Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 13 - ພຣະຄຳພີສັກສິ


ແຊມຊັນ​ເກີດ

1 ຕໍ່ມາ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ​ອີກ; ແລະ​ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ປົກຄອງ​ພວກເຂົາ​ເປັນ​ເວລາ​ສີ່ສິບ​ປີ.

2 ໃນ​ເວລາ​ນັ້ນ ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ໂຊຣາ​ຊື່​ວ່າ, ມາໂນອາ. ລາວ​ເປັນ​ຄົນ​ເຜົ່າ​ດານ ສ່ວນ​ເມຍ​ຂອງ​ລາວ​ນັ້ນ​ເປັນ​ໝັນ.

3 ມື້ໜຶ່ງ ເທວະດາ​ຂອງ​ພຣະເຈົ້າຢາເວ​ມາ​ປາກົດ​ຕໍ່​ນາງ ແລະ​ກ່າວ​ວ່າ, “ເຈົ້າ​ບໍ່ມີ​ລູກ ແຕ່​ອີກ​ບໍ່​ດົນ​ເຈົ້າ​ຈະ​ຖືພາ​ແລະ​ໄດ້​ລູກຊາຍ​ຜູ້ໜຶ່ງ.

4 ສະນັ້ນ ເຈົ້າ​ຈົ່ງ​ລະວັງ​ໃຫ້​ດີ! ຢ່າ​ດື່ມ​ນໍ້າ​ອະງຸ່ນ ຫລື​ເຫຼົ້າ ຫລື​ອາຫານ​ໃດໆ​ທີ່​ຫວງຫ້າມ;

5 ເມື່ອ​ລູກຊາຍ​ຂອງ​ເຈົ້າ​ເກີດ​ມາ​ແລ້ວ ເຈົ້າ​ຕ້ອງ​ບໍ່​ຕັດ​ຜົມ​ໃຫ້​ລາວ​ຈັກເທື່ອ ເພາະ​ນັບ​ຕັ້ງແຕ່​ມື້​ທີ່​ລາວ​ເກີດ​ມາ​ນັ້ນ ລາວ​ຈະ​ໄດ້​ຮັບ​ການ​ອຸທິດຕົວ​ແກ່​ພຣະເຈົ້າ ເປັນ​ຄົນ​ນາຊີຣີ. ລາວ​ຈະ​ຕັ້ງຕົ້ນ​ພາລະກິດ​ໃນ​ການ​ຊ່ວຍກູ້​ເອົາ​ຊາດ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”

6 ແລ້ວ​ຍິງ​ຄົນ​ນີ້​ກໍ​ໄປ​ບອກ​ຜົວ​ຂອງຕົນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ຜູ້ໜຶ່ງ​ໄດ້​ມາ​ຫາ​ຂ້ອຍ ເພິ່ນ​ເປັນ​ທີ່​ໜ້າ​ຢຳເກງ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ. ຂ້ອຍ​ບໍ່ໄດ້​ຖາມ​ເພິ່ນ​ວ່າ​ມາ​ແຕ່​ໃສ ແລະ​ເພິ່ນ​ກໍ​ບໍ່ໄດ້​ບອກ​ຊື່​ຂອງ​ເພິ່ນ​ໃຫ້​ຂ້ອຍ​ຮູ້.

7 ແຕ່​ເພິ່ນ​ໄດ້​ບອກ​ວ່າ​ຂ້ອຍ​ຈະ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ເພິ່ນ​ຍັງ​ບອກ​ອີກ​ວ່າ ບໍ່​ໃຫ້​ຂ້ອຍ​ດື່ມ​ນໍ້າ​ອະງຸ່ນ ຫລື​ເຫຼົ້າ ຫລື​ກິນ​ອາຫານ​ໃດໆ​ທີ່​ຫວງຫ້າມ ເພາະ​ເດັກນ້ອຍ​ນັ້ນ​ຈະ​ໄດ້​ຮັບ​ການ​ອຸທິດຕົວ​ແກ່​ພຣະເຈົ້າ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.”

8 ແລ້ວ​ມາໂນອາ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ໃຊ້​ຄົນ​ຂອງ​ພຣະເຈົ້າ​ກັບຄືນ​ມາ​ບອກ​ພວກ​ຂ້ານ້ອຍ​ອີກ​ແດ່​ວ່າ ພວກ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ກັບ​ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ.”

9 ພຣະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ມາໂນອາ​ຂໍຮ້ອງ ແລະ​ເທວະດາ​ຂອງ​ພຣະເຈົ້າ​ໄດ້​ກັບ​ມາ​ຫາ​ຍິງ​ນັ້ນ ໃນ​ຂະນະທີ່​ນາງ​ນັ່ງ​ຢູ່​ທີ່​ທົ່ງນາ. ແຕ່​ໃນ​ເວລາ​ນັ້ນ ມາໂນອາ​ຜົວ​ຂອງ​ນາງ​ບໍ່ໄດ້​ຢູ່​ທີ່ນັ້ນ.

10 ດັ່ງນັ້ນ ນາງ​ຈຶ່ງ​ຟ້າວ​ແລ່ນ​ໄປ​ບອກ​ຜົວ​ຂອງຕົນ​ວ່າ, “ມາ​ເບິ່ງແມ ຊາຍ​ທີ່​ມາ​ຫາ​ຂ້ອຍ​ໃນ​ມື້​ກ່ອນ​ນັ້ນ​ໄດ້​ປາກົດ​ຕໍ່​ຂ້ອຍ​ອີກ.”

11 ດັ່ງນັ້ນ ມາໂນອາ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ຕາມ​ເມຍ​ຂອງຕົນ​ໄປ. ລາວ​ໄປ​ຫາ​ຊາຍ​ຄົນ​ນັ້ນ​ແລະ​ຖາມ​ວ່າ, “ແມ່ນ​ທ່ານ​ນີ້​ບໍ ທີ່​ເປັນ​ຜູ້​ກ່າວ​ກັບ​ເມຍ​ຂອງ​ຂ້ານ້ອຍ?” ເພິ່ນ​ຕອບ​ວ່າ, “ແມ່ນແລ້ວ.”

12 ແລ້ວ​ມາໂນອາ​ກໍ​ເວົ້າ​ວ່າ, “ເມື່ອ​ຖ້ອຍຄຳ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ​ກາຍເປັນຈິງ ເດັກນ້ອຍ​ຈະ​ຕ້ອງ​ປະພຶດ​ຢ່າງໃດ? ແລະ​ຈະ​ໃຫ້​ລາວ​ດຳເນີນ​ຊີວິດ​ຢ່າງໃດ?”

13 ເທວະດາ​ຂອງ​ພຣະເຈົ້າຢາເວ​ຕອບ​ມາໂນອາ​ວ່າ, “ຕ້ອງ​ໃຫ້​ແນ່ໃຈ​ວ່າ ເມຍ​ຂອງ​ເຈົ້າ​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ໄດ້​ບອກ​ນາງ​ໄວ້​ນັ້ນ.

14 ນາງ​ບໍ່​ຕ້ອງ​ກິນ​ສິ່ງໃດໆ​ທີ່​ໄດ້​ມາ​ຈາກ​ຕົ້ນອະງຸ່ນ ທັງ​ບໍ່​ຕ້ອງ​ດື່ມ​ນໍ້າ​ອະງຸ່ນ​ຫລື​ເຫຼົ້າ ແລະ​ບໍ່​ຕ້ອງ​ກິນ​ອາຫານ​ໃດໆ​ທີ່​ຫວງຫ້າມ. ນາງ​ຕ້ອງ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ໄດ້​ບອກ​ນາງ​ໄວ້​ນັ້ນ.”

15-16 ເນື່ອງ​ຈາກ​ມາໂນອາ​ບໍ່​ຮູ້​ວ່າ​ແມ່ນ​ເທວະດາ​ຂອງ​ພຣະເຈົ້າຢາເວ ລາວ​ຈຶ່ງ​ເວົ້າ​ຕໍ່​ເທວະດາ​ຕົນ​ນັ້ນ​ວ່າ, “ກະລຸນາ​ຢູ່​ທີ່​ນີ້​ກ່ອນ​ເຖີດ ໃຫ້​ພວກ​ຂ້ານ້ອຍ​ເອົາ​ແບ້​ໜຸ່ມ​ມາ​ຈັດແຈ່ງ​ເປັນ​ອາຫານ​ໃຫ້​ທ່ານ​ຮັບ​ກິນ​ສາ​ກ່ອນ.” ແຕ່​ເທວະດາ​ນັ້ນ​ກ່າວ​ຕໍ່​ລາວ​ວ່າ, “ຖ້າ​ເຮົາ​ຢູ່​ທີ່​ນີ້ ເຮົາ​ກໍ​ຈະ​ບໍ່​ກິນ​ອາຫານ​ຂອງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ຢາກ​ຈັດແຈ່ງ​ອາຫານ​ໃຫ້​ເຮົາ ໃຫ້​ເຈົ້າ​ເຜົາ​ສິ່ງ​ນັ້ນ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”

17 ມາໂນອາ​ຈຶ່ງ​ກ່າວ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ກະລຸນາ​ບອກ​ຊື່​ຂອງທ່ານ​ໃຫ້​ຂ້ານ້ອຍ​ຮູ້​ດ້ວຍ ເມື່ອໃດ​ຖ້ອຍຄຳ​ທີ່​ທ່ານ​ບອກ​ນີ້​ກາຍເປັນ​ຈິງ ຂ້ານ້ອຍ​ຈະ​ໄດ້​ຖວາຍ​ກຽດ​ແກ່​ທ່ານ.”

18 ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຢາກ​ຮູ້​ຊື່​ຂອງເຮົາ? ເພາະ​ຊື່​ຂອງເຮົາ​ເປັນ​ຊື່​ແຫ່ງ​ການ​ອັດສະຈັນ.”

19 ແລ້ວ​ມາໂນອາ​ກໍໄດ້​ເອົາ​ແບ້​ໜຸ່ມ​ແລະ​ເຂົ້າ​ເປັນເມັດ​ໃສ່​ເທິງ​ແທ່ນບູຊາ​ເປັນ​ຫີນ ຖວາຍ​ແກ່​ພຣະເຈົ້າຢາເວ​ຜູ້​ທີ່​ກະທຳການ​ອັດສະຈັນ​ຕ່າງໆ.

20-21 ໃນ​ຂະນະທີ່​ແປວໄຟ​ລຸກ​ຂຶ້ນ​ໃນ​ແທ່ນບູຊາ​ຢູ່​ນັ້ນ ມາໂນອາ​ກັບ​ເມຍ​ຂອງຕົນ​ກໍ​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໄປ​ສູ່​ສະຫວັນ​ໃນ​ແປວໄຟ. ແລ້ວ​ມາໂນອາ​ກໍ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ແມ່ນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ແທ້ ແລະ​ທັງສອງ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ. ຫລັງຈາກ​ນັ້ນ ມາໂນອາ​ກັບ​ເມຍ​ຂອງ​ລາວ​ກໍ​ບໍ່ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.

22 ແລ້ວ​ມາໂນອາ​ກໍໄດ້​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ພວກເຮົາ​ຕ້ອງ​ຕາຍ​ເປັນ​ແນ່ ເພາະ​ພວກເຮົາ​ໄດ້​ເຫັນ​ພຣະເຈົ້າ.”

23 ແຕ່​ເມຍ​ຂອງ​ມາໂນອາ​ເວົ້າ​ວ່າ, “ຖ້າ​ພຣະເຈົ້າຢາເວ​ຢາກ​ຂ້າ​ພວກເຮົາ ພຣະອົງ​ຄົງ​ບໍ່​ຮັບ​ເອົາ​ເຄື່ອງ​ຖວາຍບູຊາ​ຂອງ​ພວກເຮົາ​ດອກ ແລະ​ພຣະອົງ​ກໍ​ຄົງ​ບໍ່​ສຳແດງ​ສິ່ງ​ທັງໝົດ​ນີ້​ໃຫ້​ພວກເຮົາ​ໄດ້​ເຫັນ ຫລື​ບອກ​ສິ່ງ​ດັ່ງກ່າວ​ນັ້ນ​ໃຫ້​ພວກເຮົາ​ຮູ້​ໃນ​ເວລາ​ນີ້.”

24 ແລ້ວ​ຍິງ​ຄົນ​ນີ້​ກໍໄດ້​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ນາງ​ໃສ່​ຊື່​ໃຫ້​ເດັກ​ນັ້ນ​ວ່າ ແຊມຊັນ. ລູກຊາຍ​ຄົນ​ນີ້​ໄດ້​ໃຫຍ່​ເຕີບໂຕ​ຂຶ້ນ​ມາ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ລາວ.

25 ໃນ​ຂະນະທີ່​ແຊມຊັນ​ພັກ​ຢູ່​ໃນ​ຄ້າຍ​ຂອງ​ຄົນ​ໃນ​ເຜົ່າ​ດານ ລະຫວ່າງ​ເມືອງ​ໂຊຣາ​ແລະ​ເມືອງ​ເອຊະຕາໂອນ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ເລີ່ມຕົ້ນ​ໃຫ້​ກຳລັງ​ແກ່​ລາວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan