ້​ເລົ່າ​ສູ່​ພວກ​ຂ້ານ້ອຍ​ຟັງ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄປ​ໃສ​ໝົດ? ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ ແລະ​ໄດ້​ມອບ​ພວກ​ຂ້ານ້ອຍ​ໃຫ້​ຢູ່​ໃຕ້​ກຳມື​ພວກ​ມີດີອານ.”

14 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຫັນກັບ​ມາຫາ​ລາວ​ແລະ​ໄດ້ກ່າວ​ວ່າ, “ຈົ່ງ​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ຊາວ​ມີດີອານ​ດ້ວຍ​ກຳລັງ​ອັນ​ເຂັ້ມແຂງ​ຂອງ​ເຈົ້າ. ເຮົາ​ເອງ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ.”

15 ກີເດໂອນ​ຕອບ​ຄືນ​ວ່າ, “ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ​ໄດ້​ຢ່າງ​ໃດ ເພາະ​ຕະກຸນ​ຂອງ​ຂ້ານ້ອຍ​ເປັນ​ຕະກຸນ​ອ່ອນແອ​ທີ່ສຸດ​ໃນ​ເຜົ່າ​ມານາເຊ ແລະ​ຂ້ານ້ອຍ​ເອງ​ກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ກວ່າໝູ່​ໃນ​ຄອບຄົວ​ຂອງ​ຂ້ານ້ອຍ.”

16 ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ລາວ​ວ່າ, “ເຈົ້າ​ເຮັດ​ສິ່ງ​ນີ້​ໄດ້​ເພາະ​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ຈະ​ທຳລາຍ​ພວກ​ມີດີອານ​ໄດ້​ຢ່າງ​ງ່າຍດາຍ ຄ້າຍ​ກັບ​ວ່າ​ພວກເຂົາ​ມີ​ພຽງແຕ່​ຄົນ​ດຽວ​ເທົ່ານັ້ນ.”

17 ກີເດໂອນ​ຕອບ​ວ່າ, “ຖ້າ​ພຣະອົງ​ພໍໃຈ​ໃນ​ຕົວ​ຂ້ານ້ອຍ ຈົ່ງ​ສຳແດງ​ໝາຍສຳຄັນ​ໃຫ້​ຂ້ານ້ອຍ​ເຫັນ​ວ່າ ພຣະອົງ​ແມ່ນ​ອົງ​ທີ່​ເວົ້າ​ກັບ​ຂ້ານ້ອຍ​ດ້ວຍ​ເຖີດ.

18 ຂໍ​ພຣະອົງ​ຢ່າ​ຟ້າວ​ໜີໄປ​ຈາກ​ບ່ອນ​ນີ້ ຈົນກວ່າ​ຂ້ານ້ອຍ​ຈະ​ນຳ​ເອົາ​ອາຫານ​ມາ​ຖວາຍ​ແກ່​ພຣະອົງ.” ພຣະອົງ​ໄດ້​ຕອບ​ວ່າ, “ເຮົາ​ຈະ​ຢູ່​ທີ່​ນີ້ ຈົນກວ່າ​ເຈົ້າ​ກັບ​ມາ.”

19 ດັ່ງນັ້ນ ກີເດໂອນ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ເອົາ​ແບ້​ໜຸ່ມ​ໂຕໜຶ່ງ​ມາ​ຈັດແຈງ​ເປັນ​ອາຫານ ແລະ​ເອົາ​ແປ້ງ​ສິບ​ກິໂລກຼາມ​ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ. ລາວ​ເອົາ​ຊີ້ນ​ໃສ່​ກະຕ່າ​ແລະ​ນໍ້າແກງ​ໃສ່​ໝໍ້ ແລ້ວ​ກໍ​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ ແລະ​ມອບ​ໃຫ້​ແກ່​ພຣະອົງ​ຢູ່​ລຸ່ມ​ຕົ້ນໂອກ.

20 ຝ່າຍ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ເອົາ​ຊີ້ນ​ກັບ​ເຂົ້າຈີ່​ວາງ​ໄວ້​ທີ່​ເທິງ​ໂງ່ນຫີນ​ນີ້ ແລະ​ຖອກ​ນໍ້າແກງ​ໃສ່.” ກີເດໂອນ​ກໍ​ປະຕິບັດ​ຕາມ.

21 ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ເອົາ​ປາຍ​ໄມ້ເທົ້າ​ຂອງຕົນ ແຕະຕ້ອງ​ຊີ້ນ​ແລະ​ເຂົ້າຈີ່​ນັ້ນ. ໃນທັນໃດ ໄຟ​ກໍ​ລຸກ​ຂຶ້ນ​ຈາກ​ໂງ່ນຫີນ ແລະ​ໄໝ້​ຊີ້ນ​ກັບ​ເຂົ້າຈີ່​ນັ້ນ​ໝົດກ້ຽງ. ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ຫາຍໄປ​ຈາກ​ສາຍຕາ​ຂອງ​ລາວ.

22 ກີເດໂອນ​ຈຶ່ງ​ໄດ້​ຮູ້​ວ່າ ເພິ່ນ​ເປັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ແທ້. ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຕົກໃຈ​ຢ້ານກົວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ໜ້າຕໍ່ໜ້າ​ແລ້ວ.”

23 ແຕ່​ພຣະເຈົ້າຢາເວ​ບອກ​ລາວ​ວ່າ, “ຈົ່ງ​ມີ​ສັນຕິສຸກ ຢ່າ​ຢ້ານ​ເລີຍ ເຈົ້າ​ຈະ​ບໍ່​ຕາຍ​ດອກ.”

24 ແລ້ວ​ກີເດໂອນ​ກໍໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ, “ພຣະເຈົ້າຢາເວ​ອົງ​ແຫ່ງ​ສັນຕິສຸກ.” (ແທ່ນບູຊາ​ນີ້​ຍັງ​ຢູ່​ໃນ​ບ້ານ​ໂອຟະຣາ ແລະ​ເປັນ​ຂອງ​ຕະກຸນ​ອາບີເອເຊ​ຈົນເທົ່າ​ເຖິງທຸກ​ວັນ​ນີ້.)

25 ໃນ​ຄືນ​ຂອງ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ກີເດໂອນ​ວ່າ, “ຈົ່ງ​ຢຶດ​ງົວເຖິກ​ຂອງ​ພໍ່ເຈົ້າ​ພ້ອມ​ທັງ​ງົວເຖິກ​ໂຕໜຶ່ງ​ອີກ​ອາຍຸ​ເຈັດ​ປີ; ຈົ່ງ​ທຳລາຍ​ແທ່ນບູຊາ​ທີ່​ພໍ່​ຂອງ​ເຈົ້າ​ເຮັດ​ໄວ້​ສຳລັບ​ພະບາອານ ແລະ​ຈົ່ງ​ຕັດ​ເສົາ​ສັກສິດ​ທີ່​ເປັນ​ສັນຍາລັກ​ແຫ່ງ​ເຈົ້າແມ່​ອາເຊຣາ ທີ່​ຢູ່​ທາງ​ຂ້າງ​ນັ້ນ​ລົງ​ສາ.

26 ຈົ່ງ​ສ້າງ​ແທ່ນບູຊາ​ທີ່​ແໜ້ນແກ່ນ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ທີ່​ເທິງ​ຈອມ​ໂພນ​ນີ້. ແລ້ວ​ຈົ່ງ​ເຜົາ​ງົວເຖິກ​ໂຕ​ທີ​ສອງ ທັງ​ໂຕ​ຖວາຍ​ເປັນ​ເຄື່ອງບູຊາ ໂດຍ​ເອົາ​ເສົາ​ສັກສິດ​ທີ່​ເຈົ້າ​ໄດ້​ຕັດ​ລົງ​ນັ້ນ​ໃຊ້​ເປັນ​ຟືນ.”

27 ດັ່ງນັ້ນ ກີເດໂອນ​ຈຶ່ງ​ເລືອກ​ເອົາ​ຄົນ​ຮັບໃຊ້​ສິບ​ຄົນ​ໄປ​ກັບ​ຕົນ ແລະ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ. ລາວ​ບໍ່​ເຮັດ​ໃນ​ຕອນ​ກາງເວັນ ເພາະ​ຢ້ານ​ຄົນ​ໃນ​ຄອບຄົວ​ຂອງຕົນ​ແລະ​ປະຊາຊົນ​ໃນ​ເມືອງ​ເຫັນ. ສະນັ້ນ ລາວ​ຈຶ່ງ​ເຮັດ​ໃນ​ຕອນ​ກາງຄືນ.

28 ຕອນເຊົ້າ​ຂອງ​ມື້​ຕໍ່ມາ ເມື່ອ​ປະຊາຊົນ​ໃນ​ເມືອງ​ລຸກ​ຂຶ້ນ​ແຕ່​ເດິກ ກໍ​ເຫັນ​ແທ່ນບູຊາ​ຂອງ​ພະບາອານ​ແລະ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຖືກ​ທຳລາຍ​ລົງ ແລະ​ງົວ​ໂຕ​ທີ​ສອງ​ກໍ​ຖືກ​ເຜົາ​ທີ່​ເທິງ​ແທ່ນບູຊາ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ໃນ​ທີ່ນັ້ນ.

29 ສະນັ້ນ ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ແມ່ນ​ໃຜ​ເຮັດ​ສິ່ງ​ນີ້?” ເມື່ອ​ພວກເຂົາ​ສືບ​ຖາມ​ເບິ່ງ​ຈຶ່ງ​ຮູ້​ວ່າ ແມ່ນ​ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ເປັນ​ຜູ້​ເຮັດ.

30 ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂຢອາດ​ວ່າ, “ເອົາ​ລູກຊາຍ​ຂອງ​ເຈົ້າ​ອອກ​ມາ​ນອກ​ພີ້ ເພື່ອ​ພວກເຮົາ​ຈະ​ຂ້າ​ລາວ​ຖິ້ມ ເພາະ​ລາວ​ເປັນ​ຄົນ​ຮື້​ແທ່ນບູຊາ​ຂອງ​ພະບາອານ ແລະ​ຕັດ​ເສົາ​ສັກສິດ​ຂອງ​ເຈົ້າແມ່​ອາເຊຣາ​ທີ່​ຢູ່​ທາງ​ຂ້າງ​ນັ້ນ​ຖິ້ມ.”

31 ແຕ່​ໂຢອາດ​ຕອບ​ທຸກຄົນ​ທີ່​ມາ​ປະເຊີນ​ໜ້າ​ນັ້ນ​ວ່າ, “ພວກເຈົ້າ​ມາ​ຕໍ່ວ່າ​ຕໍ່ຂານ​ກັບ​ຂ້ອຍ​ແທນ​ພະບາອານ​ຊັ້ນບໍ? ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຕໍ່​ວ່າ​ແທນ ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້າ. ຖ້າ​ພະບາອານ​ເປັນ​ພະ​ຕົນໜຶ່ງ​ແທ້ ໃຫ້​ມັນ​ປ້ອງກັນ​ມັນ​ເອງ ເພາະ​ແມ່ນ​ແທ່ນບູຊາ​ຂອງ​ມັນ​ທີ່​ຖືກ​ຮື້​ຖິ້ມ.”

32 ແຕ່​ນັ້ນ​ມາ ຄົນ​ທັງຫລາຍ​ຈຶ່ງ​ເອີ້ນ​ກີເດໂອນ​ວ່າ ເຢຣຸບ​ບາອານ ຍ້ອນ​ໂຢອາດ​ເວົ້າ​ວ່າ, “ໃຫ້​ພະບາອານ​ປ້ອງກັນ​ມັນ​ເອງ ເພາະ​ແມ່ນ​ແທ່ນບູຊາ​ຂອງ​ມັນ​ທີ່​ຖືກ​ຮື້​ຖິ້ມ.”

33 ແລ້ວ​ພວກ​ມີດີອານ​ທຸກຄົນ​ພ້ອມ​ທັງ​ຊາວ​ອາມາເຫຼັກ ແລະ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ມາ​ຕັ້ງ​ທີ່ໝັ້ນ​ຮ່ວມ​ກັນ​ຢູ່​ທີ່​ຮ່ອມພູ​ຢິດຊະເຣນ.

34 ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ກີເດໂອນ. ສະນັ້ນ ລາວ​ຈຶ່ງ​ເປົ່າແກ​ເອີ້ນ​ເອົາ​ຊາຍ​ຢູ່​ໃນ​ຕະກຸນ​ອາບີເອເຊ​ໃຫ້​ຕິດຕາມ​ຕົນ​ໄປ.

35 ລາວ​ຍັງ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ ທົ່ວ​ທັງ​ເຂດແດນ​ຂອງ​ເຜົ່າ​ມານາເຊ​ທັງສອງ​ຟາກ​ນໍ້າ, ເຜົ່າ​ອາເຊ, ເຜົ່າ​ເຊບູໂລນ ແລະ​ເຜົ່າ​ເນັບທາລີ ເພື່ອ​ໃຫ້​ພວກ​ເຫຼົ່ານີ້​ຕາມ​ໄປ​ຮ່ວມ​ສົມ​ທົບ​ກັບຕົນ.

36 ຕໍ່ຈາກນັ້ນ ກີເດໂອນ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ພຣະອົງ​ກ່າວ​ວ່າ ພຣະອົງ​ຕັດສິນໃຈ​ເລືອກເອົາ​ຂ້ານ້ອຍ ເພື່ອ​ໃຫ້​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ.

37 ຖ້າດັ່ງນັ້ນ ຂ້ານ້ອຍ​ຈະ​ເອົາ​ຂົນແກະ​ວາງ​ໄວ້​ເທິງ​ດິນ​ບ່ອນ​ທີ່​ຂ້ານ້ອຍ​ຟາດເຂົ້າ​ຢູ່​ນີ້. ມື້ອື່ນ​ເຊົ້າ​ມາ ຖ້າ​ນໍ້າໝອກ​ຕົກ​ຖືກ​ແຕ່​ຂົນແກະ​ແຕ່​ດິນ​ຍັງ​ແຫ້ງ​ຢູ່​ຄື​ເກົ່າ ຂ້ານ້ອຍ​ກໍ​ຈະ​ຮູ້​ວ່າ ພຣະອົງ​ຕ້ອງການ​ໃຫ້​ຂ້ານ້ອຍ​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ແທ້.”

38 ແລ້ວ​ເຫດການ​ກໍ​ເປັນ​ໄປ​ຢ່າງນັ້ນ ຄື​ໃນ​ຕອນເຊົ້າ​ຂອງ​ມື້​ໃໝ່​ແຕ່​ເດິກ ເມື່ອ​ກີເດໂອນ​ລຸກ​ຂຶ້ນ​ມາ ລາວ​ຈຶ່ງ​ເອົາ​ຂົນແກະ​ນັ້ນ​ມາ​ປັ້ນ​ໄດ້​ນໍ້າ​ຈົນ​ເຕັມ​ຊາມ.

39 ລາວ​ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຢ່າ​ໂກດຮ້າຍ​ຂ້ານ້ອຍ​ເລີຍ ຂ້ານ້ອຍ​ຂໍ​ເວົ້າ​ອີກ​ເປັນ​ເທື່ອ​ສຸດທ້າຍ ຄື​ຂ້ານ້ອຍ​ຂໍ​ທົດລອງ​ເບິ່ງ​ຂົນແກະ​ອີກເທື່ອໜຶ່ງ. ໃນຄັ້ງນີ້​ຂໍ​ໃຫ້​ຂົນແກະ​ແຫ້ງ ແຕ່​ໃຫ້​ນໍ້າ​ໝອກ​ຕົກ​ໃສ່​ແຕ່​ດິນ​ເທົ່ານັ້ນ.”

40 ໃນຄືນນັ້ນ ພຣະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ກີເດໂອນ​ຂໍຮ້ອງ ຄື​ຂົນແກະ​ແຫ້ງ​ແຕ່​ດິນ​ປຽກ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan