Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 16 - ພຣະຄຳພີສັກສິ


ແຊມຊັນ​ທີ່​ກາຊາ

1 ຕໍ່ມາ ແຊມຊັນ​ໄດ້​ຈາກ​ເມືອງ​ເລຮີ​ໄປ​ທີ່​ເມືອງ​ກາຊາ. ໃນ​ເມືອງ​ນີ້ ລາວ​ໄດ້​ພົບ​ຍິງໂສເພນີ​ຜູ້ໜຶ່ງ​ຈຶ່ງ​ເຂົ້າ​ໄປ​ນອນ​ນຳ​ນາງ.

2 ເມື່ອ​ປະຊາຊົນ​ຊາວ​ກາຊາ​ຮູ້​ວ່າ​ແຊມຊັນ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ກໍ​ມາ​ອ້ອມ​ບ່ອນ​ນັ້ນ​ໄວ້ ແລະ​ຄອຍ​ຖ້າ​ຈັບ​ລາວ​ຢູ່​ທີ່​ປະຕູ​ເມືອງ​ຕະຫລອດ​ຄືນ. ພວກເຂົາ​ມິດງຽບ​ຢູ່​ຕະຫລອດ​ຄືນ ແລະ​ຄິດ​ວ່າ, “ພວກເຮົາ​ຕ້ອງ​ຄອຍຖ້າ​ຈົນເຖິງ​ມື້ເຊົ້າ ແລ້ວ​ຈະ​ຂ້າ​ມັນ​ຖິ້ມ.”

3 ແຕ່​ແຊມຊັນ​ນອນ​ຮອດ​ທ່ຽງຄືນ​ເທົ່ານັ້ນ ແລ້ວ​ລາວ​ກໍ​ໄປ​ດຶງ​ເອົາ​ປະຕູ​ເມືອງ ທີ່​ມີ​ທັງ​ບານ​ແລະ​ຂອບ​ປະຕູ ຕະຫລອດ​ທັງ​ໄລ​ໃນ​ນັ້ນ​ແບກ​ໃສ່​ບ່າ ອອກ​ໄປ​ເທິງ​ຍອດພູ​ທີ່​ຢູ່​ໃກ້​ກັບ​ເມືອງ​ເຮັບໂຣນ.


ແຊມຊັນ​ແລະ​ນາງ​ເດລີລາ

4 ຫລັງຈາກ​ນັ້ນ ແຊມຊັນ​ກໍໄດ້​ຮັກ​ກັບ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ ເດລີລາ. ນາງ​ອາໄສ​ຢູ່​ໃນ​ຮ່ອມພູ​ໂສເຣັກ.

5 ກະສັດ​ຊາວ​ຟີລິດສະຕິນ​ຫ້າ​ຄົນ​ໄດ້​ໄປ​ຫາ​ຍິງ​ນີ້ ແລະ​ເວົ້າ​ວ່າ, “ໃຫ້​ເຈົ້າ​ຍົວະ​ຖາມ​ແຊມຊັນ​ວ່າ​ເປັນຫຍັງ​ລາວ​ຈຶ່ງ​ແຮງ​ແທ້? ພວກຂ້ອຍ​ຈະ​ຊະນະ​ລາວ, ມັດ​ລາວ ແລະ​ເຮັດ​ໃຫ້​ລາວ​ອ່ອນແຮງ​ໄດ້​ຢ່າງໃດ? ແລ້ວ​ພວກຂ້ອຍ​ແຕ່ລະຄົນ​ກໍ​ຈະ​ເອົາ​ເງິນ​ໃຫ້​ເຈົ້າ​ຜູ້ລະ​ໜຶ່ງພັນ​ໜຶ່ງຮ້ອຍ​ຫລຽນ.”

6 ດັ່ງນັ້ນ ນາງ​ເດລີລາ​ຈຶ່ງ​ເວົ້າ​ກັບ​ແຊມຊັນ​ວ່າ, “ກະລຸນາ​ບອກ​ໃຫ້​ຂ້ອຍ​ຮູ້​ແດ່​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຈົ້າ​ແຂງແຮງ​ແທ້? ຖ້າ​ຄົນໃດ​ຄົນໜຶ່ງ​ຢາກ​ມັດ​ເຈົ້າ​ແລະ​ຢາກ​ເຮັດ​ໃຫ້​ເຈົ້າ​ບໍ່​ແຂງແຮງ ເຂົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?”

7 ແຊມຊັນ​ຕອບ​ວ່າ, “ຖ້າ​ພວກເຂົາ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ໜ້າທະນູ​ໃໝ່ໆ​ເຈັດ​ເສັ້ນ​ທີ່​ບໍ່ທັນ​ແຫ້ງ ຂ້ອຍ​ກໍ​ຈະ​ກາຍເປັນ​ຄົນ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”

8 ເມື່ອ​ຮູ້​ດັ່ງນັ້ນ ບັນດາ​ກະສັດ​ຟີລິດສະຕິນ​ຈຶ່ງ​ນຳ​ເອົາ​ເຊືອກ​ໜ້າທະນູ​ໃໝ່ໆ ທີ່​ບໍ່ທັນ​ແຫ້ງ​ເຈັດ​ເສັ້ນ​ມາ​ໃຫ້​ເດລີລາ.

9 ນາງ​ຈຶ່ງ​ໃຫ້​ຄົນ​ພວກ​ໜຶ່ງ​ຄອຍ​ຖ້າ​ຢູ່​ໃນ​ຫ້ອງ​ອື່ນ ສ່ວນ​ນາງ​ເອງ​ໄດ້​ເອົາ​ເຊືອກ​ນັ້ນ​ມັດ​ແຊມຊັນ ແລະ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ແຕ່​ແຊມຊັນ​ຟຶດເຊືອກ​ທີ່​ມັດ​ແຂນ​ນັ້ນ​ຂາດ​ດັ່ງ​ໄຟ​ໄໝ້​ເສັ້ນດ້າຍ. ດ້ວຍເຫດນີ້ ພວກ​ຟີລິດສະຕິນ​ຈຶ່ງ​ຍັງ​ບໍ່​ຮູ້​ຄວາມ​ເລິກລັບ​ກ່ຽວກັບ​ກຳລັງ​ຂອງ​ແຊມຊັນ​ໄດ້​ເທື່ອ.

10 ຕໍ່ມາ ນາງ​ເດລີລາ​ກໍ​ເວົ້າ​ຕໍ່​ແຊມຊັນ​ອີກ​ວ່າ, “ເຈົ້າ​ຫລອກລວງ​ແລະ​ຕົວະ​ຂ້ອຍ ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ ເຂົາ​ຈະ​ມັດ​ເຈົ້າ​ໄດ້​ດ້ວຍ​ວິທີ​ໃດ?”

11 ແຊມຊັນ​ຈຶ່ງ​ບອກ​ນາງ​ວ່າ, “ຖ້າ​ພວກເຂົາ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ໃໝ່ໆ​ທີ່​ບໍ່​ທັນ​ໃຊ້ ຂ້ອຍ​ຈະ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”

12 ນາງ​ເດລີລາ​ຈຶ່ງ​ເອົາ​ເຊືອກ​ໃໝ່ໆ​ມາ​ມັດ​ແຊມຊັນ ທັງ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ສ່ວນ​ພວກ​ທີ່​ລໍຄອຍ​ຈັບ​ແຊມຊັນ​ນັ້ນ​ກໍ​ຖ້າ​ຢູ່​ໃນ​ຫ້ອງ​ອື່ນ. ແຊມຊັນ​ຟຶດເຊືອກ​ທີ່​ມັດ​ແຂນ​ຢູ່​ນັ້ນ​ຂາດ​ດັ່ງ​ທຸດ​ເສັ້ນດ້າຍ.

13 ແລ້ວ​ເດລີລາ​ກໍໄດ້​ເວົ້າ​ຕໍ່​ແຊມຊັນ​ວ່າ, “ເຈົ້າ​ຍັງ​ຫລອກລວງ​ຂ້ອຍ​ຢູ່ ບອກ​ຂ້ອຍ​ແດ່​ວ່າ ເຂົາ​ຈະ​ມັດ​ເຈົ້າ​ໄດ້​ດ້ວຍ​ວິທີ​ໃດ?” ແຊມຊັນ​ບອກ​ນາງ​ວ່າ, “ຖ້າ​ເຈົ້າ​ເອົາ​ຜົມ​ຂອງຂ້ອຍ​ເຈັດ​ປອຍ​ໄປ​ຕໍ່າ​ໃສ່​ຫູກ ທັງ​ຖົກ​ຟືມ​ໃຫ້​ແໜ້ນ ຂ້ອຍ​ກໍ​ຈະ​ກາຍເປັນ​ຄົນ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”

14 ເດລີລາ​ຈຶ່ງ​ກ່ອມ​ແຊມຊັນ​ໃຫ້​ນອນ ແລ້ວ​ນາງ​ກໍ​ເອົາ​ຜົມ​ຂອງ​ແຊມຊັນ​ເຈັດ​ປອຍ​ຕໍ່າ​ໃສ່​ຫູກ ແລະ​ຖົກ​ຟືມ​ໃຫ້​ແໜ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ” ແຊມຊັນ​ລຸກ​ຂຶ້ນ​ຖອດ​ຟືມ​ອອກ​ແລະ​ດຶງ​ເຄືອຫູກ​ຂາດ.

15 ດັ່ງນັ້ນ ນາງ​ເດລີລາ​ຈຶ່ງ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ເຈົ້າ​ເວົ້າ​ວ່າ​ເຈົ້າ​ຮັກ​ຂ້ອຍ​ໄດ້​ຢ່າງ​ໃດ ໃນ​ເມື່ອ​ເຈົ້າ​ບໍ່​ຮັກ​ຂ້ອຍ​ເລີຍ? ເຈົ້າ​ຫລອກລວງ​ຂ້ອຍ​ເຖິງ​ສາມ​ເທື່ອ ແລະ​ເຈົ້າ​ຍັງ​ບໍ່​ທັນ​ບອກ​ຂ້ອຍ​ເລີຍ​ວ່າ ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ແຂງແຮງ​ແທ້?”

16 ນາງ​ເດລີລາ​ໄດ້​ຖາມ​ຢູ່​ທຸກ​ມື້ ຈົນ​ແຊມຊັນ​ເບື່ອໜ່າຍ​ທີ່​ຈະ​ຟັງ ຍ້ອນ​ນາງ​ລົບກວນ.

17 ໃນ​ທີ່ສຸດ ແຊມຊັນ​ຈຶ່ງ​ບອກ​ນາງ​ຕາມ​ຄວາມຈິງ​ວ່າ, “ຂ້ອຍ​ບໍ່ເຄີຍ​ຕັດ​ຜົມ​ຈັກເທື່ອ ເພາະ​ຂ້ອຍ​ອຸທິດ​ຕົວ​ແກ່​ພຣະເຈົ້າ​ເປັນ​ຄົນ​ນາຊີຣີ ນັບ​ຕັ້ງແຕ່​ມື້​ທີ່​ຂ້ອຍ​ໄດ້​ເກີດ​ມາ. ຖ້າ​ຂ້ອຍ​ຕັດ​ຜົມ​ເມື່ອໃດ ຂ້ອຍ​ຈະ​ສູນເສຍ​ແຮງ​ເມື່ອນັ້ນ ແລະ​ຂ້ອຍ​ຈະ​ບໍ່​ແຂງແຮງ​ດັ່ງ​ຄົນ​ທົ່ວ​ໄປ.”

18 ເມື່ອ​ນາງ​ເດລີລາ​ແນ່ໃຈ​ວ່າ​ແຊມຊັນ​ໄດ້​ບອກ​ຄວາມຈິງ​ແລ້ວ ນາງ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ພວກ​ກະສັດ​ຟີລິດສະຕິນ​ວ່າ, “ເຊີນ​ກັບ​ມາ​ອີກເທື່ອໜຶ່ງ​ເຖີດ ແຊມຊັນ​ໄດ້​ບອກ​ຄວາມຈິງ​ໃຫ້​ຂ້ອຍ​ຮູ້​ແລ້ວ.” ພວກເຂົາ​ຈຶ່ງ​ມາ​ພ້ອມ​ທັງ​ຖື​ເງິນ​ມາ​ນຳ​ດ້ວຍ.

19 ເດລີລາ​ໄດ້​ກ່ອມ​ແຊມຊັນ​ໃຫ້​ນອນ​ເທິງ​ຕັກ​ຂອງ​ນາງ ແລະ​ເອີ້ນ​ໃຫ້​ຜູ້ໜຶ່ງ​ມາ​ຕັດ​ຜົມ​ຂອງ​ລາວ​ອອກ​ເຈັດ​ປອຍ. ແລ້ວ​ນາງ​ກໍໄດ້​ຊຸກ​ແຊມຊັນ​ໃຫ້​ຕື່ນ ແຕ່​ລາວ​ບໍ່ມີ​ແຮງ​ສາ​ແລ້ວ.

20 ນາງ​ເດລີລາ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ແຊມຊັນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ຄິດ​ວ່າ, “ຂ້ອຍ​ຈະ​ໄປ​ໄດ້​ຢ່າງ​ສະບາຍ​ດັ່ງ​ແຕ່​ກ່ອນ.” ລາວ​ບໍ່​ຮູ້​ເລີຍ​ວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ນຳ​ລາວ​ແລ້ວ.

21 ຕໍ່ມາ ພວກ​ຟີລິດສະຕິນ​ກໍ​ຈັບ​ແຊມຊັນ​ໄດ້ ແລະ​ເຈາະ​ແກ່ນຕາ​ທັງສອງ​ຂອງ​ລາວ. ພວກເຂົາ​ໄດ້​ນຳ​ລາວ​ໄປ​ທີ່​ເມືອງ​ກາຊາ ແລະ​ໃຊ້​ໂສ້​ທີ່​ເປັນ​ທອງສຳຣິດ​ລ່າມ​ລາວ​ໄວ້ ແລະ​ທັງ​ບັງຄັບ​ລາວ​ໃຫ້​ໂມ້ແປ້ງ​ຢູ່​ໃນ​ຄຸກ.

22 ແຕ່​ຜົມ​ຂອງ​ແຊມຊັນ​ໄດ້​ເລີ່ມ​ປົ່ງ​ຂຶ້ນ​ອີກ.


ແຊມຊັນ​ຕາຍ

23 ພວກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ພາກັນ​ມາ​ສະເຫລີມ​ສະຫລອງ ງານ​ຖວາຍບູຊາ​ຄັ້ງ​ຍິ່ງໃຫຍ່​ແກ່​ພະ​ດາໂກນ​ຂອງ​ພວກເຂົາ. ພວກເຂົາ​ຮ້ອງເພງ​ວ່າ, “ພະ​ຂອງ​ພວກເຮົາ​ໃຫ້​ພວກເຮົາ​ມີໄຊ​ເໜືອ​ແຊມຊັນ ສັດຕູ​ຄູ່​ອາຄາດ.”

24-25 ພວກເຂົາ​ກຳລັງ​ມ່ວນຊື່ນ ແລະ​ເວົ້າ​ວ່າ, “ຈົ່ງ​ນຳ​ແຊມຊັນ​ອອກ​ມາ ແລະ​ບັງຄັບ​ມັນ​ເຮັດ​ຕະຫລົກ​ໃຫ້​ພວກເຮົາ​ເບິ່ງ.” ເມື່ອ​ພວກເຂົາ​ໄດ້​ນຳ​ແຊມຊັນ​ອອກ​ມາ​ຈາກ​ຄຸກ​ແລ້ວ ພວກເຂົາ​ກໍ​ໃຫ້​ລາວ​ຢືນ​ຢູ່​ລະຫວ່າງ​ເສົາ​ຂອງ​ຕຶກ ແລະ​ບັງຄັບ​ລາວ​ເຮັດ​ຕະຫລົກ​ໃຫ້​ພວກເຂົາ​ເບິ່ງ. ເມື່ອ​ປະຊາຊົນ​ເຫັນ​ແຊມຊັນ ຈຶ່ງ​ພາກັນ​ສັນລະເສີນ​ພະ​ຂອງ​ພວກ​ຕົນ​ວ່າ, “ພະ​ຂອງ​ພວກເຮົາ​ໃຫ້​ພວກເຮົາ​ມີ​ໄຊຊະນະ​ເໜືອ​ເຫຼົ່າ​ສັດຕູ ຜູ້​ທີ່​ທຳລາຍ​ດິນແດນ​ແລະ​ຂ້າ​ຄົນ​ຂອງ​ພວກເຮົາ​ຫລາຍ​ຄົນ.”

26 ແຊມຊັນ​ເວົ້າ​ກັບ​ເດັກນ້ອຍ​ຜູ້​ທີ່​ຈູງ​ມື​ຂອງ​ລາວ​ນັ້ນ​ວ່າ, “ພາ​ຂ້ອຍ​ໄປ​ຢືນ​ຢູ່​ແປະ​ກັບ​ເສົາ​ຄໍ້າ​ຕຶກ​ນີ້​ແດ່ ເພາະ​ຂ້ອຍ​ຢາກ​ອີງ​ເສົາ.”

27 ຫໍ​ໂຮງ​ນີ້​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງ​ຊາຍ​ແລະ​ຍິງ. ກະສັດ​ຟີລິດສະຕິນ​ທັງ​ຫ້າ​ຄົນ​ກໍ​ຢູ່​ໃນ​ບ່ອນ​ນັ້ນ​ດ້ວຍ. ທີ່​ເທິງ​ຫລັງຄາ​ພຽງ​ມີ​ປະຊາຊົນ​ທັງ​ຊາຍ​ແລະ​ຍິງ​ປະມານ​ສາມພັນ​ຄົນ; ພວກເຂົາ​ຕ່າງ​ກໍ​ກຳລັງ​ຈ້ອງຕາ​ເບິ່ງ​ແຊມຊັນ​ຕະຫລົກ​ໃຫ້​ພວກເຂົາ​ເບິ່ງ.

28 ແລ້ວ​ແຊມຊັນ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຈື່ຈຳ​ຂ້ານ້ອຍ​ດ້ວຍເຖີດ. ໂອ ພຣະເຈົ້າ​ເອີຍ ໂຜດ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ​ອີກ​ພຽງ​ຄັ້ງດຽວ​ເທົ່ານັ້ນ ເພື່ອ​ຂ້ານ້ອຍ​ຈະ​ລ້າງແຄ້ນ​ພວກ​ຟີລິດສະຕິນ ເພາະ​ພວກເຂົາ​ເຈາະ​ແກ່ນຕາ​ທັງສອງ​ເບື້ອງ​ຂອງ​ຂ້ານ້ອຍ.”

29 ສະນັ້ນ ແຊມຊັນ​ຈຶ່ງ​ຈັບ​ສອງ​ເສົາ​ກາງ​ທີ່​ຄໍ້າ​ຫໍໂຮງ ແລະ​ທຸ້ມເທ​ກຳລັງ​ທັງໝົດ​ທີ່​ຕົນ​ມີ​ຢູ່​ຊຸກ​ເສົາ​ທັງສອງ​ນັ້ນ

30 ພ້ອມ​ທັງ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ຕາຍ​ພ້ອມ​ກັບ​ຊາວ​ຟີລິດສະຕິນ​ນີ້​ເຖີດ.” ລາວ​ຊຸກ​ເສົາ​ຈົນ​ຫໍໂຮງ​ເຈື່ອນ​ລົງ​ທັບ​ກະສັດ​ທັງ​ຫ້າ​ແລະ​ຄົນ​ອື່ນໆ​ອີກ. ແຊມຊັນ​ໄດ້​ຂ້າ​ຄົນ​ໃນ​ເວລາ​ທີ່​ລາວ​ຕາຍ​ນີ້ ຫລາຍກວ່າ​ຂະນະ​ທີ່​ລາວ​ຍັງ​ມີ​ຊີວິດ​ຢູ່.

31 ພວກ​ຍາດຕິພີ່ນ້ອງ​ກັບ​ຄອບຄົວ​ຂອງ​ແຊມຊັນ​ໄດ້​ມາ​ເອົາ​ຊາກສົບ​ຂອງ​ລາວ​ກັບ​ເມືອ ແລະ​ນຳ​ໄປ​ຝັງ​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ມາໂນອາ​ພໍ່​ຂອງ​ລາວ ທີ່​ຢູ່​ລະຫວ່າງ​ເມືອງ​ໂຊຣາ ແລະ​ເມືອງ​ເອຊະຕາໂອນ. ແຊມຊັນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຊາວ​ປີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan