Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 12 - ພຣະຄຳພີສັກສິ


ເຢັບທາ​ແລະ​ຊາວ​ເອຟຣາອິມ

1 ແລ້ວ​ຊາວ​ເອຟຣາອິມ​ໄດ້​ຕຽມຕົວ​ອອກ​ສູ້ຮົບ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ສູ່​ຊາໂຟນ. ພວກເຂົາ​ເວົ້າ​ຕໍ່​ເຢັບທາ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຂ້າມ​ຊາຍແດນ​ໄປ​ສູ້ຮົບ​ພວກ​ອຳໂມນ ໂດຍ​ບໍ່​ເອີ້ນ​ພວກເຮົາ​ໄປ​ນຳ? ພວກເຮົາ​ຈະ​ຈູດ​ເຮືອນ​ເຜົາ​ເຈົ້າ​ຖິ້ມ​ເສຍ.”

2 ແຕ່​ເຢັບທາ​ຕອບ​ພວກເຂົາ​ວ່າ, “ຂ້ອຍ​ແລະ​ປະຊາຊົນ​ຂອງຂ້ອຍ​ໄດ້​ເກີດ​ວິວາດ​ຜິດຖຽງກັນ​ຢ່າງໜັກ​ກັບ​ພວກ​ອຳໂມນ. ຂ້ອຍ​ໄດ້​ເອີ້ນ​ຫາ​ພວກເຈົ້າ​ໃຫ້​ມາ​ຊ່ວຍ ແຕ່​ພວກເຈົ້າ​ບໍ່​ຍອມ​ມາ​ຊ່ວຍ​ກູ້​ເອົາ​ຂ້ອຍ.

3 ເມື່ອ​ຂ້ອຍ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມາ​ແລ້ວ ຂ້ອຍ​ຈຶ່ງ​ສ່ຽງ​ຊີວິດ​ຂ້າມ​ແມ່ນໍ້າ​ໄປ​ສູ້ຮົບ​ພວກເຂົາ ແລະ​ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ຕີ​ຊະນະ​ພວກເຂົາ. ບັດນີ້ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຕໍ່ສູ້​ຂ້ອຍ?”

4 ແລ້ວ​ເຢັບທາ​ກໍໄດ້​ລະດົມ​ເອົາ​ຜູ້ຊາຍ​ຊາວ​ກີເລອາດ​ທັງໝົດ​ໄປ​ຕໍ່ສູ້​ພວກ​ເອຟຣາອິມ ແລະ​ໄດ້​ຊະນະ​ພວກເຂົາ. (ຊາວ​ເອຟຣາອິມ​ໄດ້​ເວົ້າ​ວ່າ, “ພວກເຈົ້າ ຊາວ​ກີເລອາດ ເປັນ​ພວກ​ທີ່​ແຕກ​ໜີ​ມາ​ແຕ່​ເອຟຣາອິມ​ແລະ​ມານາເຊ”)

5 ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ເອຟຣາອິມ​ແລະ​ມານາເຊ​ລອດ​ໜີໄປ​ໄດ້ ຊາວ​ກີເລອາດ​ຈຶ່ງ​ໄດ້​ຢຶດ​ທ່າ​ບ່ອນ​ຂ້າມ​ແມ່ນໍ້າ​ຈໍແດນ​ໄວ້. ເມື່ອ​ຊາວ​ເອຟຣາອິມ​ຄົນ​ໃດ​ຄົນ​ໜຶ່ງ​ມາ​ຂໍ​ອະນຸຍາດ​ຂ້າມ​ຝັ່ງ ຄົນ​ກີເລອາດ​ຈະ​ຖາມ​ວ່າ, “ເຈົ້າ​ເປັນ​ຄົນ​ເອຟຣາອິມ​ບໍ?” ຖ້າ​ລາວ​ຕອບ​ວ່າ, “ບໍ່”

6 ພວກເຂົາ​ຈະ​ບອກ​ໃຫ້​ລາວ​ເວົ້າ​ຄຳ​ວ່າ, “ຊິບໂບເຫລັດ.” ເມື່ອ​ລາວ​ເວົ້າ​ຄຳ “ຊິບໂບເຫລັດ” ແລະ​ຜັນ​ສຽງ​ບໍ່​ຖືກຕ້ອງ ຄົນ​ກີເລອາດ​ກໍ​ຈະ​ຈັບ​ລາວ​ແລະ​ຂ້າ​ເສຍ​ທີ່​ທ່າ​ຂ້າມ​ແມ່ນໍ້າ​ຈໍແດນ. ຊາວ​ເອຟຣາອິມ​ທີ່​ໄດ້​ຖືກ​ຂ້າ​ໃນ​ເວລາ​ນັ້ນ​ມີ​ສີ່ສິບສອງພັນ​ຄົນ.

7 ເຢັບທາ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຫົກ​ປີ. ລາວ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ທີ່​ບ້ານເກີດ​ເມືອງນອນ​ຂອງ​ຕົນເອງ ໃນ​ກີເລອາດ.


ອິບຊັນ, ເອໂລນ ແລະ​ອັບໂດນ

8 ຕໍ່​ຈາກ​ເຢັບທາ​ແມ່ນ​ອິບຊັນ​ຊາວ​ເບັດເລເຮັມ ທີ່​ໄດ້​ປົກຄອງ​ຊາດ​ອິດສະຣາເອນ.

9 ເພິ່ນ​ມີ​ລູກຊາຍ​ສາມສິບ​ຄົນ ແລະ​ມີ​ລູກສາວ​ສາມສິບ​ຄົນ. ເພິ່ນ​ໃຫ້​ລູກສາວ​ຂອງ​ເພິ່ນ​ແຕ່ງງານ​ກັບ​ຄົນ​ນອກ​ເຜົ່າ ແລະ​ນຳ​ເອົາ​ຍິງ​ສາວ​ສາມສິບ​ຄົນ ຈາກ​ເຜົ່າອື່ນ​ມາ​ແຕ່ງງານ​ກັບ​ພວກ​ລູກຊາຍ​ຂອງຕົນ. ອິບຊັນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ ເປັນ​ເວລາ​ເຈັດ​ປີ.

10 ແລ້ວ​ເພິ່ນ​ກໍ​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ເບັດເລເຮັມ.

11 ຫລັງຈາກ​ອິບຊັນ​ແມ່ນ​ເອໂລນ​ຄົນ​ຢູ່​ໃນ​ເຜົ່າ​ເຊບູໂລນ; ເພິ່ນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສິບ​ປີ.

12 ແລ້ວ​ເພິ່ນ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ໄອຢາໂລນ​ໃນ​ເຂດແດນ​ເຊບູໂລນ.

13 ຫລັງຈາກ​ເອໂລນ​ກໍ​ແມ່ນ​ອັບໂດນ ລູກຊາຍ​ຂອງ​ຮິນເລນ​ຊາວ​ເມືອງ​ປີຣາໂທນ ທີ່​ໄດ້​ປົກຄອງ​ຊາດ​ອິດສະຣາເອນ.

14 ເພິ່ນ​ມີ​ລູກຊາຍ​ສີ່ສິບ​ຄົນ ແລະ​ຫລານຊາຍ​ສາມສິບ​ຄົນ​ທີ່​ຂີ່​ລໍ​ເຈັດສິບ​ໂຕ. ອັບໂດນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ແປດ​ປີ.

15 ແລ້ວ​ເພິ່ນ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ປີຣາໂທນ ຢູ່​ໃນ​ເຂດແດນ​ຂອງ​ເອຟຣາອິມ​ທີ່​ເນີນພູ​ຂອງ​ຊາວ​ອາມາເຫຼັກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan