Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 62 - ພຣະຄຳພີສັກສິ

1 ນະຄອນ​ເຢຣູຊາເລັມ​ເອີຍ ດ້ວຍ​ຄວາມຮັກ​ທີ່​ມີ​ຕໍ່​ເຈົ້າ ເຮົາ​ຈະ​ບໍ່​ຍອມ​ມິດງຽບ​ໄປ​ຈັກເທື່ອ ຈົນກວ່າ​ນະຄອນ​ນີ້​ຈະ​ໄດ້​ມີໄຊ​ແລະ​ພົ້ນໄພ ຄື​ຄວາມມີໄຊ​ສ່ອງແຈ້ງ​ດັ່ງ​ໂຄມໄຟ​ຍາມ​ຄໍ່າ​ມືດ.

2 ນະຄອນ​ເຢຣູຊາເລັມ​ເອີຍ ທຸກ​ຊົນຊາດ​ຈະ​ເຫັນ​ເຈົ້າ​ມີໄຊ ກະສັດ​ຂອງ​ທຸກ​ຊົນຊາດ​ຈະ​ເຫັນ​ສະຫງ່າຣາສີ​ຂອງເຈົ້າ. ຄົນ​ຈະ​ເອີ້ນ​ເຈົ້າ​ຕາມ​ຊື່ໃໝ່​ຂອງເຈົ້າ ຄື​ຊື່​ທີ່​ປາກ​ຂອງ​ພຣະເຈົ້າຢາເວ​ຈະ​ໃຫ້​ໄວ້.

3 ເຈົ້າ​ຈະ​ເປັນ​ດັ່ງ​ມົງກຸດ​ອັນ​ງົດງາມ​ໃນ​ມື​ຂອງ​ພຣະເຈົ້າຢາເວ ແລະ​ເປັນ​ມົງກຸດ​ໃນ​ມື​ຂອງ​ພຣະເຈົ້າ​ຂອງ​ເຈົ້າ,

4 ຄົນ​ຈະ​ບໍ່​ເອີ້ນ​ເຈົ້າ​ອີກ​ຕໍ່ໄປ​ວ່າ, “ຜູ້​ຖືກ​ປະຖິ້ມ.” ຄົນ​ຈະ​ບໍ່​ເອີ້ນ​ຢ່າງນີ້​ອີກ​ວ່າ, “ເມຍ​ທີ່​ຜົວ​ໜີປະ.” ສຳລັບ​ດິນແດນ​ຂອງເຈົ້າ​ຄົນ​ຈະ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ນາງ” ຄື​ຊື່​ໃໝ່​ຂອງເຈົ້າ. ຄົນ​ຈະ​ເອີ້ນ​ວ່າ, “ຜູ້​ແຕ່ງງານ​ທີ່​ມີ​ຄວາມສຸກ”. ສຳລັບ​ກ່າວ​ເຖິງ​ດິນແດນ​ຂອງເຈົ້າ ເພາະ​ພຣະເຈົ້າຢາເວ​ພໍໃຈ​ນຳ​ເຈົ້າ​ໃດ ພຣະອົງ​ຈະ​ເປັນ​ຜົວ​ສຳລັບ​ດິນແດນ​ຂອງເຈົ້າ.

5 ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.

6 ນະຄອນ​ເຢຣູຊາເລັມ​ເອີຍ ເທິງ​ກຳແພງ​ເມືອງ​ຂອງ​ເຈົ້າ ເຮົາ​ໄດ້​ວາງ​ຄົນ​ຍາມ​ຫລາຍໆ​ຄົນ​ໄວ້; ພວກເຂົາ​ບໍ່​ຕ້ອງ​ມິດງຽບ​ໃນ​ກາງເວັນ​ຫລື​ກາງຄືນ ພວກເຂົາ​ຕ້ອງ​ບອກ​ພຣະເຈົ້າຢາເວ​ໃຫ້​ຈົດຈຳ​ເລື້ອຍໆ ຄື​ໃຫ້​ລະນຶກເຖິງ​ຄຳສັນຍາ​ຂອງ​ພຣະອົງ ແລະ​ບໍ່​ປ່ອຍ​ໃຫ້​ພຣະອົງ​ລືມໄລ​ຈັກເທື່ອ.

7 ພວກເຂົາ​ຈະ​ບໍ່​ໃຫ້​ພຣະອົງ​ໄດ້​ພັກຜ່ອນ​ຫລັບນອນ ຈົນກວ່າ​ພຣະອົງ​ໄດ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນກວ່າ​ໄດ້​ເຮັດ​ໃຫ້​ນະຄອນ​ນີ້​ກາຍເປັນ​ພຣະ​ນະຄອນ ຊຶ່ງ​ເປັນ​ທີ່​ຍົກຍໍ​ຂອງ​ຄົນ​ທົ່ວ​ທຸກ​ມຸມໂລກ.

8 ພຣະເຈົ້າຢາເວ​ໄດ້​ເຮັດ​ສັນຍາ​ໜຶ່ງ​ອັນ​ໜັກແໜ້ນ​ໄວ້ ແລະ​ຈະ​ເຮັດ​ຕາມ​ນັ້ນ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ: “ເຂົ້າ​ຂອງເຈົ້າ​ຈະ​ບໍ່​ເປັນ​ອາຫານ​ແກ່​ສັດຕູ​ອີກ​ຕໍ່ໄປ ຄົນຕ່າງດ້າວ​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຂອງເຈົ້າ​ອີກ.

9 ແຕ່​ເຈົ້າ​ຜູ້​ທີ່​ໄດ້​ປູກ​ແລະ​ເກັບກ່ຽວ​ເຂົ້າ​ມາ​ນັ້ນ ກໍ​ຈະ​ໄດ້​ກິນ​ເຂົ້າຈີ່ ແລະ​ສັນລະເສີນ​ພຣະເຈົ້າຢາເວ. ເຈົ້າ​ຜູ້​ທີ່​ໄດ້​ດູແລ​ທັງ​ເກັບ​ໂຮມ​ເອົາ​ໝາກອະງຸ່ນ ຈະ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ເດີ່ນ​ພຣະວິຫານ​ນັ້ນ.”

10 ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ອອກ​ໄປ​ຈາກ​ນະຄອນ ແລະ​ສ້າງ​ທາງ​ສຳລັບ​ປະຊາຊົນ​ທີ່​ກຳລັງ​ກັບ​ມາ​ນັ້ນ. ຈົ່ງ​ຕຽມ​ທາງ​ຫລວງ​ໄວ້ ແລະ​ເກັບ​ຫີນ​ອອກ​ໃຫ້​ໝົດ ເຮັດ​ເຄື່ອງໝາຍ​ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້

11 ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”

12 ຄົນ​ຈະ​ເອີ້ນ​ຊື່​ພວກເຂົາ​ວ່າ, “ປະຊາຊົນ​ບໍຣິສຸດ” “ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ໄວ້ແລ້ວ.” ເຈົ້າ​ຈະ​ມີ​ຊື່​ວ່າ, “ເມືອງ​ທີ່​ພຣະເຈົ້າ​ຊົງຮັກ” “ນະຄອນ​ທີ່​ພຣະເຈົ້າ​ບໍ່​ຍອມ​ປະຖິ້ມ​ຈັກເທື່ອ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan