ເອຊາຢາ 9 - ພຣະຄຳພີສັກສິ1 ດິນແດນຂອງເຜົ່າເຊບູໂລນກັບເຜົ່າເນັບທາລີ ເຄີຍໄດ້ເສື່ອມເສຍກຽດສັກສີມາເທື່ອໜຶ່ງແລ້ວ. ແຕ່ໃນອະນາຄົດ ກຽດສັກສີຈະຖືກນຳມາສູ່ພູມີພາກນີ້ ຄືຕັ້ງແຕ່ທະເລເມດີແຕຣາເນ ຈົນເຖິງດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນຟາກນັ້ນ ແລະຈົນຮອດແຂວງຄາລີເລ ຄືບ່ອນທີ່ຊາວຕ່າງປະເທດອາໄສຢູ່. ກະສັດໃນອະນາຄົດ 2 ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ກໍໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່ສາແລ້ວ. ພວກເຂົາເຄີຍອາໄສຢູ່ໃນດິນແດນແຫ່ງເງົາມືດມົວ ແຕ່ບັດນີ້ ແສງແຈ້ງໃສກຳລັງສ່ອງໃສ່ພວກເຂົາເຈົ້າ. 3 ພຣະອົງໃຫ້ພວກເຂົາມີຄວາມຍິນດີອັນຍິ່ງໃຫຍ່ ພຣະອົງໄດ້ເຮັດໃຫ້ພວກເຂົາມີຄວາມສຸກໃນຈິດໃຈ. ພວກເຂົາຊົມຊື່ນຍິນດີດ້ວຍສິ່ງທີ່ພຣະອົງໄດ້ກະທຳ ດັ່ງຄົນຊົມຊື່ນຍິນດີເມື່ອພວກເຂົາເກັບກ່ຽວເຂົ້າ ຫລືເໝືອນດັ່ງຄົນໂຮຮ້ອງຢ່າງຊົມຊື່ນຍິນດີ ເວລາທີ່ພວກເຂົາແບ່ງປັນຊັບສິນທີ່ຢຶດມາໄດ້. 4 ເພາະພຣະອົງໄດ້ຫັກແອກທີ່ເປັນພາລະໜັກ ແລະຫັກໄມ້ແສ້ທີ່ໃຊ້ຕີບ່າພວກເຂົານັ້ນ. ພຣະອົງໄດ້ເອົາຊະນະຊົນຊາດທັງຫລາຍ ທີ່ໄດ້ກົດຂີ່ຫາປະໂຫຍດນຳຄົນຂອງພຣະເຈົ້າ ດັ່ງພຣະອົງໄດ້ເອົາຊະນະແຕ່ດົນນານຜ່ານມາ ຄືກອງທັບມີດີອານແຕ່ດົນນານມາແລ້ວ. 5 ເກີບທຸກຄູ່ທັງເສື້ອທີ່ເປິເປື້ອນດ້ວຍເລືອດທຸກໂຕ ຂອງສັດຕູທີ່ຮຸກຮານຈະຖືກເຜົາໄຟທັງສິ້ນ. 6 ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ” 7 ພຣະຣາຊອຳນາດຈະເພີ່ມຂຶ້ນຢູ່ສະເໝີ ພຣະຣາຊອານາຈັກຈະມີສັນຕິສຸກໄປເລື້ອຍໆ. ພຣະອົງຈະຂຶ້ນປົກຄອງສືບຕໍ່ດາວິດຜູ້ເປັນກະສັດ ທີ່ອຳນາດຫລັກຄືຄວາມຍຸດຕິທຳແລະຖືກຕ້ອງ ເລີ່ມຕັ້ງແຕ່ບັດນີ້ຈົນເຖິງເທົ່າອະວະສານ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈເຮັດທຸກສິ່ງນີ້. ອົງພຣະຜູ້ເປັນເຈົ້າຈະລົງໂທດຊາດອິດສະຣາເອນ 8 ອົງພຣະຜູ້ເປັນເຈົ້າໄດ້ກ່າວໂທດໃສ່ອານາຈັກອິດສະຣາເອນສາແລ້ວ ຄືໃສ່ເຊື້ອສາຍຂອງຢາໂຄບ. 9 ປະຊາຊົນອິດສະຣາເອນທັງໝົດ ຄືໝົດທຸກຄົນທີ່ຢູ່ໃນນະຄອນຊາມາເຣຍ ຈະຮູ້ຈັກວ່າພຣະອົງໄດ້ເຮັດສິ່ງນີ້ແລ້ວ. ບັດນີ້ ພວກເຂົາພັດອວດອົ່ງຈອງຫອງ. ພວກເຂົາເວົ້າວ່າ, 10 “ຕຶກທີ່ໃຊ້ດິນຈີ່ສ້າງເພພັງລົງກໍຈິງ, ແຕ່ພວກເຮົາຈະໃຊ້ກ້ອນຫີນສ້າງຕຶກນັ້ນຂຶ້ນໃໝ່. ກົກເດື່ອໄດ້ຖືກຕັດລົງແລ້ວກໍຈິງ, ແຕ່ພວກເຮົາຈະເອົາກົກສົນທີ່ງາມປູກໄວ້ແທນ.” 11 ພຣະເຈົ້າຢາເວໄດ້ປຸກປັ່ນເຫຼົ່າສັດຕູ ໃຫ້ມາບຸກໂຈມຕີພວກເຂົາ. 12 ພວກຊີເຣຍຢູ່ທາງທິດຕາເວັນອອກ ແລະພວກຟີລິດສະຕິນຢູ່ທາງທິດຕາເວັນຕົກ ຕ່າງກໍອ້າປາກເພື່ອຈະກືນກິນອິດສະຣາເອນ. ເຖິງປານນັ້ນກໍຕາມ ຄວາມໂກດຮ້າຍຂອງພຣະອົງກໍຍັງບໍ່ສິ້ນສຸດ; ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຂົາ. 13 ເຖິງແມ່ນວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ລົງໂທດອິດສະຣາເອນແລ້ວກໍຕາມ; ແຕ່ພວກເຂົາກໍຍັງບໍ່ໄດ້ປ່ຽນໃຈກັບຄືນມາຫາພຣະອົງ. 14 ພຣະເຈົ້າຢາເວຈະລົງໂທດບັນດາຜູ້ນຳຊາດອິດສະຣາເອນແລະປະຊາຊົນ ໃຫ້ໝົດໄປໃນພຽງວັນດຽວ; ພຣະອົງຈະຕັດຫົວຕັດຫາງພວກເຂົາຖິ້ມໝົດ. 15 ຫົວແມ່ນຜູ້ອາວຸໂສກັບຄົນທີ່ມີກຽດ ສ່ວນຫາງນັ້ນແມ່ນພວກຜູ້ທຳນວາຍທີ່ສັ່ງສອນເລື່ອງບໍ່ຈິງ. 16 ພວກເຂົາໄດ້ນຳພາປະຊາຊົນເຫຼົ່ານີ້ໄປໃນທາງຜິດ ແລະເຮັດໃຫ້ພວກເຂົາສັບສົນວຸ້ນວາຍ. 17 ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຈະບໍ່ໃຫ້ຄົນໜຸ່ມຜູ້ໃດໜີລອດໄປໄດ້ ທັງຈະບໍ່ເມດຕາສົງສານແມ່ໝ້າຍແລະລູກກຳພ້າຄົນໃດເລີຍ ເພາະທຸກຄົນບໍ່ນັບຖືພຣະເຈົ້າແລະຊົ່ວຮ້າຍແລະເວົ້າແຕ່ສິ່ງທີ່ຊົ່ວໆ. ສະນັ້ນ ພຣະອົງຈຶ່ງບໍ່ເຊົາໂກດຮ້າຍພວກເຂົາ; ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຂົາ. 18 ຄວາມຊົ່ວຮ້າຍຂອງປະຊາຊົນເຫຼົ່ານີ້ໄດ້ລຸກຂຶ້ນເປັນແປວໄຟ ລາມໄປທຳລາຍພຸ່ມໄມ້ໃຫຍ່ແລະນ້ອຍຖິ້ມ. ມັນຈະໄໝ້ລາມເປັນແຖວດັ່ງໄຟໄໝ້ປ່າທີ່ມີຄວັນໃຫຍ່ພຸ່ງຂຶ້ນ. 19 ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໂກດຮ້າຍ ພຣະອົງຈຶ່ງທຳລາຍດິນແດນແລະປະຊາຊົນໃຫ້ຈິບຫາຍໄປດັ່ງໄຟເຜົາຜານ ໂດຍແຕ່ລະຄົນໄດ້ຮັບໂທດນັ້ນເທົ່າກັນ. 20 ປະຊາຊົນທົ່ວທັງປະເທດໄດ້ເກັບເລັມເອົາອາຫານມາກິນ ບ່ອນລະເລັກລະນ້ອຍຕາມທີ່ຕົນຫາໄດ້, ແຕ່ພວກເຂົາກໍບໍ່ອີ່ມເປັນຈັກເທື່ອ ຈຶ່ງກິນແມ່ນແຕ່ລູກຂອງຕົນເອງ. 21 ປະຊາຊົນຂອງເຜົ່າມານາເຊ ແລະຂອງເຜົ່າເອຟຣາອິມໄດ້ສູ້ຮົບກັນ ແລະພວກເຂົາຮ່ວມກັນໂຈມຕີຢູດາຍ. ເຖິງປານນັ້ນກໍຕາມ ພຣະອົງຍັງບໍ່ເຊົາໂກດຮ້າຍ, ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຂົາ. |
@ 2012 United Bible Societies. All Rights Reserved.