Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 60 - ພຣະຄຳພີສັກສິ


ສະຫງ່າຣາສີ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ອະນາຄົດ

1 ເຢຣູຊາເລັມ ຈົ່ງ​ລຸກ​ຂຶ້ນ​ສ່ອງແຈ້ງ​ດັ່ງ​ດວງຕາເວັນ ພຣະເຈົ້າຢາເວ​ຈະ​ໃຫ້​ສະຫງ່າຣາສີ​ສ່ອງ​ໃສ່​ເຈົ້າ

2 ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.

3 ແສງແຈ້ງ​ຂອງ​ເຈົ້າ​ຈະ​ນຳ​ບັນດາ​ຊົນຊາດ​ເຂົ້າ​ມາ ກະສັດ​ຈະ​ເຂົ້າ​ສູ່​ແສງແຈ້ງ​ໃນ​ວັນ​ໃໝ່​ຂອງ​ເຈົ້າ.

4 ຈົ່ງ​ເບິ່ງ​ຮອບ​ຕົວ​ເຈົ້າ ແລະ​ເຫັນ​ຫຍັງ​ເກີດຂຶ້ນ​ແດ່ ຄື​ປະຊາຊົນ​ຂອງເຈົ້າ​ທັງໝົດ​ໄດ້​ເຕົ້າໂຮມ​ກັນ​ກັບຄືນ​ມາ ພວກ​ລູກຊາຍ​ຂອງເຈົ້າ​ຈະ​ມາ​ຈາກ​ທີ່​ຫ່າງໄກ ພວກ​ລູກສາວ​ຂອງເຈົ້າ​ຈະ​ຖືກ​ອູ້ມ​ມາ​ດັ່ງ​ເດັກນ້ອຍ.

5 ເຈົ້າ​ຈະ​ເຫັນ​ສິ່ງນີ້ ແລະ​ເຕັມ​ດ້ວຍ​ຄວາມ​ປິຕິ​ຍິນດີ ຈະ​ທັງ​ສັ່ນເຊັນ​ດ້ວຍ​ຄວາມ​ຕື່ນເຕັ້ນ. ຊັບສົມບັດ​ນາໆຊາດ​ຈະ​ຖືກ​ນຳ​ມາ​ຈາກ​ທີ່​ຫ່າງໄກ​ຂອງ​ທະເລ ຊັບສົມບັດ​ຂອງ​ພວກເຂົາ​ຈະ​ມາ​ຫາ​ເຈົ້າ.

6 ຂະບວນ​ອູດ​ຈະ​ມາ​ຈາກ​ມີດີອານ​ແລະ​ເອຟາ ບັນທຸກ​ຄຳ​ແລະ​ເຄື່ອງຫອມ​ມາ​ຈາກ​ເຊບາ​ພຸ້ນ. ປະຊາຊົນ​ຕ່າງ​ກໍ​ຈະ​ພາກັນ​ປະກາດ​ຄຳ​ສັນລະເສີນ ເຖິງ​ພາລະກິດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ

7 ຝູງແກະ​ທັງໝົດ​ຂອງ​ເນບາໂຢດ​ແລະ​ເກດາ ຈະ​ຖືກ​ນຳ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ເຈົ້າ ແລະ​ຖວາຍ​ທີ່​ເທິງ​ແທ່ນ​ບູຊາ ພຣະອົງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ພຣະອົງ​ຮຸ່ງເຮືອງ​ຍິ່ງໆ​ຂຶ້ນ.

8 ເປັນຫຍັງ​ບັນດາ​ເຮືອ​ຈຶ່ງ​ມາ​ດັ່ງ​ກ້ອນເມກ​ນໍ ດັ່ງ​ຝູງ​ນົກ​ເຂົາ​ບິນ​ຄືນ​ສູ່​ຮັງ​ຢ່າງ​ຟັ່ງຟ້າວ?

9 ແມ່ນ​ຂະບວນ​ເຮືອ​ໃຫຍ່​ທີ່​ກຳລັງ​ມາ​ຈາກ​ແດນໄກ ກຳລັງ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ບ້ານ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ກັບຄືນ​ມາ​ນຳ ເພື່ອ​ຖວາຍ​ເປັນ​ກຽດ​ແກ່​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ສຳລັບ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ທີ່​ເຮັດ​ໃຫ້​ທຸກ​ຊົນຊາດ​ຍົກຍໍ​ປະຊາຊົນ​ຂອງ​ພຣະອົງ.

10 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ວ່າ, “ຊາວ​ຕ່າງດ້າວ​ຈະ​ສ້າງ​ກຳແພງ​ເຈົ້າ​ຂຶ້ນ​ໃໝ່ ກະສັດ​ຂອງ​ພວກເຂົາ​ກໍ​ຈະ​ມີ​ສິດ​ຮັບໃຊ້​ເຈົ້າ​ຄືກັນ ທີ່​ເຮົາ​ໄດ້​ລົງໂທດ​ເຈົ້າ​ໄປ​ເພາະ​ຄວາມ​ໂກດຮ້າຍ; ແຕ່​ບັດນີ້ ເຮົາ​ຈະ​ສຳແດງ​ຄວາມ​ເມດຕາ ເຮົາ​ຈະ​ໃຫ້​ຄວາມ​ປານີ​ຂອງເຮົາ​ແກ່​ເຈົ້າ.

11 ປະຕູ​ເມືອງ​ຂອງ​ເຈົ້າ​ຈະ​ໄຂ​ໄວ້​ທັງເວັນ​ທັງຄືນ ເພື່ອ​ບັນດາ​ກະສັດ​ແຫ່ງ​ປະຊາຊາດ​ຈະ​ນຳ​ຊັບສົມບັດ​ມາ​ໃຫ້​ເຈົ້າ.

12 ແຕ່​ບັນດາ​ກະສັດ​ແຫ່ງ​ປະຊາຊາດ​ທີ່​ບໍ່​ຍອມ​ຮັບໃຊ້​ເຈົ້າ ກໍ​ຈະ​ພາກັນ​ຖືກ​ທຳລາຍ​ໃຫ້​ພິນາດ.

13 ໄມ້​ສົນສີດາ ໄມ້ແປກ ທັງ​ແປກເທດ​ໃນ​ປ່າ​ເລບານອນ ຈະ​ຖືກ​ນຳ​ມາ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ເພື່ອ​ເຮັດ​ໃຫ້​ວິຫານ​ຂອງເຮົາ​ສວຍສົດ​ງົດງາມ ແລະ​ເພື່ອ​ໃຫ້​ພຣະ​ນະຄອນ​ມີ​ສະຫງ່າຣາສີ​ດ້ວຍ.

14 ພວກ​ລູກຊາຍ​ຂອງ​ຄົນ​ທີ່​ກົດຂີ່​ເຈົ້າ​ກໍ​ຈະ​ມາ ກົ້ມ​ຂາບລົງ​ເພື່ອ​ໃຫ້​ຄວາມນັບຖື​ແກ່​ເຈົ້າ. ຜູ້​ທີ່​ເຄີຍ​ຫຍໍ້ຫຍັນ​ເຈົ້າ​ແຕ່​ເມື່ອກ່ອນ​ເມື່ອຫລັງ ກໍ​ຈະ​ນະມັດສະການ​ເຮົາ​ທີ່​ແທບ​ຕີນ​ເຈົ້າ. ພວກເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ‘ນະຄອນ​ຂອງ​ພຣະເຈົ້າຢາເວ’ ‘ຊີໂອນ ເມືອງ​ຂອງ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.’

15 ເຈົ້າ​ຈະ​ບໍ່​ຖືກ​ປະຖິ້ມ ແລະ​ບໍ່​ເປັນ​ທີ່​ກຽດຊັງ​ອີກ​ຕໍ່ໄປ ບໍ່​ເປັນ​ນະຄອນ​ທີ່​ເສົ້າໝອງ​ແລະ​ຮ້າງເປົ່າ​ອີກ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່​ແລະ​ງົດງາມ ເປັນ​ທີ່​ເບີກບານ​ໃຈ​ແລະ​ຍິນດີ​ໄປ​ຕະຫລອດ.

16 ບັນດາ​ຊົນຊາດ​ທັງ​ກະສັດ​ຈະ​ເອົາໃຈໃສ່​ເຈົ້າ ເໝືອນ​ດັ່ງ​ແມ່​ຜູ້ໜຶ່ງ​ລ້ຽງ​ລູກ​ຂອງຕົນ​ນັ້ນ. ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ເປັນຜູ້ຊ່ວຍ​ຂອງເຈົ້າ. ແລະ​ເປັນ​ຜູ້ໄຖ່ໂທດ​ຂອງເຈົ້າ ຄື​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.

17 ເຮົາ​ຈະ​ນຳ​ເອົາ​ຄຳ​ມາ​ໃຫ້​ເຈົ້າ ແທນ​ທີ່​ຈະ​ແມ່ນ​ທອງສຳຣິດ ນຳ​ເອົາ​ເງິນ​ມາ​ໃຫ້ ແທນ​ທີ່​ຈະ​ແມ່ນ​ເຫຼັກ ເຮົາ​ຈະ​ນຳ​ເອົາ​ທອງສຳຣິດ ແທນ​ທີ່​ຈະ​ນຳ​ໄມ້​ມາ ນຳ​ເອົາ​ເຫຼັກ ແທນ​ທີ່​ຈະ​ນຳ​ຫີນ​ມາ​ໃຫ້. ພວກ​ຜູ້ປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ກົດຂີ່​ເຈົ້າ​ອີກ​ຕໍ່ໄປ; ພວກເຂົາ​ຈະ​ປົກຄອງ​ຢ່າງ​ຍຸດຕິທຳ ແລະ​ມີ​ສັນຕິສຸກ​ລົ້ນ.

18 ສຽງ​ຂອງ​ຄວາມ​ຮຸນແຮງ​ນັ້ນ​ຈະ​ບໍ່ມີ​ຕໍ່ໄປ ຄວາມ​ຈິບຫາຍ​ຈະ​ບໍ່​ມາ​ທຳລາຍ​ປະເທດ​ອີກ. ເຮົາ​ຈະ​ເປັນ​ດັ່ງ​ກຳແພງ​ລ້ອມ​ປົກປ້ອງ​ຄຸ້ມຄອງ ເຈົ້າ​ຈະ​ຍົກຍໍ​ເຮົາ​ເພາະ​ເຮົາ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.

19 ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.

20 ມື້​ທີ່​ເຈົ້າ​ໂສກເສົ້າ​ເສຍໃຈ​ຈະ​ສິ້ນສຸດ​ໄປ ພຣະເຈົ້າຢາເວ​ຈະ​ເປັນ​ແຈ້ງ​ຂອງເຈົ້າ ຄື​ເປັນ​ຄວາມ​ສະຫວ່າງ​ຂອງເຈົ້າ​ຕະຫລອດໄປ ສ່ອງ​ແສງແຈ້ງ​ກວ່າ​ຕາເວັນ​ແລະ​ເດືອນ​ອີກ.

21 ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.

22 ເຖິງ​ວ່າ​ຄອບຄົວ​ເຈົ້າ​ໜ້ອຍ ແລະ​ຕໍ່າຕ້ອຍ​ທີ່ສຸດ ກໍ​ຈະ​ກາຍເປັນ​ໃຫຍ່ໂຕ​ດັ່ງ​ຊົນຊາດ​ມີ​ອຳນາດ. ເຮົາ​ຈະ​ເຮັດ​ໃຫ້​ເລື່ອງນີ້​ເກີດຂຶ້ນ​ໂດຍ​ໄວ ເຮົາ​ແມ່ນ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan