Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 19 - ພຣະຄຳພີສັກສິ


ຄົນເລວີ​ແລະ​ເມຍນ້ອຍ​ຂອງຕົນ

1 ໃນ​ສະໄໝ​ທີ່​ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ເທື່ອນັ້ນ ໄດ້​ມີ​ຄົນເລວີ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ບ່ອນ​ໄກ​ທີ່ສຸດ ທາງ​ແຖບ​ເນີນພູ​ເອຟຣາອິມ. ລາວ​ໄດ້​ຍິງ​ຜູ້ໜຶ່ງ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ​ມາ​ເປັນ​ເມຍນ້ອຍ​ຂອງຕົນ.

2 ແຕ່​ຍິງ​ຄົນ​ນີ້​ຄຽດ​ໃຫ້​ລາວ. ສະນັ້ນ ນາງ​ຈຶ່ງ​ກັບຄືນ​ໄປ​ຢູ່​ນຳ​ພໍ່​ຂອງຕົນ​ທີ່​ເບັດເລເຮັມ ເປັນ​ເວລາ​ສີ່​ເດືອນ.

3 ຕໍ່ມາ​ຄົນເລວີ​ຜູ້​ນີ້​ກໍ​ຕັດສິນໃຈ​ຕາມ​ນາງ​ໄປ ແລະ​ພະຍາຍາມ​ຊັກຊວນ​ນາງ​ໃຫ້​ຄືນ​ເມືອ​ຢູ່​ກັບ​ຕົນ. ລາວ​ພາ​ຄົນ​ຮັບໃຊ້​ກັບ​ລໍ​ສອງ​ໂຕ​ຂອງຕົນ​ໄປ​ນຳ. ນາງ​ໄດ້​ພາ​ຜົວ​ທີ່​ເປັນ​ຄົນເລວີ​ເຂົ້າ​ໄປ​ໃນ​ເຮືອນ. ເມື່ອ​ພໍ່​ຂອງ​ນາງ​ເຫັນ​ຄົນເລວີ​ຜູ້​ນີ້ ເພິ່ນ​ກໍ​ຮັບ​ຕ້ອນ​ລາວ​ດ້ວຍ​ຄວາມ​ຈິງໃຈ.

4 ຜູ້​ເປັນ​ພໍ່ເຖົ້າ​ໄດ້​ໜ່ວງໜ່ຽວ​ຢາກ​ໃຫ້​ລູກເຂີຍ​ຢູ່​ນຳ​ຕົນ​ເປັນ​ເວລາ​ສາມ​ວັນ. ຄູ່​ຜົວ​ເມຍ​ຈຶ່ງ​ໄດ້​ກິນ​ເຂົ້າ​ແລະ​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ.

5 ຕົກ​ມາ​ໃນ​ຕອນເຊົ້າ​ຂອງ​ວັນ​ທີ​ສີ່ ພວກເຂົາ​ກໍ​ລຸກ​ແຕ່​ເຊົ້າໆ ແລະ​ຕຽມຕົວ​ຈະ​ກັບຄືນ​ເມືອ, ແຕ່​ພໍ່​ຂອງ​ຍິງ​ນັ້ນ​ໄດ້​ເວົ້າ​ກັບ​ຄົນເລວີ​ຜູ້​ນີ້​ວ່າ, “ກິນ​ຫຍັງ​ຈັກໜ້ອຍ​ກ່ອນສາ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ແຮງ​ແລ້ວ​ຈຶ່ງ​ໄປ.”

6 ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ນັ່ງ​ລົງ​ກິນ​ແລະ​ດື່ມ​ນຳ​ກັນ. ແລ້ວ​ຜູ້​ເປັນ​ພໍ່​ຂອງ​ຍິງ​ນັ້ນ​ກໍ​ເວົ້າ​ກັບ​ລາວ​ອີກ​ວ່າ, “ນອນ​ຄ້າງຄືນ​ຢູ່​ທີ່ນີ້​ອີກສາ ເຮັດ​ໃຫ້​ສະບາຍ​ໃຈ​ກ່ອນ​ຈຶ່ງ​ກັບ​ເມືອ.”

7 ຊາຍ​ເລວີ​ຈຶ່ງ​ລຸກ​ຂຶ້ນ​ວ່າ​ຈະ​ອອກ​ໄປ ແຕ່​ຜູ້​ເປັນ​ພໍ່ເຖົ້າ​ຍັງ​ຊັກຊວນ​ໃຫ້​ລາວ​ຢູ່​ອີກ ລາວ​ຈຶ່ງ​ຄ້າງຄືນ​ຢູ່​ທີ່ນັ້ນ.

8 ໃນ​ຕອນເຊົ້າ​ແຕ່​ເດິກໆ​ຂອງ​ມື້​ທີ​ຫ້າ ລາວ​ກຳລັງ​ຈະ​ອອກ​ໄປ ແຕ່​ຜູ້​ເປັນ​ພໍ່ເຖົ້າ​ເວົ້າ​ອີກ​ວ່າ, “ກິນ​ຫຍັງ​ກ່ອນສາ ແລະ​ຖ້າ​ໃຫ້​ມັນ​ສວຍ​ສາ​ກ່ອນ​ຈຶ່ງ​ຄ່ອຍ​ໄປ.” ດັ່ງນັ້ນ ທັງສອງ​ຈຶ່ງ​ນັ່ງ​ລົງ​ກິນ​ເຂົ້າ​ນຳ​ກັນ​ອີກ.

9 ເທື່ອໜຶ່ງ​ອີກ ເມື່ອ​ຊາຍ​ເລວີ​ກັບ​ເມຍນ້ອຍ ແລະ​ຄົນ​ຮັບໃຊ້​ຂອງຕົນ​ກຳລັງ​ຈະ​ອອກ​ໄປ​ນັ້ນ ຜູ້​ເປັນ​ພໍ່ເຖົ້າ​ຈຶ່ງ​ເວົ້າ​ວ່າ, “ເບິ່ງດູ ດຽວ​ນີ້​ມັນ​ກໍ​ໃກ້​ຈະ​ຄໍ່າ​ຢູ່​ແລ້ວ ເຈົ້າ​ພັກ​ຢູ່​ນີ້​ອີກ​ຈັກ​ຄືນ​ຄົງ​ຈະ​ເປັນ​ການ​ດີກວ່າ ເພາະ​ມັນ​ໃກ້​ຈະ​ມືດ​ແລ້ວ. ຈົ່ງ​ຢູ່​ທີ່​ນີ້​ແລະ​ເຮັດ​ໃຫ້​ໃຈ​ສະບາຍ​ກ່ອນ ແລະ​ມື້ອື່ນ​ຈຶ່ງ​ກັບ​ເມືອ​ແຕ່​ເດິກໆ​ກໍໄດ້.”

10-11 ແຕ່​ຊາຍ​ຄົນ​ນີ້​ບໍ່​ຢາກ​ຄ້າງຄືນ​ອີກ​ຕໍ່ໄປ. ສະນັ້ນ ລາວ​ແລະ​ເມຍນ້ອຍ​ຂອງຕົນ​ຈຶ່ງ​ອອກ​ເດີນທາງ ພ້ອມ​ກັບ​ຄົນ​ຮັບໃຊ້ ແລະ​ລໍ​ສອງ​ໂຕ​ທີ່​ມີ​ອານ​ພາດ​ເທິງ​ຫລັງ. ເມື່ອ​ພວກເຂົາ​ໄດ້​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ເຢບູ (ຊຶ່ງ​ແມ່ນ​ເຢຣູຊາເລັມ) ກໍ​ຂ້ອນ​ຄໍ່າ​ແລ້ວ. ຄົນ​ຮັບໃຊ້​ຈຶ່ງ​ເວົ້າ​ກັບ​ນາຍ​ຂອງຕົນ​ວ່າ, “ພວກເຮົາ​ຄ້າງຄືນ​ຢູ່​ທີ່​ເມືອງ​ຂອງ​ຊາວ​ເຢບຸດ​ນີ້​ສາກ່ອນ ບໍ່​ດີ​ບໍ?”

12-13 ແຕ່​ນາຍ​ຂອງ​ລາວ​ຕອບ​ວ່າ, “ພວກເຮົາ​ຈະ​ບໍ່​ຢຸດ​ພັກ​ຢູ່​ໃນ​ເມືອງ​ທີ່​ບໍ່​ເປັນ​ຂອງ​ຄົນ​ອິດສະຣາເອນ. ໃຫ້​ພວກເຮົາ​ຜ່ານ​ເມືອງ​ນີ້​ໄປ​ໄກ​ຈັກໜ້ອຍ ແລະ​ຄ້າງຄືນ​ຢູ່​ທີ່​ກີເບອາ​ຫລື​ທີ່​ຣາມາ.”

14 ດັ່ງນັ້ນ ພວກເຂົາ​ຈຶ່ງ​ກາຍ​ເມືອງ​ເຢບູ​ແລະ​ເດີນທາງ​ຕໍ່ໄປ. ເມື່ອ​ພວກເຂົາ​ມາ​ເຖິງ​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ ກໍ​ເປັນ​ເວລາ​ຕາເວັນຕົກ​ດິນ​ແລ້ວ.

15 ພວກເຂົາ​ຈຶ່ງ​ແວ່​ເຂົ້າໄປ​ຄ້າງຄືນ​ໃນ​ເມືອງ​ນີ້. ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ສີ່​ແຍກ​ກາງເມືອງ; ແຕ່​ບໍ່ມີ​ໃຜ​ເຊີນ​ພວກເຂົາ​ໃຫ້​ເຂົ້າ​ໄປ​ພັກ​ຄ້າງຄືນ​ຢູ່​ໃນ​ເຮືອນ.

16 ໃນ​ຂະນະນັ້ນ ຍັງ​ມີ​ຊາຍ​ແກ່​ຜູ້ໜຶ່ງ​ທີ່​ຫາກໍ​ເລີກ​ຈາກ​ວຽກໄຮ່​ການນາ​ຂອງຕົນ ກຳລັງ​ຍ່າງ​ຜ່ານ​ມາ​ທາງ​ນັ້ນ. ລາວ​ເປັນ​ຄົນ​ມາ​ຈາກ​ແຖບ​ເນີນພູ​ເອຟຣາອິມ ແຕ່​ດຽວ​ນີ້​ອາໄສ​ຢູ່​ໃນ​ເມືອງ​ກີເບອາ (ສ່ວນ​ຄົນອື່ນ​ທີ່​ຢູ່​ໃນ​ເມືອງ​ນີ້​ເປັນ​ຊາວ​ເຜົ່າ​ເບັນຢາມິນ).

17 ເມື່ອ​ຊາຍ​ແກ່​ຜູ້ນີ້​ສັງເກດ​ເຫັນ​ຄົນ​ແປກໜ້າ ທີ່​ສີ່​ແຍກ​ກາງ​ເມືອງ ລາວ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ມາ​ແຕ່​ໃສ? ແລະ​ພວກເຈົ້າ​ຈະ​ໄປ​ໃສ?”

18 ຄົນເລວີ​ຈຶ່ງ​ຕອບ​ວ່າ, “ພວກຂ້ອຍ​ມາ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ; ດຽວ​ນີ້​ພວກຂ້ອຍ​ກຳລັງ​ກັບ​ເມືອ​ເຮືອນ ທີ່​ຢູ່​ໄກ​ອອກ​ໄປ​ທາງ​ແຖບ​ເນີນພູ​ເອຟຣາອິມ​ພຸ້ນ ແຕ່​ບໍ່ມີ​ໃຜ​ເຊີນ​ພວກຂ້ອຍ​ໃຫ້​ເຂົ້າ​ໄປ​ຄ້າງຄືນ​ໃນ​ເຮືອນ.

19 ເຖິງ​ແມ່ນ​ວ່າ​ພວກຂ້ອຍ​ມີ​ອາຫານ, ມີ​ເຟືອງ​ໃຫ້​ລໍ, ມີ​ເຂົ້າຈີ່ ແລະ​ນໍ້າ​ອະງຸ່ນ​ສຳລັບ​ຂ້ອຍ​ກັບ​ເມຍ​ແລະ​ຄົນ​ຮັບໃຊ້​ຂອງຂ້ອຍ​ກໍດີ. ພວກຂ້ອຍ​ມີ​ທຸກສິ່ງ​ມາພ້ອມ.”

20 ຊາຍ​ແກ່​ຄົນນັ້ນ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍເອງ​ຍິນດີ​ຕ້ອນຮັບ​ພວກເຈົ້າ ໃຫ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງຂ້ອຍ. ຂ້ອຍ​ຈະ​ເບິ່ງແຍງ​ພວກເຈົ້າ ພວກເຈົ້າ​ບໍ່​ຕ້ອງ​ຄ້າງຄືນ​ຢູ່​ທີ່​ສີ່​ແຍກ​ກາງເມືອງ​ນີ້ດອກ.”

21 ແລ້ວ​ລາວ​ກໍ​ພາ​ພວກເຂົາ​ເມືອ​ເຮືອນ​ຂອງຕົນ ແລະ​ເອົາ​ເຟືອງ​ໃຫ້​ລໍ​ກິນ. ແຂກ​ຂອງ​ຊາຍ​ແກ່​ໄດ້​ພາກັນ​ລ້າງ​ຕີນ​ແລະ​ກິນ​ເຂົ້າແລງ.

22 ໃນ​ຂະນະທີ່​ພວກເຂົາ​ກຳລັງ​ລົມກັນ​ຢ່າງ​ມ່ວນຊື່ນ​ຢູ່​ນັ້ນ ໄດ້​ມີ​ພວກ​ນັກເລງ​ມາ​ລ້ອມ​ເຮືອນ​ໄວ້​ແລະ​ໃຊ້​ກຳປັ້ນ​ຕີ​ປະຕູ​ເຮືອນ. ພວກເຂົາ​ຮ້ອງ​ບອກ​ຊາຍ​ແກ່​ຜູ້ນັ້ນ​ວ່າ, “ຈົ່ງ​ນຳ​ເອົາ​ຊາຍ​ທີ່​ມາ​ຄ້າງ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ອອກ​ມາ ເພາະ​ພວກຂ້ອຍ​ຢາກ​ຮ່ວມເພດ​ກັບ​ລາວ.”

23 ແຕ່​ຊາຍ​ແກ່​ຄົນນີ້​ໄດ້​ອອກ​ໄປ​ຂ້າງ​ນອກ ແລະ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພີ່ນ້ອງ​ເອີຍ ຢ່າ​ເຮັດ​ເທາະ ຂ້ອຍ​ຮ້ອງຂໍ​ນຳ. ຢ່າ​ເຮັດ​ໃນ​ສິ່ງ​ທີ່​ຜິດ​ສິນທຳ​ອັນ​ຊົ່ວຊ້າ​ນີ້​ເລີຍ ຊາຍ​ຄົນນີ້​ເປັນ​ແຂກ​ຂອງຂ້ອຍ.

24 ຫັ້ນ​ເດ ລູກສາວ​ຂອງຂ້ອຍ​ທີ່​ຍັງ​ບໍຣິສຸດ​ຢູ່​ແລະ​ເມຍ​ຂອງ​ລາວ. ຂ້ອຍ​ຈະ​ພາ​ພວກເຂົາ​ອອກ​ມາ​ໃຫ້​ພວກເຈົ້າ​ດຽວນີ້ ແລະ​ໃຫ້​ເປັນ​ຂອງ​ພວກເຈົ້າ. ພວກເຈົ້າ​ຢາກ​ເຮັດ​ຢ່າງໃດ​ກັບ​ພວກເຂົາ​ກໍ​ຈົ່ງ​ເຮັດ​ຕາມຊອບໃຈ​ເຖີດ ແຕ່​ຢ່າ​ເຮັດ​ແບບ​ຮ້າຍກາດ​ຕໍ່​ຊາຍ​ຄົນນີ້​ເລີຍ.”

25 ພວກ​ນັກເລງ​ນັ້ນ​ບໍ່​ຍອມ​ຟັງ​ຊາຍ​ແກ່​ຄົນນັ້ນ​ເລີຍ. ສະນັ້ນ ຄົນເລວີ​ຈຶ່ງ​ເອົາ​ເມຍນ້ອຍ​ຂອງຕົນ​ອອກ​ໄປ​ປະ​ໄວ້​ຢູ່​ຂ້າງ​ນອກ​ກັບ​ພວກເຂົາ. ພວກເຂົາ​ພາກັນ​ກຸມ ແລະ​ຂົ່ມຂືນ​ນາງ​ຢ່າງບໍ່​ຢຸດຢັ້ງ ຈົນເຖິງ​ມື້​ເຊົ້າ.

26 ພໍ​ຮຸ່ງ​ເຊົ້າ​ມາ ຍິງ​ຄົນ​ນີ້​ກໍ​ມາ​ລົ້ມ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ຊາຍ​ແກ່​ຜູ້​ນີ້ ຄື​ບ່ອນ​ທີ່​ຜົວ​ຂອງຕົນ​ພັກ​ຢູ່​ນັ້ນ. ເມື່ອ​ເວລາ​ເຊົ້າ​ມາ ນາງ​ກໍ​ຍັງ​ຢູ່​ທີ່​ນັ້ນ.

27 ເມື່ອ​ຜົວ​ຂອງ​ນາງ​ລຸກ​ຂຶ້ນ​ມາ​ໃນ​ຕອນເຊົ້າ ແລະ​ເປີດ​ປະຕູ​ວ່າ​ຈະ​ອອກ​ເດີນທາງ​ໄປ ລາວ​ກໍ​ພົບ​ເມຍນ້ອຍ​ຂອງຕົນ​ຢູ່​ຕໍ່ໜ້າ​ເຮືອນ ໂດຍ​ນອນ​ຢຽດ​ມື​ຈຸ​ກັບ​ປະຕູ​ເຮືອນ.

28 ລາວ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄປ​ກັນ​ເທາະ.” ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ໝົດ. ດັ່ງນັ້ນ ລາວ​ຈຶ່ງ​ເອົາ​ຊາກສົບ​ຂອງ​ນາງ​ພາດ​ໃສ່​ຫລັງ​ລໍ ແລະ​ອອກ​ເດີນທາງ​ກັບ​ເມືອ​ເຮືອນ.

29 ເມື່ອ​ມາເຖິງ​ເຮືອນ​ແລ້ວ ລາວ​ກໍ​ໃຊ້​ພ້າ​ຕັດ​ຮ່າງກາຍ​ຂອງ​ເມຍນ້ອຍ​ນັ້ນ ອອກ​ເປັນ​ສິບສອງ​ຕ່ອນ ແລະ​ຈັດ​ສົ່ງ​ໃຫ້​ແຕ່ລະເຜົ່າ​ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.

30 ທຸກຄົນ​ທີ່​ໄດ້​ເຫັນ​ເຫດການ​ນີ້​ຈຶ່ງ​ພາກັນ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ຢ່າງ​ນີ້​ມາ​ກ່ອນ. ຕັ້ງແຕ່​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ບໍ່ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ​ເລີຍ. ພວກເຮົາ​ຄວນ​ເຮັດ​ຢ່າງໃດ​ກ່ຽວກັບ​ເລື່ອງນີ້?”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan