Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 61 - ພຣະຄຳພີສັກສິ


ຂ່າວ​ດີ​ເລື່ອງ​ພຣະເຈົ້າ​ຜູ້ໂຜດ​ໃຫ້​ພົ້ນ

1 ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.

2 ພຣະອົງ​ໃຊ້​ເຮົາ​ໄປ​ປະກາດ​ວ່າ​ເວລາ​ໄດ້​ມາເຖິງ ເມື່ອ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ເພື່ອ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ພຣະອົງ​ໄດ້​ໃຊ້​ເຮົາ​ໄປ​ອອຍໃຈ​ຜູ້​ເສົ້າໂສກ

3 ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.

4 ພວກເຂົາ​ຈະ​ກໍ່ສ້າງ​ເມືອງ​ທັງຫລາຍ​ຂຶ້ນ​ໃໝ່ ຄື​ເມືອງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ນັ້ນ.

5 ປະຊາຊົນ​ຂອງເຮົາ​ເອີຍ ຄົນ​ຕ່າງດ້າວ​ຈະ​ຮັບໃຊ້​ພວກເຈົ້າ ພວກເຂົາ​ຈະ​ເປັນ​ຜູ້​ລ້ຽງດູ​ຝູງແກະ​ຂອງ​ພວກເຈົ້າ ແລະ​ພວກເຂົາ​ຈະ​ຂຸດຄົ້ນ​ທັງ​ປູກຝັງ​ໃນ​ທີ່ດິນ ດູແລ​ເບິ່ງແຍງ​ສວນອະງຸ່ນ​ໃຫ້​ພວກເຈົ້າ.

6 ຄົນ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຂົາ​ຈະ​ກ່າວເຖິງ​ພວກເຈົ້າ​ວ່າ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ. ພວກເຈົ້າ​ຈະ​ມ່ວນຊື່ນ​ຢູ່​ກັບ​ສົມບັດ​ຊົນຊາດ​ທັງຫລາຍ ແລະ​ຈະ​ພູມໃຈ​ໃນ​ຊັບສິນ​ທີ່​ເປັນ​ຂອງ​ພວກເຈົ້າ.

7 ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຈົ້າ​ກໍ​ສິ້ນສຸດ​ໄປ ແລະ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ເທົ່າຕົວ ພວກເຈົ້າ​ຈະ​ຊົມຊື່ນ​ຍິນດີ​ຢູ່​ຕະຫລອດ.

8 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຮັກ​ຄວາມ​ຍຸດຕິທຳ ເຮົາ​ກຽດຊັງ​ການກົດຂີ່ ແລະ​ອາຊະຍາກຳ​ດ້ວຍ. ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ປະຊາຊົນ​ຂອງເຮົາ​ຢ່າງ​ສັດຊື່ ທັງ​ຈະ​ເຮັດ​ສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ.

9 ພວກເຂົາ​ຈະ​ມີ​ຊື່ສຽງ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທຸກໆຄົນ​ທີ່​ເຫັນ​ພວກເຂົາ​ກໍ​ຈະ​ຮູ້ຈັກກັນ​ທັງນັ້ນ ວ່າ​ພວກເຂົາ​ນັ້ນ​ແມ່ນ​ປະຊາຊົນ​ຊາດ​ໜຶ່ງ ທີ່​ພຣະເຈົ້າຢາເວ​ໄດ້​ອວຍພອນ​ພວກເຂົາ.”

10 ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.

11 ສະນັ້ນ ດັ່ງ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກຂຶ້ນ​ມາ ດັ່ງ​ສວນ​ເຮັດ​ໃຫ້​ພືດ​ທີ່​ຫວ່ານ​ລົງ​ງອກ​ຂຶ້ນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ ແລະ​ທຸກ​ຊົນຊາດ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan