Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 20 - ພຣະຄຳພີສັກສິ


ຊາວ​ອິດສະຣາເອນ​ຕຽມ​ເຮັດ​ເສິກ

1 ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈາກ​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ຕະຫລອດ​ທັງ​ພວກ​ທີ່​ມາ​ຈາກ​ດິນແດນ​ກີເລອາດ ທາງພາກ​ຕາເວັນອອກ​ຈຶ່ງ​ໄດ້​ຕອບສະໜອງ​ຄຳ​ຮຽກຮ້ອງ. ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ນໍ້າໜຶ່ງໃຈດຽວ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ.

2 ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ທຸກ​ເຜົ່າ ໄດ້​ມີ​ໜ້າ​ໃນ​ທີ່​ປະຊຸມ​ປະຊາຊົນ​ຂອງ​ພຣະເຈົ້າ ໂດຍ​ມີ​ທະຫານ​ຍ່າງ​ສີ່ແສນ​ຄົນ.

3 ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ເບັນຢາມິນ​ກໍ​ໄດ້​ຍິນ​ວ່າ​ຊາວ​ອິດສະຣາເອນ​ເຜົ່າອື່ນໆ ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເມືອງ​ມີຊະປາ. ຊາວ​ອິດສະຣາເອນ​ຖາມ​ວ່າ, “ຈົ່ງ​ບອກ​ໃຫ້​ພວກເຮົາ​ຮູ້​ດູ​ວ່າ ເຫດຮ້າຍ​ນີ້​ເກີດຂຶ້ນ​ມາ​ໄດ້​ຢ່າງໃດ?”

4 ຝ່າຍ​ຊາຍ​ເລວີ​ຜູ້​ທີ່​ເມຍນ້ອຍ​ຂອງຕົນ​ໄດ້​ຖືກ​ຂ້າ​ນັ້ນ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ກັບ​ເມຍນ້ອຍ​ຂອງຂ້ອຍ​ໄດ້​ພັກ​ຄ້າງຄືນ ຢູ່​ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ.

5 ພວກ​ຜູ້ຊາຍ​ຊາວ​ເມືອງ​ກີເບອາ​ໄດ້​ມາ​ອ້ອມ​ເຮືອນ​ໃນ​ຕອນ​ກາງຄືນ ເພື່ອ​ຈະ​ຈັບ​ເອົາ​ຂ້ອຍ​ໄປ. ພວກເຂົາ​ຕັ້ງໃຈ​ຈະ​ຂ້າ​ຂ້ອຍ ແຕ່​ພວກເຂົາ​ຊໍ້າ​ຂົ່ມຂືນ​ເມຍນ້ອຍ​ຂອງຂ້ອຍ​ຈົນຕາຍ.

6 ຂ້ອຍ​ຈຶ່ງ​ເອົາ​ຊາກສົບ​ຂອງ​ນາງ​ຕັດ​ເປັນ​ຕ່ອນ​ແລະ​ສົ່ງ​ໄປ​ໃຫ້​ແຕ່ລະເຜົ່າ ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ. ຊາວ​ເມືອງ​ນີ້​ໄດ້​ສ້າງ​ຄວາມ​ຊົ່ວຊ້າ ແລະ​ປະພຶດ​ຜິດ​ສິນທຳ​ຢູ່​ໃນ​ທ່າມກາງ​ພວກເຮົາ.

7 ພວກທ່ານ​ທັງໝົດ​ຢູ່​ໃນ​ທີ່​ນີ້​ເປັນ​ຄົນ​ອິດສະຣາເອນ ແລະ​ພວກທ່ານ​ຈະ​ເຮັດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້?”

8 ໂດຍ​ຄວາມເຫັນ​ພ້ອມພຽງ​ກັນ ທຸກຄົນ​ຈຶ່ງ​ຢືນ​ຂຶ້ນ​ປະຕິຍານ​ວ່າ, “ໃນ​ຈຳນວນ​ພວກເຮົາ​ທັງໝົດ ບໍ່​ວ່າ​ຜູ້​ທີ່​ຢູ່​ໃນ​ຜ້າເຕັນ​ຫລື​ຢູ່​ໃນ​ເຮືອນ​ຂອງຕົນ​ກໍດີ ຈະ​ບໍ່ໄດ້​ກັບ​ເມືອ​ເຮືອນ​ຂອງຕົນ.

9 ພວກເຮົາ​ຈະ​ເຮັດ​ດັ່ງນີ້: ຈົ່ງ​ໃຊ້​ສະຫລາກ ແລະ​ເລືອກ​ເອົາ​ຄົນ​ອອກ​ໄປ​ໂຈມຕີ​ເມືອງ​ກີເບອາ.

10 ໜຶ່ງສ່ວນສິບ​ໃນ​ຈຳນວນພົນ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ຜູ້​ລຳລຽງ​ສະບຽງ​ອາຫານ​ໃຫ້​ແກ່​ທະຫານ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ຈະ​ໄປ​ລົງໂທດ​ພວກ​ກີເບອາ ທີ່​ປະພຶດ​ຜິດ​ສິນທຳ​ໃນ​ທ່າມກາງ​ຊາດ​ອິດສະຣາເອນ.”

11 ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ແນ​ເປົ້າໝາຍ​ໃສ່​ແນວ​ດຽວກັນ​ຄື ໂຈມຕີ.

12 ແລ້ວ​ພວກ​ອິດສະຣາເອນ​ກໍ​ໃຊ້​ຜູ້ນຳຂ່າວ​ໄປ​ບອກ ທົ່ວ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ກໍ່​ຄວາມຜິດ​ອັນ​ຮ້າຍແຮງ​ນີ້?

13 ພວກທ່ານ​ຈົ່ງ​ມອບ​ພວກ​ຜູ້ຊາຍ​ນັກເລງ​ໃນ​ເມືອງ​ກີເບອາ ໃຫ້​ພວກເຮົາ​ປະຫານ​ຊີວິດ​ເສຍ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ກຳຈັດ​ສິ່ງ​ຊົ່ວຊ້າ​ນີ້​ອອກ​ໄປ​ຈາກ​ຊາດ​ອິດສະຣາເອນ.” ຊາວ​ເບັນຢາມິນ​ບໍ່ໄດ້​ເອົາໃຈໃສ່​ນຳ​ຄຳເວົ້າ​ຂອງ​ພວກ​ອິດສະຣາເອນ​ພີ່ນ້ອງ​ຂອງຕົນ​ເລີຍ.

14 ແຕ່​ພວກ​ເບັນຢາມິນ​ຈາກ​ເມືອງຕ່າງໆ ໄດ້​ພາກັນ​ມາ​ທີ່​ກີເບອາ​ເພື່ອ​ສູ້ຮົບ​ກັບ​ພວກ​ອິດສະຣາເອນ.

15-16 ໃນ​ມື້ນັ້ນ ພວກເຂົາ​ລະດົມ​ເອົາ​ທະຫານ​ໄດ້​ຊາວຫົກພັນ​ຄົນ​ຈາກ​ເມືອງ​ຂອງ​ພວກເຂົາ. ນອກຈາກນີ້​ປະຊາຊົນ​ກີເບອາ​ຍັງ​ໄດ້​ຮວບຮວມ​ເອົາ​ຄົນ ທີ່​ຄັດເລືອກ​ເປັນ​ພິເສດ​ເຈັດຮ້ອຍ​ຄົນ ຊຶ່ງ​ລ້ວນແລ້ວ​ແຕ່​ຜູ້​ທີ່​ແຮງມື​ຊ້າຍ. ແຕ່ລະຄົນ​ໃນ​ພວກ​ນີ້​ສາມາດ​ຍິງ​ກ້ອນຫີນ​ໃສ່​ຜົມ​ເສັ້ນ​ໜຶ່ງ​ໄດ້​ຢ່າງ​ບໍ່​ມີ​ຜິດ​ເປົ້າ.

17 ຝ່າຍ​ພວກ​ອິດສະຣາເອນ​ກໍ​ຮວບຮວມ​ເອົາ​ທະຫານ​ທີ່​ຝຶກແອບ​ແລ້ວ​ສີ່ຮ້ອຍ​ພັນ​ຄົນ ໂດຍ​ບໍ່​ໄດ້​ນັບ​ເອົາ​ພວກ​ເບັນຢາມິນ​ເຂົ້ານຳ.


ເສິກ​ຕໍ່ສູ້​ພວກ​ເບັນຢາມິນ

18 ສ່ວນ​ພວກ​ອິດສະຣາເອນ​ໄດ້​ໄປ​ບ່ອນ​ນະມັດສະການ​ທີ່​ເບັດເອນ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ຖາມ​ພຣະເຈົ້າ​ວ່າ, “ພຣະອົງ​ຈະ​ໃຫ້​ເຜົ່າໃດ​ອອກ​ໄປ​ໂຈມຕີ​ພວກ​ເບັນຢາມິນ​ກ່ອນ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເຜົ່າ​ຢູດາ​ໄປ​ກ່ອນ.”

19 ດັ່ງນັ້ນ ມື້ເຊົ້າມາ ພວກ​ອິດສະຣາເອນ​ຈຶ່ງ​ເລີ່ມ​ອອກ​ເດີນທາງ ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ໃກ້​ກັບ​ເມືອງ​ກີເບອາ.

20 ພວກເຂົາ​ອອກ​ໄປ​ໂຈມຕີ​ກອງທັບ​ເບັນຢາມິນ ແລະ​ວາງ​ທະຫານ​ໄວ້​ປະຈຳ​ທີ່​ໂດຍ​ຫັນໜ້າ​ໃສ່​ຕົວເມືອງ.

21 ຝ່າຍ​ພວກ​ເບັນຢາມິນ​ນັ້ນ​ກໍໄດ້​ຍົກທັບ​ເຄື່ອນ​ອອກ​ມາ​ຈາກ​ຕົວເມືອງ. ກ່ອນ​ຄໍ່າ​ພວກເຂົາ​ໄດ້​ຂ້າ​ທະຫານ​ອິດສະຣາເອນ​ຕາຍ​ຊາວສອງພັນ​ຄົນ.

22-23 ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ໄປ​ບ່ອນ​ນະມັດສະການ ແລະ​ຮ້ອງໄຫ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ຈົນ​ຮອດຄໍ່າ. ພວກເຂົາ​ໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ກັບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ຄວນໄປ.” ດັ່ງນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ມີ​ກຳລັງໃຈ​ຂຶ້ນ ແລະ​ວາງ​ທະຫານ​ໄວ້​ແບບ​ເກົ່າ ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ທັບ​ໃນ​ມື້​ກ່ອນ​ນັ້ນ.

24 ພວກເຂົາ​ຍົກທັບ​ອອກ​ໄປ​ຕໍ່ສູ້​ກອງທັບ​ເບັນຢາມິນ​ເປັນ​ຄັ້ງ​ທີ​ສອງ.

25 ຊາວ​ເບັນຢາມິນ​ກໍ​ອອກ​ມາ​ຈາກ​ເມືອງ​ກີເບອາ​ເປັນ​ເທື່ອ​ທີ​ສອງ ແລະ​ໃນ​ຄັ້ງ​ນີ້​ອີກ​ພວກເຂົາ​ໄດ້​ຂ້າ​ທະຫານ​ອິດສະຣາເອນ​ຕາຍ​ສິບແປດ​ພັນ​ຄົນ ຊຶ່ງ​ລ້ວນແຕ່​ເປັນ​ພວກ​ທີ່​ໄດ້​ຮັບ​ການ​ຝຶກແອບ​ແລ້ວ​ທັງ​ນັ້ນ.

26 ແລ້ວ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍໄດ້​ພາກັນ​ໄປ​ໄວ້ທຸກ​ທີ່​ເບັດເອນ. ພວກເຂົາ​ນັ່ງ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ໂດຍ​ບໍ່​ຍອມ​ກິນ​ອາຫານ​ຈົນ​ຮອດ​ຄໍ່າ. ພວກເຂົາ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເຜົາ​ສັດ​ທັງ​ໂຕ​ຖວາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.

27-28 (ໃນ​ຕອນນັ້ນ ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ເບັດເອນ ຊຶ່ງ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ​ແລະ​ຫລານຊາຍ​ຂອງ​ອາໂຣນ​ເປັນ​ຜູ້​ກຳກັບ.) ຊາວ​ອິດສະຣາເອນ​ໄດ້ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່? ຫລື​ໃຫ້​ຍອມ​ແພ້?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ອອກ​ໄປ​ສູ້ຮົບ ມື້ອື່ນ​ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ຢູ່ໃນ​ມື​ຂອງ​ພວກເຈົ້າ.”

29 ດັ່ງນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ວາງ​ທະຫານ​ບາງ​ສ່ວນ ລີ້​ຢູ່​ອ້ອມແອ້ມ​ຕົວເມືອງ​ກີເບອາ.

30 ແລ້ວ​ໃນ​ມື້​ທີ​ສາມ ຕະຫລອດ​ທັງ​ມື້​ພວກເຂົາ​ກໍ​ຍົກທັບ​ເຂົ້າ​ໄປ​ໂຈມຕີ​ກອງທັບ​ຂອງ​ເບັນຢາມິນ ແລະ​ວາງ​ທະຫານ​ຂອງຕົນ​ໄວ້​ປະຈຳ​ທີ່ ໂດຍ​ໃຫ້​ຫັນໜ້າ​ໃສ່​ເມືອງ​ກີເບອາ​ຕາມ​ທີ່​ໄດ້​ປະຕິບັດ​ມາ​ກ່ອນ​ນັ້ນ.

31 ຝ່າຍ​ພວກ​ເບັນຢາມິນ​ກໍ​ອອກ​ມາ​ຕໍ່ສູ້​ຕາມເຄີຍ ແລະ​ຖືກ​ລໍ້​ໃຫ້​ອອກ​ໄປ​ໄກ​ຈາກ​ຕົວເມືອງ. ດັ່ງ​ຄັ້ງກ່ອນ ພວກເຂົາ​ເລີ່ມ​ຂ້າ​ພວກ​ອິດສະຣາເອນ​ແດ່​ແລ້ວ​ຕາມ​ນອກ​ເມືອງ ແລະ​ຕາມ​ເສັ້ນ​ທາງ​ໄປ​ສູ່​ເບັດເອນ​ແລະ​ກີເບອາ. ພວກເຂົາ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ປະມານ​ສາມສິບ​ຄົນ.

32 ຊາວ​ເບັນຢາມິນ​ເວົ້າ​ກັນ​ວ່າ, “ພວກເຮົາ​ປາບ​ພວກເຂົາ​ໄດ້​ຕາມເຄີຍ.” ແຕ່​ພວກ​ອິດສະຣາເອນ​ວາງແຜນ​ຖອຍຫລັງ ແລະ​ລໍ້​ພວກ​ເບັນຢາມິນ​ອອກ​ມາ​ຕາມ​ຖະໜົນ​ໃຫ້​ໄປ​ໄກ​ຈາກ​ຕົວເມືອງ.

33 ເມື່ອ​ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ຖອຍຫລັງ​ຄືນມາ​ທ້ອນໂຮມກັນ​ທີ່​ບາອານຕາມາ​ແລ້ວ; ໃນທັນໃດ ພວກ​ທະຫານ​ທີ່​ລີ້​ຢູ່​ຕາມ​ຖໍ້າ​ຫີນ​ອ້ອມ​ເມືອງ ກໍ​ຟ້າວ​ອອກ​ມາ.

34 ທະຫານ​ທີ່​ຄັດເລືອກ​ໄວ້​ເປັນ​ພິເສດ​ຈາກ​ທົ່ວ​ທັງ​ຊາດ​ອິດສະຣາເອນ​ສິບພັນ​ຄົນ ໄດ້​ລົງມື​ສູ້ຮົບ​ທີ່​ເມືອງ​ກີເບອາ ແລະ​ການ​ສູ້ຮົບ​ກໍ​ດຸເດືອດ​ທີ່ສຸດ. ຝ່າຍ​ພວກ​ເບັນຢາມິນ​ບໍ່​ຮູ້​ເລີຍ​ວ່າ ພວກຕົນ​ຈະ​ຖືກ​ທຳລາຍ.

35 ພຣະເຈົ້າຢາເວ​ໃຫ້​ຊາວ​ອິດສະຣາເອນ​ຊະນະ​ກອງທັບ​ຂອງ​ເບັນຢາມິນ. ໃນ​ມື້ນັ້ນ ພວກ​ອິດສະຣາເອນ​ໄດ້​ຂ້າ​ສັດຕູ​ຕາຍ​ເປັນ​ຈຳນວນ​ຊາວຫ້າພັນ​ໜຶ່ງຮ້ອຍ​ຄົນ

36 ແລະ​ພວກ​ເບັນຢາມິນ​ຈຶ່ງ​ຮູ້ຕົວ​ວ່າ​ພວກຕົນ​ພ່າຍແພ້​ເສຍ​ແລ້ວ. ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ໄດ້​ຖອຍຫລັງ​ໄປ​ຈາກ​ພວກ​ເບັນຢາມິນ ຍ້ອນວ່າ​ພວກເຂົາ​ອາໄສ​ຕໍ່​ພວກ​ທະຫານ​ທີ່​ໄດ້​ວາງ​ລີ້​ໄວ້​ອ້ອມ​ເມືອງ​ກີເບອາ​ນັ້ນ.


ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ​ດ້ວຍ​ວິທີ​ໃດ

37 ພວກ​ທະຫານ​ເຫຼົ່ານີ້​ແລ່ນ​ເຂົ້າ​ໄປ​ສູ່​ເມືອງ​ກີເບອາ​ຢ່າງ​ວ່ອງໄວ. ພວກເຂົາ​ຢາຍກັນ​ອອກ​ໄປ​ທົ່ວ​ເມືອງ ແລະ​ຂ້າ​ປະຊາຊົນ​ທຸກຄົນ​ຖິ້ມ.

38 ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ ແລະ​ທະຫານ​ທີ່​ລີ້​ຢູ່ນັ້ນ​ຕ່າງ​ກໍ​ລໍເບິ່ງ​ສັນຍານ ເມື່ອໃດ​ທີ່​ພວກເຂົາ​ຫລຽວເຫັນ​ຄວັນໄຟ​ກ້ອນໃຫຍ່​ພຸ່ງຂຶ້ນ​ຈາກ​ຕົວເມືອງ​ແລ້ວ

39 ໃຫ້​ພວກ​ອິດສະຣາເອນ​ທີ່​ຢູ່​ໃນ​ສະໜາມ​ຮົບ​ຫັນ​ມາ​ຕໍ່ສູ້​ຄືນ. ມາເຖິງ​ຕອນນີ້ ພວກ​ເບັນຢາມິນ​ໄດ້​ຂ້າ​ພວກ​ອິດສະຣາເອນ​ແລ້ວ​ສາມສິບ​ຄົນ. ພວກເຂົາ​ເວົ້າ​ໃນໃຈ​ວ່າ, “ພວກເຮົາ​ປາບ​ພວກເຂົາ​ໄດ້​ຕາມເຄີຍ.”

40 ແຕ່​ແລ້ວ​ສັນຍານ​ກໍ​ປາກົດ​ຂຶ້ນ ຄື​ຄວັນໄຟ​ກ້ອນໃຫຍ່​ເລີ່ມ​ພຸ່ງຂຶ້ນ​ຈາກ​ຕົວເມືອງ. ເມື່ອ​ພວກ​ເບັນຢາມິນ​ຫລຽວ​ກັບຄືນ​ຫລັງ​ກໍ​ຕົກຕະລຶງ​ທີ່​ເຫັນ​ວ່າ ທັງເມືອງ​ໄດ້​ຖືກ​ຈູດ​ສາ​ແລ້ວ.

41 ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ຫັນ​ມາ​ຕໍ່ສູ້​ຄືນ. ພວກ​ເບັນຢາມິນ​ຈຶ່ງ​ຕື່ນ​ຕົກໃຈ ແລະ​ແຕກ​ໜີໄປ ເພາະ​ຮູ້​ຕົວ​ວ່າ​ພວກຕົນ​ຈວນ​ຈະ​ຖືກ​ທຳລາຍ​ແລ້ວ.

42 ພວກເຂົາ​ຖອຍຫລັງ​ໜີ​ຈາກ​ພວກ​ອິດສະຣາເອນ ແລະ​ແລ່ນ​ໄປ​ທາງ​ນອກເມືອງ, ແຕ່​ພວກເຂົາ​ປົບໜີໄປ​ບໍ່ໄດ້ ເພາະ​ຖືກ​ທະຫານ​ທີ່​ອອກ​ມາ​ຈາກ​ເມືອງ​ນັ້ນ ໄລ່ຕາມ​ທັນ​ແລະ​ທຸກຄົນ​ຈຶ່ງ​ຖືກ​ຂ້າ​ຖິ້ມ.

43 ພວກ​ອິດສະຣາເອນ​ໄດ້​ອ້ອມ​ພວກ​ເບັນຢາມິນ​ໄວ້ ແລະ​ພວກເຂົາ​ໄດ້​ໄລ່ຕາມ​ຂ້າ​ພວກ​ເບັນຢາມິນ​ຢ່າງ​ບໍ່​ຢຸດຢັ້ງ​ຕາມ​ທາງ ຈົນ​ໄປ​ເຖິງ​ທາງທິດ​ຕາເວັນອອກ​ຂອງ​ກີເບອາ.

44 ທະຫານ​ເບັນຢາມິນ​ຜູ້​ທີ່​ເກັ່ງກ້າ​ສິບແປດພັນ​ຄົນ​ໄດ້​ຖືກ​ຂ້າ.

45 ຍັງ​ມີ​ບາງສ່ວນ​ກັບຄືນ​ໄປ​ທີ່​ໂງ່ນຫີນ​ຣິມໂມນ​ທີ່​ນອກເມືອງ. ໃນ​ຕອນ​ນັ້ນ​ມີ​ທະຫານ​ຫ້າພັນ​ຄົນ ຖືກ​ຂ້າ. ສ່ວນ​ພວກ​ອິດສະຣາເອນ​ກໍ​ສືບຕໍ່​ຕາມ​ກວາດລ້າງ ພວກ​ທີ່​ຍັງເຫລືອ​ນັ້ນ​ໄປ​ທີ່​ກີໂດມ​ແລະ​ຂ້າ​ສອງພັນ​ຄົນ ໃນ​ທີ່ນັ້ນ.

46 ໃນ​ມື້ນັ້ນ ພວກ​ເບັນຢາມິນ​ໄດ້​ຖືກ​ຂ້າ​ລວມ​ມີ​ຊາວຫ້າພັນ​ຄົນ ຊຶ່ງ​ລ້ວນແຕ່​ເປັນ​ທະຫານ​ທີ່​ເກັ່ງກ້າ​ທັງໝົດ.

47 ແຕ່​ຍັງ​ມີ​ທະຫານ​ຫົກຮ້ອຍ​ຄົນ ທີ່​ແລ່ນ​ປົບໜີໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ສູ່​ໂງ່ນຫີນ​ຣິມໂມນ ແລະ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່​ເດືອນ.

48 ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ກັບຄືນ​ມາ​ສັງຫານ​ພວກ​ເບັນຢາມິນ ທີ່​ຍັງເຫລືອ​ຢູ່​ຕາມ​ເມືອງຕ່າງໆ​ນັ້ນ​ໃຫ້​ໝົດ ເຊັ່ນ: ຊາຍ, ຍິງ, ເດັກນ້ອຍ, ຕະຫລອດ​ທັງ​ຝູງສັດ​ດ້ວຍ. ພວກເຂົາ​ຍັງ​ໄດ້​ຈູດ​ທຸກໆ​ເມືອງ​ໃນ​ຂົງເຂດ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan