Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 3 - ພຣະຄຳພີສັກສິ


ຊົນຊາດ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ

1 ເພາະເຫດນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ປ່ອຍ​ບາງ​ຊົນຊາດ​ໃຫ້​ເຫຼືອ​ຢູ່​ໃນ​ດິນແດນ​ເພື່ອ​ທົດສອບ​ຊາວ​ອິດສະຣາເອນ ຜູ້​ທີ່​ຍັງ​ບໍ່ເຄີຍ​ຜ່ານ​ການ​ສູ້ຮົບ​ໃນ​ດິນແດນ​ການາອານ.

2 ພຣະອົງ​ກະທຳ​ເຊັ່ນ​ນີ້ ເພື່ອ​ແອບສອນ​ລູກຫລານ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ຮູ້ຈັກ​ກ່ຽວກັບ​ການ​ເຮັດ​ເສິກ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ຜູ້​ທີ່​ບໍ່ເຄີຍ​ສູ້ຮົບ​ມາກ່ອນ.

3 ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ ມີ​ດັ່ງນີ້: ຊາວ​ຟີລິດສະຕິນ​ຢູ່​ໃນ​ຫ້າ​ເມືອງ, ຊາວ​ການາອານ​ທັງໝົດ, ຊາວ​ຊີໂດນ ແລະ​ຊາວ​ຮີວີ​ທີ່​ຢູ່​ຕາມ​ເທິງ​ພູ​ເລບານອນ ຕັ້ງແຕ່​ພູ​ບາອານ-ເຮີໂມນ​ຈົນເຖິງ​ທາງ​ຜ່ານ​ຂອງ​ຊ່ອງແຄບ​ຮາມັດ.

4 ປະຊາຊົນ​ເຫຼົ່ານີ້​ເປັນ​ພວກ​ທີ່​ເຫຼືອ​ຢູ່​ເພື່ອ​ທົດສອບ​ເບິ່ງ​ຊາດ​ອິດສະຣາເອນ​ວ່າ ພວກເຂົາ​ຈະ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ໄວ້​ຜ່ານ​ທາງ​ໂມເຊ​ນັ້ນ​ຫລື​ບໍ່?

5 ດ້ວຍເຫດນີ້ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.

6 ພວກເຂົາ​ໄດ້​ເອົາ​ລູກສາວ​ຂອງ​ພວກນັ້ນ​ມາ​ເປັນ​ເມຍ ແລະ​ໄດ້​ຍົກ​ລູກສາວ​ຂອງ​ຕົນເອງ​ໃຫ້​ເປັນ​ເມຍ​ລູກຊາຍ​ຂອງ​ພວກນັ້ນ, ແລະ​ຂາບໄຫວ້​ບັນດາ​ພະ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


ໂອດນີເອນ

7 ປະຊາຊົນ​ອິດສະຣາເອນ​ໄດ້​ລືມໄລ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ພວກ​ຕົນ; ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ​ຂາບໄຫວ້​ຮູບເຄົາຣົບ​ບາອານ​ແລະ​ເຈົ້າແມ່​ອາເຊຣາ.

8 ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ເຈົ້າ​ກູຊານ​ຣີຊາທາອີມ​ກະສັດ​ແຫ່ງ​ເມໂຊໂປຕາເມຍ ຊະນະ​ພວກເຂົາ. ຊາດ​ອິດສະຣາເອນ​ໄດ້​ຢູ່​ໃຕ້​ບັງຄັບ​ຂອງ​ເພິ່ນ​ເປັນ​ເວລາ​ແປດ​ປີ.

9 ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຜູ້ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຜູ້​ນີ້​ແມ່ນ​ໂອດນີເອນ ລູກຊາຍ​ຂອງ​ເກນາດ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ກາເລັບ.

10 ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ລົງ​ມາ​ຄວບຄຸມ​ລາວ ແລະ​ລາວ​ໄດ້​ກາຍເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ. ໂອດນີເອນ​ໄດ້​ອອກ​ໄປ​ເຮັດ​ເສິກ ແລະ​ພຣະເຈົ້າຢາເວ​ໄດ້​ມອບ​ກະສັດ​ກູຊານ-ຣິຊາທາອິມ​ແຫ່ງ​ອາຣາມ​ໃຫ້​ຢູ່​ໃນ​ກຳມື​ຂອງ​ລາວ ແລະ​ມື​ຂອງ​ລາວ​ກໍ​ເອົາ​ຊະນະ​ຕໍ່​ກູຊານ-ຣິຊາທາອິມ.

11 ປະເທດ​ຊາດ​ບ້ານ​ເມືອງ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ ແລ້ວ​ໂອດນີເອນ​ລູກຊາຍ​ຂອງ​ເກນາດ​ກໍໄດ້​ຕາຍໄປ.


ເອຮຸດ

12 ຕໍ່ມາ ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ​ອີກ. ດ້ວຍເຫດນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ເຈົ້າ​ເອກໂລນ​ກະສັດ​ແຫ່ງ​ໂມອາບ ມີ​ກຳລັງ​ເຂັ້ມແຂງ​ກວ່າ​ມາ​ຕໍ່ສູ້​ຊາດ​ອິດສະຣາເອນ, ຍ້ອນວ່າ ພວກເຂົາ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ.

13 ເຈົ້າ​ເອກໂລນ​ໄດ້​ຮ່ວມ​ມື​ກັບ​ພວກ​ອຳໂມນ ແລະ​ພວກ​ອາມາເຫຼັກ ແລ້ວ​ພວກເຂົາ​ກໍໄດ້​ຊະນະ​ຊາດ​ອິດສະຣາເອນ ແລະ​ຢຶດ​ເຢຣິໂກ​ເມືອງ​ແຫ່ງ​ຕົ້ນ​ຕານ.

14 ຊາດ​ອິດສະຣາເອນ​ໄດ້​ຢູ່​ໃຕ້​ອຳນາດ​ຂອງ​ເຈົ້າ​ເອກໂລນ ເປັນ​ເວລາ​ສິບແປດ​ປີ.

15 ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຄົນ​ນີ້​ແມ່ນ​ເອຮຸດ ຄົນ​ແຮງ​ກໍ້າ​ຊ້າຍ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເກຣາ​ຈາກ​ເຜົ່າ​ເບັນຢາມິນ. ປະຊາຊົນ​ອິດສະຣາເອນ​ໄດ້​ໃຊ້​ເອຮຸດ​ນຳ​ເອົາ​ຂອງຂວັນ ໄປ​ມອບ​ໃຫ້​ກະສັດ​ເອກໂລນ​ແຫ່ງ​ໂມອາບ.

16 ດັ່ງນັ້ນ ເອຮຸດ​ຈຶ່ງ​ຕີ​ດາບ​ສອງ​ຄົມ​ດວງ​ໜຶ່ງ ຍາວ​ປະມານ​ຫ້າສິບ​ເຊັນ. ລາວ​ເຊື່ອງ​ດາບ​ນັ້ນ​ໄວ້​ໃຕ້​ເຄື່ອງນຸ່ງ​ເບື້ອງຂວາ​ມື.

17 ແລ້ວ​ລາວ​ກໍ​ນຳ​ເອົາ​ຂອງຂວັນ​ໄປ​ມອບ​ໃຫ້​ກະສັດ​ເອກໂລນ ຜູ້​ທີ່​ເປັນ​ຄົນ​ຕຸ້ຍພີ້.

18 ເມື່ອ​ເອຮຸດ​ນຳ​ເອົາ​ຂອງຂວັນ​ມາ​ມອບ​ໃຫ້​ເຈົ້າ​ເອກໂລນ​ແລ້ວ ລາວ​ຈຶ່ງ​ໃຊ້​ຄົນ​ທີ່​ຫາມ​ຂອງຂວັນ​ມາ​ນັ້ນ​ກັບຄືນ​ເມືອ.

19 ສ່ວນ​ເອຮຸດ​ເອງ​ໄດ້​ກັບ​ໄປ​ທີ່​ເສົາ​ຫີນ​ແກະສະຫລັກ​ທີ່​ຢູ່​ໃກ້​ກັບ​ກິນການ ແລ້ວ​ກັບຄືນ​ໄປ​ບອກ​ເຈົ້າ​ເອກໂລນ​ວ່າ, “ກະສັດ​ທີ່ເຄົາຣົບ ຂ້ານ້ອຍ​ມີ​ຄວາມລັບ​ຢາກ​ຈະ​ບອກ​ທ່ານ.” ດັ່ງນັ້ນ ກະສັດ​ຈຶ່ງ​ສັ່ງ​ຄົນ​ຮັບໃຊ້​ວ່າ, “ຈົ່ງ​ໃຫ້​ພວກເຮົາ​ຢູ່​ຕາມ​ລຳພັງ​ເຖີດ” ແລະ​ພວກ​ຄົນ​ຮັບໃຊ້​ກໍ​ພາກັນ​ອອກ​ໄປ.

20 ແລ້ວ​ໃນ​ຂະນະທີ່​ກະສັດ​ກຳລັງ​ນັ່ງ​ຢູ່​ໃນ​ຫ້ອງ​ອາກາດ​ເຢັນ​ແຕ່​ຜູ້​ດຽວ​ທີ່​ເທິງ​ດາດຟ້າ​ນັ້ນ ເອຮຸດ​ກໍ​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ມີ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ສຳລັບ​ທ່ານ.” ກະສັດ​ຈຶ່ງ​ລຸກ​ຢືນ​ຂຶ້ນ.

21 ເອຮຸດ​ໃຊ້​ມື​ຊ້າຍ​ຖອດ​ເອົາ​ດາບ​ຈາກ​ທາງ​ຂວາມື​ແທງ​ທີ່​ທ້ອງ​ຂອງ​ກະສັດ.

22 ດາບ​ທັງດວງ​ໄດ້​ທະລຸ​ເຂົ້າ​ໄປ​ໃນ​ທ້ອງ ແລະ​ໄຂມັນ​ຫຸ້ມ​ດາບ​ນັ້ນ​ໄວ້. ເອຮຸດ​ບໍ່ໄດ້​ດຶງ​ດາບ​ອອກ​ຈາກ​ທ້ອງ​ຂອງ​ກະສັດ ແລະ​ມັນ​ຊອດ​ອອກ​ທາງຫລັງ​ຂອງ​ເພິ່ນ.

23 ແລ້ວ​ເອຮຸດ​ກໍ​ອອກ​ມາ​ຂ້າງ​ນອກ, ອັດ​ປະຕູ​ໃສ່​ໄລ​ໄວ້.

24 ຫຼັງຈາກ​ນັ້ນ ລາວ​ກໍ​ປົບໜີໄປ. ເມື່ອ​ພວກ​ຄົນ​ຮັບໃຊ້​ໄດ້​ເຫັນ​ປະຕູ​ອັດ​ໄວ້ ພວກເຂົາ​ຈຶ່ງ​ຄິດ​ວ່າ​ກະສັດ​ກຳລັງ​ຢູ່​ໃນ​ຫ້ອງນໍ້າ.

25 ພວກເຂົາ​ຄອຍ​ຖ້າ​ຢູ່​ຕັ້ງ​ດົນນານ ແຕ່​ກໍ​ບໍ່​ເຫັນ​ກະສັດ​ໄຂ​ປະຕູ​ອອກ​ມາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ກະແຈ​ໄປ​ໄຂ​ເບິ່ງ ແລະ​ພົບ​ຜູ້ເປັນ​ນາຍ​ຂອງຕົນ​ນອນ​ຕາຍ​ຢູ່​ກາງ​ພື້ນ.

26 ເອຮຸດ​ໄດ້​ແລ່ນ​ປົບໜີໄປ​ໃນ​ຂະນະທີ່​ພວກເຂົາ​ຄອຍ​ຖ້າ​ຢູ່. ລາວ​ຜ່ານ​ທາງ​ເສົາ​ຫີນ​ແກະສະຫລັກ ແລະ​ປົບໜີໄປ​ທີ່​ເມືອງ​ເສອີຣາ.

27 ເມື່ອ​ມາຮອດ​ເຂດ​ເນີນພູ​ເອຟຣາອິມ ລາວ​ຈຶ່ງ​ເປົ່າ​ແກ​ລະດົມພົນ​ເອົາ​ທະຫານ​ອິດສະຣາເອນ​ອອກ​ສູ້ຮົບ; ແລ້ວ​ລາວ​ກໍ​ນຳພາ​ພວກເຂົາ​ລົງຈາກ​ເນີນພູ​ໄປ.

28 ລາວ​ສັ່ງ​ພວກ​ທະຫານ​ວ່າ, “ຈົ່ງ​ຕາມ​ຂ້ອຍ​ມາ ພຣະເຈົ້າຢາເວ​ໃຫ້​ພວກເຈົ້າ​ຊະນະ​ຊາວ​ໂມອາບ ສັດຕູ​ຂອງ​ພວກເຈົ້າ​ແລ້ວ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕາມ​ເອຮຸດ​ລົງ​ໄປ​ຢຶດ​ແຄມທ່າ​ຂອງ​ແມ່ນໍ້າ​ຈໍແດນ ບ່ອນ​ທີ່​ຊາວ​ໂມອາບ​ໃຊ້​ຂ້າມ​ໄປມາ ແລະ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຂ້າມ​ແມ່ນໍ້າ​ໄປ​ເດັດຂາດ.

29 ໃນ​ມື້ນັ້ນ ພວກເຂົາ​ໄດ້​ຂ້າ​ທະຫານ​ຊາວ​ໂມອາບ​ຜູ້​ເກັ່ງກ້າ​ຕາຍ​ປະມານ​ສິບພັນ​ຄົນ ໂດຍ​ບໍ່ມີ​ໃຜ​ລອດໜີໄປ​ໄດ້.

30 ຊາວ​ອິດສະຣາເອນ​ໄດ້​ຊະນະ​ຊາວ​ໂມອາບ ແລ້ວ​ປະເທດ​ຊາດ​ບ້ານ​ເມືອງ​ກໍ​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ແປດສິບ​ປີ.


ຊຳຄາ

31 ຜູ້ນຳ​ຄົນ​ຕໍ່ມາ​ແມ່ນ​ຊຳຄາ ລູກຊາຍ​ຂອງ​ອານາດ. ລາວ​ກໍ​ເປັນ​ຜູ້ໜຶ່ງ​ທີ່​ໄດ້​ຊ່ວຍ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ ແລະ​ໂດຍ​ໃຊ້​ໄມ້​ບັງຄັບງົວ​ຂ້າ​ພວກ​ຟີລິດສະຕິນ​ຈຳນວນ​ຫົກຮ້ອຍ​ຄົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan