Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 7 - ພຣະຄຳພີສັກສິ


ຖ້ອຍຄຳ​ສຳລັບ​ກະສັດ​ອາຮາດ

1 ເມື່ອ​ກະສັດ​ອາຮາດ ລູກຊາຍ​ຂອງ​ໂຢທາມ​ແລະ​ຫລານຊາຍ​ຂອງ​ອຸດຊີຢາ ໄດ້​ຂຶ້ນ​ປົກຄອງ​ຢູດາຍ​ນັ້ນ ສົງຄາມ​ໄດ້​ລະເບີດ​ຂຶ້ນ. ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ບຸກໂຈມຕີ​ນະຄອນ​ເຢຣູຊາເລັມ; ແຕ່​ພວກເຂົາ​ຢຶດເອົາ​ນະຄອນ​ເຢຣູຊາເລັມ​ບໍ່ໄດ້.

2 ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.

3 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອຊາຢາ​ວ່າ, “ຈົ່ງ​ນຳ​ເສອາ-ຢາຊຸບ ລູກຊາຍ​ຂອງ​ເຈົ້າ​ໄປ​ພົບ​ກະສັດ​ອາຮາດ. ເຈົ້າ​ຈະ​ພົບ​ລາວ​ຕາມ​ທາງ​ໄປ​ບ່ອນ​ເຮັດ​ແຜ່ນ​ຜ້າ ຄື​ບ່ອນ​ທີ່​ນໍ້າ​ໄຫລ​ຈາກ​ອ່າງ​ມາ​ສຸດ​ທີ່​ຮ່ອງ.

4 ຈົ່ງ​ບອກ​ລາວ​ໃຫ້​ລະມັດ​ລະວັງ, ສະຫງົບ​ຈິດໃຈ ແລະ​ຢ່າ​ສູ່​ຢ້ານ​ຫລື​ເປັນທຸກໃຈ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຣຊິນ ແລະ​ຊາວ​ຊີເຣຍ​ແລະ​ກະສັດ​ເປກາ ບໍ່​ເປັນ​ອັນຕະລາຍ​ທໍ່ກັບ​ຄວັນໄຟ​ໄໝ້​ຟືນໄມ້​ໂດກ.

5 ປະເທດ​ຊີເຣຍ​ພ້ອມ​ກັບ​ອິດສະຣາເອນ​ແລະ​ກະສັດ​ຂອງ​ພວກເຂົາ ໄດ້​ວາງ​ແຜນການ​ລັບ​ໄວ້.

6 ພວກເຂົາ​ຕັ້ງໃຈ​ທີ່​ຈະ​ຮຸກຮານ​ຢູດາຍ​ເຮັດ​ໃຫ້​ປະຊາຊົນ​ຢ້ານກົວ ເພື່ອ​ໃຫ້​ເຂົ້າຮ່ວມ​ກັບ​ພວກຕົນ ແລ້ວ​ກໍ​ຈະ​ຕັ້ງ​ລູກຊາຍ​ຂອງ​ຕາເບເອນ ໃຫ້​ຂຶ້ນ​ເປັນ​ກະສັດ​ເພື່ອ​ປົກຄອງ​ດິນແດນ.

7 ແຕ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ, ‘ເລື່ອງນີ້​ຈະ​ບໍ່​ເກີດຂຶ້ນ​ເລີຍ.

8 ເປັນຫຍັງ​ຈຶ່ງ​ຈະ​ບໍ່​ເກີດຂຶ້ນ? ເພາະ​ຊີເຣຍ​ບໍ່ມີ​ກຳລັງ​ເຂັ້ມແຂງ ກວ່າ​ນະຄອນ​ດາມັສກັດ​ເມືອງເອກ​ຂອງ​ປະເທດ ແລະ​ນະຄອນ​ດາມັສກັດ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເຣຊິນ. ສ່ວນ​ອິດສະຣາເອນ​ກໍ​ຈະ​ສິ້ນ​ຄວາມ​ເປັນຊາດ​ໄປ ພາຍ​ໃນ​ຫົກສິບຫ້າ​ປີ.

9 ອິດສະຣາເອນ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ນະຄອນ​ຊາມາເຣຍ ເມືອງເອກ​ຂອງ​ປະເທດ ແລະ​ຊາມາເຣຍ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເປກາ. ຖ້າ​ພວກເຈົ້າ​ບໍ່​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່ໄດ້.”’


ໝາຍສຳຄັນ​ຂອງ​ເອມານູເອນ

10 ພຣະເຈົ້າຢາເວ​ໄດ້​ສົ່ງ​ຖ້ອຍຄຳ​ມາ​ບອກ​ເຈົ້າ​ອາຮາດ​ອີກ​ວ່າ:

11 “ຈົ່ງ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ສຳແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ໃຫ້​ເຈົ້າ​ເຫັນ. ສິ່ງ​ນັ້ນ​ອາດ​ຈະ​ມາ​ຈາກ​ແດນ​ຄົນຕາຍ ຫລື​ມາ​ຈາກ​ເທິງ​ສະຫວັນ​ກໍໄດ້.”

12 ແຕ່​ເຈົ້າ​ອາຮາດ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ຂໍ​ເບິ່ງ​ໝາຍສຳຄັນ​ດອກ. ຂ້ານ້ອຍ​ຈະ​ບໍ່​ທົດລອງ​ພຣະເຈົ້າຢາເວ.”

13 ດັ່ງນັ້ນ ເອຊາຢາ​ຈຶ່ງ​ກ່າວ​ວ່າ, “ເຊື້ອວົງ​ຂອງ​ກະສັດ​ດາວິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເທີ້ນ. ການ​ທີ່​ເຈົ້າ​ທຳລາຍ​ຄວາມ​ອົດທົນ​ຂອງ​ມະນຸດ​ນັ້ນ​ບໍ່​ພຽງພໍ​ບໍ? ບັດນີ້ ເຈົ້າ​ຍັງ​ຈະ​ຕ້ອງ​ທຳລາຍ​ຄວາມ​ອົດກັ້ນ​ຂອງ​ພຣະເຈົ້າ​ອີກ​ບໍ?

14 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’

15 ເມື່ອ​ເພິ່ນ​ໃຫຍ່​ພໍ​ຮູ້​ຜິດ​ຮູ້​ຖືກ​ແລ້ວ ປະຊາຊົນ​ຈະ​ກິນ​ນໍ້ານົມ​ກັບ​ນໍ້າເຜິ້ງ​ເປັນ​ອາຫານ.

16 ແມ່ນແຕ່​ກ່ອນ​ເວລາ​ນັ້ນ​ມາ​ເຖິງ ດິນແດນ​ຂອງ​ກະສັດ​ທັງສອງ​ທີ່​ເຈົ້າ​ຢ້ານກົວ​ນັ້ນ​ກໍ​ຈະ​ຮົກຮ້າງ​ເພພັງ.

17 ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.

18 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ຖິວ​ປາກ​ເປັນ​ສັນຍານ ເອີ້ນ​ເອົາ​ຄົນ​ເອຢິບ​ມາ​ດັ່ງ​ຝູງ​ແມງໄມ້​ຈາກ​ຕົ້ນ​ກຳເນີດ​ຂອງ​ແມ່ນໍ້ານິນ ແລະ​ຖິວ​ປາກ​ເອົາ​ຄົນ​ອັດຊີເຣຍ​ມາ​ດັ່ງ​ຝູງ​ໂຕ​ເຜິ້ງ​ຈາກ​ປະເທດ​ຂອງ​ພວກເຂົາ.

19 ພວກເຂົາ​ຈະ​ມາ​ຢູ່​ເຕັມ​ຮ່ອມພູ, ໃນ​ຖໍ້າ​ແລະ​ຕາມ​ໂງ່ນຫີນ, ທັງ​ຈະ​ປົກຄຸມ​ຢູ່​ຕາມ​ພຸ່ມໄມ້​ແລະ​ທົ່ງຫຍ້າ​ດ້ວຍ.

20 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຈ້າງ​ເອົາ​ຊ່າງ​ຕັດຜົມ​ມາ​ຈາກ​ແມ່ນໍ້າ​ເອີຟຣັດ​ຟາກ​ໜຶ່ງ ຄື​ຈັກກະພັດ​ອັດຊີເຣຍ ເພິ່ນ​ຈະ​ແຖ​ຜົມ​ທີ່​ເທິງ​ຫົວ ແຖ​ໜວດ​ທັງ​ແຖ​ຂົນ​ຕາມ​ຕົນຕົວ​ຂອງ​ເຈົ້າ​ຖິ້ມ.

21 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ແມ່ນແຕ່​ພໍ່ນາ​ທີ່​ມີ​ງົວ​ນ້ອຍ​ພຽງ​ໂຕດຽວ​ແລະ​ມີ​ແບ້​ພຽງ​ສອງ​ໂຕ

22 ກໍ​ຈະ​ໃຫ້​ມີ​ນໍ້ານົມ​ກິນ​ພຽງພໍ​ກັບ​ຄວາມ​ຕ້ອງການ. ແມ່ນແລ້ວ ຄົນ​ທີ່​ລອດຊີວິດ​ເຫຼືອ​ຢູ່​ພຽງ​ເລັກນ້ອຍ​ໃນ​ປະເທດ ຈະ​ໄດ້​ກິນ​ນໍ້ານົມ​ແລະ​ນໍ້າເຜິ້ງ​ເປັນ​ອາຫານ.

23 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສວນ​ທີ່​ມີ​ເຄືອ​ອະງຸ່ນ​ດີ​ພັນ​ຕົ້ນ​ແລະ​ມີ​ລາຄາ​ພັນ​ຫລຽນ ກໍ​ຈະ​ເຕັມ​ໄປ​ດ້ວຍ​ກົກ​ໜາມ​ແລະ​ພຸ່ມໄມ້.

24 ຜູ້​ທີ່​ມີ​ໜ້າທະນູ​ເປັນ​ອາວຸດ​ເທົ່ານັ້ນ​ຈະ​ກ້າ​ເຂົ້າ​ໄປ​ໃນ​ທີ່ນັ້ນ. ແມ່ນແລ້ວ ທົ່ວ​ທັງ​ປະເທດ​ຈະ​ເຕັມ​ໄປ​ດ້ວຍ​ພຸ່ມໄມ້​ແລະ​ກົກ​ໜາມ.

25 ເນີນພູ​ທຸກໜ່ວຍ​ທີ່​ເຄີຍ​ປູກຢູ່​ກະທຳ​ກິນ​ຈະ​ມີ​ແຕ່​ໜາມ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ຂຶ້ນ​ໄປ​ທີ່ນັ້ນ. ຕາມ​ເນີນພູ​ເຫຼົ່ານັ້ນ​ຈະ​ເປັນ​ບ່ອນ​ທີ່​ງົວ ແລະ​ແກະ​ເລາະ​ກິນ​ຫຍ້າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan