Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 6 - ພຣະຄຳພີສັກສິ


ພຣະເຈົ້າ​ເອີ້ນ​ເອຊາຢາ​ໃຫ້​ເປັນ​ຜູ້ທຳນວາຍ

1 ໃນ​ປີ​ທີ່​ກະສັດ​ອຸດຊີຢາ​ຕາຍໄປ​ນັ້ນ ໃນ​ນິມິດ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ສູງສົ່ງ​ຂອງ​ພຣະອົງ ແລະ​ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຄຸມ​ຢູ່​ເຕັມ​ພຣະວິຫານ.

2 ຢູ່​ຮອບ​ພຣະອົງ​ນັ້ນ ມີ​ເສຣາຟິມ​ມີ​ປີກ​ຫລາຍ​ຕົນ​ກຳລັງ​ຢືນ​ຢູ່ ແຕ່ລະຕົນ​ມີ​ປີກ​ຫົກ​ປີກ. ແຕ່ລະຕົນ​ນັ້ນ​ໄດ້​ໃຊ້​ສອງ​ປີກ​ປົກ​ໜ້າ ສອງ​ປີກ​ປົກ​ໂຕ ແລະ​ອີກ​ສອງ​ປີກ​ສຳລັບ​ໃຊ້​ບິນ.

3 ເສຣາຟິມ​ເຫຼົ່ານີ້​ເອີ້ນ​ໃສ່​ກັນແລະກັນ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ ພຣະ​ສະຫງ່າຣາສີ​ກໍ​ແຜ່​ກະຈາຍ​ໄປ​ທົ່ວໂລກ.”

4 ສັດ​ເຫຼົ່ານັ້ນ​ຮ້ອງ ຈົນ​ຮາກຖານ​ຂອງ​ພຣະວິຫານ​ສັ່ນສະເທືອນ ແລະ​ມີ​ຄວັນ​ຄຸມ​ຢູ່​ເຕັມ​ພຣະວິຫານ.

5 ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”

6 ຕໍ່ມາ ໄດ້​ມີ​ເສຣາຟິມ​ຕົນ​ໜຶ່ງ​ບິນ​ລົງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ໃຊ້​ເຫຼັກ​ຄີບ​ເອົາ​ຖ່ານໄຟ​ແດງ​ມາ​ຈາກ​ແທ່ນບູຊາ.

7 ເສຣາຟິມ​ຕົນ​ນັ້ນ​ໄດ້​ເອົາ​ຖ່ານໄຟ​ແປະ​ໃສ່​ທີ່​ຮີມສົບ​ຂອງ​ຂ້າພະເຈົ້າ ພ້ອມ​ທັງ​ກ່າວ​ວ່າ, “ຖ່ານໄຟ​ນີ້​ໄດ້​ຖືກ​ຮີມສົບ​ເຈົ້າ ບັດນີ້​ຄວາມຜິດ​ຂອງ​ເຈົ້າ​ໄດ້​ໝົດ​ໄປ​ແລ້ວ ແລະ​ບາບ​ຂອງເຈົ້າ​ກໍໄດ້​ຮັບ​ການອະໄພ.”

8 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ເຮົາ​ຈະ​ໃຊ້​ຜູ້ໃດ​ໄປ? ຜູ້ໃດ​ຈະ​ເປັນ​ຜູ້ນຳ​ຖ້ອຍຄຳ​ຂອງເຮົາ​ໄປ​ກ່າວ​ຕາງ​ເຮົາ?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້ ໂຜດ​ໃຊ້​ຂ້ານ້ອຍ​ໄປ​ເຖີດ.”

9 ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ຂ້າພະເຈົ້າ​ໄປ​ບອກ​ປະຊາຊົນ​ດັ່ງນີ້: “ແມ່ນ​ວ່າ​ພວກເຈົ້າ​ຈະ​ຟັງ​ຫລາຍ​ປານໃດ ພວກເຈົ້າ​ກໍ​ຈະ​ບໍ່​ເຂົ້າໃຈ. ແມ່ນ​ວ່າ​ພວກເຈົ້າ​ຈະ​ເບິ່ງ​ຄັກ​ປານໃດ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ເຫັນ​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ.”

10 ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”

11 ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.

12 ພຣະເຈົ້າຢາເວ​ຈະ​ກວາດຕ້ອນ​ເອົາ​ຝູງ​ຄົນ​ໃຫ້​ໜີໄປ​ໄກ ແລະ​ຈະ​ໃຫ້​ດິນດອນ​ຕ່ອນຫຍ້າ​ໂສກເສົ້າ​ຫງອຍເຫງົາ.

13 ເຖິງ​ແມ່ນ​ວ່າ​ໜຶ່ງ​ໃນ​ສິບ​ຄົນ​ຈະ​ຍັງເຫລືອ​ຢູ່​ກໍຕາມ ເຂົາ​ກໍ​ຈະ​ຖືກ​ທຳລາຍ​ຄືກັນ ເຂົາ​ຈະ​ເປັນ​ດັ່ງ​ກົກ​ແປກ​ທີ່​ຖືກ​ຕັດ​ເຫຼືອ​ແຕ່​ຕໍ.” (ຕໍ​ນັ້ນ​ໝາຍເຖິງ​ການ​ເລີ່ມຕົ້ນໃໝ່​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ.)

@ 2012 United Bible Societies. All Rights Reserved.

Lean sinn:



Sanasan