ເອຊາຢາ 65 - ພຣະຄຳພີສັກສິພຣະເຈົ້າລົງໂທດຜູ້ທີ່ກະບົດຕໍ່ພຣະອົງ 1 ພຣະເຈົ້າຢາເວກ່າວວ່າ, “ເຮົາພ້ອມແລ້ວ ທີ່ຈະຕອບຄຳພາວັນນາອະທິຖານຂອງປະຊາຊົນຂອງເຮົາ. ເຮົາພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ພົບເຮົາ, ແຕ່ພວກເຂົາບໍ່ໄດ້ພະຍາຍາມເລີຍ. ຊົນຊາດນີ້ບໍ່ໄດ້ພາວັນນາອະທິຖານຫາເຮົາ ເຖິງແມ່ນວ່າເຮົາພ້ອມແລ້ວທີ່ຈະຕອບພວກເຂົາວ່າ, ‘ເຮົາຢູ່ທີ່ນີ້ ເຮົາຈະຊ່ວຍພວກເຈົ້າ.’ 2 ເຮົາຍິນດີຕ້ອນຮັບປະຊາຊົນຂອງເຮົາຢູ່ສະເໝີ ຄືຜູ້ທີ່ເຮັດໃນສິ່ງທີ່ຜິດ ແລະຕາມວິທີທາງຂອງຕົນຢ່າງດື້ດ້ານ. 3 ພວກເຂົາສືບຕໍ່ຍົວະເຮົາໃຫ້ໂກດຮ້າຍຢ່າງໜ້າອັບອາຍຫລາຍທີ່ສຸດ. ພວກເຂົາຖວາຍເຄື່ອງບູຊາແບບຄົນຕ່າງຊາດໃນສວນສັກສິດ ແລະເຜົາເຄື່ອງຫອມບູຊາເທິງແທ່ນຂອງພະຕ່າງຊາດ. 4 ໃນຕອນກາງຄືນ ພວກເຂົາໄປໃນຖໍ້າ ແລະຂຸມຝັງສົບ ເພື່ອເອີ້ນວິນຍານຂອງຄົນຕາຍມາປຶກສາ. ພວກເຂົາກິນຊີ້ນໝູ ແລະຊົດນໍ້າຕົ້ມຂອງຊີ້ນໝູ ທີ່ໄດ້ບູຊາຖວາຍແກ່ພະຂອງຊາວຕ່າງຊາດ. 5 ແລ້ວພວກເຂົາກໍເວົ້າກັບຄົນອື່ນວ່າ ‘ຫຍັບໜີຈາກພວກເຮົາເດີ ພວກເຮົາເປັນຜູ້ບໍຣິສຸດທີ່ພວກເຈົ້າຈະແຕະຕ້ອງບໍ່ໄດ້’ ເຮົາທົນຕໍ່ຄົນຢ່າງນັ້ນບໍ່ໄຫວແລ້ວ; ດັ່ງນັ້ນ ເຮົາຈຶ່ງໂກດຮ້າຍພວກເຂົາດັ່ງໄຟລຸກໄໝ້ທີ່ມອດບໍ່ເປັນຈັກເທື່ອ. 6 ເຮົາຕັດສິນໃຈລົງໂທດພວກເຂົາແລ້ວ ແລະໂທດກຳຂອງພວກເຂົານັ້ນກໍບັນທຶກໄວ້ແລ້ວ. ເຮົາຈະບໍ່ເບິ່ງຂ້າມສິ່ງທີ່ພວກເຂົາໄດ້ເຮັດ 7 ແຕ່ເຮົາຈະຕອບແທນການບາບທີ່ພວກເຂົາໄດ້ເຮັດ ພ້ອມທັງການບາບຂອງບັນພະບຸລຸດຂອງພວກເຂົາ. ພວກເຂົາໄດ້ເຜົາເຄື່ອງຫອມບູຊາພະຂອງຊາວຕ່າງຊາດທີ່ເນີນພູ ແລະໄດ້ເວົ້າສິ່ງທີ່ຊົ່ວຮ້າຍໃສ່ເຮົາ. ສະນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາ ໃຫ້ສະສົມກັບບາບກຳຂອງພວກເຂົາໃນອະດີດ.” 8 ພຣະເຈົ້າຢາເວກ່າວວ່າ, “ບໍ່ມີຜູ້ໃດທຳລາຍໝາກອະງຸ່ນທີ່ດີ, ແຕ່ພວກເຂົາຈະເອົາໄປເຮັດເຫຼົ້າ. ທຳນອງດຽວກັນ ເຮົາກໍຈະບໍ່ທຳລາຍປະຊາຊົນທັງໝົດຂອງເຮົາ, ແຕ່ເຮົາຈະຊ່ວຍພວກທີ່ບົວລະບັດຮັບໃຊ້ເຮົາໃຫ້ພົ້ນ. 9 ເຮົາຈະອວຍພອນຊາວອິດສະຣາເອນທີ່ເປັນຄົນໃນເຜົ່າຢູດາ ແລະເຊື້ອສາຍຂອງພວກເຂົາຈະໄດ້ດິນແດນທີ່ເທິງພູເຂົາຂອງເຮົາເປັນກຳມະສິດ. ປະຊາຊົນທີ່ເຮົາໄດ້ເລືອກເອົາ ຄືຜູ້ທີ່ບົວລະບັດຮັບໃຊ້ເຮົາຈະອາໄສຢູ່ໃນທີ່ນັ້ນ. 10 ພວກເຂົາຈະນະມັດສະການເຮົາ ແລະຈະນຳຝູງແກະ ແລະຝູງງົວຂອງພວກເຂົາໄປລ້ຽງຕາມທົ່ງຫຍ້າຊາໂຣນ ໃນທິດຕາເວັນຕົກ ແລະໃນຮ່ອມພູເຂົາເດືອດຮ້ອນທາງທິດຕາເວັນອອກ. 11 ແຕ່ມັນຈະແຕກຕ່າງສຳລັບພວກເຈົ້າທີ່ປະຖິ້ມພຣະເຈົ້າຢາເວໄປ ຄືຄົນທີ່ເມີນເສີຍຕໍ່ຊີໂອນ ເນີນພູສັກສິດຂອງເຮົາ ແລະຄົນທີ່ຂາບໄຫວ້ພະກາດ ແລະພະເມນີ ພະທີ່ໃຫ້ໂຊກລາບ ແລະພະແຫ່ງຊາຕາກຳ. 12 ຊາຕາກຳຂອງພວກເຈົ້າຄືການຕາຍຢ່າງໂຫດຫ້ຽມ ເພາະພວກເຈົ້າບໍ່ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ ຫລືຍອມຟັງເມື່ອເຮົາໄດ້ກ່າວແກ່ພວກເຈົ້າ. ພວກເຈົ້າເລືອກເອົາການບໍ່ເຊື່ອຟັງແລະການເຮັດຊົ່ວ. 13 ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງບອກພວກເຈົ້າວ່າ ພວກທີ່ນະມັດສະການເຮົາ ແລະເຊື່ອຟັງເຮົາຈະໄດ້ກິນ ແລະດື່ມຢ່າງອຸດົມສົມບູນ, ແຕ່ພວກເຈົ້າຈະອຶດເຂົ້າແລະຫິວນໍ້າ. ພວກເຂົາຈະມີຄວາມສຸກ ແຕ່ພວກເຈົ້າຈະໄດ້ຮັບຄວາມອັບອາຍ. 14 ພວກເຂົາຈະຮ້ອງເພງຢ່າງຊົມຊື່ນຍິນດີ ແຕ່ພວກເຈົ້າຈະຮ້ອງໄຫ້ຢ່າງລະທົມຂົມຂື່ນ. 15 ປະຊາຊົນທີ່ເຮົາໄດ້ເລືອກເອົາ ຈະໃຊ້ຊື່ຂອງພວກເຈົ້າເປັນການສາບແຊ່ງ. ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະປະຫານພວກເຈົ້າ. ແຕ່ເຮົາຈະໃຫ້ຊື່ໃໝ່ແກ່ຄົນທີ່ເຊື່ອຟັງເຮົາ. 16 ໃນດິນແດນນີ້ ຜູ້ໃດຜູ້ໜຶ່ງທີ່ຂໍພອນຈະຕ້ອງຂໍໃຫ້ພຣະເຈົ້າອົງສັດຊື່ອວຍພອນ. ຜູ້ໃດກໍຕາມທີ່ສາບານຕ້ອງເຮັດໃນນາມຂອງພຣະເຈົ້າອົງສັດຊື່. ຄວາມເດືອດຮ້ອນໃນອະດີດຈະໝົດໄປ ແລະຖືກລືມໄລໝົດສິ້ນ.” ການນິຣະມິດສ້າງຂຶ້ນໃໝ່ 17 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາກຳລັງສ້າງຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່. ເຫດການຕ່າງໆໃນອະດີດຈະຖືກລືມໄລໄປຢ່າງໝົດສິ້ນ. 18 ຈົ່ງຍິນດີແລະເບີກບານໃຈຕະຫລອດໄປໃນສິ່ງທີ່ເຮົາໄດ້ສ້າງ. ນະຄອນເຢຣູຊາເລັມໃໝ່ທີ່ເຮົານິຣະມິດສ້າງຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະປະຊາຊົນໃນນະຄອນຈະມີແຕ່ຄວາມສຸກ. 19 ເຮົາເອງກໍຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີ ຍ້ອນນະຄອນເຢຣູຊາເລັມ ແລະປະຊາຊົນໃນນະຄອນນີ້. ໃນທີ່ນັ້ນ ຈະບໍ່ມີສຽງຮ້ອງໄຫ້ ບໍ່ມີສຽງຮ້ອງຂໍໃຫ້ຊ່ວຍເຫລືອ. 20 ພວກແອນ້ອຍຈະບໍ່ຕາຍຕັ້ງແຕ່ຕອນເກີດໃໝ່ອີກຕໍ່ໄປ ແລະປະຊາຊົນທັງໝົດຈະມີອາຍຸໝັ້ນຍືນຫລາຍ. ຄົນທີ່ມີຊີວິດຮ້ອຍປີກໍນັບວ່າຍັງໜຸ່ມຢູ່. ຄົນຕາຍກ່ອນນັ້ນ ເປັນສັນຍານບອກວ່າ, ຖືກເຮົາລົງໂທດເຂົາ. 21-22 ປະຊາຊົນຈະປຸກບ້ານ ແລະພວກເຂົາເອງໄດ້ຢູ່ໃນບ້ານນັ້ນ, ແຕ່ບໍ່ແມ່ນຜູ້ອື່ນຈະເຂົ້າມາຢູ່ແທນ. ພວກເຂົາຈະປູກຕົ້ນອະງຸ່ນ ແລະມີເຫຼົ້າອະງຸ່ນດື່ມ ແຕ່ບໍ່ແມ່ນຜູ້ອື່ນຈະໄດ້ດື່ມ. ປະຊາຊົນຂອງເຮົາຈະມີຊີວິດຍືນຍາວດັ່ງຕົ້ນໄມ້. ພວກເຂົາຈະຊົມຊື່ນຍິນດີກັບສິ່ງທີ່ຫາມາໄດ້ນັ້ນຢ່າງເຕັມທີ່. 23 ພວກເຂົາຈະເຮັດວຽກງານໂດຍບໍ່ເສຍປະໂຫຍດ ແລະລູກຫລານຈະບໍ່ປະສົບກັບໄພພິບັດ. ພຣະເຈົ້າຢາເວຈະອວຍພອນພວກເຂົາແລະເຊື້ອສາຍທຸກຍຸກທຸກສະໄໝ. 24 ແມ່ນແຕ່ກ່ອນທີ່ພວກເຂົາພາວັນນາອະທິຖານສຸດ ເຮົາກໍຈະຕອບຄຳພາວັນນາອະທິຖານຂອງພວກເຂົາແລ້ວ. 25 ໝາປ່າແລະລູກແກະຈະກິນຮ່ວມກັນ ສິງຈະກິນເຟືອງເໝືອນງົວ ແລະງູພິດກໍຈະກິນຂີ້ດິນຢ່າງພໍໃຈ. ທີ່ຊີໂອນເທິງເນີນພູສັກສິດຂອງເຮົາ ຈະບໍ່ມີສິ່ງອັນຕະລາຍຫລືຊົ່ວຮ້າຍເລີຍ.” ພຣະເຈົ້າຢາເວກ່າວດັ່ງນັ້ນ. |
@ 2012 United Bible Societies. All Rights Reserved.