Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 2 - ພຣະຄຳພີສັກສິ


ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ທີ່​ໂບກິມ

1 ຢູ່​ຕໍ່ມາ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ຈາກ​ເມືອງ​ກິນການ ໄປ​ທີ່​ເມືອງ​ໂບກິມ. ເທວະດາ​ຕົນ​ນີ້​ໄດ້​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ ‘ເຮົາ​ຈະ​ບໍ່​ລຶບລ້າງ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ພວກເຈົ້າ​ຈັກເທື່ອ.

2 ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຄຳສັນຍາ​ໃດໆ​ກັບ​ປະຊາຊົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ພວກເຈົ້າ​ຈະ​ຕ້ອງ​ທຳລາຍ​ຖິ້ມ​ໝົດ​ແທ່ນບູຊາ​ຂອງ​ພວກເຂົາ.’ ແຕ່​ພວກເຈົ້າ​ບໍ່​ເຮັດ​ຕາມ​ທີ່​ເຮົາ​ໄດ້​ບອກ​ໄວ້. ພວກເຈົ້າ​ກັບ​ໄປ​ເຮັດ​ໃນ​ສິ່ງ​ທີ່​ກົງກັນຂ້າມ

3 ສະນັ້ນ ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ດຽວນີ້​ໂລດ​ວ່າ ເຮົາ​ຈະ​ບໍ່​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ໃນ​ທີ່ນັ້ນ. ພວກເຂົາ​ຈະ​ເປັນ​ສັດຕູ ຂອງ​ພວກເຈົ້າ​ແລະ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ກໍ​ຈະ​ເປັນ​ສິ່ງ​ລໍ້ລວງ​ພວກເຈົ້າ ໃຫ້​ເຮັດ​ບາບ​ອັນ​ຮ້າຍແຮງ.”

4 ເມື່ອ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຮ້ອງໄຫ້

5 ເພາະ​ສະນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ ໂບກິມ. ໃນ​ທີ່​ນີ້​ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.


ໂຢຊວຍ​ຕາຍ

6 ໂຢຊວຍ​ໄດ້​ສົ່ງ​ຊາວ​ອິດສະຣາເອນ​ໃຫ້​ໄປ​ຕາມ​ທາງ​ຂອງ​ພວກເຂົາ ແລະ​ແຕ່ລະຄົນ​ກໍໄດ້​ໄປ​ຢຶດ​ດິນແດນ​ເປັນ​ກຳມະສິດ​ຂອງ​ໃຜ​ລາວ.

7 ປະຊາຊົນ​ອິດສະຣາເອນ​ຮັບໃຊ້​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ໂຢຊວຍ. ຫລັງຈາກ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ພວກເຂົາ​ກໍ​ຍັງ​ສືບຕໍ່​ຮັບໃຊ້​ພຣະອົງ ຈົນ​ຕະຫລອດ​ຊົ່ວອາຍຸ​ຂອງ​ພວກຜູ້ນຳ ຜູ້​ທີ່​ໄດ້​ຮູ້ເຫັນ​ກິດຈະການ​ອັນ​ຍິ່ງໃຫຍ່​ທຸກຢ່າງ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຊາດ​ອິດສະຣາເອນ.

8 ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ຕາຍໄປ ເມື່ອ​ເພິ່ນ​ອາຍຸ​ໄດ້​ໜຶ່ງຮ້ອຍສິບ​ປີ.

9 ຊາກ​ສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ດິນແດນ​ຂອງ​ເພິ່ນ​ເອງ ທີ່​ແຖບ​ເນີນພູ​ເອຟຣາອິມ​ໃນ​ເມືອງ​ຕີມນາດ​ເສຣາ ຊຶ່ງ​ຢູ່​ທາງທິດເໜືອ​ຂອງ​ພູເຂົາ​ກາອາດ.

10 ຕໍ່ມາ ຄົນ​ທັງໝົດ​ໃນ​ເຊັ່ນ​ນັ້ນ​ກໍໄດ້​ຕາຍໄປ ແລະ​ຄົນ​ໃນ​ເຊັ່ນ​ຕໍ່ມາ​ກໍໄດ້​ລືມໄລ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.


ຊາວ​ອິດສະຣາເອນ​ເຊົາ​ນະມັດສະການ​ພຣະເຈົ້າຢາເວ

11 ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ເລີ່ມ​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ເລີ່ມ​ບົວລະບັດ​ຮັບໃຊ້​ພະບາອານ.

12 ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ຄື​ພຣະເຈົ້າ​ອົງ​ທີ່​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ພາກັນ​ເລີ່ມ​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ​ນັ້ນ. ພວກເຂົາ​ໄດ້​ຂາບໄຫວ້​ພະ​ເຫຼົ່ານີ້ ແລະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ.

13 ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ແລະ​ໄປ​ບົວລະບັດ​ຮັບໃຊ້​ພະບາອານ​ແລະ​ເຈົ້າແມ່​ອັດສະຕາກ.

14 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ​ຢ່າງໜັກ ແລະ​ພຣະອົງ​ໄດ້​ປ່ອຍ​ໃຫ້​ພວກ​ໂຈນ​ເຂົ້າ​ມາ​ໂຈມຕີ ປຸ້ນຈີ້​ແລະ​ເອົາ​ສິ່ງຂອງ​ຂອງ​ພວກເຂົາ. ພຣະອົງ​ຍັງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຮອບ​ນັ້ນ​ຊະນະ​ພວກເຂົາ ຈົນ​ຊາວ​ອິດສະຣາເອນ​ບໍ່​ສາມາດ​ປ້ອງກັນ​ຕົນເອງ​ໄດ້.

15 ເທື່ອໃດ​ທີ່​ພວກເຂົາ​ອອກ​ສູ້ຮົບ ພຣະເຈົ້າຢາເວ​ກໍ​ຕໍ່ສູ້​ພວກເຂົາ​ເທື່ອນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ເດືອດຮ້ອນ​ທີ່ສຸດ.

16 ເວລາ​ຕໍ່ມາ ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ຊາດ​ອິດສະຣາເອນ​ມີ​ຜູ້ປົກຄອງ ເພື່ອ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກ​ໂຈນ​ປຸ້ນສະດົມ.

17 ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ປົກຄອງ​ເຫຼົ່ານີ້. ພວກເຂົາ​ຫຼີ້ນຊູ້​ກັບ​ບັນດາ​ພະອື່ນ​ແລະ​ຂາບໄຫວ້​ພວກມັນ. ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແຕ່​ອີກ​ບໍ່​ດົນ​ຄົນ​ເຊັ່ນ​ໃໝ່​ນີ້​ກໍ​ເຊົາ​ເຊື່ອຟັງ​ພຣະອົງ​ຢ່າງ​ໄວວາ.

18 ເທື່ອໃດ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຂົາ​ມີ​ຜູ້ປົກຄອງ ພຣະເຈົ້າຢາເວ​ກໍ​ຊ່ວຍເຫລືອ​ຜູ້ປົກຄອງ​ເທື່ອນັ້ນ ແລະ​ຊ່ວຍເຫລືອ​ປະຊາຊົນ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຕະຫລອດ​ຊົ່ວຊີວິດ​ຂອງ​ຜູ້ປົກຄອງ​ນັ້ນ. ພຣະເຈົ້າຢາເວ​ເມດຕາ​ອີດູ​ພວກເຂົາ ຍ້ອນ​ພວກເຂົາ​ຄວນຄາງ​ຢ່າງ​ທົນທຸກ​ເພາະ​ຖືກ​ເຫຼົ່າ​ສັດຕູ​ກົດຂີ່.

19 ແຕ່​ເມື່ອ​ຜູ້ປົກຄອງ​ຕາຍໄປ​ແລ້ວ ປະຊາຊົນ​ກໍ​ກັບຄືນ​ໄປ​ເຮັດ​ຄືເກົ່າ​ແລະ​ສືບຕໍ່​ເຮັດ​ສິ່ງ​ຊົ່ວຮ້າຍ ຫລາຍກວ່າ​ເຊັ່ນ​ພໍ່​ແມ່​ຂອງ​ພວກເຂົາ​ອີກ. ພວກເຂົາ​ໄດ້​ບົວລະບັດ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ ແລະ​ສືບຕໍ່​ປະພຶດ​ຊົ່ວຮ້າຍ​ຕາມ​ວິທີ​ທາງ​ຂອງ​ພວກເຂົາ​ຢ່າງ​ດື້ດຶງ.

20 ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ ແລະ​ກ່າວ​ວ່າ, “ຊົນຊາດ​ນີ້​ຝ່າຝືນ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໃຫ້​ຢຶດຖື. ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ

21 ເຮົາ​ຈຶ່ງ​ຈະ​ບໍ່​ຂັບໄລ່​ຊົນຊາດ​ໃດໆ ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນີ້​ໃຫ້​ອອກ​ໜີໄປ ເມື່ອ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ.

22 ເຮົາ​ຈະ​ໃຊ້​ພວກເຂົາ​ເພື່ອ​ຄົ້ນ​ຫາ​ວ່າ ຊາວ​ອິດສະຣາເອນ​ຈະ​ຕິດຕາມ​ວິທີ​ທາງ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ປະຕິບັດ​ມາ​ນັ້ນ​ຫລື​ບໍ່.”

23 ສະນັ້ນ ພຣະເຈົ້າຢາເວ​ຈື່ງ​ປ່ອຍ​ຊົນຊາດ​ເຫຼົ່ານີ້​ໃຫ້​ເຫຼືອ​ຢູ່​ໃນ​ດິນແດນ; ພຣະອົງ​ບໍ່ໄດ້​ໃຫ້​ໂຢຊວຍ​ຊະນະ​ພວກເຂົາ ຫລື​ແມ່ນແຕ່​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ໃນທັນທີ ຫລັງຈາກ​ທີ່​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan