ພວກ^ຜູ້ປົກຄອງ 18 - ພຣະຄຳພີສັກສິມີກາແລະເຜົ່າດານ 1 ໃນຄາວນັ້ນ ຊາດອິດສະຣາເອນຍັງບໍ່ທັນມີກະສັດເທື່ອ. ເວລານັ້ນ ຄົນໃນເຜົ່າດານກຳລັງຊອກຫາເຂດແດນມາເປັນຂອງຕົນເພື່ອຕັ້ງຖິ່ນຖານຢູ່ ຍ້ອນວ່າໃນບັນດາເຜົ່າຂອງຊາດອິດສະຣາເອນນັ້ນ ພວກເຂົາຍັງບໍ່ໄດ້ຮັບດິນແດນສ່ວນໃດໆມາເປັນກຳມະສິດເລີຍ. 2 ດັ່ງນັ້ນ ຊາວດານຈຶ່ງຄັດເລືອກເອົາຊາຍທີ່ອົງອາດກ້າຫານ ຫ້າຄົນຈາກທຸກຄອບຄົວໃນເຜົ່າຂອງຕົນ ແລະໃຊ້ພວກເຂົາຈາກເມືອງໂຊຣາ ແລະເອຊະຕາໂອນ ໄປສຳຫລວດເບິ່ງດິນແດນຕາມຄຳສັ່ງ. ພໍມາເຖິງເຂດເນີນພູເອຟຣາອິມ ພວກເຂົາກໍມາຢູ່ທີ່ເຮືອນຂອງມີກາ. 3 ເມື່ອອາໄສຢູ່ນັ້ນ ເຂົາກໍຈື່ສຽງຂອງຊາຍໜຸ່ມຊາວເລວີໄດ້ຈຶ່ງຖາມລາວວ່າ, “ເຈົ້າມາເຮັດຫຍັງຢູ່ທີ່ນີ້? ໃຜສົ່ງເຈົ້າມາ?” 4 ລາວຕອບວ່າ, “ຂ້ອຍມີຂໍ້ຕົກລົງກັບມີກາ ຜູ້ທີ່ຈ້າງຂ້ອຍໃຫ້ມາບົວລະບັດຮັບໃຊ້ເປັນປະໂຣຫິດຂອງລາວ.” 5 ພວກເຂົາຈຶ່ງເວົ້າກັບຊາຍໜຸ່ມຊາວເລວີວ່າ, “ກະລຸນາຖາມພຣະເຈົ້າໃຫ້ແດ່ວ່າ ການເດີນທາງຂອງພວກເຮົາໃນຄັ້ງນີ້ຈະສຳເລັດຜົນຫລືບໍ່?” 6 ປະໂຣຫິດຈຶ່ງຕອບວ່າ, “ພວກທ່ານບໍ່ຕ້ອງເປັນຫ່ວງນຳສິ່ງໃດເລີຍ ພຣະເຈົ້າຢາເວຈະປົກປັກຮັກສາໃນການເດີນທາງຄັ້ງນີ້.” 7 ດັ່ງນັ້ນ ຊາຍທັງຫ້າຄົນຈຶ່ງຈາກໄປທີ່ເມືອງລາອິດ. ໃນເມືອງນີ້ພວກເຂົາເຫັນວ່າ ປະຊາຊົນຢູ່ກັນຢ່າງປອດໄພເໝືອນກັບພວກຊີໂດນ ຢູ່ກັນຢ່າງສະຫງົບສຸກແລະມິດງຽບ ຢ່າງບໍ່ມີການຜິດຂ້ອງຕ້ອງຖຽງກັນເລີຍ. ພວກເຂົາມີທຸກສິ່ງທີ່ຕ້ອງການ. ພວກເຂົາຢູ່ຫ່າງໄກຈາກພວກຊີໂດນ ແລະບໍ່ມີສ່ວນກ່ຽວຂ້ອງກັບຄົນອື່ນ. 8 ເມື່ອຊາຍທັງຫ້າກັບຄືນມາສູ່ເມືອງໂຊຣາ ແລະເມືອງເອຊະຕາໂອນແລ້ວ ຊາວເມືອງກໍຖາມເຖິງສິ່ງທີ່ພວກເຂົາໄດ້ພົບເຫັນ. 9 ພວກເຂົາຈຶ່ງຕອບວ່າ, “ໃຫ້ພວກເຮົາພາກັນໄປຕີເອົາເມືອງລາອິດ ພວກຂ້ອຍໄດ້ເຫັນເມືອງນັ້ນເປັນດິນແດນດີທີ່ສຸດ. ຢ່າພາກັນຢູ່ບ່ອນນີ້ລ້າໆ ຈົ່ງຮີບຟ້າວໄປຢຶດດິນແດນນັ້ນ 10 ເມື່ອໄປຮອດທີ່ນັ້ນແລ້ວ ພວກເຈົ້າຈະພົບວ່າຊາວເມືອງນັ້ນບໍ່ໄດ້ສົງໄສສິ່ງໃດໆເລີຍ. ມັນເປັນເມືອງໃຫຍ່ແລະທັງມີທຸກສິ່ງທີ່ຕ້ອງການດ້ວຍ ແລະອົງພຣະຜູ້ເປັນເຈົ້າໄດ້ມອບເມືອງນັ້ນໃຫ້ແກ່ພວກເຈົ້າແລ້ວ.” 11 ດັ່ງນັ້ນ ຊາຍຫົກຮ້ອຍຄົນ ຈາກເຜົ່າດານຈຶ່ງຕຽມພ້ອມສູ້ຮົບ ແລະເດີນທາງອອກໄປຈາກເມືອງໂຊຣາແລະເອຊະຕາໂອນ. 12 ພວກເຂົາຂຶ້ນໄປຕັ້ງທີ່ໝັ້ນຢູ່ທາງດ້ານຕາເວັນຕົກ ຂອງກີຣີອາດເຢອາຣີມໃນແຂວງຢູດາຍ. ດ້ວຍເຫດນີ້ ບ່ອນນີ້ຈຶ່ງຍັງມີຊື່ວ່າທີ່ໝັ້ນຂອງພວກດານ. 13 ຈາກບ່ອນນີ້ ພວກເຂົາກໍມາຮອດເຮືອນຂອງມີກາທີ່ເຂດເນີນພູເອຟຣາອິມ. 14 ແລ້ວຊາຍທັງຫ້າທີ່ໄດ້ໄປສອດແນມເບິ່ງອ້ອມແອ້ມເມືອງລາອິດ ກໍໄດ້ບອກພັກພວກຂອງຕົນວ່າ, “ພວກເຈົ້າຮູ້ຈັກບໍໃນບ້ານນີ້ມີເຮືອນຫລັງໜຶ່ງ ທີ່ມີຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ. ນອກຈາກນີ້ຍັງມີຮູບເຄົາຣົບອື່ນໆ ແລະເອໂຟດຜືນໜຶ່ງອີກ. ພວກເຈົ້າຄິດວ່າພວກເຮົາຄວນຈະເຮັດຢ່າງໃດ?” 15 ດັ່ງນັ້ນ ພວກເຂົາຈຶ່ງຂຶ້ນໄປທີ່ເຮືອນຂອງມີກາ ບ່ອນທີ່ຊາຍໜຸ່ມຊາວເລວີອາໄສຢູ່ນັ້ນ ແລະຖາມເຖິງຄວາມສຸກທຸກຂອງລາວ. 16 ໃນຂະນະດຽວກັນນັ້ນ ທະຫານຊາວດານຫົກຮ້ອຍຄົນ ກໍຢືນຢູ່ທີ່ປະຕູບ້ານ ແລະຕຽມພ້ອມສູ້ຮົບ. 17 ໃນເວລາທີ່ປະໂຣຫິດກຳລັງຢູ່ທີ່ປະຕູບ້ານກັບທະຫານຫົກຮ້ອຍຄົນນັ້ນ; ສອດແນມຫ້າຄົນກໍໄດ້ເຂົ້າໄປໃນເຮືອນ ແລະຢຶດຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ, ຮູບເຄົາຣົບອື່ນໆ, ຕະຫລອດທັງເອໂຟດດ້ວຍ. 18 ເມື່ອຊາຍເຫຼົ່ານັ້ນເຂົ້າໄປເອົາສິ່ງຂອງສັກສິດອອກມາຈາກເຮືອນຂອງມີກາ ປະໂຣຫິດຈຶ່ງຖາມວ່າ, “ພວກເຈົ້າກຳລັງເຮັດຫຍັງຫັ້ນ?” 19 ພວກເຂົາຕອບວ່າ, “ຢ່າປາກ ຈົ່ງມາກັບພວກເຮົາສາ ໄປເປັນປະໂຣຫິດແລະເປັນທີ່ປຶກສາຂອງພວກເຮົາ. ທ່ານຈະເປັນປະໂຣຫິດຂອງຊາຍພຽງຄົນດຽວ ຫລືທ່ານຈະເປັນປະໂຣຫິດຂອງເຜົ່າໜຶ່ງໃນຊາດອິດສະຣາເອນທັງໝົດ ອັນໃດຈະດີກວ່າກັນ?” 20 ເລື່ອງນີ້ເຮັດໃຫ້ປະໂຣຫິດມີຄວາມດີໃຈຫລາຍ; ສະນັ້ນ ລາວຈຶ່ງນຳເອົາສິ່ງສັກສິດເຫຼົ່ານັ້ນໜີຕາມຊາວດານໄປ. 21 ພວກເຂົາໄດ້ເລີ່ມອອກເດີນທາງກັບໄປໂດຍໃຫ້ລູກ, ຝູງສັດ ແລະສິ່ງຂອງຂອງພວກເຂົາອອກໜ້າກ່ອນ. 22 ພວກເຂົາໄດ້ເດີນທາງໄປເປັນໄລຍະໄກພໍສົມຄວນຈາກເຮືອນຂອງມີກາ ເມື່ອມີກາຮ້ອງເອົາພວກໄທບ້ານໃກ້ຄຽງໃຫ້ອອກໄປສູ້ຮົບ. ພວກເຂົາໄດ້ຕິດຕາມພວກດານໄປ 23 ແລະຮ້ອງໃສ່ພວກເຂົາ. ພວກດານຈຶ່ງຫັນຫລັງມາຮ້ອງຖາມຄືນວ່າ, “ມີເລື່ອງຫຍັງ ເປັນຫຍັງຈຶ່ງມີຄົນມາຫລວງຫລາຍຢ່າງນີ້?” 24 ມີກາຖາມຄືນວ່າ, “ພວກທ່ານຖາມວ່າ ‘ມີເລື່ອງຫຍັງ?’ ໝາຍຄວາມວ່າຢ່າງໃດ? ພວກທ່ານເອົາປະໂຣຫິດແລະຮູບພະຊຶ່ງຂ້ອຍໄດ້ສ້າງນັ້ນໜີມາໝົດ ມີຫຍັງເຫຼືອໄວ້ໃຫ້ຂ້ອຍແດ່?” 25 ຊາວດານຈຶ່ງບອກລາວວ່າ, “ທາງທີ່ດີແລ້ວ ເຈົ້າຢ່າເວົ້າຫຍັງດີກວ່າ ຖ້າເຈົ້າບໍ່ຢາກໃຫ້ທະຫານເຫຼົ່ານີ້ໃຈຮ້າຍ ແລະຕໍ່ສູ້ພວກເຈົ້າ. ແລ້ວເຈົ້າທັງຄອບຄົວກໍຈະຕາຍໝົດ.” 26 ແລ້ວຊາວດານກໍໄດ້ອອກເດີນທາງໄປຕໍ່. ເມື່ອມີກາເຫັນວ່າ ພວກເຂົາມີກຳລັງຫລາຍກວ່າຕົນ; ດັ່ງນັ້ນ ລາວຈຶ່ງກັບຄືນເມືອ. 27-28 ຫລັງຈາກຊາວດານໄດ້ນຳເອົາປະໂຣຫິດແລະສິ່ງຂອງ ທີ່ມີກາໄດ້ສ້າງນັ້ນມາແລ້ວ ພວກເຂົາກໍໄປໂຈມຕີເມືອງລາອິດຊຶ່ງເປັນເມືອງທີ່ສະຫງົບງຽບ ແລະປະຊາຊົນກໍຢູ່ກັນຢ່າງສັນຕິໃນຮ່ອມພູໃກ້ກັບເມືອງເບັດເຣໂຮບ. ພວກເຂົາໄດ້ຂ້າຊາວເມືອງແລະຈູດເມືອງຖິ້ມ. ເມືອງລາອິດຢູ່ໄກຈາກເມືອງຊີໂດນ ແລະບໍ່ມີການກ່ຽວຂ້ອງກັບຄົນພວກອື່ນແຕ່ຢ່າງໃດ. ດັ່ງນັ້ນ ຈຶ່ງບໍ່ມີໃຜມາຊ່ວຍພວກເຂົາ. ຊາວດານໄດ້ສ້າງເມືອງນີ້ຂຶ້ນໃໝ່ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ. 29 ພວກເຂົາປ່ຽນຊື່ເມືອງລາອິດມາເປັນເມືອງດານ ຊຶ່ງເປັນຊື່ສືບທອດກັນມາຈາກປູ່ຍ່າຕາຍາຍຂອງພວກເຂົາທີ່ຊື່ວ່າ, ດານ ລູກຊາຍຂອງຢາໂຄບ. 30 ຊາວດານໄດ້ຕັ້ງຮູບເຄົາຣົບຂຶ້ນຂາບໄຫວ້ ແລະໂຢນາທານລູກຊາຍຂອງເກໂຊມ ແລະຫລານຊາຍຂອງໂມເຊ ໄດ້ເປັນຜູ້ບົວລະບັດຮັບໃຊ້ຢູ່ໃນທີ່ນັ້ນໃນຖານະປະໂຣຫິດຂອງຊາວດານ ແລະເຊື້ອສາຍຂອງໂຢນາທານກໍໄດ້ບົວລະບັດຮັບໃຊ້ເປັນປະໂຣຫິດເລື້ອຍມາ ຈົນກວ່າປະຊາຊົນໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. 31 ຮູບເຄົາຣົບຂອງມີກາກໍຍັງຢູ່ໃນທີ່ນັ້ນຕະຫລອດມາ ຕາບໃດທີ່ວິຫານຂອງພຣະເຈົ້າຍັງຢູ່ໃນເມືອງຊີໂລ. |
@ 2012 United Bible Societies. All Rights Reserved.