ເອຊາຢາ 64 - ພຣະຄຳພີສັກສິ1 ເປັນຫຍັງພຣະອົງຈຶ່ງບໍ່ແຫວກຟ້າສະຫວັນແລະສະເດັດລົງມາ? ພູເຂົາທັງຫລາຍຈະເຫັນພຣະອົງ ແລະຢ້ານກົວຈົນສັ່ນເຊັນ. 2 ພວກມັນຈະສັ່ນດັ່ງນໍ້າຕົ້ມໃນໝໍ້ທີ່ກຳລັງຟົດ. ຈົ່ງສະເດັດມາ ແລະເຜີຍຣິດອຳນາດຂອງພຣະອົງໃຫ້ເຫຼົ່າສັດຕູເຫັນ ແລະເຮັດໃຫ້ບັນດາປະຊາຊາດສັ່ນເຊັນຊ້ອງໜ້າພຣະອົງເຖີດ 3 ມີຄັ້ງໜຶ່ງ ເມື່ອພຣະອົງໄດ້ສະເດັດມາ ແລະເຮັດສິ່ງທີ່ໜ້າຢ້ານກົວຫລາຍ ຊຶ່ງພວກຂ້ານ້ອຍບໍ່ໄດ້ຄາດຫວັງນັ້ນ; ພູເຂົາທັງຫລາຍໄດ້ເຫັນພຣະອົງ ແລະຢ້ານກົວຈົນສັ່ນເຊັນ. 4 ບໍ່ມີຜູ້ໃດເຄີຍໄດ້ເຫັນ ແລະເຄີຍໄດ້ຍິນເຖິງພຣະເຈົ້າດັ່ງພຣະອົງ ຄືອົງທີ່ໄດ້ເຮັດພາລະກິດເຊັ່ນນີ້ສຳລັບຄົນທີ່ມອບຄວາມຫວັງໄວ້ກັບພຣະອົງ. 5 ພຣະອົງຕ້ອນຮັບຄົນທີ່ພົບຄວາມຊົມຊື່ນຍິນດີເພາະເຮັດສິ່ງທີ່ຖືກຕ້ອງ ຄືຜູ້ທີ່ຈົດຈຳວ່າພຣະອົງຢາກໃຫ້ພວກເຂົາດຳເນີນຊີວິດຢ່າງໃດ. ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ແຕ່ພວກຂ້ານ້ອຍກໍຍັງເຮັດບາບຕໍ່ໄປ; ເຖິງແມ່ນວ່າ ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍຫຼາຍກໍຕາມ ພວກຂ້ານ້ອຍກໍຍັງສືບຕໍ່ເຮັດບາບຕັ້ງແຕ່ສະໄໝບູຮານມາ. 6 ພວກຂ້ານ້ອຍທຸກຄົນເປັນຄົນບາບໝົດ; ແມ່ນແຕ່ການເຮັດທີ່ດີທີ່ສຸດຂອງພວກຂ້ານ້ອຍກໍຍັງເປິເປື້ອນ. ເພາະການບາບ ພວກຂ້ານ້ອຍຈຶ່ງເປັນດັ່ງໃບໄມ້ຫ່ຽວແຫ້ງແລະຖືກລົມພັດໄປ. 7 ບໍ່ມີຜູ້ໃດທີ່ພາວັນນາອະທິຖານຮ້ອງຫານາມຊື່ຂອງພຣະອົງ; ບໍ່ມີຜູ້ໃດໄປຂໍໃຫ້ພຣະອົງຊ່ວຍເຫລືອ. ພຣະອົງໄດ້ລີ້ພຣະອົງເອງແລະໄດ້ປະຖິ້ມ ພວກຂ້ານ້ອຍ ກໍເພາະການບາບຂອງພວກຂ້ານ້ອຍ. 8 ແຕ່ພຣະເຈົ້າຢາເວເອີຍ ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ພວກຂ້ານ້ອຍເປັນດິນໜຽວແລະພຣະອົງເປັນຊ່າງປັ້ນ. ພຣະອົງໄດ້ສ້າງພວກຂ້ານ້ອຍມາ 9 ຂ້າແດ່ພຣະເຈົ້າຢາເວ ຢ່າໄດ້ໂກດຮ້າຍພວກຂ້ານ້ອຍເກີນໄປ ຫລືຈົດຈຳການບາບຂອງພວກຂ້ານ້ອຍຕະຫລອດໄປເລີຍ. ພວກຂ້ານ້ອຍເປັນປະຊາຊົນຂອງພຣະອົງ ຈົ່ງເມດຕາພວກຂ້ານ້ອຍແດ່ທ້ອນ. 10 ເມືອງອັນສັກສິດຂອງພຣະອົງກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ; ນະຄອນເຢຣູຊາເລັມຮົກຮ້າງເພພັງ 11 ແລະພຣະວິຫານຂອງພວກຂ້ານ້ອຍ ຄືສະຖານທີ່ອັນສັກສິດແລະສວຍງາມ ບ່ອນທີ່ບັນພະບຸລຸດຂອງພວກຂ້ານ້ອຍໄດ້ສັນລະເສີນພຣະອົງນັ້ນ ກໍຖືກໄຟທຳລາຍ. ສະຖານທີ່ຕ່າງໆທີ່ພວກຂ້ານ້ອຍຮັກຫວງ ກໍເປັນບ່ອນຮົກຮ້າງເພພັງໄປໝົດ. 12 ຂ້າແດ່ພຣະເຈົ້າຢາເວ ສິ່ງທັງໝົດເຫຼົ່ານີ້ບໍ່ໄດ້ເຮັດໃຫ້ພຣະອົງເມດຕາພວກຂ້ານ້ອຍແດ່ບໍ? ພຣະອົງບໍ່ດຳເນີນການຫຍັງ ແລະປ່ອຍໃຫ້ພວກຂ້ານ້ອຍໄດ້ຮັບທຸກ ເກີນກວ່າທີ່ພວກຂ້ານ້ອຍຈະທົນໄດ້ຢູ່ຢ່າງນີ້ຕໍ່ໄປບໍ? |
@ 2012 United Bible Societies. All Rights Reserved.