ເອຊາຢາ 66 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າຕັດສິນຊົນຊາດຕ່າງໆ 1 ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່? 2 ທຸກສິ່ງເຫຼົ່ານີ້ແມ່ນມືຂອງເຮົາເອງໄດ້ສ້າງທັງໝົດ ສິ່ງທັງໝົດເຫຼົ່ານີ້ຈຶ່ງເກີດຂື້ນມາ. ພຣະເຈົ້າຢາເວກ່າວດັ່ງນີ້: ແຕ່ເຮົາພໍໃຈນຳຜູ້ທີ່ຖ່ອມໃຈ ແລະຜູ້ທີ່ຍອມກັບໃຈໃໝ່ ແລະຜູ້ທີ່ຢຳເກງເຊື່ອຟັງຖ້ອຍຄຳຂອງເຮົາຈົນຕົວສັ່ນ. 3 ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້. 4 ສະນັ້ນ ເຮົາຈະນຳໄພພິບັດມາສູ່ພວກເຂົາ ຄືໄພພິບັດທີ່ພວກເຂົາຢ້ານກົວນັ້ນ ເພາະບໍ່ມີຜູ້ໃດຂານຕອບ ເມື່ອເຮົາໄດ້ເອີ້ນຫາ ຫລືຟັງ ເມື່ອເຮົາໄດ້ກ່າວ. ພວກເຂົາເລືອກເອົາການບໍ່ເຊື່ອຟັງເຮົາ ແລະເລືອກເຮັດສິ່ງທີ່ຊົ່ວຮ້າຍ.” 5 ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ ພວກເຈົ້າຜູ້ທີ່ຢຳເກງແລະເຊື່ອຟັງພຣະອົງວ່າ: “ເພາະພວກເຈົ້າສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າເອງຈະກຽດຊັງເຈົ້າ ແລະຈະບໍ່ຄົບຫາສະມາຄົມກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນເຈົ້າ ແລະເວົ້າວ່າ, ‘ຂໍໃຫ້ພຣະເຈົ້າຢາເວສຳແດງຄວາມຍິ່ງໃຫຍ່ຂອງພຣະອົງ ແລະຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ເຫັນເຈົ້າມີຄວາມສຸກ,’ ແຕ່ພວກເຂົາເອງຈະໄດ້ຮັບຄວາມອັບອາຍ 6 ຈົ່ງຟັງແມ ສຽງອຶກກະທຶກຢູ່ໃນເມືອງພຸ້ນ ສຽງຢູ່ໃນພຣະວິຫານພຸ້ນ ແມ່ນສຽງພຣະເຈົ້າຢາເວກຳລັງລົງໂທດເຫຼົ່າສັດຕູຂອງພຣະອົງ. 7 ນະຄອນອັນສັກສິດຂອງເຮົາເປັນດັ່ງແມ່ຜູ້ໜຶ່ງ ທີ່ເກີດເດັກຊາຍຜູ້ໜຶ່ງຢ່າງກະທັນຫັນໂດຍບໍ່ໄດ້ເຈັບທ້ອງອອກລູກ. 8 ມີຜູ້ໃດເຄີຍໄດ້ເຫັນແລະເຄີຍໄດ້ຍິນເຊັ່ນນີ້ມາແດ່ບໍ? ມີຊົນຊາດໃດແດ່ທີ່ເກີດຂຶ້ນມາໄດ້ພຽງມື້ດຽວ? ພູເຂົາຊີໂອນຈະບໍ່ຕ້ອງທົນທຸກດົນນານ ກ່ອນຈະເປັນຊົນຊາດໜຶ່ງ. 9 ເຮົາຈະນຳມາເຖິງການເກີດລູກ ແລະບໍ່ໃຫ້ເກີດໄດ້ບໍ? ພຣະເຈົ້າຢາເວກ່າວວ່າ, ຝ່າຍເຮົາທີ່ໃຫ້ເກີດລູກ ຈະປິດທ້ອງບໍ່ໃຫ້ເກີດໄດ້ບໍ?” ພຣະເຈົ້າຂອງພວກເຈົ້າກ່າວດັ່ງນີ້ແຫລະ. 10 ຈົ່ງຍິນດີເຖີດ ຈົ່ງດີໃຈນຳນະຄອນເຢຣູຊາເລັມ ພວກເຈົ້າທຸກຄົນທີ່ຮັກແພງນະຄອນນີ້ ບັດນີ້ ຈົ່ງຍິນດີເຖີດ ຈົ່ງດີໃຈນຳນະຄອນນີ້ສາ ພວກເຈົ້າທຸກຄົນທີ່ໄດ້ໄວ້ທຸກໃຫ້ນະຄອນນີ້ 11 ພວກເຈົ້າຈະດີໃຈທີ່ເຫັນພະນະຄອນຮຸ່ງເຮືອງ ດັ່ງເດັກນ້ອຍຜູ້ໜຶ່ງຢູ່ໃນອ້ອມເອິກຂອງແມ່. 12 ພຣະເຈົ້າຢາເວກ່າວວ່າ, “ເຮົາຈະນຳຄວາມຈະເລີນຮຸ່ງເຮືອງທີ່ຍາວນານມາສູ່ພວກເຈົ້າ; ຊັບສົມບັດຂອງປະຊາຊາດຕ່າງໆຈະຫລັ່ງໄຫລມາສູ່ພວກເຈົ້າ ດັ່ງສາຍນໍ້າທີ່ບົກແຫ້ງບໍ່ເປັນຈັກເທື່ອ. ພວກເຈົ້າຈະເປັນດັ່ງເດັກນ້ອຍ ຜູ້ທີ່ແມ່ອຸ້ມໃຫ້ກິນນົມແລະຖະໜຸຖະໜອມດ້ວຍຄວາມຮັກ. 13 ເຮົາຈະເລົ້າໂລມພວກເຈົ້າຢູ່ໃນນະຄອນເຢຣູຊາເລັມ ດັ່ງແມ່ຜູ້ໜຶ່ງເລົ້າໂລມລູກຂອງຕົນ. 14 ເມື່ອພວກເຈົ້າເຫັນເຫດການນີ້ເກີດຂຶ້ນ ພວກເຈົ້າຈະເບີກບານໃຈ; ແລະສິ່ງນັ້ນຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນແລະມີສຸຂະພາບດີ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວຜູ້ຊ່ວຍເຫຼືອພວກທີ່ຮັບໃຊ້ເຮົາ ແລະໂກດຮ້າຍຕໍ່ເຫຼົ່າສັດຕູຂອງເຮົາ.” 15 ພຣະເຈົ້າຢາເວຈະສະເດັດມາພ້ອມກັບໄຟ. ພຣະອົງຈະມາເທິງປີກຂອງລົມພະຍຸເພື່ອລົງໂທດພວກທີ່ພຣະອົງໂກດຮ້າຍ. 16 ພຣະເຈົ້າຢາເວຈະລົງໂທດປະຊາກອນທຸກຄົນໃນໂລກນີ້ດ້ວຍໄຟແລະດ້ວຍດາບ ທີ່ພຣະເຈົ້າຢາເວພົບຄວາມຜິດແລະຫລາຍຄົນຈະຖືກປະຫານ. 17 ພຣະເຈົ້າຢາເວກ່າວວ່າ, “ຄາວສຸດທ້າຍມາໃກ້ແລ້ວ ສຳລັບຜູ້ທີ່ຊຳລະຕົນເອງເພື່ອຂາບໄຫວ້ພະຂອງຊາວຕ່າງຊາດ ຄືຜູ້ເຂົ້າຮ່ວມໃນຂະບວນການບູຊາສວນສັກສິດ ແລະຜູ້ກິນໝູແລະກິນໜູແລະອາຫານຂີ້ດຽດອື່ນໆອີກ. 18 ເຮົາຮູ້ຈັກ ຄວາມຄິດແລະການກະທຳຂອງພວກເຂົາ. ເຮົາກຳລັງມາ ເພື່ອເຕົ້າໂຮມປະຊາຊົນໃນບັນດາຊົນຊາດທັງໝົດ. ເມື່ອເຕົ້າໂຮມແລ້ວ ພວກເຂົາຈະເຫັນວ່າເຮົາມີຣິດອຳນາດກະທຳສິ່ງໃດໄດ້ແດ່ 19 ແລະເຮົາຈະຕັ້ງໝາຍສຳຄັນໄວ້ໃນທ່າມກາງພວກເຂົາ. ເຮົາຈະໄວ້ຊີວິດບາງຄົນໃນພວກເຂົາ ແລະສົ່ງພວກເຂົາໄປຍັງຊົນຊາດຕ່າງໆແລະສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລືໄດ້ເຫັນຄວາມຍິ່ງໃຫຍ່ແລະຣິດອຳນາດຂອງເຮົາເລີຍຄື: ສະເປນ, ລີເບຍ, ແລະລີເດຍ ພ້ອມດ້ວຍນັກຍິງທະນູຜູ້ທີ່ຊຳນິຊຳນານ ແລະໄປຍັງຕູບານແລະກຣີກ. ໃນທ່າມກາງຊົນຊາດເຫຼົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ. 20 ພວກເຂົາຈະນຳພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າ ກັບຄືນມາຈາກຊົນຊາດຕ່າງໆເພື່ອເປັນຂອງຂວັນໃຫ້ແກ່ພຣະເຈົ້າຢາເວ. ພວກເຂົາຈະນຳພີ່ນ້ອງຮ່ວມຊາດຂອງພວກເຈົ້າທັງໝົດ ມາສູ່ເນີນພູສັກສິດຂອງເຮົາ ໃນນະຄອນເຢຣູຊາເລັມ ໂດຍໃຊ້ມ້າ, ລໍ, ອູດ, ລໍ້ ແລະກວຽນ. ພຣະເຈົ້າຢາເວກ່າວວ່າ, ດັ່ງຊາວອິດສະຣາເອນນຳພືດຜົນເປັນເມັດໃສ່ພາຊະນະທີ່ຊຳລະໃຫ້ໝົດມົນທິນແລ້ວ ມາທີ່ພຣະວິຫານຂອງພຣະເຈົ້າຢາເວ. 21 ເຮົາຈະໃຫ້ບາງຄົນໃນພວກເຂົາເປັນປະໂຣຫິດແລະເປັນຊາວເລວີ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 22 ພຣະເຈົ້າຢາເວກ່າວວ່າ, “ຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່ ຈະຍືນຍົງຄົງຢູ່ຕໍ່ໜ້າເຮົາສັນໃດ ເຊື້ອສາຍແລະນາມຊື່ຂອງພວກເຈົ້າກໍຈະຍືນຍົງຄົງຢູ່ສັນນັ້ນ.” 23 ພຣະເຈົ້າຢາເວກ່າວວ່າ, “ໃນທຸກໆວັນຂອງເທດສະການເດືອນຂຶ້ນໃໝ່ແລະທຸກໆວັນຊະບາໂຕ ປະຊາຊົນທຸກຊາດຈະມານະມັດສະການຕໍ່ໜ້າເຮົາ. 24 ເມື່ອອອກໄປ ພວກເຂົາຈະເຫັນຊາກສົບຂອງພວກທີ່ໄດ້ກະບົດຕໍ່ເຮົາ. ຕົວໜອນທີ່ເຈາະກິນພວກເຂົານັ້ນຈະຕາຍບໍ່ເປັນຈັກເທື່ອ ແລະໄຟທີ່ໄໝ້ພວກເຂົານັ້ນຈະມອດບໍ່ເປັນຈັກເທື່ອ. ເຊື້ອຊາດມະນຸດທັງໝົດທີ່ໄດ້ເຫັນພວກເຂົາແລ້ວກໍຈະຮູ້ສຶກເບື່ອໜ່າຍ.” |
@ 2012 United Bible Societies. All Rights Reserved.