ເອຊາຢາ 63 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າມີໄຊເໜືອບັນດາປະຊາຊາດ 1 ແມ່ນຜູ້ໃດນໍ ທີ່ກຳລັງມາຈາກເມືອງໂບຊະຣາໃນເອໂດມ? ແມ່ນຜູ້ໃດນໍທີ່ນຸ່ງເຄື່ອງສີແດງສະຫງ່າງາມ ໂດຍຍ່າງ ດ້ວຍທ່າທາງທີ່ຊົງຣິດອຳນາດແລະຊົງກຳລັງວັງຊາ? “ນີ້ແມ່ນເຮົາເອງ ກຳລັງຮ້ອງປະກາດດ້ວຍຄວາມຊອບທຳ ອົງຊົງຣິດອຳນາດຍິ່ງໃຫຍ່ຊ່ວຍໃຫ້ພົ້ນໄດ້.” 2 “ເປັນຫຍັງເຄື່ອງນຸ່ງຂອງພຣະອົງຈຶ່ງເປັນສີແດງແທ້ ດັ່ງຄົນໜຶ່ງທີ່ຢຽບໝາກອະງຸ່ນເຮັດເຫຼົ້າ?” 3 ອົງພຣະຜູ້ເປັນເຈົ້າຕອບວ່າ, “ເຮົາໄດ້ຢຽບຢໍ່າບັນດາປະຊາຊາດດັ່ງຢຽບຢໍ່າໝາກອະງຸ່ນ ແລະບໍ່ມີຜູ້ໃດໄດ້ມາຊ່ວຍເຮົາເລີຍ. ເຮົາໄດ້ຢຽບຢໍ່າພວກເຂົາລົງດ້ວຍຄວາມໂກດຮ້າຍ ແລະເລືອດຂອງພວກເຂົາໄດ້ຖືກເສື້ອຂອງເຮົາຈົນເປື້ອນເປິໝົດ. 4 ເຮົາຕັດສິນໃຈແລ້ວວ່າ ເວລາທີ່ຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນນັ້ນມາຮອດແລ້ວ; ທັງເປັນເວລາທີ່ຈະລົງໂທດເຫຼົ່າສັດຕູຂອງພວກເຂົາດ້ວຍ. 5 ເຮົາແປກໃຈຫລາຍເມື່ອເຮົາແນມເບິ່ງ ແລະບໍ່ເຫັນຜູ້ໃດຊ່ວຍເຫລືອເຮົາ. ແຕ່ຄວາມໂກດຮ້າຍເຮັດໃຫ້ເຮົາແຂງແຮງ ແລະໄດ້ຮັບໄຊຊະນະໂດຍເຮົາເອງ. 6 ດ້ວຍຄວາມໂກດຮ້າຍເຮົາໄດ້ຢຽບຢໍ່າບັນດາປະຊາຊາດ ແລະເຮັດໃຫ້ພວກເຂົາກະຈັດກະຈາຍໄປ. ເຮົາໄດ້ເທເລືອດອັນເປັນຊີວິດຂອງພວກເຂົານັ້ນລົງເທິງພື້ນດິນ.” ຄຸນຄວາມດີຂອງພຣະເຈົ້າທີ່ມີຕໍ່ຊາດອິດສະຣາເອນ 7 ເພາະທຸກສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອພວກເຮົາ ຂ້ອຍຈະຍ້ອງຍໍສັນລະເສີນພຣະເຈົ້າຢາເວ; ຂ້ອຍຈະບອກເຖິງຄວາມຮັກອັນໝັ້ນຄົງຂອງພຣະເຈົ້າຢາເວ ເພາະພຣະອົງໄດ້ອວຍພອນແກ່ປະຊາຊົນຢ່າງບໍ່ອັ້ນ ຄືປະຊາຊົນອິດສະຣາເອນ ເພາະຄວາມເມດຕາ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງ. 8 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພວກເຂົາເປັນປະຊາຊົນຂອງເຮົາ; ພວກເຂົາຈະບໍ່ຫລອກລວງເຮົາ.” 9 ສະນັ້ນ ພຣະອົງຈຶ່ງໄດ້ຊ່ວຍເຫລືອພວກເຂົາ ໃຫ້ພົ້ນຈາກຄວາມທົນທຸກທັງໝົດ. ບໍ່ແມ່ນເທວະດາຕົນໜຶ່ງຕົນໃດທີ່ໄດ້ຊ່ວຍເຫລືອພວກເຂົາ ແຕ່ແມ່ນອົງພຣະຜູ້ເປັນເຈົ້າເອງ. ເພາະຄວາມຮັກແລະຄວາມເມດຕາຂອງພຣະອົງ ພຣະອົງຈຶ່ງໄດ້ຊ່ວຍກູ້ເອົາພວກເຂົາ. ໃນອະດີດພຣະອົງໄດ້ເບິ່ງແຍງພວກເຂົາຕະຫລອດມາ 10 ແຕ່ພວກເຂົາໄດ້ກະບົດຕໍ່ພຣະອົງ ແລະເຮັດໃຫ້ພຣະວິນຍານຂອງພຣະອົງເສົ້າໝອງ. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ກາຍເປັນສັດຕູຂອງພວກເຂົາ ແລະຕໍ່ສູ້ພວກເຂົາ. 11 ແຕ່ແລ້ວພວກເຂົາ ກໍລະນຶກເຖິງອະດີດ ຄືສະໄໝຂອງໂມເຊຜູ້ຮັບໃຊ້ຂອງພຣະອົງແລະໄດ້ຖາມວ່າ, “ດຽວນີ້ອົງພຣະຜູ້ເປັນເຈົ້າອົງທີ່ໄດ້ຊ່ວຍເຫລືອພວກຜູ້ນຳປະຊາຊົນຂອງພຣະອົງ ຂ້າມທະເລນັ້ນຢູ່ໃສ? ອົງພຣະຜູ້ເປັນເຈົ້າອົງທີ່ໄດ້ໃຫ້ພຣະວິນຍານແກ່ໂມເຊນັ້ນຢູ່ໃສ? 12-13 ອົງພຣະຜູ້ເປັນເຈົ້າຢູ່ໃສ? ຄືອົງທີ່ໄດ້ໃຊ້ຣິດອຳນາດອັນຍິ່ງໃຫຍ່ເຮັດການອັດສະຈັນຜ່ານທາງໂມເຊນັ້ນ ໂດຍໄດ້ແຍກນໍ້າທະເລອອກ ແລະນຳປະຊາຊົນຂອງພຣະອົງຜ່ານບ່ອນທີ່ມີນໍ້າເລິກໄປ ຊຶ່ງເປັນການນຳຊື່ສຽງອັນຕະຫລອດໄປມາສູ່ພຣະອົງ.” ໂດຍມີອົງພຣະຜູ້ເປັນເຈົ້ານຳພາ ພວກເຂົາບໍ່ໄດ້ສະດຸດລົ້ມ, ແຕ່ເດີນຕໍ່ໄປຢ່າງໝັ້ນຄົງດັ່ງມ້າ. 14 ຝູງງົວໄດ້ຖືກນຳໄປລ້ຽງຢູ່ໃນຮ່ອມພູທີ່ມີດິນດີສັນໃດ ພຣະເຈົ້າຢາເວໄດ້ໃຫ້ປະຊາຊົນຂອງພຣະອົງພັກຜ່ອນສັນນັ້ນ. ພຣະອົງໄດ້ນຳພາປະຊາຊົນຂອງພຣະອົງ ແລະນຳກຽດສັກສີມາສູ່ພຣະອົງເອງ. ປະຊາຊົນພາວັນນາອະທິຖານຂໍຄວາມເມດຕາ 15 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈາກສະຫວັນບ່ອນທີ່ພຣະອົງສະຖິດຢູ່ໃນຄວາມບໍຣິສຸດ ແລະໃນສະຫງ່າຣາສີນັ້ນ ຈົ່ງແນມລົງມາເບິ່ງພວກຂ້ານ້ອຍທັງຫລາຍແດ່ທ້ອນ. ຄວາມຫ່ວງໃຍອັນໃຫຍ່ຫລວງທີ່ພຣະອົງມີຕໍ່ພວກຂ້ານ້ອຍນັ້ນຢູ່ໃສ? ຣິດອຳນາດຂອງພຣະອົງໄປໃສແລ້ວ? ຄວາມຮັກແລະຄວາມເມດຕາຂອງພຣະອົງຢູ່ໃສແລ້ວ? ຢ່າເມີນເສີຍຕໍ່ພວກຂ້ານ້ອຍເລີຍ. 16 ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ອັບຣາຮາມແລະຢາໂຄບ ບັນພະບຸລຸດຂອງພວກຂ້ານ້ອຍບໍ່ຍອມຮັບຮູ້ພວກຂ້ານ້ອຍ; ແຕ່ພຣະອົງຄືພຣະເຈົ້າຢາເວເປັນພຣະບິດາຂອງພວກຂ້ານ້ອຍ ນາມຊື່ຂອງພຣະອົງແມ່ນພຣະຜູ້ໄຖ່ຂອງພວກຂ້ານ້ອຍຕະຫລອດມາ. 17 ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງໃຫ້ພວກຂ້ານ້ອຍໜີໄປຈາກພຣະອົງ? ເປັນຫຍັງຈຶ່ງເຮັດໃຫ້ພວກຂ້ານ້ອຍດື້ດຶງຈົນຫັນໜີໄປຈາກພຣະອົງ? ເພື່ອເຫັນແກ່ພວກທີ່ຮັບໃຊ້ພຣະອົງ ແລະປະຊາຊົນທີ່ເປັນພວກຂອງພຣະອົງ ຈົ່ງກັບມາເທີ້ນ. 18 ພວກຂ້ານ້ອຍ ປະຊາຊົນຜູ້ບໍຣິສຸດຂອງພຣະອົງ ໄດ້ຖືກເຫຼົ່າສັດຕູໄລ່ໃຫ້ອອກໜີໄປໃນຊົ່ວໄລຍະໜຶ່ງ; ພວກເຂົາໄດ້ຢຽບຢໍ່າສະຖານທີ່ອັນສັກສິດຂອງພຣະອົງ. 19 ພຣະອົງເຮັດຕໍ່ພວກຂ້ານ້ອຍ ດັ່ງບໍ່ແມ່ນຜູ້ປົກຄອງຂອງພວກຂ້ານ້ອຍ ແລະດັ່ງພວກຂ້ານ້ອຍບໍ່ແມ່ນປະຊາຊົນຂອງພຣະອົງເລີຍ. |
@ 2012 United Bible Societies. All Rights Reserved.