ພວກ^ຜູ້ປົກຄອງ 5 - ພຣະຄຳພີສັກສິບົດເພງຂອງເດໂບຣາແລະບາຣັກ 1 ໃນມື້ນັ້ນ ນາງເດໂບຣາແລະບາຣັກລູກຊາຍຂອງອາບີໂນອາມໄດ້ຮ້ອງເພງວ່າ: 2 “ຈົ່ງສັນລະເສີນພຣະເຈົ້າຢາເວເຖີດ ເພາະຊາວອິດສະຣາເອນຕັ້ງໃຈສູ້ຮົບ; ພວກເຂົາເຕັມໃຈຕໍ່ສູ້ແທ້ໆ ໂດຍຕີເຫຼົ່າສັດຕູດ້ວຍຄວາມຍິນດີ. 3 ຈົ່ງຟັງເທີ້ນ ບັນດາກະສັດທັງຫລາຍ ລວມທັງພວກຜູ້ປົກຄອງ ຈົ່ງຕັ້ງໃຈຟັງດ້ວຍ ຂ້ານ້ອຍຈະຮ້ອງເພງແລະບັນເລງດົນຕຼີຖວາຍ ແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. 4 ຂ້າແດ່ພຣະເຈົ້າຢາເວ ເມື່ອຊົງຈາກພູເສອີ ເມື່ອພຣະອົງຈາກເຂດແດນເອໂດມມານັ້ນ ແຜ່ນດິນໄຫວຫວັ່ນ ແລະຟ້າສະຫວັນເທຝົນລົງມາ ແມ່ນແລ້ວ ຝົນລິນລົງມາຈາກກ້ອນເມກ. 5 ພູຜາກໍໄດ້ໄຫວຫວັ່ນຢູ່ຕໍ່ໜ້າ ພຣະເຈົ້າຢາເວແຫ່ງພູເຂົາຊີນາຍ ຄືຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນນັ້ນ. 6 ໃນສະໄໝລູກຊາຍຂອງອານາດທ້າວຊຳຄາ ທັງໃນສະໄໝຂອງນາງຢາເອນດ້ວຍ ບໍ່ມີຍວດຍານເຄື່ອນຍ້າຍທ່ຽວໄປໃນດິນແດນ ແລະຜູ້ສັນຈອນກໍທ່ຽວໄປຕາມທາງໂຄ້ງ. 7 ສ່ວນເມືອງຕ່າງໆຂອງຊາດອິດສະຣາເອນ ກໍຖືກປະປ່ອຍໃຫ້ເປັນເມືອງຮ້າງ ເດໂບຣາເອີຍ! ເປັນເມືອງຮ້າງຢ່າງນັ້ນຈົນເຖິງເຈົ້າມາ ເຈົ້າເປັນດັ່ງແມ່ສຳລັບອິດສະຣາເອນແທ້ໆ. 8 ຕໍ່ມາ ສົງຄາມຈຶ່ງເກີດຂຶ້ນໃນດິນແດນ ເມື່ອຊາວອິດສະຣາເອນເລືອກພະຕົນໃໝ່. ໃນຊາດອິດສະຣາເອນມີທະຫານສີ່ສິບພັນຄົນ ມີໃຜຖືຫອກແລະໂລ້ເປັນອາວຸດແດ່ຫລືບໍ່? 9 ຈິດໃຈຂອງຂ້ອຍແມ່ນຢູ່ນຳພວກບັນຊາການ ທະຫານແລະປະຊາຊົນອິດສະຣາເອນພຸ້ນ ຄືພວກທີ່ອາສາສະໝັກສູ້ຮົບດ້ວຍຄວາມຍິນດີ ຈົ່ງຍ້ອງຍໍສັນລະເສີນ ພຣະເຈົ້າຢາເວເຖີດ 10 ພວກທີ່ນັ່ງເທິງອານແລະຂີ່ໂຕລໍຂາວ ຜູ້ທີ່ຍ່າງໄປມາ ຈົ່ງກ່າວເຖິງເລື່ອງນີ້. 11 ຈົ່ງຟັງແມ ຢູ່ອ້ອມແອ້ມນໍ້າສ້າງພຸ້ນ ມີສຽງໂຮຮ້ອງອັນຍິ່ງໃຫຍ່ ບອກເຖິງໄຊຊະນະຂອງພຣະເຈົ້າຢາເວ ຄືໄຊຊະນະຂອງຊົນຊາດອິດສະຣາເອນ. ແລ້ວປະຊາຊົນຂອງພຣະເຈົ້າຢາເວ ກໍຕຽມອອກເດີນທາງ ຍົກທັບຂອງພວກເຂົາລົງມາຈາກ ເມືອງຕ່າງໆຂອງພວກເຂົາພຸ້ນ. 12 ຈົ່ງນຳໜ້າໄປເຖີດ ເດໂບຣາເອີຍ ຈົ່ງນຳໜ້າໄປ ຈົ່ງນຳໜ້າໄປ ພ້ອມທັງຮ້ອງລຳທຳເພງ ຈົ່ງນຳໜ້າໄປເຖີດ ຈົ່ງອອກໜ້າບາຣັກທ້າວ ລູກຊາຍຂອງອາບີໂນອາມ ໄປກ່ອນ ຈົ່ງເອົາພວກຊະເລີຍຂອງເຈົ້າ ນຳໜ້າອອກໄປ 13 ແລ້ວພວກທີ່ສັດຊື່ກໍລົງມາຫາຜູ້ນຳຂອງຕົນ ຄົນຂອງພຣະເຈົ້າຢາເວມາກັບພຣະອົງ ເພື່ອຕຽມຕໍ່ສູ້. 14 ພວກເຂົາມາຈາກ ເຜົ່າເອຟຣາອິມທີ່ຢູ່ໃນຮ່ອມພູ ນຳຫລັງເຜົ່າເບັນຢາມິນແລະປະຊາຊົນດ້ວຍ. ສ່ວນພວກຜູ້ບັນຊາການນັ້ນມາຈາກຕະກຸນມາກີ ແລະນາຍທະຫານມາຈາກເຜົ່າເຊບູໂລນທັງນັ້ນ. 15 ພວກຜູ້ນຳເຜົ່າອິດຊາຄາກໍໄປກັບເດໂບຣາ ຊາວອິດຊາຄາກໍມາດ້ວຍກັນກັບບາຣັກ; ຕ່າງກໍຟ້າວຕິດຕາມພວກເຂົາໄປ ທີ່ຮ່ອມພູບ່ອນທີ່ນັດໝາຍກັນໄວ້. ສ່ວນເຜົ່າຣູເບັນນັ້ນເກີດແບ່ງແຍກກັນ ຈຶ່ງບໍ່ໄດ້ຕັດສິນໃຈເຂົ້າມາສົມທົບດ້ວຍ. 16 ເປັນຫຍັງພວກເຂົາຈຶ່ງຢູ່ຫລັງນຳຝູງແກະ? ຟັງຄົນລ້ຽງແກະທີ່ກຳລັງເອີ້ນແກະຂອງພວກເຂົາຢູ່? ແມ່ນແທ້ ເຜົ່າຣູເບັນໄດ້ເກີດແບ່ງແຍກກັນ ຈຶ່ງບໍ່ໄດ້ຕັດສິນໃຈເຂົ້າມາສົມທົບດ້ວຍ. 17 ສ່ວນເຜົ່າກາດຍັງຢູ່ທາງຝັ່ງແມ່ນໍ້າຈໍແດນ ເຜົ່າດານກໍຢູ່ທີ່ກຳປັ່ນຂອງພວກເຂົາພຸ້ນ. ເຜົ່າອາເຊກໍອາໄສຢູ່ຕາມແຄມຝັ່ງທະເລຫລວງ ທີ່ທ່າເຮືອທັງຫລາຍຕາມຊາຍຝັ່ງທະເລພຸ້ນ. 18 ສ່ວນປະຊາຊົນຈາກ ເຜົ່າເຊບູໂລນແລະເຜົ່າເນັບທາລີ ພວກເຂົາໄດ້ສ່ຽງຊີວິດຂອງພວກເຂົາ ມຸ່ງໜ້າເຂົ້າສູ່ສະໜາມຮົບ. 19 ທີ່ຕາອານັກນັ້ນໃກ້ກັບນໍ້າຫ້ວຍເມກິດໂດ ບັນດາກະສັດໄດ້ມາເຮັດເສິກເພື່ອສູ້ຮົບ; ບັນດາກະສັດການາອານໄດ້ສູ້ຮົບຕົບຕີ ແຕ່ພວກເຂົາບໍ່ໄດ້ຢຶດເຄື່ອງເປັນເງິນໄປດ້ວຍ. 20 ທີ່ເທິງຟ້າສະຫວັນ ດວງດາວທັງຫລາຍກໍມາສູ້ຮົບ ເຄື່ອນຍ້າຍຕາມມາຕໍ່ສູ້ສີເສຣາ. 21 ນໍ້າຫ້ວຍນັ້ນຍັງໄຫລຫລັ່ງແຕ່ໃດໆມາ ຄືຫ້ວຍກີໂຊນໄຫລພັດເອົາເຫຼົ່າສັດຕູໄປກ້ຽງ. ໃຫ້ພວກເຮົາບຸກໜ້າກ້າວໄປຢ່າງອົງອາດ ສູ່ສະໜາມຮົບດ້ວຍສຸດກຳລັງພວກເຮົາເດີ 22 ແລ້ວມ້າທີ່ພວກເຮົາຂີ່ກໍຫອບບຸກໜ້າໄປ ກີບຕີນມັນຢັນຂີ້ດິນຟົ້ງຂຶ້ນເປັນກຸ່ນໆ. 23 ເທວະດາຂອງພຣະເຈົ້າຢາເວກໍກ່າວສາບແຊ່ງຄືກັນ ວ່າ, ‘ເມືອງເມຣົດຖືກສາບແຊ່ງເສຍແລ້ວ ຊາວເມືອງນັ້ນກໍຖືກສາບແຊ່ງກັນໝົດ ຄົນທີ່ມາອາໄສຢູ່ນຳກໍຖືກສາບແຊ່ງດ້ວຍ. ເພາະພວກເຂົາບໍ່ໄດ້ມາຊ່ວຍພຣະເຈົ້າຢາເວໂຈມຕີ ຄືເປັນທະຫານທີ່ດີສູ້ຮົບເພື່ອພຣະເຈົ້າຢາເວ.’ 24 ຍິງທີ່ໄດ້ຮັບພອນຫລາຍກວ່າຄືນາງຢາເອນ ເມຍຂອງເຮເບຊາວເກນິດ ຜູ້ອາໄສຢູ່ໃນຜ້າເຕັນນັ້ນ. 25 ເມື່ອສີເສຣາຂໍດື່ມນໍ້ານາງກໍເອົານໍ້ານົມໃຫ້ດື່ມ ຄືນໍ້ານົມຂຸ້ນຍໍໃສ່ຖ້ວຍອັນງາມແທ້ມາໃຫ້ລາວ. 26 ມືໜຶ່ງນັ້ນ ນາງຖືໄມ້ສຽບຜ້າເຕັນມາ ມືໜຶ່ງອີກ ນາງຖືຄ້ອນຕີມາພ້ອມ; ນາງຕີສີເສຣາທີ່ກະໂຫລກຫົວຂອງລາວ ນາງຕີໄມ້ສຽບເຕັນໃສ່ກະໂຫລກຫົວຈົນຊອດ. 27 ສ່ວນສີເສຣານັ້ນຈຶ່ງລົ້ມຄຸເຂົ່າລົງ ໂດຍລົ້ມກັບພື້ນດິນທີ່ຕີນຂອງນາງນັ້ນ; ທີ່ຕີນນາງນັ້ນ ລາວຢຽດຢູ່ຢ່າງສິ້ນຫວັງ ແລະລາວໄດ້ສິ້ນໃຈຕາຍຢູ່ໃນທີ່ນັ້ນ. 28 ຝ່າຍແມ່ສີເສຣານັ້ນ ນາງກໍເຝົ້າເບິ່ງ ທາງປ່ອງຢ້ຽມອອກມາ ຫລຽວຜ່ານຕະໜ່າງດ້ວຍສຽງຮ້ອງໄຫ້ຄໍ່າຄວນ. ນາງຖາມວ່າ, ‘ເປັນຫຍັງລົດຮົບສີເສຣາກັບມາຊ້ານໍ ເປັນຫຍັງຝູງມ້າຂອງລາວຈຶ່ງກັບມາຊ້າ?’ 29 ພວກແມ່ຍິງທີ່ສະຫລາດຈຶ່ງໃຫ້ຄຳຕອບແກ່ນາງ ໂດຍເວົ້າທົບທວນໄປທົບທວນມາຄຳຕອບອັນນັ້ນ 30 ວ່າ, ‘ພວກເຂົາພວມຮິບໂຮມເອົາເຄື່ອງມາແບ່ງປັນກັນ ມີຜູ້ສາວໜຶ່ງຫລືສອງຄົນຕໍ່ທະຫານຜູ້ໜຶ່ງ ມີເສື້ອຜ້າລາຄາແພງໆອີກເພື່ອໃຫ້ສີເສຣາ ທັງຜ້າຫຍິບແສ່ວງາມໆຄ້ອງຄໍຣາຊີນີດ້ວຍ.”’ 31 “ຂ້າແດ່ ພຣະເຈົ້າຢາເວ ຂໍໃຫ້ເຫຼົ່າສັດຕູຂອງພຣະອົງ ຕາຍໄປດັ່ງນີ້ເທາະ ແຕ່ຂໍໃຫ້ຜູ້ເຂົ້າສະໜິດກັບພຣະອົງ ສ່ອງແຈ້ງດັ່ງຕາເວັນຂຶ້ນແດ່ທ້ອນ.” ຕໍ່ມາ ປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາສີ່ສິບປີ. |
@ 2012 United Bible Societies. All Rights Reserved.