ພວກ^ຜູ້ປົກຄອງ 10 - ພຣະຄຳພີສັກສິໂຕລາ 1 ຫລັງຈາກອາບີເມເຫຼັກໄດ້ຕາຍໄປແລ້ວ ໂຕລາ ລູກຊາຍຂອງປູອາ ແລະຫລານຊາຍຂອງໂດໂດກໍໄດ້ປົດປ່ອຍຊາດອິດສະຣາເອນ. ລາວເປັນຄົນເຜົ່າອິດຊາຄາ ແລະອາໄສຢູ່ທີ່ຊາເມຍໃນແຖບເນີນພູຂອງເອຟຣາອິມ. 2 ລາວໄດ້ປົກຄອງຊາດອິດສະຣາເອນເປັນເວລາຊາວສາມປີ ແລ້ວກໍຕາຍໄປແລະຊາກສົບຂອງລາວໄດ້ຖືກຝັງໄວ້ທີ່ຊາເມຍ. ຢາອີ 3 ຫລັງຈາກໂຕລາແມ່ນຢາອີຊາວເມືອງກີເລອາດ. ລາວໄດ້ປົກຄອງຊາດອິດສະຣາເອນເປັນເວລາຊາວສອງປີ. 4 ລາວມີລູກຊາຍສາມສິບຄົນ ທີ່ຂີ່ລໍສາມສິບໂຕ. ພວກເຂົາປົກຄອງສາມສິບເມືອງຢູ່ໃນດິນແດນກີເລອາດ ຊຶ່ງຍັງມີຄົນເອີ້ນວ່າໝູ່ບ້ານຂອງຢາອີຈົນເຖິງທຸກວັນນີ້. 5 ຢາອີໄດ້ຕາຍໄປແລະຊາກສົບຂອງລາວໄດ້ຖືກຝັງໄວ້ທີ່ກາມົນ. ເຢັບທາ 6 ອີກຄັ້ງໜຶ່ງ ຊາວອິດສະຣາເອນໄດ້ເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວ ໂດຍຂາບໄຫວ້ພະບາອານກັບເຈົ້າແມ່ອັດສະຕາກ ແລະບັນດາພະຂອງຊາວຊີເຣຍ, ຊີໂດນ, ໂມອາບ, ອຳໂມນ ແລະຊາວຟີລິດສະຕິນດ້ວຍ. ພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວແລະເຊົານະມັດສະການພຣະອົງ. 7 ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາວອິດສະຣາເອນ ແລະໄດ້ປ່ອຍໃຫ້ຊາວຟີລິດສະຕິນແລະຊາວອຳໂມນຮົບຊະນະພວກເຂົາ. 8 ຕະຫລອດເວລາສິບແປດປີນັ້ນ ພວກນີ້ໄດ້ກົດຂີ່ແລະຂົ່ມເຫັງຊາວອິດສະຣາເອນທຸກຄົນ ທີ່ອາໄສຢູ່ໃນດິນແດນຂອງຊາວອາໂມ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃນກີເລອາດ. 9 ພວກອຳໂມນໄດ້ຂ້າມແມ່ນໍ້າຈໍແດນໄປສູ້ຮົບເຜົ່າຢູດາ, ເບັນຢາມິນ ແລະເອຟຣາອິມ. ສະນັ້ນ ຊາວອິດສະຣາເອນຈຶ່ງເປັນທຸກໃຈທີ່ສຸດ. 10 ແລ້ວຊາວອິດສະຣາເອນກໍຮ້ອງຫາພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ ດ້ວຍວ່າພວກຂ້ານ້ອຍໄດ້ໜີໄປຈາກພຣະເຈົ້າຂອງພວກຂ້ານ້ອຍ ແລະໄປຂາບໄຫວ້ພະບາອານ.” 11 ພຣະເຈົ້າຢາເວໄດ້ຕອບຊາວອິດສະຣາເອນວ່າ, “ຊາວເອຢິບ, ຊາວອາໂມ, ຊາວອຳໂມນ, ຊາວຟີລິດສະຕິນ, 12 ຊາວຊີໂດນ, ຊາວອາມາເຫຼັກ ແລະຊາວມາໂອນ ໄດ້ກົດຂີ່ພວກເຈົ້າໃນຄາວທີ່ຜ່ານມານັ້ນ ເມື່ອພວກເຈົ້າຮ້ອງຫາເຮົາ ເຮົາບໍ່ໄດ້ຊ່ວຍເຫລືອພວກເຈົ້າບໍ? 13 ແຕ່ພວກເຈົ້າກໍຍັງໄດ້ໜີໄປຈາກເຮົາແລະໄປຂາບໄຫວ້ບັນດາພະອື່ນ. ສະນັ້ນ ເຮົາຈະບໍ່ຊ່ວຍພວກເຈົ້າອີກຕໍ່ໄປ. 14 ໃນເມື່ອພວກເຈົ້າໄດ້ຮັບຄວາມທຸກຍາກລຳບາກ ຈົ່ງໄປຮ້ອງຫາບັນດາພະທີ່ພວກເຈົ້າໄດ້ເລືອກເອົານັ້ນສາ ແລະໃຫ້ພະເຫຼົ່ານັ້ນຊ່ວຍກູ້ເອົາພວກເຈົ້າ.” 15 ແຕ່ປະຊາຊົນອິດສະຣາເອນຍັງຮ້ອງຂໍຕໍ່ພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບແລ້ວ ຈົ່ງເຮັດກັບພວກຂ້ານ້ອຍຕາມທີ່ພຣະອົງເຫັນສົມຄວນເທີ້ນ, ແຕ່ສຳລັບວັນນີ້ ໂຜດຊ່ວຍພວກຂ້ານ້ອຍດ້ວຍເຖີດ.” 16 ດັ່ງນັ້ນ ພວກເຂົາຈຶ່ງເຊົາເຊື່ອຖືບັນດາພະຕ່າງຊາດ ແລະກັບມານະມັດສະການພຣະເຈົ້າຢາເວອີກ. ແລ້ວພຣະອົງກໍທຸກຮ້ອນໃຈ ທີ່ເຫັນຄວາມລຳບາກຂອງຊາດອິດສະຣາເອນ. 17 ຕໍ່ມາ ຊາວອຳໂມນໄດ້ຕຽມພົນສູ້ຮົບ ແລະມາຕັ້ງຄ້າຍຢູ່ທີ່ເຂດແດນກີເລອາດ. ຝ່າຍພວກອິດສະຣາເອນກໍໄດ້ມາເຕົ້າໂຮມກັນ ແລະຕັ້ງຄ້າຍທີ່ເມືອງມີຊະປາໃນກີເລອາດເຊັ່ນກັນ. 18 ດັ່ງນັ້ນ ປະຊາຊົນແລະພວກຜູ້ນຳຂອງເຜົ່າຕ່າງໆໃນຊາດອິດສະຣາເອນ ຈຶ່ງຖາມກັນວ່າ, “ແມ່ນໃຜຈະອອກໄປສູ້ຮົບພວກອຳໂມນ? ຜູ້ໃດກໍຕາມທີ່ອອກໄປ ຈະໄດ້ເປັນຜູ້ນຳປະຊາຊົນທັງໝົດໃນດິນແດນກີເລອາດ.” |
@ 2012 United Bible Societies. All Rights Reserved.