Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 17 - ພຣະຄຳພີສັກສິ


ຮູບເຄົາຣົບ​ຂອງ​ມີກາ

1 ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ມີກາ. ລາວ​ອາໄສ​ຢູ່​ໃນ​ແຖບ​ເນີນພູ​ເອຟຣາອິມ.

2 ລາວ​ເວົ້າ​ຕໍ່​ແມ່​ຂອງ​ລາວ​ວ່າ, “ເວລາ​ຄົນ​ລັກ​ເອົາ​ເງິນ​ໜຶ່ງພັນໜຶ່ງຮ້ອຍ​ຫລຽນ ຂອງ​ແມ່​ໄປ​ນັ້ນ ລູກ​ໄດ້ຍິນ​ວ່າ​ແມ່​ສາບແຊ່ງ​ຄົນ​ຂີ້ລັກ. ນີ້ເດ ເງິນ​ຈຳນວນ​ນັ້ນ ລູກ​ເອງ​ເປັນ​ຜູ້​ເອົາ​ໄປ.” ແມ່​ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ລູກເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ເຖີດ”

3 ແລ້ວ​ມີກາ​ກໍ​ເອົາ​ເງິນ​ສົ່ງ​ຄືນ​ໃຫ້​ແມ່​ຂອງຕົນ. ນາງ​ເວົ້າ​ວ່າ, “ເພື່ອ​ໃຫ້​ລູກ​ຂອງ​ແມ່​ພົ້ນ​ຈາກ​ຄຳສາບແຊ່ງ ແມ່​ຂໍ​ຖວາຍ​ເງິນ​ຈຳນວນ​ນີ້​ຢ່າງ​ໃຈ​ຈິງ​ແກ່​ພຣະເຈົ້າຢາເວ. ເຈົ້າ​ຈະ​ຕ້ອງ​ເອົາ​ເງິນ​ນີ້​ໄປ​ໃຊ້​ເຄືອບ​ຮູບເຄົາຣົບ​ເປັນ​ໄມ້. ບັດນີ້ ແມ່​ຂໍ​ເອົາ​ເງິນ​ນີ້​ມອບ​ຄືນ​ໃຫ້​ເຈົ້າ.”

4 ແລ້ວ​ມີກາ​ກໍ​ສົ່ງ​ເງິນ​ນັ້ນ​ຄືນ​ໃຫ້​ແມ່​ຂອງຕົນ. ຜູ້​ເປັນ​ແມ່​ຈຶ່ງ​ເອົາ​ເງິນ​ສອງຮ້ອຍ​ຫລຽນ ໄປ​ໃຫ້​ຊ່າງ​ຕີເງິນ. ຊ່າງ​ຕີເງິນ​ຈຶ່ງ​ເອົາ​ເງິນ​ຈຳນວນ​ນີ້​ເຄືອບ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ໄມ້. ແລ້ວ​ຮູບເຄົາຣົບ​ນັ້ນ​ກໍ​ຖືກ​ນຳ​ມາ​ຕັ້ງ​ໄວ້​ໃນ​ເຮືອນ​ຂອງ​ມີກາ.

5 ສະນັ້ນ ມີກາ​ຈຶ່ງ​ມີ​ບ່ອນ​ຂາບໄຫວ້​ສ່ວນຕົວ. ລາວ​ຍັງ​ໄດ້​ເຮັດ​ຮູບເຄົາຣົບ​ບາງ​ຮູບ​ແລະ​ເອໂຟດ​ຜືນ​ໜຶ່ງ ແລ້ວ​ກໍ​ແຕ່ງຕັ້ງ​ໃຫ້​ຜູ້ໜຶ່ງ​ໃນ​ພວກ​ລູກຊາຍ​ຂອງຕົນ​ເປັນ​ປະໂຣຫິດ.

6 ໃນ​ສະໄໝ​ນັ້ນ ຊາດ​ອິດສະຣາເອນ​ບໍ່ທັນ​ມີ​ກະສັດ​ເທື່ອ ແລະ​ຕ່າງ​ຄົນ​ຕ່າງ​ກໍ​ເຮັດ​ຕາມ​ໃຈ​ມັກ​ຂອງ​ໃຜ​ລາວ.

7 ເວລາ​ນັ້ນ​ຍັງ​ມີ​ຊາຍໜຸ່ມ​ຊາວ​ເລວີ​ຜູ້ໜຶ່ງ ທີ່​ເຄີຍ​ຢູ່​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ.

8 ລາວ​ໄດ້​ໜີ​ຈາກ​ເມືອງ​ເບັດເລເຮັມ​ເພື່ອ​ໄປ​ຊອກ​ຫາ​ບ່ອນ​ຢູ່​ໃນ​ທີ່​ອື່ນ. ໃນ​ຂະນະທີ່​ເດີນທາງ​ໄປ​ນັ້ນ ລາວ​ໄດ້​ແວ່​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ມີກາ ຊຶ່ງ​ຢູ່​ທາງ​ແຖບ​ເນີນພູ​ເອຟຣາອິມ.

9 ມີກາ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ, “ຂ້ອຍ​ມາ​ແຕ່​ເມືອງ​ເບັດເລເຮັມ ຂ້ອຍ​ເປັນ​ຄົນເລວີ ແລະ​ກຳລັງ​ຊອກ​ຫາ​ບ່ອນ​ຢູ່​ອາໄສ.”

10 ມີກາ​ຈຶ່ງ​ເວົ້າ​ວ່າ, “ຢູ່​ກັບ​ຂ້ອຍ​ສາ ມາ​ເປັນ​ທີ່ປຶກສາ​ແລະ​ເປັນ​ປະໂຣຫິດ​ຂອງຂ້ອຍ. ທຸກ​ປີ​ໃດ​ຂ້ອຍ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ​ສິບ​ຫລຽນ ພ້ອມ​ທັງ​ເຄື່ອງນຸ່ງ​ແລະ​ອາຫານ​ການກິນ.”

11 ຝ່າຍ​ຊາຍໜຸ່ມ​ເລວີ​ກໍ​ຕົກລົງ​ຢູ່​ກັບ​ມີກາ ແລະ​ເພິ່ນ​ຖື​ລາວ​ເປັນ​ດັ່ງ​ລູກຊາຍ​ຄົນ​ໜຶ່ງ​ຂອງຕົນ.

12 ມີກາ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ປະໂຣຫິດ ແລະ​ທັງ​ໃຫ້​ລາວ​ອາໄສ​ຢູ່​ໃນ​ເຮືອນ​ນຳ​ດ້ວຍ.

13 ມີກາ​ຈຶ່ງ​ເວົ້າ​ກັບ​ຕົນເອງ​ວ່າ, “ບັດນີ້ ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຂ້ອຍ​ຮັ່ງມີ​ເປັນດີ ເພາະ​ຂ້ອຍ​ໄດ້​ຄົນເລວີ​ເປັນ​ປະໂຣຫິດ​ສຳລັບ​ຂ້ອຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan