ຢາໂກໂບ 4 - ພຣະຄຳພີສັກສິການເປັນມິດກັບໂລກ 1 ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະຜິດຖຽງກັນ? ກໍແມ່ນກິເລດຕັນຫາຂອງພວກເຈົ້ານັ້ນແຫຼະ ທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າ. 2 ເຈົ້າທັງຫລາຍຢາກໄດ້ແຕ່ບໍ່ໄດ້, ພວກເຈົ້າຂ້າກັນ ພວກເຈົ້າເຫິງສາກັນແຕ່ບໍ່ສາມາດຈະໄດ້, ພວກເຈົ້າຜິດຖຽງ ແລະທະເລາະວິວາດກັນ ພວກເຈົ້າບໍ່ມີເພາະບໍ່ໄດ້ຂໍ. 3 ເຈົ້າທັງຫລາຍຂໍແລະບໍ່ໄດ້ຮັບ ເພາະຂໍຜິດ ເພື່ອຈະເອົາໄປໃຊ້ຕາມກິເລດຕັນຫາຂອງຕົນ. 4 ໂອ ຄົນຫລິ້ນຊູ້ເອີຍ, ພວກເຈົ້າບໍ່ຮູ້ຫລືວ່າ ການເປັນມິດຕໍ່ໂລກ ກໍຄືການເປັນສັດຕູຕໍ່ພຣະເຈົ້າ? ສະນັ້ນ ຜູ້ໃດທີ່ຢາກເປັນມິດຕໍ່ໂລກ ກໍເປັນສັດຕູຕໍ່ພຣະເຈົ້າ. 5 ຫລືເຈົ້າທັງຫລາຍຄິດວ່າເປັນການເປົ່າໆບໍ ທີ່ພຣະຄຳພີກ່າວວ່າ, “ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາທັງຫລາຍ ກໍປາຖະໜາຢ່າງແຮງກ້າ.” 6 ແຕ່ພຣະອົງໄດ້ຊົງປະທານພຣະຄຸນເພີ່ມຂຶ້ນອີກ. ເຫດສະນັ້ນ ພຣະຄຳພີຈຶ່ງກ່າວວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນ ແກ່ຄົນທີ່ຖ່ອມໃຈລົງ.” 7 ດ້ວຍເຫດນັ້ນ ເຈົ້າທັງຫລາຍຈົ່ງນ້ອມໃຈຍອມຟັງພຣະເຈົ້າ, ຈົ່ງຕໍ່ສູ້ກັບມານ ແລະມັນຈະໜີຈາກພວກເຈົ້າໄປ. 8 ເຈົ້າທັງຫລາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະພຣະອົງຈະສະເດັດມາໃກ້ພວກເຈົ້າ ຄົນບາບທັງຫລາຍເອີຍ, ຈົ່ງຊຳລະມືໃຫ້ສະອາດ ແລະຄົນສອງໃຈເອີຍ, ຈົ່ງຊຳລະໃຈຂອງຕົນໃຫ້ບໍຣິສຸດ 9 ຈົ່ງເປັນທຸກໂສກເສົ້າ ຈົ່ງຮ້ອງໄຫ້ແລະຮໍ່າໄຮ ໃຫ້ການຫົວຂອງຕົນ ກັບກາຍເປັນການໂສກເສົ້າ ແລະໃຫ້ຄວາມຍິນດີກັບກາຍເປັນຄວາມເສົ້າໝອງ. 10 ຈົ່ງຖ່ອມຕົວລົງຊ້ອງພຣະພັກອົງພຣະຜູ້ເປັນເຈົ້າ ແລະພຣະອົງຈະຊົງຍົກພວກເຈົ້າຂຶ້ນ. ຢ່າກ່າວໂທດໃສ່ພີ່ນ້ອງຂອງຕົນ 11 ພີ່ນ້ອງທັງຫລາຍເອີຍ, ຢ່າເວົ້ານິນທາຊຶ່ງກັນແລະກັນ ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລືກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້ານິນທາຕໍ່ກົດບັນຍັດ ແລະກ່າວໂທດຕໍ່ກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ ເຈົ້າກໍບໍ່ເປັນຜູ້ທີ່ຮັກສາກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ. 12 ມີຜູ້ຊົງແຕ່ງຕັ້ງກົດບັນຍັດແລະຜູ້ຊົງພິພາກສາ ພຽງແຕ່ອົງດຽວເທົ່ານັ້ນ ຄືພຣະອົງຜູ້ຊົງສາມາດໂຜດໃຫ້ພົ້ນ ແລະຊົງສາມາດບັນດານໃຫ້ຈິບຫາຍໄປໄດ້, ແຕ່ຝ່າຍເຈົ້າເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ? ການອວດອ້າງ 13 ດັ່ງນັ້ນ ເຈົ້າທັງຫລາຍທີ່ເຄີຍເວົ້າວ່າ, “ມື້ນີ້ຫລືມື້ອື່ນ ພວກເຮົາຈະເຂົ້າໄປໃນເມືອງນັ້ນເມືອງນີ້ ຈະພັກຢູ່ທີ່ນັ້ນປີໜຶ່ງ ແລະຈະຄ້າຂາຍເອົາກຳໄລ.” 14 ພວກເຈົ້າບໍ່ຮູ້ວ່າ ຊີວິດຂອງພວກເຈົ້າຈະເປັນຢ່າງໃດໃນມື້ອື່ນ? ພວກເຈົ້າເປັນດັ່ງໝອກທີ່ປາກົດຢູ່ພຽງຊົ່ວຄາວ ແລ້ວກໍຈາງຫາຍໄປ. 15 ແທນທີ່ຈະເວົ້າດັ່ງນັ້ນ ພວກເຈົ້າຄວນເວົ້າດັ່ງນີ້, “ຖ້າພຣະເຈົ້າພໍພຣະໄທ ພວກເຮົາກໍຈະມີຊີວິດຢູ່ ແລະຈະເຮັດສິ່ງນັ້ນ ຫຼືສິ່ງນີ້.” 16 ແຕ່ວ່າດຽວນີ້ ເຈົ້າທັງຫລາຍໂອ້ອວດດ້ວຍຄວາມຖືຕົວ, ການໂອ້ອວດຢ່າງນີ້ ກໍລ້ວນແຕ່ເປັນຄວາມຊົ່ວ. 17 ດັ່ງນັ້ນ ຖ້າຜູ້ໃດຮູ້ວ່າ ອັນໃດເປັນການດີແລະບໍ່ເຮັດ ຜູ້ນັ້ນຈຶ່ງມີບາບ. |
@ 2012 United Bible Societies. All Rights Reserved.