Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 14 - ພຣະຄຳພີສັກສິ


ແຊມຊັນ​ມັກ​ຜູ້ສາວ​ຊາວ​ຕິມນາ

1 ມື້ໜຶ່ງ ແຊມຊັນ​ໄດ້​ລົງ​ໄປ​ທີ່​ເມືອງ​ຕິມນາ ຊຶ່ງ​ໃນ​ເມືອງ​ນີ້​ລາວ​ໄດ້​ສັງເກດ​ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ.

2 ລາວ​ຈຶ່ງ​ກັບຄືນ​ເມືອ​ເຮືອນ​ແລະ​ເວົ້າ​ສູ່​ພໍ່​ແມ່​ຂອງຕົນ​ຟັງ​ວ່າ, “ລູກ​ໄດ້​ສັງເກດ​ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ຕິມນາ. ລູກ​ຢາກ​ແຕ່ງງານ​ກັບ​ນາງ ກະລຸນາ​ໄປ​ສູ່​ຂໍ​ນາງ​ໃຫ້​ລູກ​ແດ່.”

3 ແຕ່​ພໍ່​ແມ່​ໄດ້​ຖາມ​ລາວ​ວ່າ, “ເປັນຫຍັງ​ລູກ​ຈຶ່ງ​ຢາກ​ໄປ​ເອົາ​ເມຍ​ຊາວ​ຟີລິດສະຕິນ ຄົນ​ບໍ່​ນັບຖື​ພຣະເຈົ້າ? ລູກ​ຊອກ​ຫາ​ຜູ້​ສາວ​ໃນ​ຕະກຸນ​ຂອງເຮົາ​ເອງ ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຮົາ​ນີ້​ບໍ່ໄດ້​ຊັ້ນບໍ?” ແຕ່​ແຊມຊັນ​ຕອບ​ພໍ່​ວ່າ, “ລູກ​ພໍໃຈ​ນຳ​ນາງ​ແຕ່​ຄົນດຽວ ໄປ​ສູ່​ຂໍ​ນາງ​ໃຫ້​ລູກ​ແດ່.”

4 ພໍ່​ແມ່​ຂອງ​ແຊມຊັນ​ບໍ່​ຮູ້​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ນຳພາ​ແຊມຊັນ​ໃຫ້​ເຮັດ​ຢ່າງ​ນີ້ ຍ້ອນ​ພຣະອົງ​ຊອກ​ຫາ​ໂອກາດ​ທີ່​ຈະ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ຢູ່. ໃນ​ເວລານັ້ນ ຊາດ​ອິດສະຣາເອນ​ໄດ້​ຕົກ​ຢູ່ໃຕ້​ອຳນາດ​ຂອງ​ພວກ​ຟີລິດສະຕິນ.

5 ຕໍ່ມາ ແຊມຊັນ​ໄດ້​ລົງ​ໄປ​ທີ່​ເມືອງ​ຕິມນາ​ພ້ອມ​ດ້ວຍ​ພໍ່​ແມ່​ຂອງຕົນ. ເມື່ອ​ພວກເຂົາ​ຜ່ານ​ສວນອະງຸ່ນ​ຂອງ​ເມືອງ​ນັ້ນ​ໄປ ແຊມຊັນ​ກໍ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ສິງໜຸ່ມ​ໂຕໜຶ່ງ.

6 ໃນທັນໃດ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ແຊມຊັນ​ມີ​ກຳລັງ​ຂຶ້ນ ລາວ​ຈຶ່ງ​ໃຊ້​ມື​ຈີກ​ສິງ​ໂຕ​ນັ້ນ​ເໝືອນ​ກັບ​ຈີກ​ແບ້​ໂຕ​ນ້ອຍໆ. ແຕ່​ແຊມຊັນ​ບໍ່ໄດ້​ບອກ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໃຫ້​ພໍ່​ແມ່​ຂອງຕົນ​ຮູ້ນຳ.

7 ແລ້ວ​ລາວ​ກໍໄດ້​ໄປ​ລົມ​ສາວ​ຜູ້ນັ້ນ ແລະ​ພໍໃຈ​ນຳ​ນາງ​ຫລາຍ.

8 ບໍ່​ພໍ​ເທົ່າ​ໃດ​ວັນ​ຕໍ່ມາ ແຊມຊັນ​ກໍ​ກັບ​ມາ​ແຕ່ງງານ​ກັບ​ນາງ. ໃນ​ຕອນ​ເດີນທາງ​ນັ້ນ ລາວ​ໄດ້​ແວ່​ໄປເບິ່ງ​ຊາກສົບ​ຂອງ​ສິງ​ທີ່​ຕົນ​ໄດ້​ຂ້າ ລາວ​ຈຶ່ງ​ປະຫລາດ​ໃຈ​ທີ່​ໄດ້​ເຫັນ​ຝູງ​ໂຕ​ເຜິ້ງ ແລະ​ນໍ້າເຜິ້ງ​ຢູ່​ໃນ​ຊາກ​ສິງ​ໂຕ​ນັ້ນ.

9 ລາວ​ບີບ​ເອົາ​ນໍ້າເຜິ້ງ​ໃສ່​ມື​ແລະ​ກິນ​ໄປ​ຕາມ​ທາງ. ເມື່ອ​ໄປ​ທັນ​ພໍ່​ແມ່​ແລ້ວ ລາວ​ຈຶ່ງ​ແບ່ງ​ນໍ້າເຜິ້ງ​ນັ້ນ​ໃຫ້​ພໍ່​ແມ່​ກິນ​ນຳ. ພວກເພິ່ນ​ກໍ​ກິນ, ແຕ່​ແຊມຊັນ​ບໍ່ໄດ້​ບອກ​ວ່າ ລາວ​ໄດ້​ນໍ້າເຜິ້ງ​ນັ້ນ​ມາ​ຈາກ​ຊາກ​ສິງ.

10 ພໍ່​ຂອງ​ແຊມຊັນ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຍິງສາວ ແລະ​ແຊມຊັນ​ໄດ້​ຈັດ​ງານ​ກິນລ້ຽງ​ຂຶ້ນ​ຕາມທຳນຽມ​ຂອງ​ພວກ​ໜຸ່ມສາວ​ໃນ​ທີ່ນັ້ນ.

11 ເມື່ອ​ຊາວ​ຟີລິດສະຕິນ​ເຫັນ​ລາວ ພວກເຂົາ​ກໍ​ໃຊ້​ຊາຍໜຸ່ມ​ສາມສິບ​ຄົນ ໄປ​ຢູ່​ກັບ​ລາວ.

12-13 ແຊມຊັນ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂໍ​ໃຫ້​ຂ້ອຍ​ທວາຍ​ພວກເຈົ້າ​ບັນຫາ​ໜຶ່ງ ຖ້າ​ພວກເຈົ້າ​ຕີ​ຄວາມໝາຍ​ຂອງ​ບັນຫາ​ນັ້ນ​ໄດ້ ຂ້ອຍ​ຈະ​ເອົາ​ຜ້າປ່ານ​ເນື້ອລະອຽດ​ດີ​ສາມສິບ​ຊຸດ ແລະ​ເສື້ອຜ້າ​ໂຕ​ງາມໆ​ສາມສິບ​ຊຸດ ໃຫ້​ພວກເຈົ້າ. ຂ້ອຍ​ຂໍ​ພະນັນ​ວ່າ, ພາຍ​ໃນ​ເຈັດ​ວັນ ກ່ອນ​ພິທີ​ແຕ່ງງານ​ສິ້ນສຸດລົງ ພວກເຈົ້າ​ກໍ​ຈະ​ແກ້​ບັນຫາ​ນັ້ນ​ບໍ່ໄດ້.” ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ໃຫ້​ບອກ​ບັນຫາ​ນັ້ນ​ມາ​ເບິ່ງດູ.”

14 ແຊມຊັນ​ເວົ້າ​ວ່າ, “ມີ​ອາຫານ​ເນື່ອງ​ມາ​ຈາກ​ຜູ້​ກິນ ມີ​ຂອງ​ຫວານ​ກິນ​ເນື່ອງ​ມາ​ຈາກ​ຜູ້​ມີແຮງ.” ສາມວັນ​ຕໍ່ມາ ພວກເຂົາ​ກໍ​ຍັງ​ຕີ​ຄວາມໝາຍ​ຂອງ​ບັນຫາ​ນັ້ນ​ບໍ່ໄດ້.

15 ໃນ​ວັນ​ທີ​ສີ່ ພວກເຂົາ​ເວົ້າ​ຕໍ່​ເມຍ​ຂອງ​ແຊມຊັນ​ວ່າ, “ຈົ່ງ​ຍົວະ​ຖາມ​ຜົວ​ຂອງ​ເຈົ້າ ບອກ​ຄວາມໝາຍ​ຂອງ​ບັນຫາ​ໃຫ້​ພວກເຮົາ​ຮູ້​ແດ່. ຖ້າບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຈູດ​ເຮືອນ​ພໍ່​ຂອງ​ເຈົ້າ​ພ້ອມ​ທັງ​ເຈົ້າ​ດ້ວຍ. ເຈົ້າ​ທັງສອງ​ເຊີນ​ພວກເຮົາ​ມາ ເພື່ອ​ຈະ​ປຸ້ນ​ພວກເຮົາ​ຊັ້ນບໍ?”

16 ດັ່ງນັ້ນ ເມຍ​ຂອງ​ແຊມຊັນ​ຈຶ່ງ​ໄປ​ຫາ​ຜົວ​ຂອງຕົນ​ທັງ​ຮ້ອງໄຫ້ ແລະ​ເວົ້າ​ວ່າ, “ເຈົ້າ​ບໍ່​ຮັກ​ຂ້ອຍ ເຈົ້າ​ຊັງ​ຂ້ອຍ. ເຈົ້າ​ຕັ້ງ​ບັນຫາ​ໃຫ້​ໝູ່​ຂອງຂ້ອຍ ແຕ່​ບໍ່​ບອກ​ຄວາມໝາຍ​ໃຫ້​ຂ້ອຍ​ຮູ້ນຳ.” ແຊມຊັນ​ເວົ້າ​ຕໍ່​ນາງ​ວ່າ, “ແມ່ນແຕ່​ພໍ່​ແມ່​ຂອງຂ້ອຍ, ຂ້ອຍ​ກໍ​ບໍ່ໄດ້​ບອກ​ເພິ່ນ. ເຫດ​ໃດ​ຂ້ອຍ​ຈຶ່ງ​ຈະ​ບອກ​ເຈົ້າ​ໄດ້.”

17 ເມຍ​ຂອງ​ແຊມຊັນ​ຈຶ່ງ​ຮ້ອງໄຫ້​ເພາະ​ເລື່ອງນີ້​ຢູ່​ຕະຫລອດ​ເຈັດ​ວັນ ທີ່​ມີ​ງານກິນລ້ຽງ. ແຕ່​ພໍ​ຮອດ​ວັນ​ທີ​ເຈັດ​ແຊມຊັນ​ຈຶ່ງ​ບອກ​ຄຳຕອບ​ແກ່​ນາງ ຍ້ອນ​ວ່າ​ນາງ​ເປັນ​ຄົນ​ຊູຊີ​ຫລາຍ. ແລ້ວ​ນາງ​ກໍ​ນຳ​ເອົາ​ຄຳຕອບ​ນັ້ນ​ໄປ​ບອກ​ຊາວ​ຟີລິດສະຕິນ.

18 ດັ່ງນັ້ນ ໃນ​ວັນ​ທີ​ເຈັດ​ກ່ອນ​ແຊມຊັນ​ເຂົ້າ​ໄປ​ຫ້ອງ​ນອນ ພວກ​ຜູ້ຊາຍ​ໃນ​ເມືອງ​ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ບໍ່ມີ​ສິ່ງໃດ​ທີ່​ຫວານ​ກວ່າ​ນໍ້າເຜິ້ງ ແລະ​ບໍ່ມີ​ສິ່ງໃດ​ທີ່​ແຮງກວ່າ​ໂຕສິງ.” ແຕ່​ແຊມຊັນ​ຕອບຄືນ​ວ່າ, “ຖ້າ​ພວກເຈົ້າ​ບໍ່​ເອົາ​ງົວແມ່​ຂອງ​ຂ້ອຍ​ໄປ​ໄຖ​ນາ ຄົນ​ໜ້າ​ຄື​ພວກເຈົ້າ​ນັ້ນ​ຫວາ ຈະ​ຮູ້​ຄຳຕອບ.”

19 ໃນທັນໃດ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແຊມຊັນ​ມີ​ກຳລັງ​ວັງຊາ​ຂຶ້ນ; ດັ່ງນັ້ນ ລາວ​ຈຶ່ງ​ລົງ​ໄປ​ໃນ​ເມືອງ​ອາຊະເກໂລນ ຂ້າ​ຊາຍໜຸ່ມ​ສາມສິບ​ຄົນ ຢູ່​ໃນ​ທີ່ນັ້ນ ແລະ​ຢຶດ​ເສື້ອຜ້າ​ອັນ​ຈົບງາມ​ຂອງ​ພວກເຂົາ​ມາ​ແຈກ​ໃຫ້​ຜູ້​ທີ່​ຕອບ​ບັນຫາ​ໄດ້. ຫລັງຈາກ​ນັ້ນ ລາວ​ຈຶ່ງ​ກັບ​ເມືອ​ເຮືອນ​ພໍ່​ຂອງຕົນ ທັງ​ໃຈຮ້າຍ​ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ.

20 ສ່ວນ​ເມຍ​ຂອງ​ລາວ​ນັ້ນ ກໍ​ຖືກ​ຍົກ​ໃຫ້​ແກ່​ຊາຍ​ທີ່​ເປັນ​ເຈົ້າບ່າວ​ລອງ​ໃນ​ມື້​ແຕ່ງງານ​ນັ້ນເອງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan