Biblia Todo Logo
Bìoball air-loidhne

- Sanasan -

ພວກ^ຜູ້ປົກຄອງ 1 - ພຣະຄຳພີສັກສິ


ເຜົ່າຢູດາ​ແລະ​ຊີເມໂອນ​ຈັບ​ອາໂດນີເບເຊັກ

1 ຫລັງຈາກ​ທີ່​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ກໍໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ໃນ​ພວກ​ຂ້ານ້ອຍ ແມ່ນ​ເຜົ່າໃດ​ທີ່​ຈະ​ເປັນ​ພວກ​ທຳອິດ​ໄປ​ໂຈມຕີ​ພວກ​ການາອານ​ກ່ອນ?”

2 ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ໃຫ້​ເຜົ່າຢູດາ​ໄປ​ກ່ອນ ເພາະ​ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ຜູ້​ຄອບຄອງ​ດິນແດນ​ນັ້ນ.”

3 ແລ້ວ​ຊາວ​ຢູດາ​ກໍໄດ້​ຊວນ​ຊາວ​ຊີເມໂອນ​ວ່າ, “ພວກເຈົ້າ​ໄປ​ກັບ​ພວກຂ້ອຍ​ເທາະ ໄປ​ຍັງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ພວກຂ້ອຍ ແລະ​ພວກເຮົາ​ຈະ​ພ້ອມກັນ​ສູ້ຮົບ​ພວກ​ການາອານ. ແລ້ວ​ພວກຂ້ອຍ​ກໍ​ຈະ​ໄປ​ກັບ​ພວກເຈົ້າ ສູ່​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ພວກເຈົ້າ.”

4 ດັ່ງນັ້ນ ເຜົ່າ​ຊີເມໂອນ ແລະ​ເຜົ່າ​ຢູດາ​ຈຶ່ງ​ອອກ​ໄປ​ສູ້ຮົບ​ນຳກັນ. ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ຊະນະ​ພວກ​ການາອານ ແລະ​ພວກ​ເປຣີຊີ​ໂດຍ​ໄດ້​ຂ້າ​ສິບພັນ​ຄົນ ທີ່​ເບເຊັກ.

5 ໃນ​ທີ່​ນີ້ ພວກເຂົາ​ໄດ້​ພົບ​ເຈົ້າ​ອາໂດນີເບເຊັກ​ແລະ​ໄດ້​ສູ້ຮົບ​ເພິ່ນ.

6 ເຈົ້າ​ອາໂດນີເບເຊັກ​ໄດ້​ປົບໜີໄປ ແຕ່​ພວກ​ອິດສະຣາເອນ​ໄລ່​ຕິດຕາມ​ແລະ​ຈັບ​ເພິ່ນ​ໄດ້. ພວກເຂົາ​ໄດ້​ຕັດ​ໂປ້ມື​ແລະ​ໂປ້ຕີນ​ຂອງ​ເພິ່ນ​ຖິ້ມ.

7 ເຈົ້າ​ອາໂດນີເບເຊັກ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຍັງ​ມີ​ກະສັດ​ເຈັດສິບ​ຄົນ ທີ່​ຖືກ​ຕັດ​ໂປ້ມື​ແລະ​ໂປ້ຕີນ; ພວກເຂົາ​ພາກັນ​ເກັບ​ເສດ​ອາຫານ​ຕາມ​ກ້ອງ​ໂຕະ​ຂອງຂ້ອຍ. ບັດນີ້ ພຣະເຈົ້າ​ໄດ້​ເຮັດ​ຕໍ່​ຂ້ອຍ​ດັ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ນັ້ນ.” ຕໍ່ມາ ເຈົ້າ​ອາໂດນີ​ເບເຊັກ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ເມືອງ​ເຢຣູຊາເລັມ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


ເຜົ່າຢູດາ​ຕີ​ເອົາ​ເຢຣູຊາເລັມ​ກັບ​ເຮັບໂຣນ

8 ຕໍ່ມາ ຊາວ​ຢູດາ​ໄດ້​ໂຈມຕີ​ເມືອງ​ເຢຣູຊາເລັມ​ແລະ​ຢຶດເມືອງ​ໄດ້. ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ແລະ​ຈູດ​ເມືອງ​ຖິ້ມ.

9 ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ກໍ​ຂຶ້ນ​ໄປ​ສູ້ຮົບ​ພວກ​ການາອານ​ທີ່​ຢູ່​ຕາມ​ແຖບ​ເນີນພູ, ຕາມ​ຕີນ​ພູເຂົາ ແລະ​ໃນ​ບ່ອນ​ແຫ້ງແລ້ງ​ທາງ​ພາກໃຕ້.

10 ພວກເຂົາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກ​ການາອານ​ຢູ່​ໃນ​ເມືອງ​ເຮັບໂຣນ ຊຶ່ງ​ແຕ່​ກ່ອນ​ມີ​ຊື່​ວ່າ ກີຣິອາດ​ອາກບາ. ຢູ່​ທີ່​ນັ້ນ ພວກເຂົາ​ໄດ້​ເອົາ​ຊະນະ​ຕະກຸນ​ຕ່າງໆ​ຂອງ​ເຊຊາຍ, ອາຮີມານ ແລະ​ຕານໄມ.


ໂອດນີເອນ​ຕີ​ເອົາ​ເມືອງ​ເດບີ
( ຢຊ 15:13-19 )

11 ຈາກ​ທີ່ນັ້ນ ພວກ​ຢູດາ​ໄດ້​ພາກັນ​ຍົກທັບ​ອອກ​ໄປ​ໂຈມຕີ​ເມືອງ​ເດບີ ຊຶ່ງ​ໃນ​ເວລາ​ນັ້ນ​ມີ​ຊື່​ວ່າ ກີຣິອາດ​ເຊເຟ.

12 ຜູ້ໜຶ່ງ​ໃນ​ພວກເຂົາ​ຊື່​ກາເລັບ​ເວົ້າ​ວ່າ, “ຂ້ອຍ​ຈະ​ໃຫ້​ອັກສາ​ລູກສາວ​ຂອງຂ້ອຍ ແຕ່ງງານ​ກັບ​ຜູ້​ທີ່​ຢຶດເມືອງ​ກີຣິອາດ​ເຊເຟ​ໄດ້​ສຳເລັດ.”

13 ແລ້ວ​ໂອດນີເອນ​ລູກຊາຍ​ຂອງ​ເກນາ ແລະ​ຫລານຊາຍ​ຂອງ​ກາເລັບ​ເອງ ກໍ​ຢຶດເມືອງ​ໄດ້. ດັ່ງນັ້ນ ກາເລັບ​ຈຶ່ງ​ຍົກ​ນາງ​ອັກສາ​ລູກສາວ​ຂອງຕົນ ໃຫ້​ແຕ່ງງານ​ກັບ​ໂອດນີເອນ.

14 ຢູ່ມາ​ໂອດນີເອນ​ກໍ​ຍຸແຍ່​ນາງ ໃຫ້​ຂໍ​ທີ່ດິນ​ຈາກ​ຜູ້​ເປັນ​ພໍ່. ເມື່ອ​ອັກສາ​ລົງ​ຈາກ​ຫລັງ​ລໍ​ມາ ກາເລັບ​ຈຶ່ງ​ຖາມ​ນາງ​ວ່າ, “ເຈົ້າ​ຢາກ​ໄດ້​ຫຍັງ?”

15 ນາງ​ຕອບ​ວ່າ, “ລູກ​ຢາກ​ໃຫ້​ພໍ່​ຫາ​ທີ່ດິນ​ບ່ອນ​ມີ​ບໍ່ນໍ້າ​ໃຫ້ ເພາະ​ບ່ອນ​ທີ່​ພໍ່​ມອບ​ໃຫ້​ລູກ​ນັ້ນ​ເປັນ​ທີ່ດິນ​ແຫ້ງແລ້ງ.” ດັ່ງນັ້ນ ກາເລັບ​ຈຶ່ງ​ມອບ​ທີ່ດິນ ບ່ອນ​ທີ່​ມີ​ບໍ່ນໍ້າ​ທາງ​ພາກເໜືອ ແລະ​ທາງ​ພາກໃຕ້​ໃຫ້​ແກ່​ນາງ.


ໄຊຊະນະ​ຂອງ​ເຜົ່າຢູດາ​ແລະ​ເບັນຢາມິນ

16 ເຊື້ອສາຍ​ຂອງ​ພໍ່ເຖົ້າ​ໂມເຊ ຊາວ​ເກນິດ ໄດ້​ອອກ​ຈາກ​ເຢຣິໂກ​ເມືອງ​ທີ່​ມີ​ຕົ້ນ​ຕານ ໄປ​ກັບ​ຊາວ​ຢູດາ​ສູ່​ຖິ່ນ​ແຫ້ງແລ້ງ​ທີ່​ຢູ່​ທາງ​ເຂດ​ພາກໃຕ້​ຂອງ​ອາຣາດ. ພວກເຂົາ​ໄດ້​ເດີນທາງ​ຮ່ວມ​ກັບ​ຊາວ​ຢູດາ ໄປ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ທ່າມກາງ​ຊາວ​ອາມາເຫຼັກ.

17 ຊາວ​ຢູດາ​ໄດ້​ໄປ​ກັບ​ຊາວ​ຊີເມໂອນ ແລະ​ຮ່ວມ​ກັນ​ຕີ​ຊະນະ​ຊາວ​ການາອານ​ຢູ່​ທີ່​ເມືອງ​ເຊຟັດ. ພວກເຂົາ​ໄດ້​ທຳລາຍ​ເມືອງ​ຖິ້ມ​ຈົນກ້ຽງ ແລະ​ຕັ້ງ​ຊື່​ໃໝ່​ໃຫ້​ເມືອງ​ນີ້​ວ່າ ໂຮມາ.

18-19 ພຣະເຈົ້າຢາເວ​ຊ່ວຍເຫລືອ​ຊາວ​ຢູດາ ແລະ​ພວກເຂົາ​ກໍ​ຢຶດເມືອງ​ຕາມ​ແຖບ​ເນີນພູ​ໄດ້. ແຕ່​ພວກເຂົາ​ບໍ່ໄດ້​ຢຶດ ເມືອງ​ກາຊາ, ເມືອງ​ອາຊະເກໂລນ ຫລື​ເມືອງ​ເອັກໂຣນ ພ້ອມ​ທັງ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ຊາວ​ຢູດາ​ບໍ່​ສາມາດ​ຂັບໄລ່​ປະຊາຊົນ ທີ່​ຢູ່​ຕາມ​ທົ່ງ​ຮາບພຽງ​ອອກ​ໄປ​ໄດ້ ເພາະ​ພວກ​ເຫຼົ່ານີ້​ມີ​ລົດຮົບ​ທີ່​ເຮັດ​ດ້ວຍ​ເຫຼັກ.

20 ກາເລັບ​ໄດ້​ຮັບ​ເມືອງ​ເຮັບໂຣນ​ເປັນ​ກຳມະສິດ​ຕາມ​ຄຳສັ່ງ​ຂອງ​ໂມເຊ. ສະນັ້ນ ກາເລັບ​ຈຶ່ງ​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ​ທັງ​ສາມ​ຕະກຸນ ອອກ​ໄປ​ຈາກ​ເມືອງ​ນີ້.

21 ແຕ່​ປະຊາຊົນ​ໃນ​ເຜົ່າ​ເບັນຢາມິນ​ບໍ່ໄດ້​ຂັບໄລ່​ຊາວ​ເຢບຸດ ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໜີໄປ; ສະນັ້ນ ຊາວ​ເຢບຸດ​ຈຶ່ງ​ຢູ່​ຮ່ວມ​ກັບ​ຊາວ​ເບັນຢາມິນ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ເຜົ່າ​ເອຟຣາອິມ​ແລະ​ມານາເຊ​ຕີ​ເອົາ​ເບັດເອນ

22-23 ສ່ວນ​ເຜົ່າ​ເອຟຣາອິມ​ແລະ​ເຜົ່າ​ມານາເຊ​ນັ້ນ ກໍໄດ້​ອອກ​ໄປ​ໂຈມຕີ​ເມືອງ​ເບັດເອນ​ຊຶ່ງ​ໃນ​ເວລາ​ນັ້ນ​ມີ​ຊື່​ວ່າ ລູເຊ. ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ນັກສືບ​ໄປ​ສອດແນມ​ເບິ່ງ​ເມືອງ​ນັ້ນ.

24 ແລ້ວ​ພວກ​ນັກສືບ​ກໍ​ເຫັນ​ຊາຍ​ຄົນ​ໜຶ່ງ​ກຳລັງ​ອອກ​ມາ​ຈາກ​ເມືອງ ຈຶ່ງ​ຖາມ​ລາວ​ວ່າ, “ຈົ່ງ​ບອກ​ໃຫ້​ຮູ້​ແດ່​ວ່າ ພວກຂ້ອຍ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນີ້​ໄດ້​ຢ່າງ​ໃດ ແລະ​ພວກຂ້ອຍ​ກໍ​ຈະ​ບໍ່​ທຳຮ້າຍ​ເຈົ້າ.”

25 ດັ່ງນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ບອກ​ທາງ​ໃຫ້​ພວກເຂົາ ແລະ​ຊາວ​ເອຟຣາອິມ​ກັບ​ຊາວ​ມານາເຊ​ໄດ້​ຂ້າ​ທຸກຄົນ​ຢູ່​ໃນ​ເມືອງ​ນັ້ນ ເວັ້ນ​ໄວ້​ແຕ່​ຊາຍ​ຄົນ​ນີ້​ແລະ​ຄອບຄົວ​ຂອງ​ລາວ.

26 ຕໍ່ມາ​ຊາຍ​ຄົນ​ນີ້ ໄດ້​ໄປ​ທີ່​ດິນແດນ​ຂອງ​ຊາວ​ຮິດຕີ ແລະ​ສ້າງ​ເມືອງ​ໜຶ່ງ​ຂຶ້ນ​ຢູ່​ທີ່​ນັ້ນ. ລາວ​ໄດ້​ໃສ່​ຊື່​ເມືອງ​ນີ້​ວ່າ​ລູເຊ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ເຖິງ​ທຸກ​ວັນນີ້.


ປະຊາຊົນ​ທີ່​ຊາວ​ອິດສະຣາເອນ​ບໍ່ໄດ້​ຂັບໄລ່​ອອກ​ໄປ

27 ເຜົ່າ​ມານາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ​ເມືອງ​ທັງຫລາຍ​ທີ່​ຢູ່​ໃກ້ຄຽງ. ຊາວ​ການາອານ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ.

28 ເຖິງ​ແມ່ນ​ວ່າ ຊາວ​ອິດສະຣາເອນ​ມີ​ອຳນາດ​ຫລາຍ​ຂຶ້ນ​ກໍດີ ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ຊາວ​ການາອານ​ອອກ​ໄປ​ໃຫ້​ໝົດ ຊາວ​ອິດສະຣາເອນ​ຊໍ້າ​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ບາງ​ຢ່າງ​ໃຫ້​ແກ່​ພວກຕົນ.

29 ເຜົ່າ​ເອຟຣາອິມ​ບໍ່ໄດ້​ຂັບໄລ່​ຊາວ​ການາອານ​ທີ່​ຢູ່​ໃນ​ເມືອງ​ເກເຊ ໃຫ້​ອອກ​ໜີໄປ. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ.

30 ເຜົ່າ​ເຊບູໂລນ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ກິດໂຣນ​ແລະ​ເມືອງ​ນາຮາລານ ໃຫ້​ອອກ​ໜີໄປ. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ ແລະ​ຖືກ​ບັງຄັບ​ເຮັດ​ວຽກ​ໃຫ້​ພວກເຂົາ.

31 ເຜົ່າ​ອາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເມືອງ​ອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະ​ເຣໂຮບ.

32 ຊາວ​ອາເຊ​ໄດ້​ຢູ່​ຮ່ວມ​ກັບ​ຊາວ​ການາອານ​ຄົນພື້ນເມືອງ ໃນ​ເມື່ອ​ພວກເຂົາ​ບໍ່ໄດ້​ຖືກ​ຂັບໄລ່​ໃຫ້​ອອກ​ໜີໄປ.

33 ເຜົ່າ​ເນັບທາລີ​ບໍ່ໄດ້​ຂັບໄລ່​ປະຊາຊົນ ທີ່​ຢູ່​ໃນ​ເມືອງ​ເບັດເຊເມດ​ແລະ​ເມືອງ​ເບັດ​ອານາດ ໃຫ້​ອອກ​ໜີໄປ. ຊາວ​ເນັບທາລີ​ໄດ້​ຢູ່​ຮ່ວມ​ກັບ​ຊາວ​ການາອານ​ຄົນພື້ນເມືອງ ແຕ່​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໃຫ້​ພວກ​ຕົນ.

34 ຊາວ​ອາໂມ​ໄດ້​ບັງຄັບ​ເຜົ່າ​ດານ​ໃຫ້​ໄປ​ຢູ່​ທາງ​ແຖບ​ເນີນພູ ແລະ​ບໍ່​ຍອມ​ໃຫ້​ພວກເຂົາ​ລົງ​ມາ​ທີ່​ທົ່ງ​ຮາບພຽງ.

35 ຊາວ​ອາໂມ​ຍັງ​ສືບຕໍ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ ດັ່ງນີ້: ໄອຢາໂລນ, ຊາອານບິມ ແລະ​ພູ​ເຮເຣັດ. ແຕ່​ເຜົ່າ​ເອຟຣາອິມ​ກັບ​ເຜົ່າ​ມານາເຊ​ໄດ້​ປົກຄອງ​ພວກເຂົາ ແລະ​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໃຫ້​ພວກ​ຕົນ.

36 ທາງ​ພາກເໜືອ​ຂອງ​ເສລາ ເຂດແດນ​ຂອງ​ຊາວ​ເອໂດມ ຂະຫຍາຍ​ອອກ​ໄປ​ຈົນເຖິງ​ຊ່ອງແຄບ​ຂອງ​ອັກຣັບບິມ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan