ພວກ^ຜູ້ປົກຄອງ 4 - ພຣະຄຳພີສັກສິເດໂບຣາແລະບາຣັກ 1 ຫລັງຈາກເອຮຸດຕາຍໄປແລ້ວ ປະຊາຊົນອິດສະຣາເອນກໍເຮັດບາບຕໍ່ສາຍຕາພຣະເຈົ້າຢາເວອີກ. 2 ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຂາຍພວກເຂົາໃຫ້ຢູ່ໃນມືຂອງເຈົ້າຢາບິນ ກະສັດຂອງຊາວການາອານຜູ້ທີ່ປົກຄອງຢູ່ທີ່ນະຄອນຮາໂຊ. ແມ່ທັບຂອງເພິ່ນຊື່ວ່າ ສີເສຣາ. ລາວເປັນຊາວເມືອງຮາໂຣເຊັດຂອງຄົນຕ່າງຊາດ. 3 ເຈົ້າຢາບິນມີລົດຮົບເຫຼັກເກົ້າຮ້ອຍຄັນ ແລະເພິ່ນໄດ້ປົກຄອງປະຊາຊົນອິດສະຣາເອນ ໂດຍການບີບບັງຄັບຢ່າງໜັກເປັນເວລາຊາວປີ. ແລ້ວປະຊາຊົນອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. 4 ໃນສະໄໝນັ້ນ ແມ່ນນາງເດໂບຣາເມຍຂອງລັບປີໂດດ ເປັນຜູ້ທຳນວາຍ ແລະທັງເປັນຜູ້ປົກຄອງຂອງຊາວອິດສະຣາເອນດ້ວຍ. 5 ປະຊາຊົນອິດສະຣາເອນໄດ້ມາຫານາງເດໂບຣາທີ່ກ້ອງຕົ້ນຕານ ລະຫວ່າງເມືອງຣາມາແລະເມືອງເບັດເອນໃນເຂດເນີນພູເອຟຣາອິມ ບ່ອນທີ່ນາງນັ່ງເພື່ອໃຫ້ຄຳປຶກສາຫາລື. 6 ຢູ່ມາມື້ໜຶ່ງ ນາງເດໂບຣາໄດ້ໃຊ້ຄົນໄປຫາບາຣັກລູກຊາຍຂອງອາບີໂນອາມ ທີ່ເມືອງເກເດັດໃນເຂດແດນເນັບທາລີ ແລະກ່າວຕໍ່ລາວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ໃຫ້ຄຳສັ່ງແກ່ເຈົ້າດັ່ງນີ້: ‘ຈົ່ງເກນຜູ້ຊາຍສິບພັນຄົນຈາກເຜົ່າເນັບທາລີແລະເຜົ່າເຊບູໂລນ ແລະນຳພາພວກເຂົາໄປທີ່ພູເຂົາຕາໂບ. 7 ຝ່າຍເຮົາຈະເຮັດໃຫ້ສີເສຣາແມ່ທັບຂອງກະສັດຢາບິນ ພ້ອມດ້ວຍລົດຮົບແລະທະຫານຂອງລາວ ອອກໄປສູ້ຮົບເຈົ້າຢູ່ທີ່ຫ້ວຍນໍ້າກີໂຊນ ແຕ່ເຮົາຈະໃຫ້ເຈົ້າຮົບຊະນະລາວ.”’ 8 ບາຣັກຈຶ່ງເວົ້າກັບນາງເດໂບຣາວ່າ, “ຂ້ອຍຈະອອກໄປຫາກເຈົ້າໄປກັບຂ້ອຍ ແຕ່ຖ້າເຈົ້າບໍ່ໄປ ຂ້ອຍກໍຈະບໍ່ໄປຄືກັນ.” 9 ນາງເດໂບຣາຈຶ່ງຕອບວ່າ, “ຕົກລົງ ຂ້ອຍຈະໄປກັບເຈົ້າ, ແຕ່ເຈົ້າຈະບໍ່ມີຊື່ສຽງສຳລັບໄຊຊະນະໃນຄັ້ງນີ້ ເພາະພຣະເຈົ້າຢາເວຈະຂາຍສີເສຣາໄວ້ຢູ່ໃນເງື້ອມມືຂອງຍິງຄົນໜຶ່ງ.” ແລ້ວນາງເດໂບຣາກໍໄປທີ່ເມືອງເກເດັດກັບບາຣັກ. 10 ບາຣັກໄດ້ເກນທະຫານຈາກເຜົ່າເຊບູໂລນແລະເຜົ່າເນັບທາລີ ແລະໄດ້ມີຈຳນວນສິບພັນຄົນ ໄດ້ຕິດຕາມລາວໄປ. ສ່ວນນາງເດໂບຣານັ້ນກໍໄປນຳພວກເຂົາດ້ວຍ. 11 ໃນຂະນະນັ້ນ ເຮເບຊາວເກນິດໄດ້ຕັ້ງຜ້າເຕັນພັກຢູ່ໃຕ້ຕົ້ນໂອກໃຫຍ່ ທີ່ຊາອານັນນິມໃກ້ກັບເມືອງເກເດັດ. ລາວໄດ້ຍ້າຍໜີຈາກພວກເກນິດຄົນອື່ນໆ ທີ່ເປັນເຊື້ອສາຍຂອງໂຮບັບພໍ່ເຖົ້າຂອງໂມເຊ. 12 ເມື່ອສີເສຣາຮູ້ວ່າບາຣັກລູກຊາຍຂອງອາບີໂນອາມ ໄປເຖິງພູເຂົາຕາໂບແລ້ວ; 13 ລາວຈຶ່ງສັ່ງເອົາລົດຮົບເຫຼັກເກົ້າຮ້ອຍຄັນ ພ້ອມກັບກຳລັງພົນທັງໝົດ ແລະຍົກທັບຈາກເມືອງຮາໂຣເຊັດຂອງຄົນຕ່າງຊາດ ໄປສູ່ຫ້ວຍນໍ້າກີໂຊນ. 14 ແລ້ວນາງເດໂບຣາກໍໄດ້ບອກບາຣັກວ່າ, “ຈົ່ງໄປ! ມື້ນີ້ເປັນມື້ທີ່ພຣະເຈົ້າຢາເວຈະມອບສີເສຣາໃວ້ໃນມືຂອງເຈົ້າ.” ດັ່ງນັ້ນ ບາຣັກຈຶ່ງນຳທະຫານສິບພັນຄົນ ລົງຈາກພູຕາໂບໄປໂຈມຕີສີເສຣາ. 15 ເມື່ອບາຣັກໃຊ້ກອງທັບຂອງຕົນໂຈມຕີຢູ່ນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ສີເສຣາສັບສົນວຸ້ນວາຍ ພ້ອມດ້ວຍລົດຮົບແລະທະຫານຂອງລາວ. ສີເສຣາຈຶ່ງໂດດອອກຈາກລົດຮົບຂອງຕົນແລະແລ່ນໜີໄປ. 16 ຝ່າຍບາຣັກກໍໄລ່ຕາມລົດຮົບ ແລະກອງທະຫານໄປ ຈົນຮອດເມືອງຮາໂຣເຊັດຂອງຄົນຕ່າງຊາດ; ແລ້ວທະຫານທັງໝົດຂອງສີເສຣາກໍຖືກຂ້າ ໂດຍບໍ່ມີໃຜຈັກຄົນລອດຊີວິດ. 17 ສ່ວນສີເສຣານັ້ນໄດ້ປົບໜີໄປສູ່ຜ້າເຕັນຂອງນາງຢາເອນ ເມຍຂອງເຮເບຊາວເກນິດ ເພາະເຈົ້າຢາບິນກະສັດແຫ່ງຮາໂຊ ແລະຄອບຄົວຂອງເຮເບເປັນມິດທີ່ດີຕໍ່ກັນ. 18 ນາງຢາເອນໄດ້ອອກມາພົບສີເສຣາ ແລະເວົ້າວ່າ, “ເຊີນເຂົ້າມາທີ່ຜ້າເຕັນຂອງຂ້ອຍພີ້ ແລະບໍ່ຕ້ອງຢ້ານຫຍັງດອກ.” ສີເສຣາຈຶ່ງເຂົ້າໄປ ແລະນາງຢາເອນໄດ້ເຊື່ອງລາວໄວ້ທາງຫລັງຜ້າກັ້ງ. 19 ສີເສຣາໄດ້ເວົ້າກັບນາງວ່າ, “ຂ້ອຍຂໍດື່ມນໍ້າແດ່ ເພາະຂ້ອຍຫິວນໍ້າຫລາຍ.” ນາງຢາເອນຈຶ່ງໄຂຖົງນໍ້ານົມອອກໃຫ້ລາວດື່ມ ແລະເຊື່ອງລາວໄວ້ອີກ. 20 ແລ້ວສີເສຣາກໍໄດ້ບອກນາງວ່າ, “ໃຫ້ເຈົ້າໄປຢືນຢູ່ທາງປະຕູເຂົ້າຜ້າເຕັນພຸ້ນ ຖ້າໃຜມາຖາມວ່າມີຄົນມາລີ້ຢູ່ທີ່ນີ້ບໍ່? ໃຫ້ເຈົ້າບອກວ່າ ບໍ່ມີເດີ.” 21 ຍ້ອນຄວາມອິດເມື່ອຍ ສີເສຣາຈຶ່ງນອນຫລັບສະໜິດ. ແລ້ວນາງຢາເອນເມຍຂອງເຮເບກໍເອົາຄ້ອນຕີແລະຫລັກສຽບຜ້າເຕັນ ຄ່ອຍໆຍ່າງເຂົ້າໄປແລະຂ້າລາວ ໂດຍຕອກຫລັກສຽບນັ້ນໃສ່ທີ່ຂະໝັບຂອງສີເສຣາ ຈົນຊອດຮອດພື້ນດິນ. 22 ເມື່ອບາຣັກມາຊອກຫາສີເສຣາ ນາງຢາເອນຈຶ່ງອອກໄປພົບ ແລະເວົ້າວ່າ, “ເຊີນເຂົ້າມາທາງໃນພີ້ ຂ້ານ້ອຍຈະໃຫ້ທ່ານພົບຄົນທີ່ທ່ານກຳລັງຊອກຫາ.” ດັ່ງນັ້ນ ລາວຈຶ່ງເຂົ້າໄປກັບນາງ ແລະພົບສີເສຣານອນຕາຍຢູ່ຄາພື້ນດິນ ໂດຍມີຫລັກໄມ້ສຽບຢູ່ທີ່ຂະໝັບ. 23 ໃນມື້ນັ້ນ ພຣະເຈົ້າໄດ້ເຮັດໃຫ້ຊາວອິດສະຣາເອນມີໄຊຊະນະເໜືອເຈົ້າຢາບິນ ກະສັດຂອງຊາວການາອານ. 24 ຝ່າຍຊາວອິດສະຣາເອນກໍຕໍ່ສູ້ເຈົ້າຢາບິນແຮງຂຶ້ນ ຈົນໃນທີ່ສຸດພວກເຂົາໄດ້ຂ້າເພິ່ນເສຍ. |
@ 2012 United Bible Societies. All Rights Reserved.