Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 8 - ພຣະຄຳພີສັກສິ


ລູກຊາຍ​ເອຊາຢາ​ຄື​ໝາຍສຳຄັນ​ແກ່​ປະຊາຊົນ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ປ້າຍ​ໃຫຍ່​ແຜ່ນ​ໜຶ່ງ​ມາ ແລະ​ຂຽນ​ໜັງສື​ໂຕ​ໃຫຍ່ໆ​ໃສ່​ໃນ​ນັ້ນ ວ່າ: ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’

2 ແລ້ວ​ໃຫ້​ເອົາ​ຄົນ​ທີ່​ໄວ້​ໃຈ​ໄດ້​ສອງ​ຄົນ ຄື​ປະໂຣຫິດ​ອູຣີຢາ​ແລະ​ເຊກາຣີຢາ​ລູກຊາຍ​ຂອງ​ເຢເບເຣກີຢາ ມາ​ເພື່ອ​ເປັນ​ພະຍານ.”

3 ຕໍ່ມາ ເມຍ​ຂອງ​ຂ້າພະເຈົ້າ​ກໍໄດ້​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’

4 ກ່ອນ​ເດັກນ້ອຍ​ໃຫຍ່​ຂຶ້ນ​ມາ​ພໍ​ຮູ້ຈັກ​ເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດ​ທັງໝົດ​ຢູ່​ໃນ​ນະຄອນ​ດາມັສກັດ ແລະ​ສິ່ງ​ທີ່​ພວກເຂົາ​ປຸ້ນ​ມາ​ໄດ້​ຈາກ​ນະຄອນ​ຊາມາເຣຍ ກໍ​ຈະ​ຖືກ​ກະສັດ​ອັດຊີເຣຍ​ຢຶດ​ໄປ​ໝົດ.”


ກະສັດ​ອັດຊີເຣຍ​ກຳລັງ​ເດີນທາງ​ມາ

5 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ.

6 ພຣະອົງ​ບອກ​ວ່າ, “ຍ້ອນ​ປະຊາຊົນ​ເຫຼົ່ານີ້​ໄດ້​ປະຕິເສດ ສາຍ​ນໍ້າ​ທີ່​ງຽບ​ສະຫງັດ​ຈາກ​ຫ້ວຍ​ນໍ້າ​ຊີໂລອາ ແລະ​ສັ່ນເຊັນ ຕໍ່ໜ້າ​ກະສັດ​ເຣຊິນ​ແລະ​ກະສັດ​ເປກາ

7 ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ກະສັດ​ອັດຊີເຣຍ​ພ້ອມ​ກອງທັບ​ທັງໝົດ​ຂອງ​ລາວ ມາ​ໂຈມຕີ​ຢູດາຍ. ກອງທັບ​ນີ້​ຈະ​ບຸກໜ້າ​ໄປ​ດັ່ງ​ແມ່ນໍ້າ​ເອີຟຣັດ​ໄຫລ​ນອງລົ້ນ​ຕາຝັ່ງ.

8 ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.

9 ຊົນຊາດ​ຂີ້ຢ້ານ​ທັງຫລາຍ​ເອີຍ ຈົ່ງ​ເຂົ້າ​ມາ​ເຕົ້າໂຮມ​ກັນ ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເທີ້ນ. ຕຽມພ້ອມ​ສູ້ຮົບ​ແຕ່​ພັດ​ຢ້ານກົວ ແມ່ນແລ້ວ​ຕຽມພ້ອມ​ແຕ່​ພັດ​ຢ້ານກົວ

10 ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.


ພຣະເຈົ້າຢາເວ​ເຕືອນ​ຜູ້ທຳນວາຍ

11 ພຣະເຈົ້າຢາເວ​ໄດ້​ເຕືອນ​ຂ້າພະເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ບໍ່​ໃຫ້​ປະພຶດ​ຕາມ​ທາງ​ທີ່​ຊົນຊາດ​ນີ້​ກຳລັງ​ປະພຶດ​ກັນ​ຢູ່. ພຣະອົງ​ບອກ​ວ່າ,

12 “ຢ່າ​ສູ່​ຮ່ວມ​ແຜນການ​ກະບົດ​ນຳ​ປະຊາຊົນ ແລະ​ຢ່າ​ສູ່​ຢ້ານ​ສິ່ງ​ທີ່​ພວກເຂົາ​ຢ້ານ.

13 ຈົ່ງ​ຈື່ຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ; ຈົ່ງ​ຢ້ານຢຳ​ແລະ​ຢ້ານກົວ​ພຣະອົງ​ເຖີດ.

14 ແລ້ວ​ພຣະອົງ​ຈະ​ເປັນ​ສະຖານ​ບໍຣິສຸດ​ແລະ​ເປັນ​ດັ່ງ​ຫີນ​ທີ່​ໃຫ້​ປະຊາຊົນ​ຕຳ​ສະດຸດ ແລະ​ເປັນ​ດັ່ງ​ແຮ້ວ​ທີ່​ຈະ​ດັກຈັບ​ເອົາ ປະຊາຊົນ​ໃນ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ ພ້ອມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.

15 ຫລາຍ​ຄົນ​ຈະ​ຕຳ​ສະດຸດ; ພວກເຂົາ​ຈະ​ລົ້ມລົງ​ແລະ​ຈະ​ຖືກ​ຢຽບຢໍ່າ. ພວກເຂົາ​ຈະ​ຖືກ​ບ້ວງແຮ້ວ​ແລະ​ຈະ​ໜີໄປ​ບໍ່​ພົ້ນ.”


ພຣະເຈົ້າ​ເຕືອນ​ບໍ່​ໃຫ້​ຖາມ​ເອົາຄວາມ​ນຳ​ຜີ

16 ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.

17 ພຣະເຈົ້າຢາເວ​ລີ້​ພຣະອົງ​ເອງ​ຈາກ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຂ້າພະເຈົ້າ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ມອບ​ຄວາມຫວັງ​ໄວ້​ໃນ​ພຣະອົງ.

18 ຂ້າພະເຈົ້າ​ກັບ​ພວກ​ລູກໆ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ໄດ້​ຢູ່​ທີ່ນີ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ພູເຂົາ​ຊີໂອນ ໄດ້​ໃຊ້​ພວກເຮົາ​ໃຫ້​ເປັນ​ຖ້ອຍຄຳ​ອັນ​ມີ​ຊີວິດ ເພື່ອ​ປະຊາຊົນ​ອິດສະຣາເອນ.

19 ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.

20 ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ຍາມ​ເດືອດຮ້ອນ​ມາ​ເຖິງ

21 ປະຊາຊົນ​ຈະ​ພາກັນ​ຊັດເຊ​ພະເນຈອນ​ໄປ​ຢູ່​ທົ່ວ​ປະເທດ ທັງ​ສິ້ນຫວັງ ແລະ​ອຶດຢາກ. ເພາະ​ຄວາມ​ອຶດຢາກ ແລະ​ຄວາມ​ໂກດຮ້າຍ ພວກເຂົາ​ຈະ​ປ້ອຍດ່າ​ກະສັດ​ແລະ​ພຣະເຈົ້າ​ຂອງຕົນ. ພວກເຂົາ​ອາດ​ຈະ​ເງີຍໜ້າ​ຂຶ້ນ​ສູ່​ຟ້າ​ຫລື​ກົ້ມ​ໜ້າ​ລົງ​ສູ່​ດິນ

22 ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan