Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 59 - ພຣະຄຳພີສັກສິ


ຜູ້ທຳນວາຍ​ກ່າວໂທດ​ຄົນ​ທີ່​ເຮັດ​ບາບ

1 ຢ່າ​ໄດ້​ຄິດວ່າ​ພຣະເຈົ້າຢາເວ​ອ່ອນແອ​ເກີນໄປ ທີ່​ຈະ​ຊ່ວຍຊູ​ພວກເຈົ້າ​ໃຫ້​ພົ້ນ ຫລື​ວ່າ​ພຣະອົງ​ຫູຕຶງ​ໂພດ ທີ່​ຈະ​ໄດ້ຍິນ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫລືອ

2 ເພາະ​ການບາບ​ຂອງ​ພວກເຈົ້າ​ເອງ ພຣະອົງ​ຈຶ່ງ​ບໍ່ໄດ້ຍິນ​ພວກເຈົ້າ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ. ເມື່ອ​ພວກເຈົ້າ​ພະຍາຍາມ​ນະມັດສະການ​ພຣະເຈົ້າ ແມ່ນ​ການບາບ​ຂອງ​ພວກເຈົ້າ​ນັ້ນແຫລະ ທີ່​ແຍກ​ພວກເຈົ້າ​ຈາກ​ພຣະອົງ.

3 ພວກເຈົ້າ​ເຮັດ​ຜິດ​ໃນ​ຖານ​ເວົ້າຕົວະ, ເຮັດ​ຮຸນແຮງ ແລະ​ຂ້າ​ຄົນ.

4 ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.

5-6 ແຜນ​ປອງຮ້າຍ​ທີ່​ພວກເຈົ້າ​ໄດ້​ວາງ​ໄວ້ນັ້ນ ເຮັດ​ໃຫ້​ເຖິງ​ຕາຍ​ໄດ້​ດັ່ງ​ໄຂ່​ຂອງ​ງູພິດ. ເມື່ອ​ໄຂ່​ແຕກ ໂຕ​ງູ​ຈະ​ອອກ​ມາ​ໂລດ ແຕ່​ແຜນ​ປອງຮ້າຍ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ດີ​ຫຍັງ​ເລີຍ ເພາະ​ມັນ​ບໍ່ມີ​ປະໂຫຍດ​ດັ່ງ​ເຄື່ອງນຸ່ງ​ທີ່​ເຮັດ​ດ້ວຍ​ໃຍ​ແມງມຸມ

7 ພວກເຈົ້າ​ຄິດ​ແຜນການ​ຊົ່ວ​ຢູ່​ສະເໝີ ແລະ​ອົດ​ທີ່​ຈະ​ເຮັດ​ຕາມ​ແຜນການ​ນັ້ນ​ຈົນ​ບໍ່ໄຫວ. ພວກເຈົ້າ​ບໍ່ເຄີຍ​ລັ່ງເລໃຈ​ທີ່​ຈະ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ. ບໍ່​ວ່າ​ໄປ​ທີ່ໃດ​ພວກເຈົ້າ​ກໍ​ຈະ​ສ້າງ​ຄວາມ​ຈິບຫາຍ​ໄວ້​ທີ່ນັ້ນ

8 ແລະ​ເມື່ອ​ພວກເຈົ້າ​ຢູ່​ທີ່ໃດ ທີ່ນັ້ນ​ຈະ​ບໍ່ມີ​ຄວາມ​ປອດໄພ​ເລີຍ. ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ​ນັ້ນ ລ້ວນແຕ່​ບໍ່​ຍຸດຕິທຳ. ພວກເຈົ້າ​ເດີນ​ຕາມ​ທາງຄົດ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງນັ້ນ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ປອດໄພ.


ປະຊາຊົນ​ສາລະພາບ​ບາບ​ຂອງ​ພວກເຂົາ

9 ປະຊາຊົນ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ທີ່​ກົດຂີ່​ພວກເຮົາ​ນັ້ນ. ພວກເຮົາ​ຫວັງ​ຈະ​ໃຫ້​ມີ​ແຈ້ງ​ຕາມ​ທາງເດີນ ພັດ​ມີ​ແຕ່​ມືດ​ເທົ່ານັ້ນ

10 ແລະ​ພວກເຮົາ​ກໍ​ງົມໆ​ທາວໆ​ໄປ​ເໝືອນ​ຄົນ​ຕາບອດ. ພວກເຮົາ​ລົ້ມລົງ​ໃນ​ຕອນທ່ຽງ ຄື​ກັບ​ວ່າ​ເດີນ​ໄປ​ໃນ​ຕອນ​ກາງຄືນ ຄື​ກັບ​ວ່າ​ພວກເຮົາ​ຢູ່​ໃນ​ທີ່​ມືດ​ຂອງ​ແດນ​ມໍຣະນາ.

11 ພວກເຮົາ​ຢ້ານ​ແລະ​ເປັນທຸກໃຈ​ຫລາຍ. ພວກເຮົາ​ຫວັງ​ທີ່​ຈະ​ເຫັນ​ພຣະເຈົ້າ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ການກົດຂີ່​ແລະ​ການ​ຜິດພາດ ແຕ່​ກໍ​ບໍ່​ເຫັນ​ມີ​ຫຍັງ​ເກີດຂຶ້ນ.

12 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ການຊົ່ວ​ທີ່​ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ເຮັດ​ຕໍ່ສູ້​ພຣະອົງ​ນັ້ນ​ມີ​ຫລາຍ​ແທ້. ການບາບ​ຂອງ​ພວກ​ຂ້ານ້ອຍ​ກ່າວໂທດ​ຕໍ່ສູ້​ພວກ​ຂ້ານ້ອຍ​ແລ້ວ ແລະ​ພວກ​ຂ້ານ້ອຍ​ກໍ​ຮູ້​ດີ.

13 ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ, ປະຖິ້ມ​ພຣະອົງ ແລະ​ບໍ່​ຍອມ​ຕິດຕາມ​ພຣະອົງ. ພວກ​ຂ້ານ້ອຍ​ໄດ້​ກົດຂີ່​ຄົນອື່ນ ແລະ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຄວາມຄິດ​ຂອງ​ພວກ​ຂ້ານ້ອຍ​ຜິດພາດ ແລະ​ຄຳເວົ້າ​ຂອງ​ພວກ​ຂ້ານ້ອຍ​ກໍ​ລ້ວນແຕ່​ເປັນ​ຄຳຕົວະ.

14 ຄວາມ​ຍຸດຕິທຳ​ຖືກ​ຂັບໄລ່​ໃຫ້​ໜີໄປ ແລະ​ຄວາມ​ຖືກຕ້ອງ​ກໍ​ເຂົ້າ​ມາ​ໃກ້​ບໍ່ໄດ້. ຄວາມຈິງ​ເຕະ​ສະດຸດ​ລົ້ມລົງ​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຄວາມສັດຊື່​ກໍ​ບໍ່ມີ​ຢູ່​ໃນ​ທີ່ນັ້ນ.

15 ຄວາມ​ຍຸດຕິທຳ​ນັ້ນ ແມ່ນແຕ່​ໜ້ອຍດຽວ​ກໍ​ບໍ່ມີ​ເລີຍ ແລະ​ຄົນ​ທີ່​ຢາກ​ເຊົາ​ເຮັດ​ຊົ່ວ​ກໍ​ເປັນ​ເຫຍື່ອ​ຂອງ​ອາຊະຍາກຳ.” ເມື່ອ​ພຣະເຈົ້າຢາເວ​ຮູ້​ເຫັນ​ເລື່ອງ​ນີ້ ພຣະອົງ​ກໍ​ບໍ່​ພໍໃຈ​ເລີຍ​ທີ່​ບໍ່​ເຫັນ​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ.


ພຣະເຈົ້າ​ຕຽມ​ຊ່ວຍກູ້​ເອົາ​ປະຊາຊົນ​ຂອງ​ພຣະອົງ

16 ພຣະອົງ​ບໍ່​ພໍໃຈ​ຫລາຍ ທີ່​ເຫັນ​ຄົນ​ຖືກ​ກົດຂີ່​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ໃນ​ທີ່ນັ້ນ. ດັ່ງນັ້ນ ພຣະອົງ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ​ພວກເຂົາ ເພື່ອ​ຊີງ​ເອົາ​ໄຊຊະນະ.

17 ພຣະອົງ​ຈະ​ສວມ​ຄວາມ​ຍຸດຕິທຳ​ໄວ້ ດັ່ງ​ສວມ​ເສື້ອ​ຫຸ້ມເກາະ ແລະ​ສວມ​ໄຊຊະນະ​ໄວ້ ດັ່ງ​ໃສ່​ໝວກ​ແຫ່ງ​ຄວາມພົ້ນ. ພຣະອົງ​ຈະ​ປະດັບ​ຕົນເອງ​ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງກ້າ ເພື່ອ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ທັງ​ລົງໂທດ​ແລະ​ແກ້ແຄ້ນ​ຄວາມຜິດ​ທີ່​ປະຊາຊົນ​ທົນທຸກ.

18 ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ຕາມ​ການກະທຳ​ຂອງ​ພວກເຂົາ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຕ່າງໆ​ທີ່​ຫ່າງໄກ​ກໍຕາມ.

19 ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.

20 ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ປ້ອງກັນ​ພວກເຈົ້າ ແລະ​ເພື່ອ​ຊ່ວຍ​ພວກເຈົ້າ​ທຸກຄົນ​ທີ່​ຫັນໜີ​ຈາກ​ການບາບ​ຂອງຕົນ.

21 ຝ່າຍ​ເຮົາ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ໄດ້​ມອບ​ພຣະວິນຍານ​ຂອງເຮົາ​ໃຫ້​ພວກເຈົ້າ ແລະ​ມອບ​ຂໍ້​ຄຳສັ່ງສອນ​ຂອງເຮົາ​ໃຫ້​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ຕັ້ງແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ພ້ອມ​ທັງ​ສັ່ງສອນ​ພວກ​ລູກຫລານ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ໃຫ້​ເຊື່ອຟັງ​ເຮົາ​ທຸກຍຸກ​ທຸກສະໄໝ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan