ພວກ^ຜູ້ປົກຄອງ 11 - ພຣະຄຳພີສັກສິ1 ມີຊາວກີເລອາດຜູ້ໜຶ່ງຊື່ວ່າ ເຢັບທາ. ລາວເປັນທະຫານທີ່ເກັ່ງກ້າແລະເປັນລູກຊາຍຂອງຍິງໂສເພນີ. ກີເລອາດພໍ່ຂອງເຢັບທາ 2 ຍັງມີລູກຊາຍຄົນອື່ນອີກກັບເມຍຂອງຕົນ. ເມື່ອລູກຊາຍເຫຼົ່ານັ້ນໃຫຍ່ຂຶ້ນ ພວກເຂົາກໍໄລ່ເຢັບທາໃຫ້ອອກໜີຈາກເຮືອນແລະເວົ້າຕໍ່ລາວວ່າ, “ເຈົ້າເປັນລູກຊາຍຂອງຍິງອື່ນ ແລະເຈົ້າຈະບໍ່ໄດ້ຮັບມໍຣະດົກສ່ວນໃດໆຈາກພໍ່ຂອງພວກເຮົາ.” 3 ດັ່ງນັ້ນ ເຢັບທາຈຶ່ງໜີຈາກພວກອ້າຍນ້ອງຂອງຕົນໄປອາໄສຢູ່ໃນເມືອງໂຕບ. ໃນເມືອງນີ້ ລາວໄດ້ຈູງໃຈພວກນັກເລງ ແລະພວກເຂົາໄດ້ເຂົ້າມາເປັນລູກນ້ອງຂອງລາວ. 4 ໃນເວລາຕໍ່ມາ ຊາວອຳໂມນໄດ້ເຮັດເສິກຕໍ່ສູ້ຊາດອິດສະຣາເອນ. 5 ເມື່ອການສູ້ຮົບເລີ່ມຂຶ້ນ ບັນດາຜູ້ນຳກີເລອາດຈຶ່ງໄປນຳເອົາເຢັບທາກັບຄືນມາຈາກເມືອງໂຕບ. 6 ພວກເຂົາເວົ້າຕໍ່ລາວວ່າ, “ຂໍໃຫ້ເຈົ້າມາເປັນຜູ້ນຳຂອງພວກເຮົາເຖີດ ເພື່ອວ່າພວກເຮົາຈະຕໍ່ສູ້ພວກອຳໂມນໄດ້.” 7 ແຕ່ເຢັບທາຕອບວ່າ, “ພວກເຈົ້າຊັງຂ້ອຍຫລາຍທີ່ສຸດ ຈົນໄລ່ຂ້ອຍໜີຈາກເຮືອນພໍ່ຂອງຂ້ອຍບໍ່ແມ່ນບໍ? ບັດນີ້ ເປັນຫຍັງຕອນທີ່ພວກເຈົ້າຢູ່ໃນຄວາມເດືອດຮ້ອນເຊັ່ນນີ້ ຈຶ່ງມາຫາຂ້ອຍ?” 8 ພວກເຂົາຕອບລາວວ່າ, “ເພາະໃນເວລານີ້ ພວກຂ້ອຍຢາກໃຫ້ເຈົ້າໄປຕໍ່ສູ້ພວກອຳໂມນກັບພວກຂ້ອຍ ແລະເປັນຜູ້ນຳຂອງຊາວກີເລອາດທັງໝົດ.” 9 ເຢັບທາຕອບພວກເຂົາວ່າ, “ເມື່ອພວກເຈົ້າມາຂໍຮ້ອງຂ້ອຍ ໃຫ້ກັບເມືອສູ້ຮົບພວກອຳໂມນເຊັ່ນນີ້ ແລະຖ້າພຣະເຈົ້າຢາເວໃຫ້ຂ້ອຍຮົບຊະນະພວກເຂົາ ຂ້ອຍກໍຈະເປັນນາຍຂອງພວກເຈົ້າ.” 10 ພວກເຂົາຕອບວ່າ, “ຕົກລົງ ຂໍໃຫ້ພຣະເຈົ້າຢາເວເປັນພະຍານໃນເລື່ອງນີ້ເຖີດ.” 11 ດັ່ງນັ້ນ ເຢັບທາຈຶ່ງຄືນເມືອກັບພວກຜູ້ນຳຊາວກີເລອາດ ແລະປະຊາຊົນໄດ້ແຕ່ງຕັ້ງລາວໃຫ້ເປັນນາຍແລະເປັນຜູ້ນຳຂອງພວກເຂົາ. ຝ່າຍເຢັບທາກໍກ່າວປະຕິຍານທີ່ມີຊະປາ ຊ້ອງໜ້າພຣະເຈົ້າຢາເວ. 12 ແລ້ວເຢັບທາກໍໃຊ້ຄະນະທູດໄປບອກກະສັດແຫ່ງອຳໂມນວ່າ, “ທ່ານມີເລື່ອງຜິດຂ້ອງຕ້ອງຖຽງຫຍັງກັບພວກເຮົາ? ເປັນຫຍັງຈຶ່ງບຸກຮຸກດິນແດນຂອງພວກເຮົາເຊັ່ນນີ້?” 13 ກະສັດຂອງຊາວອຳໂມນຈຶ່ງຕອບຄະນະທູດຂອງເຢັບທາວ່າ, “ຕອນທີ່ພວກອິດສະຣາເອນໄດ້ອອກມາຈາກປະເທດເອຢິບນັ້ນ ພວກເຂົາໄດ້ຢຶດດິນແດນຂອງພວກເຮົາ ຕັ້ງແຕ່ຫ້ວຍນໍ້າອາກໂນນ ຈົນເຖິງຫ້ວຍນໍ້າຢັບໂບກແລະແມ່ນໍ້າຈໍແດນ. ບັດນີ້ ພວກເຈົ້າຄວນຍົກດິນແດນນັ້ນຄືນໃຫ້ແກ່ພວກເຮົາສາໂດຍດີ.” 14 ແຕ່ເຢັບທາໄດ້ໃຊ້ຄະນະທູດຄືນໄປຫາກະສັດແຫ່ງອຳໂມນ 15 ໂດຍຕອບວ່າ, “ທີ່ຊາວອິດສະຣາເອນໄດ້ຢຶດດິນແດນຂອງຊາວໂມອາບ ຫລືຢຶດດິນແດນຂອງຊາວອຳໂມນຕາມທີ່ໄດ້ກ່າວມານັ້ນ ບໍ່ແມ່ນຄວາມຈິງ. 16 ເລື່ອງເປັນມາດັ່ງນີ້: ເມື່ອຊາວອິດສະຣາເອນອອກມາຈາກປະເທດເອຢິບນັ້ນ ພວກເຂົາໄດ້ຜ່ານຖິ່ນແຫ້ງແລ້ງກັນດານໄປສູ່ອ່າວອາກາບາແລະໄດ້ມາຮອດກາເດັດ. 17 ພວກເຂົາໄດ້ໃຊ້ທູດໄປບອກກະສັດແຫ່ງເອໂດມ ເພື່ອຂໍອະນຸຍາດຜ່ານດິນແດນຂອງເພິ່ນ. ແຕ່ກະສັດແຫ່ງເອໂດມບໍ່ຍອມໃຫ້ຜ່ານ ແລະພວກເຂົາໄດ້ຂໍອະນຸຍາດຜ່ານດິນແດນນຳກະສັດແຫ່ງໂມອາບ ແຕ່ບໍ່ມີໃຜຍອມໃຫ້ຜ່ານດິນແດນ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງຄ້າງຢູ່ທີ່ກາເດັດ. 18 ຕໍ່ມາ ພວກເຂົາໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ ອ້ອມດິນແດນເອໂດມແລະໂມອາບໄປ ຈົນມາຮອດທາງທິດຕາເວັນອອກຂອງໂມອາບ ທີ່ຢູ່ທາງຟາກຫ້ວຍນໍ້າອາກໂນນເບື້ອງອື່ນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນທີ່ນັ້ນ ແຕ່ບໍ່ໄດ້ຂ້າມຫ້ວຍນໍ້າອາກໂນນໄປ ຍ້ອນວ່າມັນແມ່ນເຂດແດນຂອງຊາວໂມອາບ. 19 ແລ້ວຊາວອິດສະຣາເອນກໍໃຊ້ພວກທູດໄປຫາເຈົ້າສີໂຫນ ກະສັດຂອງຊາວອາໂມທີ່ປົກຄອງຢູ່ໃນນະຄອນເຮັດຊະໂບນ ແລະຂໍອະນຸຍາດຜ່ານດິນແດນຂອງເພິ່ນ ເພື່ອໄປສູ່ດິນແດນຂອງພວກເຮົາເອງ. 20 ແຕ່ກະສັດສີໂຫນບໍ່ຍອມໃຫ້ຜ່ານ ແລະໄດ້ນຳເອົາກອງທັບທັງໝົດມາຕັ້ງທີ່ໝັ້ນຢູ່ທີ່ຢາຮາດ ແລະບຸກໂຈມຕີຊາວອິດສະຣາເອນ. 21 ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ໃຫ້ຊາວອິດສະຣາເອນ ຊະນະເຈົ້າສີໂຫນແລະກອງທັບຂອງເພິ່ນ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ຢຶດເຂດແດນທັງໝົດຂອງພວກອາໂມ ທີ່ອາໄສຢູ່ໃນດິນແດນນັ້ນມາເປັນຂອງຕົນ. 22 ພວກເຂົາໄດ້ຢຶດຄອງແຕ່ອາກໂນນທາງທິດໃຕ້ ຈົນເຖິງຢັບໂບກທາງທິດເໜືອ ແລະຈາກຖິ່ນແຫ້ງແລ້ງກັນດານທາງທິດຕາເວັນອອກ ຈົນເຖິງແມ່ນໍ້າຈໍແດນທາງທິດຕາເວັນຕົກ. 23 ເລື່ອງນີ້ແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ທີ່ເປັນຜູ້ຂັບໄລ່ພວກອາໂມໃຫ້ອອກໄປ ເພື່ອໃຫ້ຊາວອິດສະຣາເອນຜູ້ທີ່ເປັນປະຊາຊົນຂອງພຣະອົງເຂົ້າຢຶດຄອງເອົາ. 24 ບັດນີ້ ທ່ານຈະພະຍາຍາມເອົາຄືນຊັ້ນບໍ? ທ່ານຢຶດຄອງເອົາທຸກສິ່ງ ທີ່ພະເຄໂມດຂອງພວກທ່ານມອບໃຫ້ໄດ້, ແຕ່ພວກຂ້າພະເຈົ້າຈະເກັບຮັກສາທຸກໆສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້າພະເຈົ້າໄດ້ມອບໃຫ້. 25 ທ່ານຄິດວ່າທ່ານດີກວ່າເຈົ້າບາຫລາກລູກຊາຍຂອງຊິບໂປ ກະສັດແຫ່ງໂມອາບບໍ? ເພິ່ນເຄີຍຜິດຖຽງຊາດອິດສະຣາເອນບໍ? ຫຼືເພິ່ນເຄີຍໄດ້ໄປເຮັດເສິກຕໍ່ສູ້ພວກເຂົາບໍ? 26 ມັນເປັນເວລາເຖິງສາມຮ້ອຍປີຜ່ານມາແລ້ວ ທີ່ຊາດອິດສະຣາເອນໄດ້ຄອບຄອງເຮັດຊະໂບນແລະອາໂຣເອ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ຕະຫລອດທັງຫົວເມືອງຕ່າງໆທີ່ຢູ່ຕາມແຄມຝັ່ງຂອງຫ້ວຍນໍ້າອາກໂນນ. ຕະຫລອດເວລາທີ່ຜ່ານມານັ້ນ ເປັນຫຍັງທ່ານຈຶ່ງບໍ່ຢຶດຄືນ? 27 ບໍ່ແມ່ນ, ຂ້າພະເຈົ້າບໍ່ໄດ້ເຮັດຜິດຫຍັງຕໍ່ທ່ານ ແຕ່ແມ່ນທ່ານເອງທີ່ເຮັດຜິດຕໍ່ຂ້າພະເຈົ້າໂດຍລົງມືເຮັດເສິກນີ້. ດັ່ງນັ້ນ ຂໍໃຫ້ພຣະເຈົ້າຢາເວຜູ້ພິພາກສາ ເປັນຜູ້ຕັດສິນລະຫວ່າງຊາວອິດສະຣາເອນແລະຊາວອຳໂມນ.” 28 ແຕ່ກະສັດບໍ່ໄດ້ເອົາໃຈໃສ່ຕໍ່ຖ້ອຍຄຳຂອງເຢັບທາ. 29 ແລ້ວພຣະວິນຍານຂອງພຣະເຈົ້າຢາເວກໍລົງມາສະຖິດກັບເຢັບທາ. ລາວໄດ້ໄປທາງເມືອງກີເລອາດແລະມານາເຊແລະກັບຄືນມາທີ່ມີຊະປາໃນກີເລອາດ ແລະເດີນທາງເຂົ້າໄປສູ່ດິນແດນຂອງຊາວອຳໂມນ. 30 ເຢັບທາສັນຍາຕໍ່ພຣະເຈົ້າຢາເວວ່າ, “ຖ້າພຣະອົງໃຫ້ຂ້ານ້ອຍມີໄຊຊະນະເໜືອພວກອຳໂມນ 31 ຂ້ານ້ອຍຈະຖວາຍຄົນທຳອິດທີ່ອອກຈາກເຮືອນມາພົບຂ້ານ້ອຍ ເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ ເມື່ອຂ້ານ້ອຍກັບມາຢ່າງມີໄຊ.” 32 ດັ່ງນັ້ນ ເຢັບທາຈຶ່ງຂ້າມແມ່ນໍ້າໄປສູ້ຮົບພວກອຳໂມນ ແລະພຣະເຈົ້າຢາເວໄດ້ຊ່ວຍລາວໃຫ້ຮົບຊະນະພວກເຂົາ. 33 ລາວຕໍ່ສູ້ພວກເຂົາຕັ້ງແຕ່ອາໂຣເອຈົນໄປເຖິງເຂດແດນທີ່ຢູ່ອ້ອມແອ້ມມິນນິດ ລວມທັງໝົດມີຊາວເມືອງ ແລະເລີຍໄປເຖິງເຂດແດນອາເບັນ-ເກຣາມິນ. ໄດ້ມີການຂ້າຟັນກັນຢ່າງໜັກ ແລະຊາວອຳໂມນໄດ້ພ່າຍແພ້ໃຫ້ແກ່ຊາວອິດສະຣາເອນ. ລູກສາວຂອງເຢັບທາ 34 ເມື່ອເຢັບທາກັບຄືນມາສູ່ເຮືອນຂອງຕົນທີ່ມີຊະປາ ລູກສາວຂອງລາວກໍອອກມາພົບ ພ້ອມທັງຟ້ອນໄປມາຕາມຈັງຫວະສຽງກອງ. ນາງເປັນລູກສາວຄົນດຽວຂອງລາວ. 35 ພໍເຢັບທາຫລຽວເຫັນນາງ ລາວຈຶ່ງຈີກເສື້ອຜ້າຂອງຕົນດ້ວຍຄວາມທຸກໃຈ ແລະເວົ້າວ່າ, “ລູກເອີຍ! ຫົວໃຈພໍ່ແທບຈະແຕກຕາຍສາແລ້ວ ເປັນຫຍັງຈຶ່ງແມ່ນລູກທີ່ເຮັດໃຫ້ພໍ່ໄດ້ຮັບຄວາມເຈັບປວດເຊັ່ນນີ້? ພໍ່ໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າຢາເວແລ້ວ ແລະພໍ່ເອງຖອນຄຳສັນຍານີ້ຄືນບໍ່ໄດ້.” 36 ນາງຈຶ່ງເວົ້າກັບພໍ່ວ່າ, “ຖ້າພໍ່ໄດ້ສັນຍາໄວ້ກັບພຣະເຈົ້າຢາເວແລ້ວ ຂໍໃຫ້ເຮັດຕໍ່ລູກຕາມທີ່ພໍ່ໄດ້ສັນຍາໄວ້ນັ້ນເຖີດ ເພາະພຣະອົງໄດ້ໃຫ້ພໍ່ແກ້ແຄ້ນຊາວອຳໂມນ ສັດຕູຂອງພວກເຮົາແລ້ວ.” 37 ແຕ່ນາງໄດ້ຂໍຮ້ອງກັບພໍ່ວ່າ, “ລູກຂໍພຽງສິ່ງດຽວ ຄືປ່ອຍລູກໃຫ້ຢູ່ຕາມລຳພັງພາຍໃນສອງເດືອນ ເພື່ອວ່າລູກຈະທ່ອງທ່ຽວໄປມາທີ່ເທິງພູກັບໝູ່ເພື່ອນຮ້ອງໄຫ້ອາໄລອາວອນ ຍ້ອນລູກຕ້ອງຕາຍແຕ່ຍັງເປັນສາວ.” 38 ເຢັບທາຈຶ່ງອະນຸຍາດໃຫ້ນາງໄປເປັນເວລາສອງເດືອນ. ນາງກັບພວກໝູ່ເພື່ອນຂອງນາງໄດ້ໄປຮ້ອງໄຫ້ອາໄລອາວອນທີ່ເທິງພູເຂົາ ເພາະນາງຕ້ອງຕາຍແຕ່ຍັງເປັນສາວ. 39 ຫລັງຈາກສອງເດືອນແລ້ວ ນາງຈຶ່ງກັບຄືນມາຫາພໍ່. ພໍ່ຈຶ່ງໄດ້ເຮັດຕາມທີ່ຕົນໄດ້ສັນຍາໄວ້; ສະນັ້ນ ນາງຈຶ່ງຕາຍໄປເມື່ອຍັງເປັນສາວ. ຕັ້ງແຕ່ນັ້ນມາ ເລື່ອງນີ້ກໍເລີຍກາຍເປັນປະເພນີໃນອິດສະຣາເອນ 40 ຄືວ່າທຸກໆປີໃດແມ່ຍິງຊາວອິດສະຣາເອນຕ້ອງໄດ້ອອກໄປ ຮ້ອງໄຫ້ອາໄລອາວອນເປັນເວລາສີ່ວັນສຳລັບລູກສາວຂອງເຢັບທາແຫ່ງກີເລອາດ. |
@ 2012 United Bible Societies. All Rights Reserved.