Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 15 - ພຣະຄຳພີສັກສິ

1 ຕໍ່ມາ ໃນ​ລະຫວ່າງ​ລະດູ​ເກັບກ່ຽວ​ເຂົ້າບາເລ ແຊມຊັນ​ໄດ້​ໄປ​ຢາມ​ເມຍ​ຂອງຕົນ ພ້ອມ​ທັງ​ນຳ​ແບ້ນ້ອຍ​ໂຕໜຶ່ງ​ໄປ​ໃຫ້​ນາງ. ແຊມຊັນ​ເວົ້າ​ຕໍ່​ພໍ່ເຖົ້າ​ຂອງຕົນ​ວ່າ, “ຂ້ອຍ​ຢາກ​ໄປ​ຫ້ອງນອນ​ເມຍ​ຂອງ​ຂ້ອຍ.” ແຕ່​ພໍ່ເຖົ້າ​ບໍ່​ອະນຸຍາດ​ໃຫ້​ແຊມຊັນ​ເຂົ້າ​ໄປ.

2 ເພິ່ນ​ເວົ້າ​ຕໍ່​ລາວ​ວ່າ, “ຂ້ອຍ​ຄິດວ່າ​ເຈົ້າ​ຊັງ​ນາງ​ແລ້ວ ຂ້ອຍ​ຈຶ່ງ​ຍົກ​ນາງ​ໃຫ້​ໝູ່​ຂອງ​ເຈົ້າ. ເຈົ້າ​ເອົາ​ນ້ອງສາວ​ຂອງ​ນາງ​ແທນ​ສາ ນ້ອງສາວ​ກໍ​ງາມກວ່າ​ເອື້ອຍ.”

3 ແຊມຊັນ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້​ຂ້ອຍ​ຈະ​ບໍ່​ຮັບຜິດຊອບ ຖ້າ​ຂ້ອຍ​ທຳຮ້າຍ​ຊາວ​ຟີລິດສະຕິນ.”

4 ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຈັບ​ເອົາ​ໝາຈອກ​ຈຳນວນ​ສາມຮ້ອຍ​ໂຕ ແລະ​ມັດ​ຫາງ​ຂອງ​ມັນ​ຕິດ​ໃສ່​ກັນ​ເປັນ​ຄູ່​ແລະ​ມັດ​ກະບອງ​ໃສ່.

5 ແລ້ວ​ລາວ​ກໍ​ໄຕ້​ກະບອງ ແລະ​ປ່ອຍ​ໝາຈອກ​ເຫຼົ່ານັ້ນ ເຂົ້າ​ໄປ​ໃນ​ນາ​ເຂົ້າບາເລ​ຂອງ​ພວກ​ຟີລິດສະຕິນ. ດ້ວຍ​ວິທີ​ນີ້ ລາວ​ຈຶ່ງ​ຈູດ​ບໍ່​ພຽງແຕ່​ເຂົ້າບາເລ​ທີ່​ໄດ້​ເກັບກ່ຽວ​ແລ້ວ​ເທົ່ານັ້ນ ແຕ່​ຈູດ​ເຂົ້າບາເລ​ທີ່​ຢູ່​ໃນ​ທົ່ງນາ​ພ້ອມ​ທັງ​ສວນ​ໝາກກອກເທດ​ດ້ວຍ.

6 ເມື່ອ​ພວກ​ຟີລິດສະຕິນ​ຖາມ​ຫາ​ຜູ້​ເຮັດ ພວກເຂົາ​ຈຶ່ງ​ຮູ້​ວ່າ​ແມ່ນ​ແຊມຊັນ​ທີ່​ເປັນ​ຜູ້​ເຮັດ ເພາະ​ພໍ່ເຖົ້າ​ຂອງ​ລາວ​ເປັນ​ຊາວ​ເມືອງ​ຕິມນາ ໄດ້​ຍົກ​ເມຍ​ຂອງ​ແຊມຊັນ​ໃຫ້​ແກ່​ໝູ່​ຂອງ​ແຊມຊັນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເຜົາ​ຍິງ​ຜູ້ນັ້ນ ພ້ອມ​ທັງ​ເຮືອນ​ພໍ່​ຂອງ​ນາງ.

7 ແຊມຊັນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ເຮັດ​ດັ່ງນີ້ ຂ້ອຍ​ຂໍ​ສາບານ​ວ່າ​ຂ້ອຍ​ຈະ​ບໍ່​ຍອມ ຈົນກວ່າ​ໄດ້​ແກ້ແຄ້ນ​ຄືນ.”

8 ລາວ​ຈຶ່ງ​ໂຈມຕີ​ພວກເຂົາ​ຢ່າງ​ຮ້າຍແຮງ ແລະ​ຂ້າ​ຊາວ​ຟີລິດສະຕິນ​ຫລາຍ​ຄົນ​ຖິ້ມ. ແລ້ວ​ລາວ​ກໍໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ​ຫີນ​ທີ່​ເອຕາມ.


ແຊມຊັນ​ຊະນະ​ພວກ​ຟີລິດສະຕິນ

9 ຕໍ່ມາ ພວກ​ຟີລິດສະຕິນ​ໄດ້​ມາ​ຕັ້ງ​ທີ່ໝັ້ນ​ໃນ​ເຂດ​ແຂວງ​ຢູດາຍ ເພື່ອ​ຈະ​ໂຈມຕີ​ເມືອງ​ເລຮີ.

10 ຊາວ​ຢູດາ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ໂຈມຕີ​ພວກຂ້ອຍ?” ພວກເຂົາ​ຕອບ​ວ່າ, “ພວກຂ້ອຍ​ມາ​ຈັບ​ແຊມຊັນ​ໄປ​ຂັງຄຸກ ແລະ​ຈະ​ເຮັດ​ຕໍ່​ລາວ​ດັ່ງ​ທີ່​ລາວ​ໄດ້​ເຮັດ​ຕໍ່​ພວກຂ້ອຍ.”

11 ແລ້ວ​ຜູ້ຊາຍ​ຊາວ​ຢູດາ​ສາມພັນ​ຄົນ ກໍໄດ້​ໄປ​ຍັງ​ຖໍ້າ​ຫີນ​ທີ່​ເອຕາມ ແລະ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ພວກຂ້ອຍ​ຢູ່​ໃຕ້​ອຳນາດ​ຂອງ​ພວກ​ຟີລິດສະຕິນ? ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ຕໍ່​ພວກຂ້ອຍ​ແບບ​ນີ້?” ແຊມຊັນ​ຕອບ​ວ່າ, “ຂ້ອຍ​ໄດ້​ເຮັດ​ກັບ​ພວກເຂົາ​ຄື​ກັບ​ພວກເຂົາ​ໄດ້​ເຮັດ​ໃຫ້​ຂ້ອຍ.”

12 ພວກເຂົາ​ບອກ​ວ່າ, “ພວກຂ້ອຍ​ມາ​ທີ່​ນີ້​ເພື່ອ​ຈັບ​ມັດ​ເຈົ້າ ສົ່ງ​ໄປ​ໃຫ້​ພວກ​ຟີລິດສະຕິນ.” ແຊມຊັນ​ເວົ້າ​ວ່າ, “ຈົ່ງ​ສາບານ​ກ່ອນ​ວ່າ​ພວກເຈົ້າ​ເອງ​ຈະ​ບໍ່​ຂ້າ​ຂ້ອຍ.”

13 ພວກເຂົາ​ຕອບ​ວ່າ, “ຕົກລົງ ພວກຂ້ອຍ​ພຽງແຕ່​ມາ​ຈັບ​ເຈົ້າ ມັດ​ສົ່ງ​ໄປ​ໃຫ້​ພວກເຂົາ​ເທົ່ານັ້ນ. ພວກຂ້ອຍ​ຈະ​ບໍ່​ຂ້າ​ເຈົ້າ.” ສະນັ້ນ ພວກເຂົາ​ຈຶ່ງ​ມັດ​ແຊມຊັນ ດ້ວຍ​ເຊືອກ​ໃໝ່ໆ​ສອງ​ເສັ້ນ​ແລະ​ພາ​ລາວ​ອອກ​ໄປ​ຈາກ​ຖໍ້າ.

14 ເມື່ອ​ມາ​ຮອດ​ເມືອງ​ເລຮີ ພວກ​ຟີລິດສະຕິນ​ກໍ​ແລ່ນ​ຮ້ອງໂຮ​ຫຸ້ມ​ມາ​ໃສ່​ແຊມຊັນ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ເຮັດ​ໃຫ້​ແຊມຊັນ​ມີ​ແຮງ ລາວ​ຈຶ່ງ​ຟຶດເຊືອກ​ທີ່​ມັດ​ແຂນ​ແລະ​ມື​ຂອງ​ລາວ​ນັ້ນ​ຂາດ​ເໝືອນກັບ​ວ່າ​ໄຟ​ໄໝ້​ເສັ້ນດ້າຍ.

15 ແລ້ວ​ແຊມຊັນ​ກໍ​ເຫັນ​ກະດູກ​ຄາງ​ຂອງ​ລໍ​ທີ່​ຫາ​ກໍ​ຕາຍ ລາວ​ຈຶ່ງ​ຈັບ​ເອົາ​ແລະ​ໃຊ້​ເປັນ​ອາວຸດ​ຂ້າ​ພວກ​ຟີລິດສະຕິນ​ຕາຍ​ໜຶ່ງພັນ​ຄົນ.

16 ສະນັ້ນ ແຊມຊັນ​ຈຶ່ງ​ຮ້ອງເພງ​ວ່າ, “ດ້ວຍ​ກະດູກ​ຄາງລໍ​ນີ້ ຂ້ອຍ​ໄດ້​ຂ້າ​ໜຶ່ງພັນ​ຄົນ ດ້ວຍ​ກະດູກ​ຄາງລໍ​ນີ້ ຂ້ອຍ​ໄດ້​ກອງ ພວກເຂົາ​ໄວ້.”

17 ຫລັງຈາກ​ນັ້ນ ແຊມຊັນ​ກໍ​ແກວ່ງ​ກະດູກ​ລໍ​ຖິ້ມ. ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ ຣາມັດເລຮີ.

18 ຕໍ່ມາ ແຊມຊັນ​ຫິວນໍ້າ​ຫລາຍ ລາວ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ໄຊຊະນະ​ອັນ​ຍິ່ງໃຫຍ່ ດຽວ​ນີ້​ຂ້ານ້ອຍ​ກຳລັງ​ຫິວນໍ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ແລະ​ພຣະອົງ​ຈະ​ໃຫ້​ພວກ​ຟີລິດສະຕິນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຈັບ​ຂ້ານ້ອຍ​ຊັ້ນບໍ?”

19 ແລ້ວ​ພຣະເຈົ້າ​ກໍໄດ້​ບັນດານ​ໃຫ້​ມີ​ນໍ້າ​ອອກບໍ່​ໃນ​ຂຸມ​ບ່ອນ​ໜຶ່ງ​ທີ່​ເມືອງ​ເລຮີ. ແຊມຊັນ​ຈຶ່ງ​ດື່ມ​ແລະ​ມີ​ແຮງ​ອີກ. ລາວ​ຈຶ່ງ​ເອີ້ນ​ບໍ່ນໍ້າ​ນີ້​ວ່າ ເອັນຮັກກໍເຣ ຊຶ່ງ​ຍັງ​ຢູ່​ໃນ​ເມືອງ​ເລຮີ​ຈົນເຖິງ​ເທົ່າ​ທຸກ​ວັນນີ້.

20 ແຊມຊັນ​ໄດ້​ປົກຄອງ​ຊາວ​ອິດສະຣາເອນ​ເປັນ​ເວລາ​ຊາວ​ປີ ໃນ​ຂະນະທີ່​ພວກ​ຟີລິດສະຕິນ​ຢຶດຄອງ​ດິນແດນ​ຢູ່​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan